ສະ​ຖານ​ທູດ ລັດ​ເຊຍ ປະ​ຈຳ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ເງິນເປັນ​ຈຳ​ນວນ 40 ລ້ານ​ໃຫ້​ແກ່​ບັນ​ດາ​ແຂວງ​ທາງ​ພາ​​ກກາງ, ໄຕ​ງວຽນ

16:37 | 25/12/2020

ຍ​ສ​ໝ - ທ່ານເຈິ່ນ​ແທັງ​ເໝິນ​ກໍ່​ສະ​ແດງ​ຄວາມຫວັງວ່າ ໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ Konstantin Vnukov ຈະສ​ືບ​ຕໍ່ເປັນຂົວຕໍ່ທີ່ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຫວຽດນາມ - ລັດເຊຍໃຫ້ນັບມື້ນັບພັດທະນາ.

ສະ ຖານ ທ ດ ລ ດ ເຊຍ ປະ ຈຳ ຫວຽດ ນາມ ສະ ໜ ບ ສະ ໜ ນ ເງ ນເປ ນ ຈຳ ນວນ 40 ລ ານ ໃຫ ແກ ບ ນ ດາ ແຂວງ ທາງ ພາ ກກາງ ໄຕ ງວຽນ ບົດ​ບາດ​ຂອງ ຫວຽດ​ນາມ​ໃນ​ເວ​ທີ​ສາ​ກົນ ນັບ​ມື້​ນັບ​ເພີ່ມ​ຂຶ້ນ
ສະ ຖານ ທ ດ ລ ດ ເຊຍ ປະ ຈຳ ຫວຽດ ນາມ ສະ ໜ ບ ສະ ໜ ນ ເງ ນເປ ນ ຈຳ ນວນ 40 ລ ານ ໃຫ ແກ ບ ນ ດາ ແຂວງ ທາງ ພາ ກກາງ ໄຕ ງວຽນ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ​ໃຫ້​ການ​ຕ້ອນ​ຮັບ​ທ່ານ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ພັນ ລັດ​ເຊຍ
ສະ ຖານ ທ ດ ລ ດ ເຊຍ ປະ ຈຳ ຫວຽດ ນາມ ສະ ໜ ບ ສະ ໜ ນ ເງ ນເປ ນ ຈຳ ນວນ 40 ລ ານ ໃຫ ແກ ບ ນ ດາ ແຂວງ ທາງ ພາ ກກາງ ໄຕ ງວຽນ
ສະ​ຖານ​ທູດ ລັດ​ເຊຍ ປະ​ຈຳ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ເງິນເປັນ​ຈຳ​ນວນ 40 ລ້ານ​ໃຫ້​ແກ່​ບັນ​ດາ​ແຂວງ​ທາງ​ພາ​​ກກາງ, ໄຕ​ງວຽນ

ຫວ່າງ​ແລ້ວນີ້, ທີ່ຮ່າໂນ້ຍ, ທ່ານ ​ເຈິ່ນ​ແທັງ​ເໝິນ, ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ຕ້ອນຮັບທ່ານ Konstantin Vnukov - ເອກອັກຄະລັດຖະທູດສະຫະພັນລັດເຊຍປະຈຳ ຫວຽດນາມ ເນື່ອງໃນໂອກາດມາ​ເຂົ້າ​ຢ້ຽມ​ອຳ​ລາ ສິ້ນສຸດອາຍຸການປະ​ຕິ​ໜ້າ​ທີ່​ທາງ​ການ​ທູດ ຢູ່ ຫວຽດ​ນາມ ແລະ ມອບເງິນສະ​ໜັ​ບ​ສະ​ໜູນເປັນຈຳນວນ 40 ລ້ານດົ່ງໃຫ້ປະຊາຊົນບັນດາແຂວງພາກກາງ, ໄຕ​ງວຽນ

ໂດຍຢັ້ງຢືນເຖິງສາຍພົວພັນທີ່ມີມາແຕ່ດົນນານລະຫວ່າງຫວຽດນາມແລະສະຫະພັນລັດເຊຍເຊີ່ງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກການນຳຂອງສອງປະເທດ, ທ່ານປະທານປະເທດເຈິ່ນແທັງເໝິນ ໃຫ້ຮູ້ວ່າຈາກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສອງປະເທດໄດ້ບັນລຸ ໝາກຜົນທີ່ດີຫຼາຍຢ່າງ ໃນຂົງເຂດເສດຖະກິດ, ການຄ້າ, ພະລັງງານ, ການປ້ອງກັນຊາດ ແລະ ຄວາມໝັ້ນຄົງ. ໂດຍສະເພາະ ແມ່ນ ການຄ້າສອງສົ້ນໃນປີ 2019 ບັນລຸໄດ້ 4,5 ຕື້ໂດລາສະຫະລັດ, ໃນປີ 2020, ເຖິງວ່າຈະມີຜົນກະທົບຈາກໂລກລະບາດ COVID-19ກໍ່​ຕາມ, ແຕ່ການສົ່ງອອກຂອງສອງປະເທດຍັງເພີ່ມຂື້ນ.

ທ່ານເຈິ່ນ​ແທັງ​ເໝິນ​ກໍ່​ສະ​ແດງ​ຄວາມຫວັງວ່າ ໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ Konstantin Vnukov ຈະສ​ືບ​ຕໍ່ເປັນຂົວຕໍ່ທີ່ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຫວຽດນາມ - ລັດເຊຍໃຫ້ນັບມື້ນັບພັດທະນາ.

ທີ່ການພົບປະ, ທ່ານເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈຳ ຫວຽດນາມ Konstantin Vnukov ໄດ້ເນັ້ນໜັກ ວ່າສອງປະເທດຍາມໃດກໍ່ສົ່ງເສີມສາຍພົວພັນທີ່ດີງາມ, ພ້ອມແລ້ວທີ່ຈະແບ່ງປັນ ແລະຊ່ວຍເຫຼືອ ເຊິ່ງກັນແລະກັນເມື່ອປະສົບກັບຄວາມຫຍຸ້ງຍາກ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຜ່ານນ້ຳໃຈຂອງຊາວຫວຽດນາມ​ເຊິ່ງ​ໄດ້ສົ່ງຜ້າ​ອັດ​ປາກ ແລະ ຢາຂ້າເຊື້ອໃຫ້​ປະຊາຊົນລັດເຊຍ ໃນໄລຍະເກີດໂລກລະບາດ COVID-19 ແລະ ສະຫະພັນລັດເຊຍກໍ່ໄດ້ສະໜອງຊຸດ Kit ແລະ ສົ່ງຖັນແຖວ​ແພດ​ໝໍ​ມາ​ຍັງ ເພື່ອສຶກສາວິ​ທີ​ການປິ່ນປົວໂລກລະບາດ Covid - 19.

ເນື່ອງ​ໃນ​ໂອ​ກາດນີ້, ທ່ານ Konstantin Vnukov ກໍ່​ໄດ້​ສົ່ງ​ເງິນ​ເປັນ​ຈຳ​ນວນ 40 ລ້ານ​ດົ່ງ ເພື່ອ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ພາກ​ກາງ, ໄຕ​ງວຽນ​ໃນ​ເຫດ​ພາ​ຍຸ​ນ້ຳ​ຖ້ວມ​ທີ່​ຜ່ານ​ມາ, ທ່ານ Konstantin Vnukov ປາດ​ຖະ​ໜາ​ວ່າ​ດ້ວຍ​ຈຳ​ນວນ​ເງິນນີ້​ຈະ​ປະ​ກອບ​ສ່ວນ​ຕໍ່​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ພັກ, ລັດ ແລະ ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ​ໜູນ​ຊ່ວຍ​ນຳ​ຊີ​ວິດ​ການ​ເປັນ​ຢູ່​ຂອງ ພໍ່​ແມ່​ປະ​ຊາ​ຊ​ົນກັບ​ຄືນ​ສູ່​ສະ​ພາບ​ທີ່​ເປັນ​ປົກ​ກະ​ຕິ​ໂດຍ​ໄວ.

ສະ ຖານ ທ ດ ລ ດ ເຊຍ ປະ ຈຳ ຫວຽດ ນາມ ສະ ໜ ບ ສະ ໜ ນ ເງ ນເປ ນ ຈຳ ນວນ 40 ລ ານ ໃຫ ແກ ບ ນ ດາ ແຂວງ ທາງ ພາ ກກາງ ໄຕ ງວຽນ ບົດ​ບາດ​ຂອງ ຫວຽດ​ນາມ​ໃນ​ເວ​ທີ​ສາ​ກົນ ນັບ​ມື້​ນັບ​ເພີ່ມ​ຂຶ້ນ

ຍ​ສ​ໝ - ຫວຽດ​ນາມ​ຮັກ​ສາ​ນະ​ໂຍ​ບາຍ​ທາງ​ການ​ທູດ ສັນ​ຕິ​ພາບ, ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ພ້ອມ​ແລ້ວ​ທີ່​ຈະ​ເປັນ​ເພື່ອນ​ມິດ ແລະ ຄູ່​ຮ່ວມ​ມື​ທີ່​ເປັນ​ໜ້າ​ໄວ້​ວາງ​ໃຈ​ຂອງ​ບັນ​ດາ​ປະ​ເທດ​ທັງ​ໝົດ​ໃນ​ປະ​ຊາ​ຄົມ​ສາ​ກົນ, ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ​ມີ​ການ​ພົວ​ພັນ​ທີ່​ອົບ​ອຸນ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ປັບ​ປຸງ, ພັດ​ທະ​ນາ​ການ​ພົວ​ພັນ​ອັນ​ດີ​ງາມ​ຂອງ​ກັນ.

ສະ ຖານ ທ ດ ລ ດ ເຊຍ ປະ ຈຳ ຫວຽດ ນາມ ສະ ໜ ບ ສະ ໜ ນ ເງ ນເປ ນ ຈຳ ນວນ 40 ລ ານ ໃຫ ແກ ບ ນ ດາ ແຂວງ ທາງ ພາ ກກາງ ໄຕ ງວຽນ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ​ໃຫ້​ການ​ຕ້ອນ​ຮັບ​ທ່ານ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ພັນ ລັດ​ເຊຍ

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັ​ບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ອວຍ​ພອ​ນ​ທ່ານ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ ​ໃນ​ອາ​ຍຸ​ການ​ປະ​ຕິ​ບັດງານ​ຂອງ​ຕົນ​ເອງ, ທ່ານ​ກໍ່​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ໃນ​ການ​ປັບ​ປຸງ ແລະ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ.

ສະ ຖານ ທ ດ ລ ດ ເຊຍ ປະ ຈຳ ຫວຽດ ນາມ ສະ ໜ ບ ສະ ໜ ນ ເງ ນເປ ນ ຈຳ ນວນ 40 ລ ານ ໃຫ ແກ ບ ນ ດາ ແຂວງ ທາງ ພາ ກກາງ ໄຕ ງວຽນ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ມີ​ການ​ເຮັດ​ວຽກ​ກັບທ່ານຮອງນາຍົກລັດຖະມົນຕີ ສະຫະພັນລັດເຊຍ D.N. Chernushenko

ຍ​ສ​ໝ - ຮອງນາຍົກລັດຖະມົນຕີສອງທ່ານໄດ້ໃຫ້ຂໍ້ສັງເກດວ່າ: ເຖິງວ່າໄດ້ຮັບຜົນກະທົບຫຼາຍພໍສົມຄວນຈາກໂລກລະບາດ ໂຄວິດ - 19 ກໍ່ຕາມ, ແຕ່ການແລກປ່ຽນການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍໃນ 9 ເດືອນຕົ້ນປີ 2020 ມີສັນຍານຟື້ນຟູຢ່າງຕັ້ງໜ້າ ແລະ ບັນລຸໄດ້ລະດັບ 4,1 ຕື້ USD (ເພີ່ມຂຶ້ນ 13%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019).

ບຸນ​ຄົງ

ເຫດການ
302 Found

Found

The document has moved here.