![]() | ປັບປຸງການພົວພັນມິດຕະພາບ, ການຮ່ວມມືທີ່ແທດຈິງ ແລະມີປະສິດທິຜົນ, ລະຫວ່າງຫວຽດນາມ ແລະສິງກະໂປ, ຍີ່ປຸ່ນ |
![]() | ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ນັບມື້ນັບເລິກເຊິ່ງ ແລະມີປະສິດທິຜົນ |
ຕາມບົດລາຍງານຂອງກະຊວງການເງິນແລ້ວ, ການຜັນຂະຫຍາຍປະຕິບັດຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ຫວຽດນາມ-ລາວ ໃນ 8 ເດືອນຕົ້ນປີ 2025 ບັນລຸໄດ້ເປົ້າໝາຍວາງອອກ ແລະບັນລຸໄດ້ຫຼາຍໝາກຜົນສຳຄັນ. ໃນນັ້ນໄດ້ແກ້ໄຂຫຼາຍເນື້ອໃນການຮ່ວມມືຈຸດສຸມລະຫວ່າງສອງຝ່າຍ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຈຳນວນໜຶ່ງ, ບັນລຸໄດ້ຫຼາຍໝາກຜົນຢ່າງຕັ້ງໜ້າໃນບັນດາຂົງເຂດ: ການທູດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບຳລຸງສ້າງຊັບພະຍາກອນມະນຸດ, ເສດຖະກິດ, ການຄ້າ.
![]() |
ທ່ານ ຫງວຽນຈີ໊ຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ, ວິສາຫະກິດ ກ່ຽວກັບການກວດກາຄືນສະພາບການຜັນຂະຫຍາຍການຮ່ວມມື ຫວຽດນາມ-ລາວ. (ພາບ: baochinhphu.vn) |
ບັນດາໂຄງການນຳໃຊ້ທຶນຊ່ວຍເຫຼືອຂອງຫວຽດນາມ ສະຫງວນໃຫ້ລາວ ໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຄວາມຄືບໜ້າທີ່ໄດ້ວາງອອກໂດຍພື້ນຖານແລ້ວ. ເຈົ້າຂອງໂຄງການສອງຝ່າຍໄດ້ມານະພະຍາຍາມສົມທົບກັນຜັນຂະຫຍາຍໂຄງການ, ຫຼາຍໂຄງການໄດ້ສຳເລັດ, ມອບ ແລະນໍາເຂົ້າການນຳໃຊ້. ໃນບັນດາໂຄງການນຳໃຊ້ທຶນຊ່ວຍເຫຼືອຈາກລັດຖະບານຫວຽດນາມ ສະຫງວນໃຫ້ ລັດຖະບານລາວ, ມີ 2 ໂຄງການທີ່ສູ້ຊົນໃຫ້ສຳເລັດໃນປີ 2025. ສຳລັບ 5 ໂຄງການທີ່ພວມຜັນຂະຫຍາຍ, 4 ໂຄງການຄາດວ່າຈະໃຫ້ສໍາເລັດໃນປີ 2026 ແລະ 1 ໂຄງການແມ່ນໄດ້ສຳເລັດ.
ເນັ້ນໜັກເຖິງທັດສະນະແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະຊີ້ນໍາຂອງລັດຖະບານແມ່ນປັບປຸງ, ເພີ່ມທະວີການຮ່ວມມື, ໜູນຊ່ວຍລາວ ປະຕິບັດບັນດາໂຄງການໄວກວ່າ, ເຂັ້ມແຂງກວ່າ ແລະມີປະສິດທິຜົນກວ່າ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີ໊ຢຸງ ສະເໜີບັນດາກະຊວງ, ອົງການທີ່ກ່ຽວຂ້ອງພະຍາຍາມຈົນສຸດຄວາມສາມາດ, ຜ່ານນັ້ນສືບຕໍ່ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນອັນດີງາມລະຫວ່າງ ຫວຽດນາມ-ລາວ.
![]() | ເອກອັກຄະລັດຖະທູດ Choi Young Sam: ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນຊຸກຍູ້ການພັດທະນາການພົວພັນລະຫວ່າງສອງປະເທດຢ່າງແທດຈິງ ແລະມີປະສິດທິຜົນ ຍສໝ - ວັນທີ 2 ສິງຫາ ປີ 2024, ທີ່ທຳນຽບປະທານ, ທ່ານປະທານປະເທດ ໂຕເລີມ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫຼີ ປະຈຳ ຫວຽດນາມ Choi Young Sam. ຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫຼີ ປະຈຳ ຫວຽດນາມ; ຢືນຢັນຈະມານະພະຍາຍາມຈົນສຸດຄວາມສາມາດ ເພື່ອປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຢ່າງແທດຈິງ ແລະ ... |
![]() | ການພົວພັນລະຫວ່າງຫວຽດນາມ - ແດນມາກ ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ ຍສໝ - ນັບແຕ່ເມືຶ່ອສ້າງຕັ້ງການພົວພັນທາງການທູດມາແຕ່ປີ 1971, ການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະແດນມາກ ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ, ພິເສດແມ່ນນັບແຕ່ສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນປີ 2013 ແລະສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ໃນຕົ້ນເດືອນພະຈິກນີ້. |