ລົງ​ນາມ​ການ​ຮ່ວມ​ມື​ລະ​ຫວ່າງ ​ຫວຽດ​ນາມ ກັບ ກຳ​ປູ​ເຈຍ ກ່ຽວ​ກັບ​ການຊອກ​ຫາ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ນັກ​ຮົບ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊາ

11:58 | 27/12/2020

ຍ​ສ​ໝ - ທ່ານ​ພັນ​ເອກ ດ່າມ​ກຽນ​ທຶ໊ກ, ຜູ້​ບັນ​ຊາ​ການ​ກອງ​ບັນ​ຊາ​ການ​ທະ​ຫານ, ຮອງ​ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ຄະ​ນະ​ສະ​ເພາະ​ກິດ​ແຂວງ ກຽນ​ຢາງ​ໃຫ້​ຮູ້​ວ່າ: ນັບ​ແຕ່​ເວ​ລາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ລະ​ຫວ່າງ ສອງ​ລັດ​ຖະ​ບານ ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ ແລະ ລັດ​ຖະ​ບານລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ໄດ້​ລົງ​ນາມ​ໃນ​ວັນ​ທີ 28 ສິງ​ຫາ 2020 ຢູ່​ນະ​ຄອນຫຼວງ Phnom Penh, ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ມາ​ຮອດ​ປັດ​ຈຸ​ບັນ, ກອງ K92, ກອງ​ບັນ​ຊາ​ການ​ທະ​ຫານ ແຂວງກ​ຽນ​ຢາງ ໄດ້​ຊອກ​ຫາ, ທ້ອນ​ໂຮມ ແລະ ນຳ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ກັບ​ຄືນ​ປະ​ເທດ 2060 ຊຸກ.

​ແຜນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລວມ ຂອງ 3 ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ
ນະ​ຄອ​ນ​ໂຮ່​ຈີ​ມິນ​ຍ້ອງຍໍ​ສັນ​ລະ​ເສີນ ນັກ​ສຶກ​ສາ​ລາວ - ກຳ​ປູ​ເຈຍ ດີ​ເດັ່ນ122 ຄົນ​ໃນ​ປີ 2020
ລົງ​ນາມ​ການ​ຮ່ວມ​ມື​ລະ​ຫວ່າງ ​ຫວຽດ​ນາມ ກັບ ກຳ​ປູ​ເຈຍ ກ່ຽວ​ກັບ​ການຊອກ​ຫາ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ນັກ​ຮົບ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊາ
ພິ​ທີລົງ​ນາມ​ການ​ຮ່ວມ​ມື​ລະ​ຫວ່າງ ​ຫວຽດ​ນາມ ກັບ ກຳ​ປູ​ເຈຍ ກ່ຽວ​ກັບ​ການຊອກ​ຫາ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ນັກ​ຮົບ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ (ພາບ: laodong.vn)

ວັນ​ທີ 25 ທັນ​ວາ ຢູ່​ນະ​ຄອນ ຮ່າ​ຕຽນ, ແຂວງ​ກຽນ​ຢາງ, ຄະ​ນະ​ພະ​ນັກ​ງ​ງານ ຄະ​ນະ​ສະ​ເພາະ​ກິດ​ປະ​ຕິ​ບັດ​ໜ້າ​ທີ່​ໂຮມ​ອັດ​ຖິ​ທະ​ຫານ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ນັກ​ຮົບ​ອາ​ສາ​ສະ​ໝັກ ຫວຽດ​ນາມ ຢູ່​ແຂວງ​ກຽນ​ຢາງ ໄດ້​ຈັດ​ພິ​ທີ​ລົງ​ນາມ​ການ​ຮ່ວມ​ມື​ຊອກ​ຫາ, ຄົ້ນ​ພົ​ບ ແລະ ນຳ​ອັດ​ຖິ​ທະ​ຫາ​ນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ນັກ​ຮົບ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ ​ເຊິ່ງ​ເສຍ​ສະຫຼະ​ຊີ​ວິ​ດ​ຢູ່​ກຳ​ປູ​ເຈຍ ກັບ​ຄືນ​ບ້ານ​ເກີດ​ເມືອງນອນ.

ຕາມ​ບົດ​ບັນ​ທຶກ​ຂໍ້​ຕົກ​ລົງ, ສອງ​ຝ່າຍ​ໄດ້​ສືບ​ຕໍ່​ຊີ້​ນຳ​ໃຫ້​ແກ່​ບັນ​ດາ​ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່ ແລະ ເພີ່ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນາ​ໄປ​ຍັງ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ ແລະ ປະ​ຊາ​ຊົນ​ທ້ອງ​ຖິ່ນ ເຂົ້າ​ໃຈ​ສົນ​ທິ​ສັນ​ຍາ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ຈາກ ລັດ​ຖະ​ບານ ຫວຽດ​ນາມ - ກຳ​ປູ​ເຈຍ​, ຂົນ​ຂວາຍ​ພະ​ນັກ​ງານ ແລະ ປະ​ຊາ​ຊົນ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ, ປະ​ກາດ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ສຸ້​ສານ, ອັດ​ຖິ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ ທີ່​ເສຍ​ສະຫຼະ​ຊີ​ວິດ ຢູ່​ບັນ​ດາ​ທ້ອງ​ຖິ່ນ. ພ້ອມ​ທັງ ສ້າງ​ເງື່ອນ​ໄຂ​ສະ​ດວກ ໃຫ້​ແກ່ກອງ​ຮ້ອຍ K92, ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ​ກຽນ​ຢາງ ປະ​ຕິ​ບັດ​ໜ້າ​ທີ່ທີ່​ໄດ້​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ ບັນ​ລຸ​ໄດ້​ໝາກ​ຜົນ​ທີ່​ດີ​ໃນ​ບັນ​ດາ​ບໍ​ລິ​ເວນ.

ທ່ານ​ພັນ​ເອກ ດ່າມ​ກຽນ​ທຶ໊ກ, ຜູ້​ບັນ​ຊາ​ການ​ກອງ​ບັນ​ຊາ​ການ​ທະ​ຫານ, ຮອງ​ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ຄະ​ນະ​ສະ​ເພາະ​ກິດ​ແຂວງ ກຽນ​ຢາງ​ໃຫ້​ຮູ້​ວ່າ: ນັບ​ແຕ່​ເວ​ລາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ລະ​ຫວ່າງ ສອງ​ລັດ​ຖະ​ບານ ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ ແລະ ລັດ​ຖະ​ບານລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ໄດ້​ລົງ​ນາມ​ໃນ​ວັນ​ທີ 28 ສິງ​ຫາ 2020 ຢູ່​ນະ​ຄອນຫຼວງ Phnom Penh, ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ມາ​ຮອດ​ປັດ​ຈຸ​ບັນ, ກອງ K92, ກອງ​ບັນ​ຊາ​ການ​ທະ​ຫານ ແຂວງກ​ຽນ​ຢາງ ໄດ້​ຊອກ​ຫາ, ທ້ອນ​ໂຮມ ແລະ ນຳ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ກັບ​ຄືນ​ປະ​ເທດ 2060 ຊຸກ. ໃນ​ໄລ​ຍະ​ລະ​ດູ​ແລ້ງ ປີ 2019 – 2020 ຢູ່​ບັນ​ດາ​ແຂວງ Koh Kong, Preah Shihanuok, Kam Pot, Kep ​ຄົ້ນ​ພົບໄດ້ ອັດ​ຖິ 17 ຊຸດ. ເພື່ອບັນ​ລຸ​ໄດ້​ໝາກ​ຜົນ​ດັ່ງ​ກ່າວ​ແມ່ນ​ຕ້ອງ​ມີ​ການ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ການ​ຊ່ວຍ​ເຫຼືອ​ຈາກ​ການ​ນຳ​ທຸກ​ຂັ້ນ, ອຳ​ນາດ​ການ​ປົກ​ຄອງ, ຄະ​ນະ​ສະ​ເພາະ​ກິດ, ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນ​ບັນ​ດາ​ແຂວງ​ເພີ່ອນ​ມິດ​ໃນ​ການ​ຮັກ​ສານ​ດູ​ແລ​ສຸ້​ສານ, ເກັບ​ໂຮມ, ສະ​ໜອງ​ຂໍ້​ມູນ, ນຳ​ທາງ, ປົກ​ປ້ອງ​ຊ່ວຍ​ເຫຼືອກອງ K92 ຊອກ​ຫາ, ທ້ອນ​ໂຮມ​ອັນ​ຖິ​ນັກ​ຮົບ​ອາ​ສະ​ສ​າ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ ກັບປົງສົບ​ຢູ່ບ້ານ​ເກີດ​ເມືອງນອນ.

​ແຜນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລວມ ຂອງ 3 ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ

ຍ​ສ​ໝ - ແຜນການນີ້ແມ່ນເອກະສານຍຸດທະສາດຂອງເຂດ ທີ່ກ່ຽວຂ້ອງເຖິງການພັດທະນາການທ່ອງທ່ຽວຢູ່ 13 ແຂວງ ໃນເຂດສາມລຽມພັດທະນາ CLV, ລວມມີ 4 ແຂວງຂອງກຳປູເຈຍ, 4 ແຂວງຂອງລາວ ແລະ 5 ແຂວງຂອງຫວຽດນາມ.

ນະ​ຄອ​ນ​ໂຮ່​ຈີ​ມິນ​ຍ້ອງຍໍ​ສັນ​ລະ​ເສີນ ນັກ​ສຶກ​ສາ​ລາວ - ກຳ​ປູ​ເຈຍ ດີ​ເດັ່ນ122 ຄົນ​ໃນ​ປີ 2020

ຍ​ສ​ໝ - ນາມ​ມະ​ຍົດ “ນັກ​ສຶກ​ສາ ລາວ - ກຳ​ປູ​ເຈຍທີ່​ດີ​ເດັ່ນ” ເພື່ອ​ແນ​ໃສ່​ເຊີດ​ຊູ, ຍ້ອງ​ຍໍ​ໃຫ້​ແກ່​ບັນ​ດາ​ຜູ້​ທີ່​ເປັນ​ແບບ​ຢ່າງ​ຂອງ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ​ໃນ​ການ​ຮ່ຳ​ຮຽນ, ຕັ້ງ​ໜ້າເຂົ້າ​ຮ່ວມ ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ບວນ​ການ. ຜ່ານ​ນັ້ນ, ປະ​ກອບ​ສ່ວນເຂົ້າ​ການ​ທະ​ວີ​ຄູນ​ບັນ​ດາ​ແບບ​ຢ່າງ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ​ເພື່ອ​ແນ​ໃສ່​ສ້າງ​ການ​ແຜ່​ຂະ​ຫາຍ​ອອກ​ສູ່​ນັກ​ສຶກ​ສາ​ສອງ​ປະ​ເທດ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ.

ຄະ​ນະ​ພົວ​ພັນ​ການ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ມອບ​ຜ້າ​ອັດ​ປາກ​ດັງ​ໃຫ້ ​30.000 ອັນ ໃຫ້​ແກ່​ກຸ່ມ​ບັນ​ດາ​ສຳ​ນັກ​ງານ​ອົງ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ

ຍ​ສ​ໝ - ໃນ​ສະ​ພາບ​ການ​ໂລກ​ລະ​ບາດ ໂຄວິດ - 19 ພວມ​ສືບ​ຕໍ່​ສືບ​ຕໍ່​ສ້າງ​ຜົນ​ກະ​ທົບ​ຢ່າງ​ຫຍໍ່​ທໍ່​ໃນ​ປັດ​ຈຸ​ບັນ, ຂອງ​ຂວັນ​ນີ້​ຂອງ​ຄະ​ນະ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ​ເພື່ອ​ແນ​ໃສ່​ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ ພັກ ແລະ ປະ​ຊາ​ຊົນ ກຳ​ປູ​ເຈຍ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໂດຍ​ໂລກ​ລະ​ບາດ ກໍ່​ຂຶ້ນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.