ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ​ໃຫ້​ການ​ຕ້ອນ​ຮັບ​ທ່ານ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ພັນ ລັດ​ເຊຍ

12:11 | 04/12/2020

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັ​ບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ອວຍ​ພອ​ນ​ທ່ານ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ ​ໃນ​ອາ​ຍຸ​ການ​ປະ​ຕິ​ບັດງານ​ຂອງ​ຕົນ​ເອງ, ທ່ານ​ກໍ່​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ໃນ​ການ​ປັບ​ປຸງ ແລະ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ມີ​ການ​ເຮັດ​ວຽກ​ກັບທ່ານຮອງນາຍົກລັດຖະມົນຕີ ສະຫະພັນລັດເຊຍ D.N. Chernushenko
ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ແລະ ເລ​ຂາ​ສະ​ພາຄວາມໝັ້ນ​ຄົງ​ ສ​ະ​ຫະ​ພັນ ລັດ​ເຊຍ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ​ໃຫ້​ການ​ຕ້ອນ​ຮັບ​ທ່ານ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ພັນ ລັດ​ເຊຍ
ທ່ານ​ເລ​ຂາ​ທິການໃຫຍ່​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Konstantin Vasilievich Vnukov ເອກ​ອັກ​ຄະ​ລັດ​ຖະ​ທູດລັດ​ເຊຍ (ພາບ: TTXVN)

ວັນ​ທີ 3 ທັນ​ວາ 2020, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິການໃຫຍ່​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ​ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Konstantin Vasilievich Vnukov ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສະ​ຫະ​ພັນ ລັດ​ເຊຍ ເຂົ້າ​ຢ້ຽມ​ອຳ​ລາເນື່ອງ​ໃນ​ໂອກ​າດສິ້ນ​ສຸດ​ການ​ປະ​ຕິ​ບັດ​ງານ​ທາງ​ການ​ທູດ ຢູ່​ຫວຽດ​ນາມ.

ທີ່​ການ​ຕ້ອນ​ຮັ​ບ, ​ທ່ານ​ຫງຽນ​ຝູ​ຈ້ອງ ໄດ້​ຕີ​ລາ​ຄາ​ວ່າ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພັນ​ໂຊວຽດ​ໃນ​ເມື່ອ​ກ່ອນ ແລະ ສະ​ຫະ​ພັນ​ລັດ​ເຊຍ​ໃນ​ປັດ​ຈຸ​ບັນ​ແມ່ນ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ, ມິດ​ຕະ​ພາບ​ທີ່​ສວຍ​ງາມ, ທ່ານ​ກໍ່​ສະ​ແດງ​ຄວາມ​ຂອ​ບ​ອົກ​ຂອບ​ໃຈ​ຕໍ່​ການ​ຊ່ວຍ​ເຫຼືອ​ເຊິ່ງ​ລັດ​ເຊຍ​ໄດ້​ສະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ສະ​ແດງ​ຄວາມ​ຊົບ​ເຊີຍ​ຕໍ່​ເລື່ອງທ່ານ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ ​ໃນ​ອາ​ຍຸ​ການ​ປະ​ຕິ​ບັດງານ​ຂອງ​ຕົນ​ເອງ, ທ່ານ​ກໍ່​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ໃນ​ການ​ປັບ​ປຸງ ແລະ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ, ທ່ານ ຫງວຽນ​ຝູ​ຈ້ອງ​ຢັ້ງ​ຢືນ​ວ່າ​ໃນ​ນະ​ໂຍ​ບາຍ​ສະ​ເໜີ​ຕົ້ນ​ສະ​ເໜີ​ປາຍ​ຂອງ​ພັກ, ລັດ ຫວຽດ​ນາມ ແມ່ນ​ຖື​ເປັນ​ສຳ​ຄັນ​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ ສະ​ຫະ​ພັນ ລັດ​ເຊຍ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫງວຽນ​ຝູ​ຈ້ອງ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ກາ​ນ​ຮ່ວມ​ມື​ເສດ​ຖະ​ກິດ ລະ​ຫວ່າງ ສອງ​ປະ​ເທດ ບັນ​ລຸ​ໄດ້​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ,ໃນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ຄວາມ​ໝັ້ນ​ຄົງ ແລະ ການ​ເຕັກ​ນິດ​ການ​ທະ​ຫານ, ການ​ຮ່ວມ​ມື​ພະ​ລັງ​ງານ, ນ້ຳ​ມັນ​ອາຍ​ແກັດ ສືບ​ຕໍ່​ແມ່ນ​ເສົາຄ້ຳ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ສອງ​ປະ​ເທດ. ສອງ​ຝ່າຍ​ຄວນ​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ, ພ້ອມ​ທັງ​ປະ​ກອບ​ສ່ວນ​ເຂົ້າ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໂລກ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ມີ​ການ​ເຮັດ​ວຽກ​ກັບທ່ານຮອງນາຍົກລັດຖະມົນຕີ ສະຫະພັນລັດເຊຍ D.N. Chernushenko

ຍ​ສ​ໝ - ຮອງນາຍົກລັດຖະມົນຕີສອງທ່ານໄດ້ໃຫ້ຂໍ້ສັງເກດວ່າ: ເຖິງວ່າໄດ້ຮັບຜົນກະທົບຫຼາຍພໍສົມຄວນຈາກໂລກລະບາດ ໂຄວິດ - 19 ກໍ່ຕາມ, ແຕ່ການແລກປ່ຽນການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍໃນ 9 ເດືອນຕົ້ນປີ 2020 ມີສັນຍານຟື້ນຟູຢ່າງຕັ້ງໜ້າ ແລະ ບັນລຸໄດ້ລະດັບ 4,1 ຕື້ USD (ເພີ່ມຂຶ້ນ 13%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019).

ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ແລະ ເລ​ຂາ​ສະ​ພາຄວາມໝັ້ນ​ຄົງ​ ສ​ະ​ຫະ​ພັນ ລັດ​ເຊຍ

ຍ​ສ​ໝ - ໃນການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ສະຫະພັນ ລັດເຊຍ ເປັນສຳຄັນ.

ຫວຽດນາມ ຈະຊຸກຍູ້ການຮ່ວມມືລະຫວ່າງລັດເຊຍ-ອາຊຽນ

ຍ​ສ​ໝ - ໃນບົດຂຽນ “ບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ໃນການຮ່ວມມືລະຫວ່າງລັດເຊຍ - ອາຊຽນ”, ທ່ານປະລິນຍາເອກ Ekaterina Koldunova ຖືວ່າ, ເມື່ອຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ ໃນປີ 2020 ອາດຈະປະກົດມີບັນດາຂົງເຂດຮ່ວມມືລະຫວ່າງລັດເຊຍ ແລະ ອາຊຽນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.