ສານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ເນື່ອງ​ໃນ​ໂອ​ກາດ​ວັນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາ​ດ​ສາ​ກົນ

20:38 | 27/12/2020

ຍສໝ - ຫວຽດນາມ ເຊື່ອໝັ້ນວ່າ, ປະຊາຄົມສາກົນ ຈະເສີມຂະຫຍາຍເຈດຈຳນົງ ແລະ ກຳລັງແຮງຂອງປະຊາຊົນແຕ່ລະປະເທດ ກໍຄືຄວາມສາມັກຄີ, ການຮ່ວມມືສາກົນຢ່າງແຮງ ເພື່ອພ້ອມກັນຜ່ານຜ່າສິ່ງທ້າທາຍ ແລະ ສ້າງອະນາຄົດອັນດີງາມກວ່າໃຫ້ແຕ່ລະປະເທດ ແລະ ປະຊາຊົນແຕ່ລະຄົນ.

ສານ ຂອງ ທ ານ ນາ ຍ ກ ລ ດ ຖະ ມ ນ ຕ ຫວຽດນາມ ຫງວຽນ ຊວນ ຟ ກ ເນ ອງ ໃນ ໂອ ກາດ ວ ນ ປ ອງ ກ ນ ສະ ກ ດ ກ ນ ໂລກ ລະ ບາ ດ ສາ ກ ນ ສະ​ໜາມ​ບິນ​ເຕິນ​ເຊີນ​ເຍິດນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຮັບ​ໃບ​ຢັ້ງ​ຢືນ​ສາ​ກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ​, ສະ​ກັດ​ກັ້​ນ​ໂລກ​ລະ​ບາດ​ໂຄວິດ - 19 ລະ​ດັບ​ສາ​ກົນ
ສານ ຂອງ ທ ານ ນາ ຍ ກ ລ ດ ຖະ ມ ນ ຕ ຫວຽດນາມ ຫງວຽນ ຊວນ ຟ ກ ເນ ອງ ໃນ ໂອ ກາດ ວ ນ ປ ອງ ກ ນ ສະ ກ ດ ກ ນ ໂລກ ລະ ບາ ດ ສາ ກ ນ ລາວ​ສືບ​ຕໍ່​ຈຳ​ກັດ​ບໍ​ລິ​ເວນ​ເຂດ​ເສດ​ຖະ​ກິ​ດ​ພິ​ເສດ​ສາມ​ລ່ຽມ​ຄຳ​ເພື່ອ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19
ສານ ຂອງ ທ ານ ນາ ຍ ກ ລ ດ ຖະ ມ ນ ຕ ຫວຽດນາມ ຫງວຽນ ຊວນ ຟ ກ ເນ ອງ ໃນ ໂອ ກາດ ວ ນ ປ ອງ ກ ນ ສະ ກ ດ ກ ນ ໂລກ ລະ ບາ ດ ສາ ກ ນ
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ. ພາບ: ກວາງຮຽວ.

ຕາມຂໍ້ລິເລີ່ມຂອງຫວຽດນາມ, ຫວ່າງແລ້ວນີ້, ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ຮັບຮອງເອົາ ມະຕິວ່າດ້ວຍການຕົກລົງຖືເອົາວັນທີ 27 ທັນວາ ຂອງທຸກໆປີ ເປັນວັນປ້ອງກັນ, ສະກັດກັ້ນໂລກລະບາດສາກົນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ບັນດາປະເທດ, ອົງການຈັດຕັ້ງ, ສ່ວນບຸກຄົນ ຈົ່ງຕອບສະໜອງ ແລະ ຜັນຂະຫຍາຍມະຕິກ່ຽວກັບວັນປ້ອງກັນ, ສະກັດກັ້ນໂລກລະບາດຢ່າງສຸດໃຈ ແລະ ມີປະສິດທິຜົນ. ວາລະສານຍຸກສະໄໝ ຂໍແນະນໍາເນື້ອໃນສານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຄືດັ່ງຕໍ່ໄປນີ້:

ບົນເນື້ອໃນຈິດໃຈສະເຫຼີມສະຫຼອງວັນປ້ອງກັນ, ຕ້ານໂລກລະບາດສາກົນ 27-12 ໃນປີທໍາອິດ, ຂ້າພະເຈົ້າ ຮຽກຮ້ອງໃຫ້ບັນດາປະເທດ, ອົງການຈັດຕັ້ງ ແລະສ່ວນບຸກຄົນ ຕອບສະໜອງຢ່າງສຸດໃຈ ແລະຜັນຂະຫຍາຍການປະຕິບັດມະຕິສະບັບນີ້ໃຫ້ມີປະສິດທິຜົນ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງເນື້ອໃນດັ່ງລຸ່ມນີ້:

ທີໜຶ່ງ, ເພີ່ມທະວີການສົມທົບນະໂຍບາຍ, ສາມັກຄີກັນກະທໍາ ແລະຍົກສູງການຮ່ວມມືສາກົນກໍ່ຄືຄວາມມານະພະຍາຍາມຂອງລະບອບລະບຽບການຫຼາຍຝ່າຍໃນການບໍລິຫານທົ່ວໂລກ, ໂດຍອົງການ ສະຫະປະຊາຊາດ ມີບົດບາດໃຈກາງ, ເພື່ອແນໃສ່ຍູ້ຖອຍພະຍາດໂຄວິດ-19, ປ້ອງກັນ, ຕ້ານໂລກລະບາດປະເພດຕ່າງໆຢ່າງມີປະສິດທິຜົນ.

ທີສອງ, ຖືຜົນປະໂຫຍດຂອງປະຊາຊົນເປັນໃຈກາງໃຫ້ແກ່ທຸກນະໂຍບາຍ ແລະການກະທໍາ, ໃຫ້ບຸລິມະສິດແຖວໜ້າແມ່ນປ້ອງກັນສຸຂະພາບ, ປົກປ້ອງຊີວິດຂອງປະຊາຊົນ. ກ່ອນອື່ນໝົດແມ່ນຕ້ອງຮັບປະກັນໃຫ້ປະຊາຊົນຢູ່ທຸກປະເທດ ແລະເຂດແຄວ້ນ ລ້ວນແຕ່ໄດ້ສຳຜັດກັບວັກຊິນ ແລະຢາປົວພະຍາດໂຄວິດ-19 ດ້ວຍລາຄາທີ່ເໝາະສົມ.

ທີສາມ, ເປັນເຈົ້າການຮັບມືໃນໄລຍະ “ປົກກະຕິໃໝ່”, ຜັນຂະຫຍາຍມາດຕະການຮັບປະກັນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງຄົບຊຸດ ແລະກົມກຽວໄປຄຽງຄູ່ກັບການຟື້ນຟູເສດຖະກິດ, ຫັນການຄ້າ ແລະການລົງທຶນຜ່ານແດນໃຫ້ເປັນອັນສະດວກ, ຮັກສາລະບົບຕ່ອງໂສ້ການສະໜອງ, ໂດຍສະເພາະແມ່ນປະເພດສິນຄ້າທີ່ຈໍາເປັນ, ສະບຽງອາຫານ, ອຸປະກອນການແພດ...

ຫວຽດນາມ ເຊື່ອໝັ້ນວ່າ, ປະຊາຄົມສາກົນ ຈະເສີມຂະຫຍາຍເຈດຈຳນົງ ແລະ ກຳລັງແຮງຂອງປະຊາຊົນແຕ່ລະປະເທດ ກໍຄືຄວາມສາມັກຄີ, ການຮ່ວມມືສາກົນຢ່າງແຮງ ເພື່ອພ້ອມກັນຜ່ານຜ່າສິ່ງທ້າທາຍ ແລະ ສ້າງອະນາຄົດອັນດີງາມກວ່າໃຫ້ແຕ່ລະປະເທດ ແລະ ປະຊາຊົນແຕ່ລະຄົນ. ຫວຽດນາມ ຍາມໃດກໍພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນວິວັດການອັນສູງສົ່ງນີ້.

ສານ ຂອງ ທ ານ ນາ ຍ ກ ລ ດ ຖະ ມ ນ ຕ ຫວຽດນາມ ຫງວຽນ ຊວນ ຟ ກ ເນ ອງ ໃນ ໂອ ກາດ ວ ນ ປ ອງ ກ ນ ສະ ກ ດ ກ ນ ໂລກ ລະ ບາ ດ ສາ ກ ນ ບົດ​ບາດ​ຂອງ ຫວຽດ​ນາມ​ໃນ​ເວ​ທີ​ສາ​ກົນ ນັບ​ມື້​ນັບ​ເພີ່ມ​ຂຶ້ນ

ຍ​ສ​ໝ - ຫວຽດ​ນາມ​ຮັກ​ສາ​ນະ​ໂຍ​ບາຍ​ທາງ​ການ​ທູດ ສັນ​ຕິ​ພາບ, ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ພ້ອມ​ແລ້ວ​ທີ່​ຈະ​ເປັນ​ເພື່ອນ​ມິດ ແລະ ຄູ່​ຮ່ວມ​ມື​ທີ່​ເປັນ​ໜ້າ​ໄວ້​ວາງ​ໃຈ​ຂອງ​ບັນ​ດາ​ປະ​ເທດ​ທັງ​ໝົດ​ໃນ​ປະ​ຊາ​ຄົມ​ສາ​ກົນ, ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ​ມີ​ການ​ພົວ​ພັນ​ທີ່​ອົບ​ອຸນ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ປັບ​ປຸງ, ພັດ​ທະ​ນາ​ການ​ພົວ​ພັນ​ອັນ​ດີ​ງາມ​ຂອງ​ກັນ.

ສານ ຂອງ ທ ານ ນາ ຍ ກ ລ ດ ຖະ ມ ນ ຕ ຫວຽດນາມ ຫງວຽນ ຊວນ ຟ ກ ເນ ອງ ໃນ ໂອ ກາດ ວ ນ ປ ອງ ກ ນ ສະ ກ ດ ກ ນ ໂລກ ລະ ບາ ດ ສາ ກ ນ ສື່ມວນ​ຊົນ ເຢຍ​ລະ​ມັນ​ຕີ​ລາ​ຄາ​ສູງ​ການ​ຮັບ​ມື​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ

ຍ​ສ​ໝ - ອົງ​ການ​ການ​ຄ້າ ແລະ ​ການລົງ​ທຶນ ເຢຍ​ລະ​ມັນ (GTAI) ໃຫ້​ຮູ້​ວ່າ ການ​ເຕີ​ບ​ໂຕພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ​ບັນ​ລຸ​ລະ​ດັບ​ເປັນ​ບວກ 2,1% ໄລ່​​ຕາມ​ມູ​ນ​ຄ່າ​ຄວາມ​ຈິງ​ໃນ 3 ໄຕ​ມາດ ຂອງ​ປີ 2020 ເມື່ອ​ທຽບ​ໄສ່​ກັບ​ໄລ​ຍະ​ດ​ຽວ​ກັ​ນ​ຂອງ ປີ 2019 .

ສານ ຂອງ ທ ານ ນາ ຍ ກ ລ ດ ຖະ ມ ນ ຕ ຫວຽດນາມ ຫງວຽນ ຊວນ ຟ ກ ເນ ອງ ໃນ ໂອ ກາດ ວ ນ ປ ອງ ກ ນ ສະ ກ ດ ກ ນ ໂລກ ລະ ບາ ດ ສາ ກ ນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ ອາ​ຊຽນ ຊອກ​ຮູ້​ໂອ​ກາດ​ລົງ​ທຶນ ຢູ່ ເຂດ​ເສດ​ຖະ​ກິດ​ພິ​ເສດ ສະ​ຫວັນ - ເຊ​ໂນ, ສ​ປ​ປ.ລາວ

ຄະນະເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ປະຈຳ ລາວ ຫາກໍມີການຢ້ຽມຢາມ ແລະ ຊອກຮູ້ໂອກາດລົງທຶນ, ຄວາມສາມາດໃນການເຊື່ອມຕໍ່ໃນຂົງເຂດ logistic ຢູ່ເຂດເສດຖະກິດພິເສດ ສະຫວັນ - ເຊໂນ, ແຂວງ ສະຫວັນນະເຂດ, ພາກກາງຂອງ ລາວ.

ໄຊພອນ

ເຫດການ
302 Found

Found

The document has moved here.