ຫວຽດ​ນາມ​​ໜູນ​ຊ່ວຍ ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ ໂລກ​ລະ​ບາດ​ໂຄ​ວິດ - 19 ໃຫ້​ແກ່ມຽນ​ມາ

09:37 | 15/12/2020

ຍ​ສ​ໝ - ນີ້​ແມ່​ນ​ບັ້ນ​ສະ​ໜັບ​ສະ​ໜູນ​ທີ 4 ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຫວຽດ​ນາມ​ໃຫ້​ແກ່​ມຽນ​ມາ, ໂດຍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່, ການ​ແບ່ງ​ປັນ, ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫຼືອ​ມຽນ​ມ​າ​ໃນ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19, ປະ​ກອບ​ສ່ວນ​ເຂົ້າ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ ສອງ​ປະ​ເທດໃນ​ຕະຫຼອດ​ໄລ​ຍະ​ທີ່​ຜ່ານ​ມາ.

ຫວຽດ​ນາມ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ໃຊູ້​ຄວາມ​ຮຸນ​ແຮງ​ຢູ່ ​ສາ​ທາລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ກົງ​ໂກ
ສັບ​ປະ​ດາ​ວາງ​ສະ​ແດງ​ພາບ​ຖ່າຍ​ສະ​ເຫຼີມ​ສະຫຼອງ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ​ຢູ່ Yogyakarta ຄົບ​ຮອບ 65 ປີ
ຫວຽດ​ນາມ​​ໜູນ​ຊ່ວຍ ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ ໂລກ​ລະ​ບາດ​ໂຄ​ວິດ - 19 ໃຫ້​ແກ່ມຽນ​ມາ
ທ່ານ ລິ້ກວ໊ກຕວັນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມຽນມາ ມອບຈຳນວນຂອງຂວັນສະໜັບສະໜູນດັ່ງກ່າວ ໃຫ້ຜູ້ຕາງໜ້າອຳນາດການປົກຄອງເຂດ Mandalay (ພາບ: TTXVN)

ຫວ່າງແລ້ວນີ້, ນະຄອນ ດ່ານັ້ງ ແລະ ພົນລະເມືອງ ຫວຽດນາມ ໄດ້ສົ່ງໄປຍັງ ມຽນມາ ຜ້າອັດປາກ - ດັງ 35.000 ອັນ ເພື່ອໜູນຊ່ວຍໃຫ້ປະຊາຊົນ ເຂດ Mandalay, ໃນສະພາບການໂລກລະບາດ ໂຄວິດ - 19 ຍັງມີການຜັນແປຢ່າງສັບສົນຢູ່ປະເທດນີ້.

ທ່ານ ລິ້ກວ໊ກຕວັນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມຽນມາ ມອບຈຳນວນຂອງຂວັນສະໜັບສະໜູນດັ່ງກ່າວ ໃຫ້ຜູ້ຕາງໜ້າອຳນາດການປົກຄອງເຂດ Mandalay ຢູ່ສະໜາມບິນສາກົນ Yangon ໃນວັນທີ 12 ທັນວາ ທີ່ຜ່ານມາ.

ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານ ເອກອັກຄະລັດຖະທູດ ລິ້ກວ໊ກຕວັນ ເນັ້ນໜັກວ່າ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ ຄິດເຖິງເພື່ອນມິດ ໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດ ແລະ ທ່ານກໍ່ສະແດງຄວາມຫວັງວ່າ ອຳນາດການປົກຄອງ ແລະ ປະຊາຊົນເຂດ Mandalay ຈະຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍຈາກໂລກລະບາດໂຄວິດ - 19 ໂດຍໄວ.

ສ່ວນທ່ານ U Zaw Lin ຜູ້ຕາງໜ້າອຳນາດການປົກຄອງເຂດ Mandalay ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ພິເສດແມ່ນນະຄອນ ດ່ານັ້ງ ເຊິ່ງໄດ້ປະກອບສ່ວນຢ່າງແທດຈິງ ໃນໄລຍະທີ່ ປະຊາຊົນ ມຽນມາ ເວົ້າລວມ ແລະ ປະຊາຊົນເຂດ Mandaly ເວົ້າສະເພາະ ພວມປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຢ່າງທັນການ.

ນີ້​ແມ່​ນ​ບັ້ນ​ສະ​ໜັບ​ສະ​ໜູນ​ທີ 4 ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຫວຽດ​ນາມ​ໃຫ້​ແກ່​ມຽນ​ມາ, ໂດຍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່, ການ​ແບ່ງ​ປັນ, ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫຼືອ​ມຽນ​ມ​າ​ໃນ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19, ປະ​ກອບ​ສ່ວນ​ເຂົ້າ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ ສອງ​ປະ​ເທດໃນ​ຕະຫຼອດ​ໄລ​ຍະ​ທີ່​ຜ່ານ​ມາ.

ຕາມ​ຕົວ​ເລກ​ຂອງ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ມຽນ​ມາ, ໃນ​ບັ້ນ​ສະ​ໜັບ​ສະ​ໜູນ​ກ່ອນ, ລັດ​ຖະ​ບານ​ໄດ້​ມອບມຽນ​ມາ​ເງິນ​ເກືອບ 100.000 USD, ຜ້າ​ອັດ​ປາກ - ດັງ 160.00 ອັນ, ຢາ​ຂ້າ​ເຊື້ອ ແລະ ອຸ​ປະ​ກອນ​ການ​ແພດ​ຄື​ເຄື່ອງວັດ​ແທກ​ອຸນ​ຫະ​ພູມ​ຮ່າງ​ກາຍ…

ອ​າ​ຊຽນ 2020: ມຽນ​ມາ ຕີ​ລາ​ຄາ​ສູງ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ ຂອງ ຫວຽດ​ນາມ

ຫວຽດນາມ ໄດ້ນຳໜ້າໃນການປະສານບັນດາຄວາມມານະພະຍາຍາມຮັບມືກັບໂລກລະບາດໂຄວິດ - 19 ຂອງ ອາຊຽນ ດ້ວຍການຊຸກຍູ້ຮັບຮອງເອົາບັນດາຂໍ້ລິເລີ່ມຕົ້ນຕໍ.

ທີ່ປຶກສາແຫ່ງລັດ ມຽນມາ ໄດ້ສົ່ງສານຢື້​ຢາມ​ຖາມ​ຂ່າວກ່ຽວ​ກັບ​ໄພ​ນ້ຳ​ຖ້ວມຢູ່​ພາກ​ກາງ ຫວຽດ​ນາມ

ທ່ານນາງ Aung San Suu Kyi ໄດ້ສະແດງຄວາມເຂົ້າອົກເຂົ້າໃຈ ແລະ ຝາກຄຳຢື້ຢາມຖາມຂ່າວມາຍັງລັດຖະບານ ແລະ ປະຊາຊົນຢູ່ເຂດຖືກຜົນເສຍຫາຍ ຍ້ອນໄພນ້ຳຖ້ວມ ແລະ ດິນເຊາະເຈື່ອນ, ພ້ອມທັງເຊື່ອໝັ້ນວ່າ ດ້ວຍຈິດໃຈອົງອາດກ້າແກ່ນ ແລະ ຄວາມສາມັກຄີຂອງປະຊາຊົນ ຫວຽດນາມ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຈະຜ່ານຜ່າບັນດາສິ່ງທ້າທາຍ ຍ້ອນໄພທຳມະຊາດກໍ່ຂຶ້ນໂດຍໄວ.

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ ກຳ​ປູ​ເຈຍ - ລາວ - ມຽນ​ມາ - ຫວຽດ​ນ​າມ ​ຄັ້ງ​ທີ 12

ຍສໝ - ວັນທີ 24 ສິງຫາ, ກອງປະຊຸມລັດຖະມົນຕີເສດຖະກິດ ບັນດາປະເທດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 12 (CLMV EMM 12) ໄດ້ຈັດຂຶ້ນຕາມຮູບການທາງອອນລາຍ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.