ມອບ​ຂອງ​ຂວັ​ນ ກ່​ວາ 200 ພູດ​ໃຫ້​ແກ່​ປະ​ຊາ​ຊົນ​ບ້ານ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ ຫວຽດ​ນາມ - ລາວ

12:04 | 27/12/2020

ຍ​ສ​ໝ - ທ່ານ​ພັນ​ໂທ ຟ້າມ​ຕຸງ​ເລິມ, ຮອງຜູ້ຮັບຜິດຊອບການເມືອງ ທະ​ຫານ​ຊາຍ​ແດນ ແຂວງ​ເທື່ອ​ທຽນ​ເຫ້ວ ໄດ້​ຕາງ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ງານ ໄດ້​ສົ່ງ​ຄຳ​ຢຶ້​ຢາມ​ຖາມ​ຂ່າວ​ໄປ​ຍັງ​ພະ​ນັກ​ງານ, ນັກ​ຮົບ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນ​ສອງ​ບ້ານ ກາ​ໂລ ແລະ ບ້ານ​ເຊ​ຊາບ, ເມືອງ ກາ​ລືມ, ແຂວງ​ເຊກອງ.

ດ້ຽນ​ບຽນ: ນຳ​ໄຟ​ຟ້າ​ລົງ​ສູ່​ບ້ານ​ທຸກ​ຍາກ​ເຂດ​ຊາຍ​ແດນ
ຍົກ​ສູງ​ຄວາມ​ຮູ້​ດ້ານ​ກົດ​ໝາຍ ແລະ ເຕັກ​ນິກ​ໂຄ​ສະ​ນາ​ກ່ຽວ​ກັບ​ສະ​ພາບ​ການ​ເຂດ​ຊາຍ​ແດນ​ລະ​ຫວ່າງ ຫວຽດ​ນາມ - ລາວ
ມອບ​ຂອງ​ຂວັ​ນ ກ່​ວາ 200 ພູດ​ໃຫ້​ແກ່​ປະ​ຊາ​ຊົນ​ບ້ານ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ ຫວຽດ​ນາມ - ລາວ
ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ ແຂວງ​ເທື່ອ​ທຽນ​ເຫ້ວ ມອບ​ຂອງ​ຂັວນ ກ່​ວາ 200 ພູດໃຫ້​ແກ່​ປະ​ຊາ​ຊົນ​ບ້ານ​ກາ​ໂລ ແລະ ແຂວງ ເຊກອງ ປະ​ເທດ​ລາວ (ພາບ: nhandan.com.vn)

ວັນ​ທີ 25 ທັນ​ວາ, ຢູ່​ດ່ານ​ຊາຍ​ແດນ ອາ​ເດີດ - ຕາ​ວາງ, ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ ແຂວງ​ເທື່ອ​ທຽນ​ເຫ້ວ ໄດ້​ສົມ​ທົບ​ກັບ​ສະ​ພາ​ກາ​ແດງ​ແຂວງ ມອບ​ຂອງ​ຂັວນ ກ່​ວາ 200 ພູດໃຫ້​ແກ່​ປະ​ຊາ​ຊົນ​ບ້ານ​ກາ​ໂລ ແລະ ແຂວງ ເຊກອງ ປະ​ເທດ​ລາວ.

ທີ່​ການ​ມອບ​ຂອງ​ຂວັນ, ທ່ານ​ພັນ​ໂທ ຟ້າມ​ຕຸງ​ເລິມ, ຮອງຜູ້ຮັບຜິດຊອບການເມືອງ ທະ​ຫານ​ຊາຍ​ແດນ ແຂວງ​ເທື່ອ​ທຽນ​ເຫ້ວ ໄດ້​ຕາງ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ງານ ໄດ້​ສົ່ງ​ຄຳ​ຢຶ້​ຢາມ​ຖາມ​ຂ່າວ​ໄປ​ຍັງ​ພະ​ນັກ​ງານ, ນັກ​ຮົບ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນ​ສອງ​ບ້ານ ກາ​ໂລ ແລະ ບ້ານ​ເຊ​ຊາບ, ເມືອງ ກາ​ລືມ, ແຂວງ​ເຊກອງ ແລະ ມອ​ບ​ຂອງ​ຂວັນ​ກ່​ວາ 200ພູດ, ແຕ່​ລະ​ພູດ​ລວມ​ມີ: ເຂົ້າ​ສານ 20 ກິ​ໂລ​ງາມ, ໝີ່​ສຳ​ເລັດ​ຮູບ, ສົ່ງ​ເສື້ອ ແລະ ເຄື່ອງ​ໃຊ້​ສອຍ​ທີ່ຈຳ​ເປັນ​ບາງ​ຢ່າງ ດ້ວຍ​ມູນ​ຄ່າ​ກ່​ວາ 70 ລ້ານ​ດົ່ງ.

ນອກ​ຈາກ​ນັ້ນ, ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ມອບ​ຂອງ​ຂວັນ 20 ພູດໃຫ້​ກອງ​ຮ້ອຍ​ປ້ອງ​ກັນ​ຊາຍ​ແດນ 531 ແລະ ປ້ອ​ນ​ຕຳຫຼວດ ຕາ​ຫວ່າງ, ເມືອງ ກ່າ​ເລີມ (ລາວ).

ເມື່ອ​ຕ້ອນ​ຮັບ​ຂອງ​ຂວັນ​ຈ​າກ​ຄະ​ນະ​ປະ​ຕິ​ບັດ​ງານ, ທ່ານ ເກ​ອອຍ, ນາຍ​ບ້ານໄດ້​ແບ່ງ​ປັນ​ວ່າ: “ຝົກ​ຕົກ​ນ້ຳ​ຖ້ວມ​ໄດ້​ແກ່​ຍາ​ວ​ໃນ​ໄລ​ຍ​ະ​ທີ່​ຜ່ານ​ມາ ໄດ້​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ, ເຮັດ​ໃຫ້​ເສັ້ນ​ທາງ​ຫຼາຍ​ເສັ່ນ​ຖືກ​ດິນ​ເຊາະ​ເຈື່ອນ…ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ. ໂດຍ​ຕາ​ງ​ໜ້າ​ໃຫ້​ປະ​ຊາ​ຊົນ​ບ້ານ​ກາ​ໂລ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ສະ​ແດງ​ຄວາມ​ຂອ​ບ​ອົບ​ຂອບ​ໃຈ​ຕໍ່​ທະ​ຫານ​ຊາຍ​ແດນ​ແຂວງ​ເທື່​ອ​ທຽນ​ເຫ້ວ, ພິ​ເສດ​ແມ່ນ ປ້ອມ​ທະ​ຫານ​ຊາຍ​ແດນ​ດ່ານ​ຊາຍ​ແດນ​ອາ​ເດິດ​ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່, ຊ່ວຍ​ເຫຼືອ, ໜູ່ນ​ຊ່ວຍ​ຢ່າງ​ທັນ​ການ​ເພື່ອ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ກະ​ຊາ​ຊົນ​ກັບ​ຄືນ​ສູ່​ສະ​ພາບ​ທີ່​ເປັນ​ປົກ​ກະ​ຕິ​ໃນ​ໄລ​ຍະ​ຜ່ານ​ມາ”.

ບັນ​ດາ​ຂອງ​ຂວັນ​ໄດ້​ມອບ​ໃຫ້​ປະ​ຊາ​ຊົ​ນ​ເຂດ​ຊາຍ​ແດນ ແລະ ກຳ​ລະ​ປະ​ກອບ​ອາ​ວຸດ​ປະ​ເທດ​ລາວຢ່າງ​ທັນ​ການ ໄດ້​ຊ່ວຍ​ໃຫ້​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນຫຼຸດ​ຜ່ອນ​ຄວາມ​ຫຍຸ້ງ​ຍາກ, ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ກັບ​ຄືນ​ສູ່​ສະ​ພາບ​ທີ່​ເປັນ​ປົກ​ກະ​ຕິ​ໂດຍ​ໄວ, ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ ແລະ ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ​ໃຫ້ຫຼາຍ​ກ່​ວາ​ອີກ.

ແລະ​ກໍ່​ເນື່ອງ​ໃນ​ໂອ​ກາດນີ້, ປ້ອມ​ທະ​ຫານ​ຊາຍ​ແດນ​ດ່ານ​ຊາຍ​ແດນ ອາ​ເດິດ ໄດ້​ຫວ່ານ​ໃບ​ປິ່ວ ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັນ​ໂລກ​ລະ​ບາດ ໂຄວິດ - 19 ໃຫ້​ແກ່​ກຳ​ລັງ​ປະ​ກອບ​ອາ​ວຸ ແລະ ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ຂອງ​ປະ​ເທດ​ລາວ.

ດ້ຽນ​ບຽນ: ນຳ​ໄຟ​ຟ້າ​ລົງ​ສູ່​ບ້ານ​ທຸກ​ຍາກ​ເຂດ​ຊາຍ​ແດນ

ຍ​ສໝ - “ໄຟ​ຟ້າ​ຕ້ອງ​ມາ​ກ່ອນ” ນັ້ນ​ແມ່ນ​ທິດ​ນຳ​ຂອງ​ແຂວງ​ດ້ຽນ​ບຽນ​ໃນ​ການ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ການ​ນຳ​ສົ່ງເຄືອ​ຂ່າຍ​ໄຟ​ຟ້າ​ລົງ​ສູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ເຂດ​ຊາຍ​ແດນ, ຈາກ​ນັ້ນ​ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ພັດ​ທະ​ນາ​ເສດ​ຖະ​ກິດ ລົບ​ລ້າງ​ຄວາ​ມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ.

ຍົກ​ສູງ​ຄວາມ​ຮູ້​ດ້ານ​ກົດ​ໝາຍ ແລະ ເຕັກ​ນິກ​ໂຄ​ສະ​ນາ​ກ່ຽວ​ກັບ​ສະ​ພາບ​ການ​ເຂດ​ຊາຍ​ແດນ​ລະ​ຫວ່າງ ຫວຽດ​ນາມ - ລາວ

ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ຝຶກ​ອົບ​ຮົບ​ບາງ​ເຕັກ​ນິກ​ກ່ຽວ​ກັບ​ການ​ຂຽນ​ຂ່າວ, ບົດ​ໂຄ​ສະ​ນາ, ສ່ອງ​ແສງ, ປຶກ​ສາ​ຫາ​ລື ແລະ ແລກ​ປ່ຽນ​ກ່ຽວ​ກັບ​ວິ​ຊາ​ການ, ປະ​ສົບ​ການ​ໃນ​ການ​ຂຸດ​ຄົ້ນ ແລະ ແກ້​ໄຂ​ຫົວ​ຂໍ້.

ຫວຽດ​ນາມ ແລະ ກຳ​ປູ​ເຈຍ​ ມອບ​ຮັບ​ແຜນ​ທີ່​ພູ​ມີ​ປະ​ເທດ​ເຂດ​ຊາຍ​ແດນ

ຍ​ສ​ໝ - ເລື່ອງ​ສອງ​ປະ​ເທດ​ປະ​ຕິ​ບັດ​ສຳ​ເລັດ​ວຽກ​ງານມອບ​ຮັບ​ແຜນ​ທີ່​ພູ​ມີ​ປະ​ເທດ​ເຂດ​ຊາຍ​ແດນ​ລະ​ຫວ່າງ ຫວຽດ​ນາມ ກຳ​ປູ​ເຈຍ​ແມ່ນ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ການ​ຈັດ​ຕັ້ງ​ເພື່ອ​ຊຸກ​ຍູ້​ການ​ຈັດ​ຕັ້ງ​ພິ​ທີ່​ແລກ​ປ່ຽນ​ເອ​ກະ​ສາ​ຮັບ​ຮອງ​ເອົາ​ສັນ​ຍາ​​ວ່າ​ດ້ວຍ​ປັບ​ປຸງ​ສັນ​ຍາ​ວາງ​ແຜນ​ກຳ​ນົດ​ເຂດ​ຊາຍ​ແດນ​ແຫ່ງ​ຊາດ​ປີ 1985 ແລະ ສັນ​ຍາວ່າ​ດ້ວຍ​ການ​ປັບ​ປຸງ​ປີ 2005

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.