ປະເທດລາວ: ໃນປີ 2020 ມີພື້ນທີ່ຢັ້ງຢືນວ່າມີຄວາມອັນ ຕະລາຍຈາກລະເບີດບໍ່ທັນແຕກ 11 ພັນກວ່າເຮັກຕາ

10:06 | 01/12/2020

ໃນປີ 2020 ປະເທດລາວ ມີພື້ນທີ່ຢັ້ງຢືນວ່າມີຄວາມອັນຕະລາຍ ຈາກລະເບີດບໍ່ທັນແຕກທັງໝົດ 853 ພື້ນທີ່ ຫລື ປະມານ 11.152 ເຮັກຕາ, ເທົ່າກັບ 22% ຂອງແຜນການ (50.000 ເຮັກຕາ) ທີ່ຢືນຢັນວ່າ ມີຄວາມອັນຕະລາຍ ຈາກລະເບີດບໍ່ທັນແຕກ ແລະ ໃນການດຳເນີນການ ກວດກູ້ລະເບີດບໍ່ທັນແຕກ ໄດ້ທັງໝົດ 3.328 ເຮັກຕາ, ເທົ່າກັບ 52% ຂອງແຜນການປີ (6.364 ເຮັກຕາ) ແລະ ສາມາດທຳລາຍໄດ້ທັງໝົດ 67.146 ໜ່ວຍ, ໃນນີ້ 50.089 ແມ່ນລະເບີດລູກຫວ່ານ.  

ຫວຽດນາມ ຢືນອັນດັບທີ 3 ໃນບັນດາປະເທດທີ່ລົງທຶນຢ່າງແຮງ ເຂົ້າໃນປະເທດລາວ
ປະເທດລາວ ເລີ່ມນຳໃຊ້ທົດລອງການຜະລິດໂຮງກັ່ນນໍ້າມັນແຫ່ງທຳອິດ ໃນທ້າຍເດືອນນີ້

ໃນວັນທີ 30 ພະຈິກ 2020, ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົບ (ICTC) ນະຄອນ ຫລວງວຽງຈັນ, ກອງປະຊຸມຄະນະຊີ້ນຳ ໂຄງການກວດກູ້ລະເບີດ ບໍ່ທັນແຕກ ທີ່ເປັນອຸປະສັກຕໍ່ການພັດທະນາຢູ່ ສປປ ລາວ ແລະ ເພື່ອກ້າວສູ່ການບັນລຸ ເປົ້າໝາຍພັດທະນາ ແບບຍືນຍົງແຫ່ງຊາດ ທີ 18 ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ສປປ ລາວ, ໂດຍການເປັນປະທານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ແຄດທາລີນ ເຟື້ອງ ຮອງຜູ້ຕາງໜ້າອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ, ມີທ່ານຮອງເຈົ້າ ແຂວງຊຽງຂວາງ ແລະ ທ່ານຮອງເຈົ້າແຂວງ ສະຫວັນນະເຂດ, ບັນດາທ່ານເອກອັກຄະ ລັດຖະທູດ, ທູຕານຸທູດ, ຕາງໜ້າປະເທດຜູ້ໃຫ້ທຶນ, ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ປະເທດລາວ: ໃນປີ 2020 ມີພື້ນທີ່ຢັ້ງຢືນວ່າມີຄວາມອັນ ຕະລາຍຈາກລະເບີດບໍ່ທັນແຕກ 11 ພັນກວ່າເຮັກຕາ
ກອງປະຊຸມຄະນະຊີ້ນຳ ໂຄງການກວດກູ້ລະເບີດ ບໍ່ທັນແຕກ ທີ່ເປັນອຸປະສັກຕໍ່ການພັດທະນາຢູ່ ສປປ ລາວ. (ພາບ: KPL)

ກອງປະຊຸມ ຈະໄດ້ພິຈາລະນາ ແລະ ປະກອບຄໍາຄິດຄໍາເຫັນ ຕໍ່ກັບບັນຫາຕົ້ນຕໍ ເປັນຕົ້ນແມ່ນ ສະຫລຸບການຈັດຕັ້ງ ປະຕິບັດໂຄງການຮ່ວມມື ສໍາລັບປີ 2020 ແລະ ທິດທາງແຜນການ ສໍາລັບປີ 2021 ຂອງຫ້ອງການ ຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ, ສະຫລຸບ ການຈັດຕັ້ງປະຕິບັດ ໂຄງການຮ່ວມມື ສໍາລັບປີ 2021 ແລະ ທິດທາງແຜນການ ສໍາລັບປີ 2021 ຂອງໂຄງການເກັບກູ້ ລະເບີດແຫ່ງຊາດ; ລາຍງານສະພາບການເງິນ ແລະ ແຜນການລະດົມທຶນ ເຂົ້າໃນໂຄງການ ຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ ແລະ ບັນຫາອື່ນໆ ທີ່ກ່ຽວຂ້ອງ.

ໃນໂອກາດດັ່ງກ່າວ, ທ່ານ ຄຳແພງ ໄຊສົມແພງ ກ່າວວ່າ: ໃນປີ 2020 ໂຄງການຮ່ວມມືລະ ຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະ ປະຊາຊາດ ເພື່ອການ ພັດທະນາ ປະຈໍາ ສປປ ລາວ ກ່ຽວກັບວຽກງານ ແກ້ໄຂບັນຫາ ລບຕ ສາມາດຍາດໄດ້ ຜົນງານຫລາຍດ້ານ ແຕ່ອັນສໍາຄັນແມ່ນ ໄດ້ສຸມໃສ່ການປັບປຸງ ວຽກງານການ ປະສານງານ, ການຄັດເລືອກບູລິມະສິດ ເພື່ອວາງແຜນ ການວຽກງານໂຄສະນາ, ການສໍາຫລວດ-ກວດກູ້ ແລະ ການຊ່ວຍເຫລືອ ຜູ້ຖືກເຄາະຮ້າຍຈາກ ລບຕ, ເຊິ່ງເປັນຄັ້ງທໍາອິດ ທີ່ໄດ້ລົງເລິກ ກໍານົດບູລິມະສິດ ແລະ ແຈ້ງໃຫ້ບັນດາແຂວງ ສົມທົບກັບອົງການປະຕິບັດງານ ໄປຄົ້ນຄ້ວາຈັດຕັ້ງຜັນຂະຫຍາຍ ໃຫ້ປະສົບຜົນສໍາເລັດ ໂດຍອີງໃສ່ມະຕິຕົກລົງ ຂອງສະພາແຫ່ງຊາດ ທີ່ໄດ້ຮັບຮອງຄາດໝາຍ ການເກັບກູ້ລະເບີດບໍ່ທັນແຕກ ອອກຈາກພື້ນທີ່ ພັດທະນາປັບຈາກ 10.000 ເຮັກຕາ ຫລຸດມາເປັນ 6.364 ເຮັກຕາ.

ປະເທດລາວ: ໃນປີ 2020 ມີພື້ນທີ່ຢັ້ງຢືນວ່າມີຄວາມອັນ ຕະລາຍຈາກລະເບີດບໍ່ທັນແຕກ 11 ພັນກວ່າເຮັກຕາ
(ພາບ: KPL)

ນອກຈາກນີ້, ໄດ້ຍັງສຸມໃສ່ ການສ້າງຄວາມເຂັ້ມ ແຂງໃຫ້ແກ່ບັນດາແຂວງ ແລະ ເມືອງ ໃຫ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ວຽກງານແກ້ໄຂບັນຫາ ລບຕ. ພ້ອມດຽວກັນນີ້, ກໍຍັງສາມາດຍາດໄດ້ ຜົນງານຫລາຍດ້ານ ເປັນຕົ້ນແມ່ນ ໄດ້ຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ແຜນການມີຜົນສໍາເລັດ ແລະ ມີປະສິດທິຜົນ, ໄດ້ສົມທົບກັບ ຂະແໜງການທີ່ກ່ຽວ ຂ້ອງ ສືບຕໍ່ຈັດຕັ້ງປະຕິບັດ ສົນທິສັນຍາ ຕ້ານລະເບີດລູກຫວ່ານຂອງ ສປປ ລາວ ໂດຍສະເພາະ ແມ່ນມາດຕາ 4 ວ່າດ້ວຍການກວດ ກູ້ລະເບີດລູກຫວ່ານ ອອກໄປອີກ 5 ປີ ແຕ່ປີ 2020-2025 ເຊິ່ງພວກເຮົາຈະຕ້ອງໄດ້ ສຸມໃສ່ຈັດຕັ້ງປະຕິບັດ ຂໍ້ແນະນໍາຂອງ ກອງປະຊຸມລັດພາຄີ ແລະ ນໍາໃຊ້ກົນໄກ ຂອງກອງປະຊຸມ ຂະແໜງການ ແລະ ກອງປະຊຸມ ກຸ່ມວິຊາການ ໃຫ້ເກີດຜົນປະໂຫຍດ ແລະ ອັນພົ້ນເດັ່ນທີ່ສຸດ ແມ່ນວຽກງານ ແກ້ໄຂບັນຫາ ລບຕ ໄດ້ບັນຈຸເຂົ້າໃນ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ເປັນທີ່ຮຽບຮ້ອຍແລ້ວ.

ວຽກງານແກ້ໄຂບັນຫາ ລບຕ ໄດ້ປະກອບສ່ວນເຮັດໃຫ້ ຈໍານວນຜູ້ບາດເຈັບ ແລະ ເສຍຊີວິດຈາກ ລບຕ ຫລຸດລົງ ແລະ ສຸມໃສ່ການກວດກູ້ ລບຕ ຮັບໃຊ້ຈຸດສຸມ ພັດມະນາ ຂອງສູນກາງ ແລະ ທ້ອງຖິ່ນ ແລະ ພື້ນທີ່ໆປະຊາຊົນລາວ ບັນດາເຜົ່າ ຈະທໍາການຜະລິດກະສິກໍາ ແລະ ປຸກສ້າງທີ່ຢູ່ອາໄສ, ເຊິ່ງເປັນການປະກອບສ່ວນສໍາຄັນ ຕໍ່ການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ເປັນການປະຕິບັດເປົ້າໝາຍ ການພັດທະນາ ແບບຍືນຍົງແຫ່ງຊາດ, ເປັນການສະໜັບສະໜູນ ໂຄງການພັດທະນາ ລຶບລ້າງຄວາມທຸກຍາກ ແນໃສ່ເປັນ ການນໍາເອົາ ປະເທດຊາດອອກຈາກ ສະຖານະດ້ອຍພັດທະນາ.

ປະເທດລາວ ເຂົ້າຮ່ວມກອງປະຊຸມສຸດຍອດສື່ມວນຊົນ ແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຢ່າງຖ່າຍທອດສົດ

ໃນວັນທີ 24 ພະຈິກ 2020 ຢູ່ສຳນັກງານໜັງສືພິມ ພາສາຕ່າງປະເທດ ນະຄອນຫລວງວຽງຈັນ, ຫົວໜ້າອົງການຈັດຕັ້ງສື່ສິ່ງພິມ, ໂທລະພາບ ແລະ ວິທະຍຸ ໄດ້ເຂົ້າຮ່ວມກອງປະຊຸມ ສຸດຍອດສື່ມວນຊົນ ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຜ່ານລະບົບອອນລາຍ ຮ່ວມກັບຄະນະ ຜູ້ແທນຈາກ ສປ.ຈີນ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ທີ່ເປັນປະເທດສະມາຊິກ ...

ກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບເງິນໜູນຊ່ວຍ ແລະອຸປະກອນການແພດທີ່ມີມູນຄ່າເກືອບ 1,5 ຕື້ດົ່ງໃຫ້ແກ່ກະຊວງປ້ອງກັນປະເທດລາວ

ຍສໝ - ທ່ານພົນຈັດຕະວາ ຫງວຽນກວ໋ກຢຸງ, ຜູ້ບັນຊາການພົນລະພາກຫຼວງ 11 ໄດ້ມອບຈໍານວນເງິນ 500 ລ້ານກີບ ແລະເຄື່ອງສີດຢາຂ້າເຊື້ອອັດຕະໂນມັດ 25 ໜ່ວຍ ໃຫ້ທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ.

ຫວຽດນາມ ໄດ້ມອບເຂົ້າສານຈຳນວນ 1.000 ໂຕນ ໃຫ້ແກ່ປະເທດລາວ ເພື່ອຜ່ານຜ່າຜົນສະທ້ອນຈາກໄພທຳມະຊາດ

ຍສໝ - ໃນວັນທີ 13 ພະຈິກ, ອີງຕາມການປະກາດຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານ ຫງວຽນກ໋ວກຢູງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຮັບການອະນຸຍາດຈາກທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຊິ່ງໄດ້ມອບເຂົ້າສານຈຳນວນ 1.000 ໂຕນ ໃຫ້ທ່ານ ຈັນທະພອນ ຄຳມະນີຈັນ ອຸປະທູດຊົ່ວຄາວ, ສະຖານເອກອັກ ຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ...

kpl.gov.la

ເຫດການ
302 Found

Found

The document has moved here.