ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​​ຂ​ັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດລະ​ຫວ່າງ ຫວຽດ​ນາມ ແລະ ມຽນ​ມາ

15:29 | 29/12/2020

ຍ​ສ​ໝ - ສອງຝ່າຍເຫັນດີຈະຈັດການປຶກສາຫາລືດ້ານການເມືອງຄັ້ງທີ 10 ໃນປີ 2021.

ຫວຽດ​ນາມ​​ໜູນ​ຊ່ວຍ ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ ໂລກ​ລະ​ບາດ​ໂຄ​ວິດ - 19 ໃຫ້​ແກ່ມຽນ​ມາ
ອ​າ​ຊຽນ 2020: ມຽນ​ມາ ຕີ​ລາ​ຄາ​ສູງ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ ຂອງ ຫວຽດ​ນາມ
ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​​ຂ​ັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດລະ​ຫວ່າງ ຫວຽດ​ນາມ ແລະ ມຽນ​ມາ
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນ​ກ໊ວກ​ຢຸງ (ພາບ: TTXVN)

ວັນທີ 28 ທັນວາປີ 2020, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນ​ກ໊ວກ​ຢຸງ ແລະທ່ານ Hau Do Suan ຮອງລັດຖະມົນຕີກະຊວງການຮ່ວມມືສາກົນມຽນມາໄດ້ເປັນປະທານກອງປະຊຸມປຶກສາຫາລືດ້ານການເມືອງປະຈຳປີຄັ້ງທີ 9 ຂອງ ລັດຖະມົນຕີຕ່າງປະເທດທາງ​ອອນ​ລາຍ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫ​ງວຽນ​ກ໊ວກ​ຢູງ ໄດ້ສະ​ແດງ​ຄວາມຊົມເຊີຍຕໍ່ມຽນມາ ກ່ຽວກັບການຈັດຕັ້ງການເລືອກຕັ້ງທົ່ວປະເທດຢ່າງສຳເລັດຜົນເຊິ່ງສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາເສດຖະກິດແລະ ຄວາມໝັ້ນຄົງຂອງສັງຄົມຢ່າງຕໍ່ເນື່ອງ; ພ້ອມກັນນັ້ນ, ທ່ານຢືນຢັນວ່າຫວຽດນາມພ້ອມແລ້ວທີ່ຈະຮ່ວມມື, ສະໜັບສະໜູນ ແລະແບ່ງປັນປະສົບການກັບມຽນມາ. ທ່ານຮອງລັດຖະມົນຕີກະຊວງການຮ່ວມມືສາກົນມຽນມາ Hau Do Suan ໄດ້ສະ​ແດງ​ຄວາມຊົມເຊີຍຕໍ່ຫວຽດນາມກ່ຽວ​ກັບບັນດາຜົນງານທີ່ພົ້ນເດັ່ນ, ພິເສດແມ່ນຜົນສຳເລັດໃນການປ້ອງກັນແລະຄວບຄຸມການລະບາດໂຄວິດ -19 ແລະການພັດທະນາເສດຖະກິດ - ສັງຄົມ, ປະ​ຕິ​ບັດ​ບົດ​ບາດ​ເປັນປະທານອາຊຽນໃນປີ 2020 ໄດ້​ເປັນ​ຢ່າງ​ດີ, ເຊິ່ງໄດ້ຮັບການຕີລາຄາສູງຈາກປະຊາຄົມໂລກ ແລະ ພາກພື້ນ. ຝ່າຍມຽນ​ມາກໍ່ໄດ້ຕີ​ລາ​ຄາ​ສູງເລື່ອງ ຫວຽດນາມໄດ້ຕັ້ງ​ໜ້າ​ຮ່ວມ​ມື, ໜູນ​ຊ່ວຍ​ມຽນ​ມາ ໃນ​ການຄວບຄຸມໂລ​ກ​ລະ​ບາດ ໂຄວິດ - 19.

ຮອງລັດຖະມົນຕີທັງສອງກໍ່ໄດ້ເນັ້ນໜັກວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ, ນຳການພົວພັນການພັດທະນາຂຶ້ນສູ່ລະດັບສູງໃໝ່, ເໝາະສົມກັບຄວາມສາມາດບົ່ມຊ້ອນການຮ່ວມມື ແລະ ຄວາມປາດຖະໜາຂອງຜູ້ນຳ ແລະ ປະຊາຊົນສອງປະເທດ. ຕາມນັ້ນແລ້ວ, ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ບັນດາການຢ້ຽມຢາມຂັ້ນສູງ, ບັນດາກອງປະຊຸມແລະກົນໄກການຮ່ວມມືທີ່ສຳຄັນ, ໃນນັ້ນມີກອງປະຊຸມຄະນະລັດຖະມົນຕີຮ່ວມຄັ້ງທີ 10; ສືບຕໍ່ປະສານສົມທົບກັບບັນດາກະຊວງ, ຂະແໜງການເພື່ອສົ່ງເສີມການຈັດຕັ້ງປະຕິບັດແຜນງານປະຕິບັດງານໃຫ້ມີປະສິດທິຜົນເພື່ອຈັດຕັ້ງປະຕິບັດການຮ່ວມມືຮອບດ້ານໃນໄລ​ຍະ 2019-2024; ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ໃນນັ້ນສຸມໃສ່ການຮ່ວມມືທາງດ້ານຄົມມະນາຄົມ, ກະສິກຳ, ການຜະລິດສິນຄ້າອຸປະໂພກບໍລິໂພກ/ຜະລິດຕະພັນກະເສດເພື່ອການສົ່ງອອກ, ການຮ່ວມມືໃນການພັດທະນເສັ້ນ​ທາງ​ຂຶ້ນ​ກັບແລວເສດຖະກິດຕາເວັນອອກ - ຕາເວັນຕົກ ແລະ ແລວທາງເສດຖະກິດແຄມຝັ່ງທະເລ; ການຮ່ວມມືດ້ານການທ່ອງທ່ຽວແລະການສຶກສາ.

ກ່ຽວກັບການຮ່ວມມືໃນພາກພື້ນແລະສາກົນ, ສອງຝ່າຍເຫັນດີສືບຕໍ່ປະສານສົມທົບຫຼັກ​ໝັ້ນ ແລະ ສະໜັບສະໜູນ ເຊິ່ງກັນແລະກັນ ໃນຂອບເວທີປາໄສຫຼາຍຝ່າຍ, ໂດຍສະເພາະໃນຂອບການຮ່ວມມືຂອງອາຊຽນ ແລະ ສະຫະປະຊາຊາດ. ສອງຝ່າຍຍັງໄດ້ແລກປ່ຽນ ແລະ ແບ່ງ​ປັນຄຳຄິດຄຳເຫັນກ່ຽວກັບຫຼາຍບັນຫາພາກພື້ນແລະສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນລວມທັງສະພາບການພາກພື້ນ, ການພົວພັນລະຫວ່າງບັນດາປະເທດໃຫຍ່, ບັນຫາທະເລຕາເວັນອອກ…; ເຫັນດີເປັນ​ເອ​ຫະ​ພາບ​ພ້ອມ​ກັນຮ່ວມມື ແລະ ປະສານງານກັນຢ່າງໃກ້ຊິດໃນຂອບສອງຝ່າຍແລະຫຼາຍຝ່າຍ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບແລະການພັດທະນາໃນພາກພື້ນ.

ສອງຝ່າຍເຫັນດີຈະຈັດການປຶກສາຫາລືດ້ານການເມືອງຄັ້ງທີ 10 ໃນປີ 2021.

ຫວຽດ​ນາມ​​ໜູນ​ຊ່ວຍ ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ ໂລກ​ລະ​ບາດ​ໂຄ​ວິດ - 19 ໃຫ້​ແກ່ມຽນ​ມາ

ຍ​ສ​ໝ - ນີ້​ແມ່​ນ​ບັ້ນ​ສະ​ໜັບ​ສະ​ໜູນ​ທີ 4 ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຫວຽດ​ນາມ​ໃຫ້​ແກ່​ມຽນ​ມາ, ໂດຍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່, ການ​ແບ່ງ​ປັນ, ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫຼືອ​ມຽນ​ມ​າ​ໃນ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19, ປະ​ກອບ​ສ່ວນ​ເຂົ້າ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ ສອງ​ປະ​ເທດໃນ​ຕະຫຼອດ​ໄລ​ຍະ​ທີ່​ຜ່ານ​ມາ.

ພະຍາດ COVID-19: ນຳສົ່ງພົນລະເມືອງຫວຽດນາມ ຫຼາຍກວ່າ 690 ຄົນ ຈາກອັງໂກລາ ແລະ ມຽນມາ ກັບຄືນປະເທດຢ່າງປອດໄພ

ຍສໝ - ໃນວັນທີ 12 ທັນວາ, ບັນດາອົງການຕາງໜ້າຫວຽດນາມ ຢູ່ມຽນມາ ແລະ ອັງໂກລາ ໄດ້ຮ່ວມມືຈັດຕັ້ງການບິນ ໄດ້ຮ່ວມມືກັບ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງຫວຽດນາມ ຈຳນວນກວ່າ 690 ຄົນ ໄດ້ກັບບ້ານຢ່າງປອດໄພ.

ກອງປະຊຸມສຸດຍອດຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 10

ຍສໝ - ຜູ້ນຳກຳປູເຈຍ, ລາວ ແລະ ມຽນມາ ໄດ້ສະແດງຄວາມຂອບໃຈປະເທດຫວຽດນາມ ທີ່ໄດ້ໃຫ້ທຶນການສຶກສາປະຈຳປີ ໃຫ້ແກ່ນັກສຶກສາຈາກ 3 ປະເທດ ແລະ ປາດຖະໜາວ່າ ຫວຽດນາມຈະສືບຕໍ່ຈັດຕັ້ງປະຕິບັດໂຄງການໃຫ້ທຶນການສຶກສານີ້ ໃນຊຸມປີຕໍ່ໜ້າ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.