ຫວຽດນາມ: ມີຫຼາຍຄາດໝາຍດ້ານເສດຖະກິດ-ສັງຄົມບັນລຸໄດ້ໝາກຜົນປະເປັນໜ້າຊື່ນຊົມ

11:30 | 06/12/2020

ຍສໝ- ຕາມທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ແລ້ວ, ທີ່ກອງປະຊຸມລັດຖະບານ, ໂດຍພື້ນຖານແລ້ວ, ບັນດາສະມາຊິກລັດຖະບານ ໄດ້ເຫັນດີໂດຍຕີລາຄາວ່າ ສະພາບການເສດຖະກິດ - ສັງຄົມ ເດືອນພະຈິກ ປີ 2020 ສືບຕໍ່ໄດ້ຮັບການປັບປຸງຫຼາຍກວ່າ ເມື່ອທຽບກັບຊຸມເດືອນກ່ອນນີ້. 

ຫວຽດນາມ ມ ຫ າຍຄາດໝາຍດ ານເສດຖະກ ດ ສ ງຄ ມບ ນລ ໄດ ໝາກຜ ນປະເປ ນໜ າຊ ນຊ ມ ຈິດໃຈສາມັກຄີ, ສະໜິດຕິດພັນແບບພິເສດລະຫວ່າງຫວຽດນາມ-ລາວ
ຫວຽດນາມ ມ ຫ າຍຄາດໝາຍດ ານເສດຖະກ ດ ສ ງຄ ມບ ນລ ໄດ ໝາກຜ ນປະເປ ນໜ າຊ ນຊ ມ ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Ibnu Hadi ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ຫວຽດນາມ
ຫວຽດນາມ ມ ຫ າຍຄາດໝາຍດ ານເສດຖະກ ດ ສ ງຄ ມບ ນລ ໄດ ໝາກຜ ນປະເປ ນໜ າຊ ນຊ ມ
ພາບປະກອບ

ຕາມນັ້ນແລ້ວ, ການຜະລິດອຸດສາຫະກຳ ສືບຕໍ່ມີທ່າເຕີບໂຕ, ໂດຍສະເພາະແມ່ນຂະແໜງປຸງແຕ່ງ, ປະດິດແຕ່ງ ໃນເດືອນ ພະຈິກ 2020 ໄດ້ເພີ່ມຂຶ້ນ 11,9% ເມື່ອທຽບໃສ່ໄລຍະດຽວກັນ. ລະດັບການຂາຍຍ່ອຍ ແລະ ຍອດລາຍຮັບຈາກການບໍລິການບໍລິໂພກອຸປະໂພກໃນເດືອນພະຈິກ 2020 ກໍເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນ. ເສດຖະກິດມະຫາພາກມີມີສະຖຽນລະພາບ, ໄພເງິນເຟີ້ໄດ້ຮັບການຄວບຄຸມຢູ່ໃນລະດັບຕ່ຳສຸດ; ດັດຊະນີການບໍລິໂພກ (CPI) ເດືອນພະຈິກ 2020 ຫຼຸດລົງ 0,01% ເມື່ອທຽບໃສ່ເດືອນ ຕຸລາ ປີ 2020.

ນອກຈາກນັ້ນ, ມີຫຼາຍອົງການຈັດຕັ້ງສາກົນໄດ້ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ສາມາດມີທ່າເຕີບໂຕແຕ່ 2,5-3% ໃນປີ 2020. ຫວຽດນາມ ແມ່ນຈຸດພົ້ນເດັ່ນເມື່ອຍັງຮັກສາໄດ້ທ່າເຕີບໂຕເປັນບວກ. ມີຫຼາຍຄາດໝາຍດ້ານເສດຖະກິດ-ສັງຄົມບັນລຸໄດ້ໝາກຜົນປະເປັນໜ້າຊື່ນຊົມ. ພ້ອມທັງ, ຮັກສາເສດຖະກິດມະຫາພາກເປັນປົກກິຕິ, ໄຟເງິນເຟີ້ໄດ້ຮັບການຄວບຄຸມຢູ່ໃນລະດັບຕ່ຳ; ການສົ່ງອອກເກີນດູນບັນລຸຕົວເລກສະຖິຕິກວ່າ 20 ຕື້ USD; ການສົ່ງອອກບັນລຸຕົວເລກ 254 ຕື້ USD. ການຜະລິດອຸດສາຫະກຳ, ການເຄື່ອນໄຫວດ້ານການຄ້າ ແລະ ການບໍລິຫານການຊົມໃຊ້ໃນເດືອນ 11 ສືບຕໍ່ມີທ່າອ່ຽງຟື້ນຟູ, ຈຳນວນວິສາຫະກິດສ້າງຕັ້ງໃໝ່ເພີ່ມຂຶ້ນ 6,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ໜັງສືພິມ Manila Times ຂອງ ຟີລິບປິນ ສະບັບອອກວັນທີ 3 ທັນວາ ໄດ້ລົງບົດຂຽນທີ່ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການສະກັດກັ້ນວິກິດການໂລກລະບາດໂຄວິດ - 19. ຕາມບົດຂຽນແລ້ວ, ຫວຽດນາມ ເກືອບຄືວ່າແມ່ນຈຸດພົ້ນເດັ່ນດ້ານເສດຖະກິດໜຶ່ງດຽວ ຢູ່ອາຊີ ຍ້ອນໄດ້ປະຕິບັດ ທັງ 2 ເປົ້າໝາຍ ຄວບຄູໃນພາບດຽວກັນໄດ້ດີທີ່ສຸດ ນັ້ນແມ່ນ ຮັບປະກັນສຸຂະພາບປະຊາຊົນ ແລະ ທັງພັດທະນາເສດຖະກິດ ນັບແຕ່ໄລຍະເກີດໂລກລະບາດໂຄວິດ - 19. ທະນາຄານໂລກ (WB) ຄາດວ່າ ເສດຖະກິດ ຫວຽດນາມຈະເຕີບໂຕ ປະມານ 2,8% ໃນປີ 2020, ໃນຂະນະທີ່ບັນດາປະເທດບ້ານໃກ້ເຮືອນຄຽງພວມປະສົບກັບຄວາມຫຍຸ້ງຍາກໃນການຟື້ນຟູ ຈາກວິກິດການ. ສ່ວນໜັງສືພິມ Nikkei Asia ຂອງ ຍີ່ປຸ່ນເນັ້ນໜັກວ່າມາຮອດປັດຈຸບັນ, ຫວຽດນາມສາມາດ ຄວບຄຸມ ໂລກລະບາດໂຄວິດ - 19 ໄດ້ຢ່າງມີປະສິດທິຜົນ. ການສົ່ງອອກເພີ່ມຂຶ້ນເປັນການຊ່ວຍຊຸກຍູ້ການເຕີບໂຕເສດຖະກິດ.

ຫວຽດນາມ ມ ຫ າຍຄາດໝາຍດ ານເສດຖະກ ດ ສ ງຄ ມບ ນລ ໄດ ໝາກຜ ນປະເປ ນໜ າຊ ນຊ ມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ: ການພົວພັນລະຫວ່າງຫວຽດນາມ ກັບໂຊຫວຽດໃນເມື່ອກ່ອນ ແລະສະຫະພັນລັດເຊຍໃນປະຈຸບັນແມ່ນການພົວພັນທີ່ເປັນມູນເຊື້ອມິດຕະພາບອັນດີງາມ

ຍສໝ - ການພົວພັນດ້ານການເມືອງລະຫວ່າງສອງປະເທດຫວຽດນາມ ແລະສະຫະພັນລັດເຊຍ ມີຄວາມໄວ້ເນື້ອເຊື່ອໃຈສູງ, ການແລກປ່ຽນຄະນະຜູ້ແທນທຸກຂັ້ນໄດ້ຮັກສາເປັນປະຈຳ, ໃນນັ້ນການຮ່ວມມືລະຫວ່າງພັກແມ່ນພື້ນຖານການເມືອງສຳຄັນ, ປະກອບສ່ວນປັບປຸງ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສະຫະພັນລັດເຊຍ ເລິກເຊິ່ງກວ່າອີກ.

ຫວຽດນາມ ມ ຫ າຍຄາດໝາຍດ ານເສດຖະກ ດ ສ ງຄ ມບ ນລ ໄດ ໝາກຜ ນປະເປ ນໜ າຊ ນຊ ມ ກອງປະຊຸມໂອ້ລົມສົນທະນາກ່ຽວກັບການສ້າງຂອບການຮ່ວມມືພັດທະນາຫວຽດນາມ - ສປຊ ໄລຍະ 2022-2026

ຍສໝ - ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮວ່າຍຈູງ ເນັ້ນໜັກວ່າ ໃນວິວັດການສ້າງກອບການຮ່ວມມື ພັດທະນາ ໄລຍະ 2022 – 2026, ສປຊ ຈະເພີ່ມທະວີການໃຫ້ຄຳປຶກສາກ່ຽວກັບນະໂຍບາຍ, ແບ່ງປັນຄວາມຮູ້ ແລະ ບົດຮຽນ, ປະສົບການ ກໍຄື ໜູນຊ່ວຍດ້ານກຳລັງຄວາມສາມາດໃຫ້ແກ່ ຫວຽດນາມ ໃນການບໍລິຫານ ດ້ານເສດຖະກິດ - ສັງຄົມ ຢ່າງມີປະສິດທິຜົນ.

ຫວຽດນາມ ມ ຫ າຍຄາດໝາຍດ ານເສດຖະກ ດ ສ ງຄ ມບ ນລ ໄດ ໝາກຜ ນປະເປ ນໜ າຊ ນຊ ມ ຫວຽດນາມ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ມີຕໍ່ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ

ຍສໝ - ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ມີຕໍ່ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ, ພ້ອມທັງກ່າວປະນາມບັນດາການກະທຳລ່ວງລ້ຳອະທິປະໄຕ, ສິດອຳນາດອະທິປະໄຕຂອງຫວຽດນາມ ຢູ່ເຂດທະເລນີ້.

ໄຊພອນ

ເຫດການ
302 Found

Found

The document has moved here.