ຫວຽດນາມ-ລັດເຊຍ ເພີ່ມທະວີການຮ່ວມມືວິທະຍາສາດເຕັກໂນໂລຢີ

11:41 | 17/12/2020

ຍສໝ - ເມື່ອບໍ່ດົນມານີ້, ຫວຽດນາມ ແລະມົດສະກູ, ສະຫະພັນລັດເຊຍ, ຄະນະກໍາມະການປະສົມລະຫວ່າງລັດຖະບານກ່ຽວກັບສູນເຂດຮ້ອນຫວຽດນາມ-ລັດເຊຍ ໄດ້ດໍາເນີນກອງປະຊຸມທາງໄກ ຄັ້ງທີ 31. 

ຫວຽດນາມ ລ ດເຊຍ ເພ ມທະວ ການຮ ວມມ ວ ທະຍາສາດເຕ ກໂນໂລຢ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ Konstantin Vnukov
ຫວຽດນາມ ລ ດເຊຍ ເພ ມທະວ ການຮ ວມມ ວ ທະຍາສາດເຕ ກໂນໂລຢ ພະຍາດ COVID-19: ນຳສົ່ງພົນລະເມືອງ ຫວຽດນາມ 700 ຄົນຈາກ ລັດເຊຍ, ອາເມລິກາ ແລະ ຍີ່ປຸ່ນ ກັບຄືນປະເທດ
ຫວຽດນາມ ລ ດເຊຍ ເພ ມທະວ ການຮ ວມມ ວ ທະຍາສາດເຕ ກໂນໂລຢ
ທ່ານພົນໂທ ຫງວຽນຈີວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານຮ່ວມກອງປະຊຸມ. ພາບ: TTXVN

ທີ່ກອງປະຊຸມ, ສອງຝ່າຍເຫັນດີເປັນເອກະພາບຖືວ່າ ໃນປີຜ່ານມາບັນດາການເຄື່ອນໄຫວວິທະຍາສາດເຕັກໂນໂລຢີຂອງສູນເຂດຮ້ອນຫວຽດນາມ-ລັດເຊຍ ໄດ້ປະຕິບັດຖືກຕາມແຜນການປີ 2020 ແລະໂຄງການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຢີ ໄລຍະ 2020-2024 ເຊິ່ງໄດ້ຮັບການອະນຸມັດຜ່ານທີ່ກອງປະຊຸມ ຄັ້ງທີ 30 ຄະນະກໍາມະການປະສົມ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຮອງເອົາແຜນການຄົ້ນຄວ້າວິທະຍາສາດຂອງສູນເຂດຮ້ອນຫວຽດນາມ-ລັດເຊຍ ໃນປີ 2021; ສະເໜີໃຫ້ສູນເຂດຮ້ອນ ສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືຖ່າຍທອດເຕັກໂນໂລຢີ, ຍູ້ແຮງການໝູນໃຊ້ບັນດາໝາກຜົນຄົ້ນຄວ້າເຂົ້າໃນພຶດຕິກໍາຕົວຈິງ, ສົມທົບກັນຜັນຂະຫຍາຍບັນດາໂຄງການວິທະຍາສາດເຕັກໂນໂລຢີຢ່າງມີປະສິດທິຜົນ. ສອງຝ່າຍເຫັນດີເປັນເອກະພາບຕໍ່ໂຄງການດໍາເນີນງານໃຫ້ແກ່ກອງປະຊຸມ ຄັ້ງທີ 32; ເຊັນບົດບັນທຶກກອງປະຊຸມ ຄັ້ງທີ 31 ຄະນະກໍາມະການປະສົມລະຫວ່າງລັດຖະບານກ່ຽວກັບສູນເຂດຮ້ອນຫວຽດນາມ-ລັດເຊຍ.

ສູນເຂດຮ້ອນຫວຽດນາມ-ລັດເຊຍ ແມ່ນອົງການໜຶ່ງຂອງກະຊວງປ້ອງກັນປະເທດຫວຽດນາມ, ໄດ້ຮັບມອບໝາຍໜ້າທີ່ໃຫ້ຮ່ວມມືກັບສະຫະພັນລັດເຊຍ ກ່ຽວກັບຂົງເຂດວິທະຍາສາດເຕັກນິກທີ່ກ່ຽວຂ້ອງເຖິງການທະຫານ-ການປ້ອງກັນຊາດ ກໍ່ຄືບັນດາບັນຫາກ່ຽວກັບເສດຖະກິດ, ສັງຄົມ ແລະວິທະຍາສາດ, ເຕັກໂນໂລຢີ. ສູນເຂດຮ້ອນຫວຽດນາມ-ລັດເຊຍ ມີປະຫວັດສາດພິເສດທີ່ສຸດ.

ປີ 1988, ຫວຽດນາມ ແລະໂຊວຽດ ໄດ້ສ້າງຕັ້ງສູນຄົ້ນຄວ້າວິທະຍາສາດ ແລະທົດລອງເຂດຮ້ອນປະສົມລະຫວ່າງຫວຽດນາມ-ໂຊວຽດ (ຕົ້ນກໍາເນີດຂອງສູນເຂດຮ້ອນຫວຽດນາມ-ລັດເຊຍ) ເພື່ອຮ່ວມມືຄົ້ນຄວ້າບັນດາບັນຫາກ່ຽວກັບເຂດຮ້ອນ, ລວມມີ: ຊີວະພາບເຂດຮ້ອນ, ຄວາມທົນທານເຂດຮ້ອນ, ແພດສາດເຂດຮ້ອນ. ນີ້ແມ່ນບັນດາບັນຫາໃໝ່ທີ່ສຸດກ່ຽວກັບວິທະຍາສາດ, ເຕັກໂນໂລຢີໃນຄາວນັ້ນ ກໍຄືປະຈຸບັນ, ຮັບໃຊ້ໃຫ້ແກ່ວຽກງານຮັບປະກັນບັນດາການເຄື່ອນໄຫວກ່ຽວກັບວິທະຍາສາດ, ເຕັກໂນໂລຢີທີ່ກ່ຽວຂ້ອງເຖິງຂົງເຂດການທະຫານ-ການປ້ອງກັນຊາດ, ພ້ອມທັງຮັບໃຊ້ໃຫ້ບັນດາບັນຫາກ່ຽວກັບເສດຖະກິດ, ສັງຄົມ, ພິເສດແມ່ນບັນດາບັນຫາກ່ຽວກັບສິ່ງແວດລ້ອມ.

ຫວຽດນາມ ລ ດເຊຍ ເພ ມທະວ ການຮ ວມມ ວ ທະຍາສາດເຕ ກໂນໂລຢ ຫວຽດນາມ ເຂົ້າຮ່ວມ Army Games 2020 ຢູ່ ລັດເຊຍ

ຍສໝ - ຄະນະຜູ້ແທນຂັ້ນສູງຂອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມງານແຂ່ງຂັນດັ່ງກ່າວ ນຳໂດຍທ່ານພົນຕີ ໂຫງມິງຕຽນ - ຮອງຫົວໜ້າເສນາທິການກອງທັບປະຊາຊົນຫວຽດນາມ ເປັນຫົວໜ້າຄະນະ.

ຫວຽດນາມ ລ ດເຊຍ ເພ ມທະວ ການຮ ວມມ ວ ທະຍາສາດເຕ ກໂນໂລຢ ເພີ່ມພຸນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ຫວຽດນາມ ແລະ ລັດເຊຍ

ຍສໝ - ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ ຈະສືບຕໍ່ຂະຫຍາຍຕົວ, ຜ່ານຜ່າທຸກສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ...

ຫວຽດນາມ ລ ດເຊຍ ເພ ມທະວ ການຮ ວມມ ວ ທະຍາສາດເຕ ກໂນໂລຢ ການກໍ່ສ້າງທີ່ເປັນເອກະລັກສະເພາະຢູ່ສະໜາມຫຼວງ ໂຮ່ຈິມິນ ຢູ່ມົດສະກູ ແລະຄວາມມິດຕະພາບ ຫວຽດນາມ - ລັດເຊຍ

ຍສໝ - ສະໜາມຫຼວງ ໂຮ່ຈິມິນ ຢູ່ມົດສະກູ ຢູ່ນະຄອນຫຼວງມົສກູ (ຣັດເຊຍ) ເປັນໂຄງການທີ່ເປັນເອກະລັກສະເພາະຂອງມິດຕະພາບຫວຽດນາມ - ຣັດເຊຍ, ເປັນສະຖານທີ່ທີ່ໜ້າສົນໃຈສຳລັບຊາວລັດເຊຍກໍ່ຄືນັກທ່ອງທ່ຽວຕ່າງປະເທດຈຳນວນຫຼາຍ.

ໄຊພອນ

ເຫດການ
302 Found

Found

The document has moved here.