ໄຂກອງປະຊຸມໃຫຍ່ຜູ້ແທນ ກຳມະບານລາວທົ່ວປະເທດ ຄັ້ງທີ VIII

16:30 | 04/12/2020

ໂອກາດນີ້, ສະຫາຍ ປ້ານ ນ້ອຍມະນີ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ຈະໄດ້ພ້ອມກັນສັງເກດຕີລາຄາ ແລະ ຮັບຮອງເອົາ ຮ່າງບົດລາຍງານການເມືອງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານທົ່ວປະເທດ ຄັ້ງທີ VII ໃນຕະຫລອດໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025).

ໄຂກອງປະຊ ມໃຫຍ ຜ ແທນ ກຳມະບານລາວທ ວປະເທດ ຄ ງທ viii ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII ຈະຈັດຂຶ້ນໃນວັນທີ 27 ຕຸລາ 2020
ໄຂກອງປະຊ ມໃຫຍ ຜ ແທນ ກຳມະບານລາວທ ວປະເທດ ຄ ງທ viii ໄຂກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງ ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ
ໄຂກອງປະຊ ມໃຫຍ ຜ ແທນ ກຳມະບານລາວທ ວປະເທດ ຄ ງທ viii
ໄຂກອງປະຊຸມໃຫຍ່ຜູ້ແທນ ກຳມະບານລາວທົ່ວປະເທດ ຄັ້ງທີ VIII (ພາບ: kpl)

ກອງປະຊຸມໃຫຍ່ຜູ້ແທນ ກຳມະບານລາວທົ່ວປະເທດ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 3-4 ທັນວາ 2020 ເພື່ອຕີລາຜົນສຳເລັດໃນການຈັດຕັ້ງປະ ຕິບັດວຽກງານກຳມະບານຕະຫລອດໄລຍະ 5 ປີຜ່ານມາ, ວາງທິດທາງແຜນການ 5 ປີຕໍ່ໜ້າ ແລະ ເລືອກຕັ້ງເອົາຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ VIII (ຊຸດໃໝ່) ເພື່ອເປັນຫລັກແຫລ່ງແກ່ນສານໃນການສືບຕໍ່ຊີ້ນໍາ-ນໍາພາວຽກງານກຳມະບານໃນຕໍ່ໜ້າ.

ກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານຂອງສະຫາຍ ປ້ານ ນ້ອຍມະນີ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົທ ແສງນວນ ໄຊຍະລາດ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີຄະນະປະທານກອງປະຊຸມ, ຜູ້ນຳພັກ-ລັດ, ສະພາແຫ່ງຊາດ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສະຫະພັນນັກຮົບເກົ່າ, ພະນັກງານອາວຸໂສ ແລະ ຜູ້ແທນສົມບູນຈຳນວນ 400 ສະຫາຍ ຍິງ 71 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກກໍາມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ສະຫາຍ ປ້ານ ນ້ອຍມະນີ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ຈະໄດ້ພ້ອມກັນສັງເກດຕີລາຄາ ແລະ ຮັບຮອງເອົາ ຮ່າງບົດລາຍງານການເມືອງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານທົ່ວປະເທດ ຄັ້ງທີ VII ໃນຕະຫລອດໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025). ຂະນະດຽວກັນ, ກໍຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດລະບຽບສະຫະພັນກຳມະບານລາວ ສະໄໝທີ VIII ແລະ ຮ່າງບົດສຳຫລວດການນຳພາລວມ ຂອງຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ VII.

ພ້ອມກັນນັ້ນ ຈະໄດ້ດຳເນີນການບ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ VIII ເພື່ອນໍາພາ-ຊີ້ນຳ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະ ເທດ ຄັ້ງທີ VIII.

ກອງປະຊຸມ ຍັງໄດ້ຜ່ານຮ່າງບົດລາຍງານການເມືອງ, ຮ່າງແຜນຍຸດທະສາດພັດທະນາກຳມະບານລາວ (2021- 2025), ລາຍງານການປັບປຸງ, ດັດແປງກົດລະບຽບ ຂອງສະຫະພັນກຳມະບານລາວ ສະໄໝທີ VIII ແລະ ປັບປຸງເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ບົດສຳຫລວດການນຳພາຂອງຄະນະບໍລິຫານງານ ສະໄໝທີ VII ເຊິ່ງຕະ ຫລອດໄລຍະ 5 ປີຜ່ານມາ ສະຫະພັນກຳມະບານແຕ່ລະຂັ້ນ ໄດ້ຕັ້ງໜ້າເຄື່ອນໄຫວວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກຳມະບານ, ກຳມະ ກອນ ແລະ ຜູ້ອອກແຮງງານ ໃນລະບົບ ແລະ ນອກລະບົບ, ອັນພົ້ນເດັ່ນແມ່ນ ໄດ້ເປັນເຈົ້າການຄົ້ນຄວ້າສະເໜີປັບປຸງຄ່າແຮງງານຂັ້ນຕ່ຳຂອງກຳມະກອນ ຈາກ 900.000 ກີບ ຂຶ້ນເປັນ 1.100.000 ກີບ.

ສັງລວມແລ້ວ ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວ ມີຄວາມເຊື່ອໝັ້ນຕໍ່ແນວທາງຂອງພັກ-ນະໂຍບາຍຂອງລັດ, ເວລາໃດກໍໄດ້ຢືນຢູ່ໃນແຖວໜ້າຂະບວນການຜະລິດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ມີຄວາມຕື່ນຕົວທາງດ້ານການເມືອງ ແລະ ເປັນເຈົ້າຕົນເອງຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ໄດ້ສະແດງອອກຢ່າງມີຊີວິດຊີວາ; ການຈັດຕັ້ງກຳມະບານແຕ່ລະຂັ້ນ ໄດ້ຮັບການປັບປຸງໃຫ້ມີຄວາມເຂັ້ມແຂງ ແລະ ໄດ້ຂະຫຍາຍຕົວເຂົ້າສູ່ຫົວໜ່ວຍແຮງງານກວ້າງຂວາງກວ່າເກົ່າ ອັນໄດ້ເຮັດໃຫ້ບົດບາດຂອງສະຫະພັນກຳມະບານລາວ ໄດ້ຮັບການຍົກສູງຂຶ້ນຢູ່ໃນສັງຄົມ, ພາກພື້ນ ແລະ ສາກົນ.

ໃນຕໍ່ໜ້າ, ສູນກາງສະຫະພັນກຳມະບານລາວ ຈະສືບຕໍ່ເພີ່ມທະວີໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງ ງານ ຮັບຮູ້, ເຊື່ອມຊຶມແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ເສີມຂະຫຍາຍຄຸນລັກສະນະດີເລີດຂອງຊົນຊັ້ນກຳມະກອນ ແລະ ເຕົ້າໂຮມຄວາມສາມັກຄີ, ທັງ ປຸກລະດົມກຳມະກອນ ແລະ ຜູ້ອອກແຮງງານລາວ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ນອກຈາກນັ້ນ ກໍເຊີດຊູບົດບາດ ແລະ ປັບປຸງການຈັດຕັ້ງກຳມະບານແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງ ເພື່ອປຸກລະດົມຂົນຂວາຍກຳມະກອນ,​ ຜູ້ອອກແຮງງານ ເຂົ້າຢູ່ໃນການຈັດຕັ້ງກໍາມະບານ ໃຫ້ຫລາຍຂຶ້ນກວ່າເກົ່າ, ບຳລຸງ-ກໍ່ສ້າງພະນັກງານກຳມະບານ ໃຫ້ມີຄວາມຮູ້, ຄວາມສາມາດ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງ ການຂອງວຽກງານກຳມະບານ ໃນສະເພາະໜ້າ ແລະ ຍາວນານ.

ໄຂກອງປະຊ ມໃຫຍ ຜ ແທນ ກຳມະບານລາວທ ວປະເທດ ຄ ງທ viii ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ VII ໄຂຂຶ້ນຢ່າງເປັນທາງການ

ຄະນະພັກ ໄດ້ເອົາໃຈໃສ່ຊີ້ນໍາ ວຽກງານສະຫວັດດີການ ສັງຄົມຢ່າງມີຈຸດສຸມ ແລະ ຕໍ່ເນື່ອງ ໄດ້ເຮັດໃຫ້ລະບອບປະກັນສັງຄົມ ມີການພັດທະນາ ເປັນທັນສະໄໝ, ຮັບປະກັນຄວາມວ່ອງໄວ, ໂປ່ງໃສ, ຍຸຕິທຳ ແລະ ຄວາມຍືນຍົງ, ລະບົບການອຸດໜູນ ປະກັນສັງຄົມປະເພດຕ່າງໆ ໄດ້ຮັບການປັບປຸງ ມີຄວາມເຂັ້ມແຂງ, ມີປະສິດ ທິພາບສູງຂື້ນ

ໄຂກອງປະຊ ມໃຫຍ ຜ ແທນ ກຳມະບານລາວທ ວປະເທດ ຄ ງທ viii ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII ຈະຈັດຂຶ້ນໃນວັນທີ 27 ຕຸລາ 2020

ການຈັດການແຂ່ງຂັນສິລະປະເພື່ອຄັດເລືອກເອົາທີມສິລະປະເຂົ້າຮ່ວມສະແດງໃນກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII ຈະຈັດຂຶ້ນໃນວັນທີ 27 ຕຸລາ 2020 ເວລາ 8:30 ເປັນຕົ້ນໄປ ທີ່ໂຮງຮຽນ ສິລະປະດົນດີແຫ່ງຊາດ.

ໄຂກອງປະຊ ມໃຫຍ ຜ ແທນ ກຳມະບານລາວທ ວປະເທດ ຄ ງທ viii ໄຂກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງ ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ

ກະຊວງ ປກສ ຍັງປະຕິບັດແຜນກໍ່ສ້າງ ພະນັກງານນຳພາສືບທອດປ່ຽນແທນໃນແຕ່ລະຂັ້ນຕາມທິດຊີ້ນຳ ຂອງສູນກາງພັກຢ່າງເປັນລະບົບ, ຕໍ່ເນື່ອງ ແລະ ຮັບປະກັນ 3 ຮຸ່ນ ຄື: ອາວຸໂສ, ການນຳ, ໜຸ່ມ ທັງຮັບປະກັນມີກຳລັງເພດຍິງ, ຊົນເຜົ່າ ທີ່ສົມ ສ່ວນໃນໂຄງປະກອບການຈັດຕັ້ງ, ຕຳແໜ່ງງານ ກໍຄື ຂະແໜງການວິຊາສະເພາະທີ່ຈຳເປັນ ທຽບໃສ່ໄລຍະກ່ອນ ເພີ່ມ ຂຶ້ນ 23%.

kpl.gov.la/

ເຫດການ
302 Found

Found

The document has moved here.