ປະເທດລາວ ເລີ່ມນຳໃຊ້ທົດລອງການຜະລິດໂຮງກັ່ນນໍ້າມັນແຫ່ງທຳອິດ ໃນທ້າຍເດືອນນີ້

11:05 | 28/11/2020

ໜັງສືພິມຂ່າວສານປະເທດລາວ ລາຍງານວ່າ: ໂຮງງານກັ່ນນໍ້າມັນແຫ່ງທຳອິດຂອງລາວ ຄາດວ່າຈະເປີດທົດລອງການຜະລິດນ້ຳມັນເຊື້ອໄຟ ໃນວັນທີ 30 ພະຈິກ 2020 ນີ້ ເພື່ອຊົມໃຊ້ຢູ່ພາຍໃນປະເທດ. ພ້ອມກັນນີ້, ເພື່ອຊ່ວຍຫລຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟ ຈາກຕ່າງປະເທດ, ທັງຫລຸດຜ່ອນລາຄານ້ຳມັນໃນຕະຫລາດພາຍໃນນຳອີກ, ໂດຍຈະຜະລິດ ນ້ຳມັນແອັດຊັງ, ກາຊວນ ແລະ ອາຍແກັດ ໃຫ້ໄດ້ 1 ລ້ານໂຕນຕໍ່ປີ.

ປະເທດລາວ ເລ ມນຳໃຊ ທ ດລອງການຜະລ ດໂຮງກ ນນ າມ ນແຫ ງທຳອ ດ ໃນທ າຍເດ ອນນ ລັດຖະມົນຕີການຕ່າງປະເທດລາວ ຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ ກໍ່ຄືຖານະຕໍາແໜ່ງກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ
ປະເທດລາວ ເລ ມນຳໃຊ ທ ດລອງການຜະລ ດໂຮງກ ນນ າມ ນແຫ ງທຳອ ດ ໃນທ າຍເດ ອນນ ປະເທດລາວ ໄດ້ເຕືອນໄພຄວາມສ່ຽງຂອງການລະບາດເຊື້ອໄຂ້ຍຸງລາຍ ໃນລະດັບສູງທີ່ໜ້າເປັນຫ່ວງ

ທ່ານ ປານີ ພວງເພັດ ຮອງຜູ້ອຳນວຍການ ບໍລິສັດເປໂຕຣເຄມີລາວ ຈຳກັດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 25 ພະຈິກ 2020 ນີ້ວ່າ: ໂຮງງານກັ່ນນໍ້າມັນ ຂອງບໍລິສັດເປໂຕຣເຄມີລາວ ຈຳກັດ ຕັ້ງຢູ່ເຂດພັດທະນາກວມລວມໄຊເສດຖາ ນະຄອນຫລວງວຽງຈັນ, ໄດ້ເລີ່ມກໍ່ສ້າງໃນປີ 2015 ໃນເນື້ອທີ່ທັງໝົດ 280.000 ຕາແມັດ, ໂດຍໃຊ້ເງິນລົງທຶນ 179 ລ້ານໂດລາສະຫະລັດ ພາຍໃຕ້ບໍລິສັດເປໂຕຣເຄມີ ລາວ-ຈີນ ແຂວງຢຸນນານ ກັບ ກຸ່ມບໍລິສັດ ກໍ່ສ້າງ ແລະ ລົງທຶນແຂວງຢຸນນານ ຮຸ້ນສ່ວນຈຳກັດ ຖືຮຸ້ນ 75%, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ຖືຫຸ້ນ 20% ແລະ ບໍລິສັດຮ່ວມທຶນລາວ-ຈີນຈຳກັດ ຖືຫຸ້ນ 5%.

ປະເທດລາວ ເລ ມນຳໃຊ ທ ດລອງການຜະລ ດໂຮງກ ນນ າມ ນແຫ ງທຳອ ດ ໃນທ າຍເດ ອນນ
ໂຮງກັ່ນນໍ້າມັນ. (ພາບປະກອບ: vneconomy)

ວັດຖຸດິບ ສ່ວນຫລາຍແມ່ນນຳເຂົ້າມາຈາກປະເທດສິງກະໂປ. ໃນຫລາຍປີຜ່ານມາ ສປປ ລາວ ໄດ້ນຳເຂົ້ານ້ຳມັນເຊື້ອໄຟຫລາຍລ້ານໂຕນຕໍ່ປີ ໃນລາຄາທີ່ສູງຫລາຍ. ສະນັ້ນ, ໂຄງການໂຮງງານກັ່ນນໍ້າມັນເປໂຕຣເຄມີ ຈະຊ່ວຍໃນການຫລຸດຜ່ອນການນຳເຂົ້ານ້ຳມັນ ແລະ ຫລຸດຜ່ອນທາງດ້ານລາຄາ. ພ້ອມນີ້, ມັນຍັງສາມາດສ້າງວຽກເຮັດງານທຳໄດ້ຫລາຍຕ່ຳແໜງງານ, ເຊິ່ງປັດຈຸບັນ ມີພະນັກງານເຖິງ 400 ຄົນ, ຄົນລາວປະມານ 100 ຄົນ.

ທ່ານ ປານີ ພວງເພັດ ກ່າວຕື່ມວ່າ: ໂຮງງານຂອງພວກເຮົາ ຍັງມີສິ່ງທ້າທາຍຫລາຍຢ່າງ ໂດຍສະເພາແມ່ນ ດ້ານຕະຫລາດຈຳໜ່າຍ ເພາະຖ້າເຮົາຜະລິດມາແລ້ວ ແຕ່ບໍ່ມີບ່ອນຈຳໜ່າຍ ເນື່ອງຈາກວ່າທຸກບໍລິສັດ ກໍໄດ້ມີການແກ້ງແຍ່ງແຂ່ງຂັນກັນທາງດ້ານການຈັດຊື້ ແລະ ນຳເຂົ້ານ້ຳມັນເຊື້ອໄຟດັ່ງກ່າວ, ເຊິ່ງມັນຈະເຮັດໃຫ້ພວກເຮົາມີຄວາມທ້າທາຍໃນຕໍ່ໜ້າ ເພາະວ່າເປັນວຽກທີ່ໃໝ່ສຳລັບພວກເຮົາ.

ສະນັ້ນ, ພວກເຮົາຈະຕ້ອງໄດ້ມີການສຶກສາຕະຫລາດຢ່າງລະອຽດ ວ່າຄວາມຕ້ອງການພາຍໃນຂອງເຮົາຫລາຍໜ້ອຍຊ່ຳໃດ, ເພື່ອເຮັດແນວໃດໃຫ້ການຜະລິດຂອງພວກເຮົາ ໄດ້ບັນລຸຕາມຄາດໝາຍທີ່ໄດ້ຕັ້ງໄວ້. ນອກ ຈາກນີ້, ບັນຫາເລື່ອງຄວາມປອດໄພ ແລະ ສິ່ງແວດລ້ອມ ຖືເປັນບັນຫາສຳຄັນທີ່ສຸດ ເພາະວ່າໂຮງງານ ຂອງພວກເຮົາແມ່ນຕັ້ງຢູ່ໃກ້ຕົວເມືອງ, ເຊິ່ງພວກເຮົາກໍໄດ້ມີຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ແລະ ບໍລິຫານເປັນຢ່າງດີ, ໂດຍຈະບໍ່ໃຫ້ມີການປ່ອຍຄວນອອກຫລາຍ ແລະ ໄດ້ມີວິທີການກັ່ນຕອງຄວັນ ດ້ວຍລະບົບທັນສະໄໝ. ຫລັງຈາກນັ້ນ, ໄດ້ຄ່ອຍປ່ອຍອອກມາ ເພື່ອບໍ່ໃຫ້ມີມົນລະພິດທາງອາກາດ ແລະ ຜົນກະທົບຕໍ່ສິ່ງແວດລ້ອມອື່ນໆ ທີ່ຢູ່ອ້ອມຂ້າງເຂດດັ່ງກ່າວ.

ປະເທດລາວ ເລ ມນຳໃຊ ທ ດລອງການຜະລ ດໂຮງກ ນນ າມ ນແຫ ງທຳອ ດ ໃນທ າຍເດ ອນນ ລັດຖະມົນຕີການຕ່າງປະເທດລາວ ຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ ກໍ່ຄືຖານະຕໍາແໜ່ງກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍສໝ - ທ່ານ ສະເຫຼີມໄຊ ກົມມະສິດ ຕີລາຄາສູງບົດບາດນໍາພາ, ຄວາມສາມາດຊັກຈູງຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ກໍ່ຄືບັນດາການປະກອບສ່ວນຂອງຫວຽດນາມ ໃນການຍົກສູງບົດບາດຂອງອາຊຽນໃນເວທີປາໄສພາກພື້ນ ແລະສາກົນ.

ປະເທດລາວ ເລ ມນຳໃຊ ທ ດລອງການຜະລ ດໂຮງກ ນນ າມ ນແຫ ງທຳອ ດ ໃນທ າຍເດ ອນນ ຫວຽດນາມ ໄດ້ມອບເຂົ້າສານຈຳນວນ 1.000 ໂຕນ ໃຫ້ແກ່ປະເທດລາວ ເພື່ອຜ່ານຜ່າຜົນສະທ້ອນຈາກໄພທຳມະຊາດ

ຍສໝ - ໃນວັນທີ 13 ພະຈິກ, ອີງຕາມການປະກາດຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານ ຫງວຽນກ໋ວກຢູງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຮັບການອະນຸຍາດຈາກທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຊິ່ງໄດ້ມອບເຂົ້າສານຈຳນວນ 1.000 ໂຕນ ໃຫ້ທ່ານ ຈັນທະພອນ ຄຳມະນີຈັນ ອຸປະທູດຊົ່ວຄາວ, ສະຖານເອກອັກ ຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ...

ປະເທດລາວ ເລ ມນຳໃຊ ທ ດລອງການຜະລ ດໂຮງກ ນນ າມ ນແຫ ງທຳອ ດ ໃນທ າຍເດ ອນນ ຫວຽດນາມ ໄດ້ມອບຜ້າບັງປາກຈຳນວນ 30.000 ແຜ່ນ ເພື່ອສະໜັບສະໜູນ ປະເທດລາວ ປ້ອງກັນ ແລະ ຕ້ານ COVID-19

ຍສໝ - ຕອນບ່າຍວັນທີ 6 ພະຈິກ, ຢູ່ສຳນັກງານໃຫຍ່ ຄະນະກຳມະການພົວພັນຕ່າງປະເທດສູນກາງພັກກອມມູນິດລາວ ນະຄອນຫຼວງວຽງຈັນ, ຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ທ່ານ ຫງວຽນບາຮຸ່ງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ໄດ້ມອບ 30.000 ແຜ່ນຜ້າບັງປາກທາງການແພດ ໃຫ້ແກ່ທ່ານນາງ ​ສູນ​ທອນ ​ໄຊ​ຍະ​ຈັກ - ຫົວໜ້າຄະນະການພົວພັນຕ່າງປະເທດສູນກາງພັກ ສປປ.ລາວ.

Laoedaily

ເຫດການ
302 Found

Found

The document has moved here.