ຊຸກຍູ້ການຮ່ວມມືຫວຽດນາມ - ນອກແວ

13:01 | 06/12/2020

ຍ​ສ​ໝ - ທ່ານ​ນາງ Ine Marie Eriksen Soreide ລັດຖະມົນຕີຕ່າງປະເທດ ນອກແວ ໄດ້ສະແດງຄວາມເຫັນອົກເຫັນໃຈແລະແບ່ງປັນຢ່າງເລິກເຊິ່ງກ່ຽວກັບການສູນເສຍທີ່ເກີດຂຶ້ນຢູ່ຫວຽດນາມເນື່ອງຈາກໄພພິບັດທາງທຳມະຊາດ ແລະ ນໍ້າຖ້ວມຢູ່ບັນດາແຂວງພາກກາງ, ທ່ານ​ນາງ​ກໍ່ເຊິ່ງຢືນຢັນວ່າປະເທດນອກແວກຽມພ້ອມແລ້ວທີ່​ຈະສະໜັບສະໜູນຄວາມມານະພະຍາຍາມຂອງປະຊາຄົມສາກົນໃນການໜູນຊ່ວຍຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກ.

ທ່ານນາຍົກລັດຖະມົນຕີສິ້ນສຸດການຢ້ຽມຢາມ ລັດເຊຍ, ນອກແວ ແລະ ສະວິດເດັນ ຢ່າງຈົບງາມ
ນາຍົກລັດຖະມົນຕີ ຫວຽດນາມ ເດີນທາງໄປຢ້ຽມຢາມສະຫະພັນລັດເຊຍ, ນອກແວ ແລະ ສະວີເດັນ ຢ່າງເປັນທາງການ
ຊຸກຍູ້ການຮ່ວມມືຫວຽດນາມ - ນອກແວ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງ ໂອ້​ລົມ​ທາງ​ໂທລະສັບ ທ່ານນາງ Ine Marie Eriksen Soreide ລັດຖະມົນຕີການຕ່າງປະເທດນອກແວ (ພາບ: TTXVN)

ຕອນບ່າຍວັນທີ 4 ທັນວາ, ທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງແລະທ່ານນາງ Ine Marie Eriksen Soreide ລັດຖະມົນຕີການຕ່າງປະເທດນອກແວໄດ້ໂອ້​ລົມ​ທາງ​ໂທລະສັບກ່ຽວກັບສາຍພົວພັນສອງຝ່າຍແລະກາລະໂອກາດການຮ່ວມມື ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໃນປີ 2021 ເມື່ອປະເທດນອກແວໄດ້ເລີ່ມຕົ້ນຮັບໃຊ້ເປັນກຳ​ມະ​ການ​ບໍ່​ປະ​ຈຳ​ການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

​ແລກ​ປ່ຽນ​ກ່ຽວ​ກັບການພົວພັນສອງຝ່າຍ, ສອງຝ່າຍໄດ້ຕີລາຄາສູງການພັດທະນາຂອງການພົວພັນຫວຽດນາມ - ນອກແວໃນຊຸມປີມໍ່ໆມານີ້, ໂດຍສະເພາະໃນສະພາບການທີ່ປີ 2021 ຈະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. ສອງຝ່າຍເຫັນດີສືບຕໍ່ຮັກສາ, ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າແລະການລົງທຶນ, ພິເສດແມ່ນໃນບັນດາຂົງເຂດເຊິ່ງສອງປະເທດມີກຳລັງແຮງເຊັ່ນ: ການລ້ຽງສິນໃນນໍ້າ, ພະລັງງານສະອາດ, ແລະການຄົ້ນຄວ້າວິທະຍາສາດ. ການສຶກສາທາງທະເລ, ການປົກປ້ອງສິ່ງແວດລ້ອມທາງທະເລ, ອຸທົກກະສາດ, ນ້ຳມັນ ແລະ ອາຍແກັດ…

ທ່ານ​ນາງລັດຖະມົນຕີຕ່າງປະເທດ ນອກແວ ໄດ້ສະແດງຄວາມເຫັນອົກເຫັນໃຈແລະແບ່ງປັນຢ່າງເລິກເຊິ່ງກ່ຽວກັບການສູນເສຍທີ່ເກີດຂຶ້ນຢູ່ຫວຽດນາມເນື່ອງຈາກໄພພິບັດທາງທຳມະຊາດ ແລະ ນໍ້າຖ້ວມຢູ່ບັນດາແຂວງພາກກາງ, ທ່ານ​ນາງ​ກໍ່ເຊິ່ງຢືນຢັນວ່າປະເທດນອກແວກຽມພ້ອມແລ້ວທີ່​ຈະສະໜັບສະໜູນຄວາມມານະພະຍາຍາມຂອງປະຊາຄົມສາກົນໃນການໜູນຊ່ວຍຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກ.

ກ່ຽວກັບການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ, ພິເສດທີ່ສະພາຄວາມ ໝັ້ນຄົງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຟ້າມບິ່ງມິງແບ່ງປັນປະສົບການຂອງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຟ້າມບິ່ງມິງສະແດງຄວາມເຊື່ອໝັ້ນວ່າ ດ້ວຍທ່າທີ, ແຫຼ່ງກຳລັງ ແລະ ປະສົບການຂອງຕົນ, ນອກແວຈະປະກອບສ່ວນຊຸກຍູ້ການຮ່ວມມື, ເສີມຂະຫຍາຍບົດບາດແລະສຽງເວົ້າຂອງ ກຳ​ມະ​ການ​ບໍ່​ປະ​ຈຳ​ການ​ຂອງ​ສະພາຄວາມໝັ້ນ ຄົງ ສ​ປ​ຊ.

ບົນພື້ນຖານນັ້ນ, ສອງຝ່າຍໄດ້ກຳນົດບັນດາຂົງເຂດບຸລິມະສິດຮ່ວມກັນໃນສະພາຄວາມໝັ້ນຄົງໃນໄລຍະຈະມາເຖິງຄື: ຊຸກຍູ້ລັດທິຫຼາຍຝ່າຍ ແລະ ປະຕິບັດຕາມກົດບັດສະຫະປະຊາຊາດ, ກົດໝາຍສາກົນ, ເພີ່ມທະວີຄວາມເຂັ້ມແຂງ ການຮ່ວມມືລະຫວ່າງ ອົງການສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງພາກພື້ນ, ຄວາມໝັ້ນຄົງ ແລະ ການປ່ຽນແປງດິນຟ້າອາກາດ, ແມ່ຍິງ, ຄວາມສະຫງົບສຸກແລະຄວາມປອດໄພ, ການປົກປ້ອງພົນລະເຮືອນ, ໂດຍສະເພາະເດັກນ້ອຍໃນການປະທະກັນດ້ວຍອາວຸດ...

ສິ້ນສຸດການໂອ້ລົມສົນທະນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ແລະ ທາງ​ນາງລັດຖະມົນຕີການຕ່າງປະເທດນອກແວຢືນຢັນວ່າສອງຝ່າຍຈະສືບຕໍ່ຮັກສາແລະເພີ່ມທະວີກົນໄກການປຶກສາຫາລືທີ່ ເໝາະສົມເພື່ອແລກປ່ຽນເພື່ອແລກປ່ຽນ ຂໍ້ມູນຂ່າວສານ, ຄວາມຄິດເຫັນ, ຊອກຫາຄວາມເປັນເອກະພາບກັນແລະຊຸກຍູ້ຄວາມເປັນເອກະພາບໃນການຈັດການບັນຫາຕ່າງໆໃນວາລະຂອງສະພາຄວາມໝັ້ນຄົງ.

ທ່ານນາຍົກລັດຖະມົນຕີສິ້ນສຸດການຢ້ຽມຢາມ ລັດເຊຍ, ນອກແວ ແລະ ສະວິດເດັນ ຢ່າງຈົບງາມ

ຍສໝ - ໃນຕອນເຊົ້າວັນທີ 29 ພຶດສະພາ 2019, ຕາມເວລາ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊົນ ຟຸກ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສະຫະພັນ ລັດເຊຍ, ລາຊະອານາຈັກ ນອກແວ ແລະ ລາຊະອານາຈັກ ສະວິດເດັນ ...

ນາຍົກລັດຖະມົນຕີ ຫວຽດນາມ ເດີນທາງໄປຢ້ຽມຢາມສະຫະພັນລັດເຊຍ, ນອກແວ ແລະ ສະວີເດັນ ຢ່າງເປັນທາງການ

ຍສໝ - ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2019, ທ່ານ ຫງວຽນ ຊົນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມ ສະຫະພັນລັດເຊຍ; ລາຊະອານາຈັກ ນອກແວ ແລະ ລາຊະອານາຈັກສະວີເດັນ ຢ່າງເປັນທາງການ.

ອາຊຽນ - ນອກແວ: ຊຸກຍູ້ການຮ່ວມມື

ຍສໝ - ຫວ່າງແລ້ວນີ້, ກອງປະຊຸມຄັ້ງທີ 4 ຄະນະກໍາມະການຮ່ວມມືຮ່ວມຕາມຂົງເຂດ ລະຫວ່າງ ອາຊຽນ - ນອກແວ ໄດ້ຈັດຂຶ້ນຢູ່ສໍານັກງານຄະນະເລຂາອາຊຽນ ທີ່ ນະຄອນຫຼວງ ຈາກາກຕາ ຂອງ ອິນໂດເນເຊຍ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.