ຮອງເລຂາທິການໃຫຍ່ ສປຊ ມີຄວາມປາດຖະໜາກຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ

12:55 | 06/12/2020

ຍ​ສ​ໝ - ທ່ານ ຟານ​ຈີ໊ແທັງ ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຫວຽດ​ນາມ ​ປະ​ຈຳ UNESCAP ຢັ້ງ​ຢືນ ວ່າ ຫວຽດ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ແລະ ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2030 ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຕີ​ລາ​ຄ​າ​ສູງ​ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ ແລະ ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ແ​ລະ ESCAP.

ເລຂາທິການໃຫຍ່ ສປຊ ສົ່ງໂທລະເລກຢ້ຽມຢາມຖາມຂ່າວ ສະພາບການພາຍຸນໍ້າຖວ້ນຢູ່ພາກກາງຫວຽດນາມ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມໄດ້ເຂົ້າຮ່ວມພິ​ທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ສປຊ
ຮອງເລຂາທິການໃຫຍ່ ສປຊ ມີຄວາມປາດຖະໜາກຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ
ທ່ານ ຟານ​ຈີ໊ແທັງ ​​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ UNESCAP ແລະ ທ່ານນາງ Armida Salsiah Alisjahbana ​ຮອງ​ເລ​ຂາ​ທິ​ການ ສ​ປ​ຊ, ເລ​ຂາ​ຝ່າຍ​ບໍ​ລິ​ຫານ ESCAP.(ພາບ: Baoquocte.vn)

ຕອນ​ບ່າຍ​ວັນ​ທີ 3 ທັນ​ວາ, ຢູ່​ສຳ​ນັກ​ງານ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ - ສັງ​ຄົມ ອາ​ຊີ - ປາ​ຊີ​ຟິກ ຂ​ອງ ສ​ປ​ຊ, ທ່ານ ຟານ​ຈີ໊ແທັງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ​ປະ​ຈຳ​ໄທ, ທັງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ UNESCAP, ທ່ານນາງ Armida Salsiah Alisjahbana ​ຮອງ​ເລ​ຂາ​ທິ​ການ ສ​ປ​ຊ, ເລ​ຂາ​ຝ່າຍ​ບໍ​ລິ​ຫານ ESCAP.

ທີ່​ການ​ພົບ​ປະ, ທ່ານນາງ Armida Salsiah Alisjahbana ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ, ເຂ​ລາ​ຝ່າ​ຍ​ບໍ​ລິ​ຫານ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ - ສັງ​ຄົມ​ ອາ​ຊີ - ປາ​ຊີ​ຟິກ ຂອງ ສ​ປ​ຊ (ESCAP) ໄດ້​ຍ້ອງ​ຍໍ​​ຕໍ່ຄວາມ​ຕັດ​ສິນ​ໃຈ, ຄ​ວາມ​ມາ​ນະ​ພະ​ຍາມ​ ກໍ່​ຄື ​ຜົນ​​ງານ​ຂອງ ຫວຽດ​ນາມ​ ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ປີ 2030 ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ພ້ອມ​ທັງ​ ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ເພີ່ມ​ທະ​ວີການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ ESCAP ເວົ້າ​ສະ​ເພາະ ແລະ ລະ​ຫວ່າງ ສ​ປ​ຊ - ອາ​ຊຽນ ເວົ້າ​ລວມ.

ໃນ​ການ​ແລ​ກ​ປ່ຽນ​ພາຍຫຼັງ​ພິ​ທີມອ​ບ​ສານ​ຕາ​ຕັ້ງ, ທ່ານ​ນາງ Alisjahbana ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ບັນ​ດາ​ຜົນ​ງານ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັ​ງ​ຄົມ​ຂ​ອງ ຫວຽດ​ນາມ​ໃນ 10 ປີ​ທີ່​ຜ່ານ​ມາ, ທ່ານນາງ​ກໍ່​ຮັບ​ຮູ້​ເລື່ອງ ຫວຽດ​ນາມ ແມ່ນ​​ປະ​ເທດ​ໂດດ​ເດັ່ນ​ກ່ຽວ​ກັບ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ສືບ​ຕໍ່​ຮັກ​ສາ​ໄດ້​ທ່າ​ເຕີ​ບ​ໂຕ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ເກີດໂລກ​ລະ​ບາດ.

ສ່ວນທ່ານ ຟານ​ຈີ໊ແທັງ ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຫວຽດ​ນາມ​ປະ​ຈຳ UNESCAP ໄດ້​ສະ​ແດງຄວາມ​ປິ​ຕິ​ຊົມ​ຊື່ນ ແລະ ຮູ້​ສຶກ​ເປັນ​ກຽດ​ເມື​່ອ​ແມ່ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ຜູ້​ທຳ​ອິດ​ປະ​ຈຳ ​ UNESCAP, ທ່ານ​ກໍ່​ຢັ້ງ​ຢືນ ວ່າ ຫວຽດ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ແລະ ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2030 ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຕີ​ລາ​ຄ​າ​ສູງ​ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ ແລະ ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ແ​ລະ ESCAP.

ເລຂາທິການໃຫຍ່ ສປຊ ສົ່ງໂທລະເລກຢ້ຽມຢາມຖາມຂ່າວ ສະພາບການພາຍຸນໍ້າຖວ້ນຢູ່ພາກກາງຫວຽດນາມ

ຍສໝ - ໄດ້ຍິນຂ່າວວ່າ ຫວຽດນາມ ກຳລັງປະສົບກັບຄວາມເສຍຫາຍຫລາຍຢ່າງ ທີ່ເກີດຈາກໄພພິບັດທາງທຳ ມະຊາດ, ທ່ານ Antonio Guterres - ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ສົ່ງໂທລະເລກຢ້ຽມຢາມຖາມຂ່າວ ມາເຖິງທ່ານເລຂາທິການໃຫຍ່ ແລະ ປະທານປະເທດຫວຽດນາມຫງວຽນຟູຈ້ອງ.

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມໄດ້ເຂົ້າຮ່ວມພິ​ທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ສປຊ

ຍ​ສ​ໝ - ທ່ານ Kamal Maholtra ຜູ້ປະສານງານ ສປຊ ປະຈຳ ຫວຽດນາມຕີລາຄາສູງທີ່ຕັ້ງ ແລະບົດບາດຂອງຫວຽດນາມໃນຖານະເປັນ​ກຳ​ມະ​ການ​ບໍ່​ປະ​ຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021 ແລະປະທານອາຊຽນໃນປີ 2020.

ຫວຽດ​ນາມ​​ເປັນ​ປະ​ທານ​ຮ່ວມກອງປະຊຸມທາງອອນລາຍຂອງ ສະພາຄວາມໝັ້ນຄົງ ສປຊ

ຍ​ສ​ໝ - ບັນດາປະເທດ ເກືອບທັງໝົດໄດ້ສະໜັບສະໜູນການນຳໃຊ້ມາດຕະການເປັນກາງໃນການສະກັດກັ້ນ, ແກ້ໄຂການຂັດແຍ້ງ, ປະທະກັນ ໂດຍຖືວ່າ ສະພາຄວາມໝັ້ນຄົງ ສປຊ ມີບົດບາດຕົ້ນຕໍ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ, ຄວນສືບຕໍ່ໜູນຊ່ວຍ, ຊຸກຍູ້ມາດຕະການເປັນກາງຜ່ານການສະໜັບສະໜູນດ້ານການເມືອງໃຫ້ແກ່ ການເປັນກາງ, ກຳມະການໄກ່່ເກ່ຍ, ສ້າງກຳລັງຄວາມສາມາດເປັນກາງ ໃຫ້ແກ່ບັນດາອົງການຈັດຕັ້ງພາກພື້ນ, ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ ຕໍ່ວິວັດທະນາການຄວາມເປັນກາງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.