ຫວຽດນາມ ບັນລຸໄດ້ຜົນງານເບື້ອງຕົ້ນໃນການປ້ອງກັນ, ສະກັດກັ້ນ ໂລກ​ລະ​ບາດ​ໂຄວິດ - 19

19:30 | 26/12/2020

ຍສໝ -   ພາຍຫຼັງເກືອບ 1 ປີ, ທຸກກຳລັງໄດ້ເຂົ້າຮ່ວມບັ້ນປ້ອງກັນ, ສະກັດກັ້ນໂລກລະບາດ, ຫວຽດນາມ ບັນລຸໄດ້ຜົນງານເບື້ອງຕົ້ນໃນການປ້ອງກັນ, ສະກັດກັ້ນ ໂລກ​ລະ​ບາດ​ໂຄວິດ - 19.

ຫວຽດນາມ ບ ນລ ໄດ ຜ ນງານເບ ອງຕ ນໃນການປ ອງກ ນ ສະກ ດກ ນ ໂລກ ລະ ບາດ ໂຄວ ດ 19 ສະ​ໜາມ​ບິນ​ເຕິນ​ເຊີນ​ເຍິດນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຮັບ​ໃບ​ຢັ້ງ​ຢືນ​ສາ​ກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ​, ສະ​ກັດ​ກັ້​ນ​ໂລກ​ລະ​ບາດ​ໂຄວິດ - 19 ລະ​ດັບ​ສາ​ກົນ
ຫວຽດນາມ ບ ນລ ໄດ ຜ ນງານເບ ອງຕ ນໃນການປ ອງກ ນ ສະກ ດກ ນ ໂລກ ລະ ບາດ ໂຄວ ດ 19 ລາວ​ສືບ​ຕໍ່​ຈຳ​ກັດ​ບໍ​ລິ​ເວນ​ເຂດ​ເສດ​ຖະ​ກິ​ດ​ພິ​ເສດ​ສາມ​ລ່ຽມ​ຄຳ​ເພື່ອ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19
ຫວຽດນາມ ບ ນລ ໄດ ຜ ນງານເບ ອງຕ ນໃນການປ ອງກ ນ ສະກ ດກ ນ ໂລກ ລະ ບາດ ໂຄວ ດ 19
ພາບປະກອບ

ຈຸດພົ້ນເດັ່ນກ່ວາໝູ່ໃນປີ 2020 ຂອງຫວຽດນາມ, ນັ້ນແມ່ນ ສ້າງເສດຖະກິດ ສັງຄົມປະເທດຊາດໃຫ້ເປັນປົກກະຕິ ໃນສະພາບການເກີດໂລກລະບາດ, ທັງຮັກສາການເຕີບໂຕເປັນບວກ, ຍົກສູງຄວາມໄວ້ເນື້ອເຊື່ອໃຈ ຂອງປະຊາຊົນທີ່ມີຕໍ່ພັກ, ລັດ. ລະດັບການເຕີບໂຕເສດຖະກິດທັງປີຂອງທົ່ວປະເທດ ຄາດວ່າບັນລຸກ່ວາ 2%, ຊື່ງແມ່ນລະດັບການເຕີບໂຕທີ່ຕັ້ງໜ້າ ເມື່ອທຽບກັບຫຼາຍປະເທດໃນໂລກ ແລະ ພາກພື້ນ.

ໂດຍແມ່ນ 1 ໃນບັນດາປະເທດ ທີ່ມີໄພຄວາມສ່ຽງສູງໃນເບື້ອງຕົ້ນ, ການຄວບຄຸມໂລກລະບາດເປັນຢ່າງດີ ໄດ້ຊ່ວຍໃຫ້ຫວຽດນາມ ກາຍເປັນປະເທດທີ່ປະສົບຜົນສຳເລັດໃນໂລກ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ. ຈາກຜົນສຳເລັດນີ້, ຫວຽດນາມ ໄດ້ກັບຄືນສູ່ການພັດທະນາເສດຖະກິດ, ຮັກສາສະຖຽນລະພາບທາງສັງຄົມຢ່າງທັນການ. ຜົນສຳເລັດໃນການຕ້ານໂລກລະບາດ ໄດ້ຊ່ວຍບັນດາວິສາຫະກິດ ຫລຸດຜ່ອນສ່ວນໜຶ່ງ ບັນດາຜົນກະທົບທີ່ໜັກໜ່ວງໃນປີ 2020.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ສະເໜີໃຫ້ຍົກລະດັບທັງໝົດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດທີ່ໄດ້ຜັນຂະຫຍາຍ, ເຊື່ອມຊຶມ ແລະ ປະຕິບັດໃນໄລຍະຜ່ານມາ; ຈັດຕັ້ງກສຍເຄື່ອນໄຫວຢູ່ໃນລະດັບສູງສຸດໃໝ່; ເພີ່ມທະວີວຽກງານກວດກາທາງບົກ. ກຳລັງປ້ອງກັນຊາຍແດນ, ຕຳຫຼວດປະຈຳຢູ່ດ່ານຊາຍແດນ, ອຳນາດການປົກຄອງຂັ້ນຮາກຖານ ແລະ ປະຊາຊົນຢູ່ເຂດຊາຍແດນ ຈົ່ງເສີມຂະຫຍາຍບົດບາດ ແລະ ຄວາມຮັບຜິດຊອບຂອງຕົນໃນການປະຕິບັດຂໍ້ກຳນົດຕ່າງໆກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.

ປະຈຸບັນ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 80 ລ້ານຄົນ, ໃນນັ້ນ ມີກ່ວາ 1,7 ລ້ານຄົນເສຍຊີວິດ. ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ ຍັງຄົງແມ່ນ ອາເມລິກາ, ຖັດຈາກນັ້ນ ອິນເດຍ ແລະ ບຣາຊິນ. ນັບແຕ່ ເມື່ອພາຍຫຼັງ ອັງກິດ ປະກາດການກວດພົບເຊື້ອໄວຣັດ SARS – CoV – 2 ກາຍພັນເປັນ VUI – 202012/01, ຫຼາຍກວ່າ 40 ປະເທດໃນໂລກ ໄດ້ອອກຄຳສັ່ງຫ້າມ ຫຼື ຈຳກັດການໄປມາກັບປະເທດນີ້ ເພື່ອແນໃສ່ສະກັດກັ້ນການກາຍພັນຂອງເຊື້ອໄວຣັດ ເຊິ່ງໄດ້ຮັບຖືວ່າ ເຮັດໃຫ້ໂລກລະບາດໂຄວິດ - 19 ແຜ່ລາມໄວກວ່າ.

ຫວຽດນາມ ບ ນລ ໄດ ຜ ນງານເບ ອງຕ ນໃນການປ ອງກ ນ ສະກ ດກ ນ ໂລກ ລະ ບາດ ໂຄວ ດ 19 ສື່ມວນ​ຊົນ ເຢຍ​ລະ​ມັນ​ຕີ​ລາ​ຄາ​ສູງ​ການ​ຮັບ​ມື​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ

ຍ​ສ​ໝ - ອົງ​ການ​ການ​ຄ້າ ແລະ ​ການລົງ​ທຶນ ເຢຍ​ລະ​ມັນ (GTAI) ໃຫ້​ຮູ້​ວ່າ ການ​ເຕີ​ບ​ໂຕພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ​ບັນ​ລຸ​ລະ​ດັບ​ເປັນ​ບວກ 2,1% ໄລ່​​ຕາມ​ມູ​ນ​ຄ່າ​ຄວາມ​ຈິງ​ໃນ 3 ໄຕ​ມາດ ຂອງ​ປີ 2020 ເມື່ອ​ທຽບ​ໄສ່​ກັບ​ໄລ​ຍະ​ດ​ຽວ​ກັ​ນ​ຂອງ ປີ 2019 .

ຫວຽດນາມ ບ ນລ ໄດ ຜ ນງານເບ ອງຕ ນໃນການປ ອງກ ນ ສະກ ດກ ນ ໂລກ ລະ ບາດ ໂຄວ ດ 19 ຫວຽດ​ນາມ​​ໜູນ​ຊ່ວຍ ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ ໂລກ​ລະ​ບາດ​ໂຄ​ວິດ - 19 ໃຫ້​ແກ່ມຽນ​ມາ

ຍ​ສ​ໝ - ນີ້​ແມ່​ນ​ບັ້ນ​ສະ​ໜັບ​ສະ​ໜູນ​ທີ 4 ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຫວຽດ​ນາມ​ໃຫ້​ແກ່​ມຽນ​ມາ, ໂດຍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່, ການ​ແບ່ງ​ປັນ, ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫຼືອ​ມຽນ​ມ​າ​ໃນ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19, ປະ​ກອບ​ສ່ວນ​ເຂົ້າ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ ສອງ​ປະ​ເທດໃນ​ຕະຫຼອດ​ໄລ​ຍະ​ທີ່​ຜ່ານ​ມາ.

ຫວຽດນາມ ບ ນລ ໄດ ຜ ນງານເບ ອງຕ ນໃນການປ ອງກ ນ ສະກ ດກ ນ ໂລກ ລະ ບາດ ໂຄວ ດ 19 ທ່ານອະດີດຮອງນາຍົກລັດຖະມົນຕີເຢຍລະມັນ P. Rösler ຕີລາຄາສູງບັນດາຜົນງານທີ່ຫວຽດນາມບັນລຸໄດ້ໃນການຕ້ານໂລກລະບາດ ໂຄວິດ - 19

ຍ​ສ​ໝ - ນັບ​ແຕ່​ຫົວ​ທີ, ຫວຽດນາມມີປະຕິກິລິຍາຢ່າງແຮງ, ໃນນັ້ນມີການປິດຊາຍແດນໂດຍໄວແລະ ທັນທີ ພາ​ຍຫຼັງມີຄົ້ນ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​2-3 ຄົນ​ເທົ່າ​ນັ້ນ, ຫວຽດນາມໄດ້ຈຳ​ກັດບໍ​ລິ​ເວນ​ດັ່ງ​ກ່າວ​ຢ່າງ​ທັນ​ທີ.

ໄຊພອນ

ເຫດການ
302 Found

Found

The document has moved here.