ຍສໝ - ຮັກສາການຮອງລັດຖະມົນຕີການຕ່າງປະເທດ ຈີເລ ທ່ານ Rodrigo Olsen Olivares ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາວິລະຊົນປະຫວັດສາດຂອງຊາວ ຫວຽດນາມ.
ຍສໝ - ວັນທີ 8 ກັນຍາ, ຢູ່ສຳນັກງານໃຫຍ່ສະມາຄົມມິດຕະພາບ ແລະ ການພົວພັນດ້ານວັດທະນະທຳ ເບລາຣຸດ ກັບບັນດາປະເທດ, ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ. ພິທີດັ່ງກ່າວຈັດຂຶ້ນໂດຍສະມາຄົມມິດຕະພາບ ສົມທົບກັບສະຖານທູດ.
ຍສໝ - ບັນດາຜູ້ຊ່ຽວຊານໃຫ້ຂໍ້ສັງເກດປັດໄຈຕັດສິນເຖິງໄຊຊະນະຂອງການປະຕິວັດຫວຽດນາມ ແມ່ນພັກກອມມູນິດຫວຽດນາມ - ກຳລັງທີ່ເຜີຍແຜ່ອຸດົມການໂຮ່ຈິມິນ ແລະ ຈັດຕັ້ງເພື່ອປົກປັກຮັກສາຜົນປະໂຫຍດຂອງປະຊາຊົນ.
ຍສໝ - ຈາກສະໜາມຫຼວງ ບາດິ່ງ ປະຫວັດສາດໃນວັນທີ 2 ກັນຍາປີ 1945 ໄປຮອດການສວນສະໜາມ, ແຫ່ຂະບວນໃຫຍ່ໂຕໂອ້ໂຖງພາຍຫຼັງ, ແຕ່ລະໄລຍະວັນແຫ່ງຊາດລ້ວນແຕ່ໄດ້ຝາກໄວ້ບັນດາເຄື່ອງໝາຍວິລະຊົນໃນດວງໃຈຂອງປະເທດຊາດ, ຢືນຢັນເຖິງກຳລັງແຮງແຫ່ງນ້ຳໃຈສາມັກຄີອັນໃຫຍ່ຫຼວງ ແລະ ຄວາມມຸ່ງມາດປາດຖະໜາບືນຂຶ້ນຂອງປະເທດຊາດ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ຢ່າງປະສົມຜົນສຳເລັດ ແລະ ວັນຊາດ 2 ກັນຍາ, ຫຼາຍອົງການປະຊາຊົນ, ບຸກຄົນທີ່ເປັນເພື່ອນມິດ, ຄູ່ຮ່ວມມືຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນເຖິງການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ.
ຍສໝ - ນັບແຕ່ວັນປະຫວັດສາດຂອງວັນທີ 2 ກັນຍາ 1945 ຢູ່ສະໜາມຫຼວງ ບາດິ່ງ (ຮ່າໂນ້ຍ) ດ້ວຍທຸງຊາດ ແລະ ດອກໄມ້ອັນສະຫງ່າລາສີ ເມື່ອປະທານ ໂຮ່ຈີມິນ ອ່ານຖະແຫຼງການເອກະລາດ, ການໃຫ້ກຳເນີດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ຫວຽດນາມ ໄດ້ຜ່ານຜ່າໄລຍະ 80 ປີແຫ່ງການເດີນທາງໄປມາດ້ວຍບັນດາຂີດໝາຍປະຫວັດສາດອັນສະຫງ່າງາມ ແລະ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ນີ້ແມ່ນຄວາມຮັບຮູ້ຢ່າງຈິງໃຈຂອງເພື່ອນ ຝຣັ່ງ ທີ່ໄດ້ສະໜິດສະໜົມກັບ ຫວຽດນາມ.
ຍສໝ - ຕອນຄ່ຳວັນທີ 21 ສິງຫາ, ຢູ່ສະໜາມຫຼວງ ບາດິ່ງ (ຮ່າໂນ້ຍ), ຕອນຝຶກແອບສວນສະໜາມຄັ້ງທຳອິດ ເພື່ອມຸ່ງໄປເຖີງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ໄຂຂຶ້ນ ດ້ວຍການເຂົ້າຮ່ວມຂອງພະນັກງານ, ນາຍ, ທະຫານ, ຕຳຫຼວດ, ພ້ອມກັບກຳລັງທະຫານທີ່ມາຈາກສ.ລັດເຊຍ, ລາວ, ກຳປູເຈຍ 16.300 ຄົນ.
ຍສໝ - ຕອນບ່າຍວັນທີ 19 ສິງຫາ, ຢູ່ສໍານັກງານໃຫຍ່ສະຖານທູດຫວຽດນາມ ປະຈໍາ ກຳປູເຈຍ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ຫງວຽນມິງຫວູ ໄດ້ມີການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ກຳປູເຈຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19 ສິງຫາ 1945 - 19 ສິງຫາ) 2025) ແລະ ວັນຊາດຫວຽດນາມ (2 ກັນຍາ 1945 - 2 ກັນຍາ 2025).
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ (2 ກັນຍາ 1945 – 2 ກັນຍາ 2025), ທ່ານນາງ Anjuska Marija Weil, ປະທານສະມາຄົມມິດຕະພາບສະວິດ - ຫວຽດນາມ ໄດ້ແບ່ງປັນຄວາມຕື້ນຕັນໃຈເມື່ອໄດ້ເຫັນປະເທດ ເຊິ່ງນາງເຄີຍຕໍ່ສູ້ເພື່ອສັນຕິພາບ ແລະ ເອກະລາດກັບເພື່ອນມິດສາກົນ, ປະຈຸບັນໄດ້ພັດທະນາຢ່າງເຂັ້ມແຂງ ແລະ ເຊື່ອມຕໍ່ນັບມື້ນັບເລີກເຊິ່ງກັບສະວິດ.
ຍສໝ - ຕອນຄ່ຳວັນທີ 12 ສິງຫາ, ຢູ່ແຂວງຈໍາປາສັກ, ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ ປາກເຊ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໂດຍການເຂົ້າຮ່ວມຂອງບັນດາການນຳ 4 ແຂວງພາກໃຕ້ຂອງລາວ, ຜູ້ຕາງໜ້າບັນດາອົງການການທູດ, ປະຊາຄົມຊາວຫວຽດນາມ ແລະ ເພື່ອນມິດສາກົນ. ນີ້ແມ່ນໂອກາດເພື່ອກວດກາຄືນການເດີນທາງອັນສະຫງ່າລາສີຂອງປະຊາຊົນຫວຽດນາມ, ເຊີດຊູສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ - ລາວ ແລະ ຢືນຢັນຄວາມຕັດສິນໃຈຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ.
ຍສໝ - ວັນທີ 14 ສິງຫາ, ຢູ່ຮ່າໂນ້ຍ, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງການສຳມະນາວິທະຍາສາດແຫ່ງຊາດ ດ້ວຍຫົວຂໍ້ “ການປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ: ຄຸນຄ່າໃນຍຸກສະໄໝ ແລະ ຊີວິດຕະຫຼອດໄປ”.
ຍສໝ - ຕອນຄ່ຳວັນທີ 10 ສິງຫາ, ຢູ່ສະໜາມກິລາແຫ່ງຊາດ ໝິດິ່ງ (ຮ່າໂນ້ຍ), ໜັງສືພິມເຍິນເຢິນ ແລະຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຈັດລາຍການສະແດງສິລະປະການເມືອງ “ປະເທດຊາດໃນຫົວໃຈ”.
ຍສໝ - ຕາມນັກຂ່າວສຳນັກຂາວສ່ານຫວຽດນາມ ປະຈຳ ລາວ, ຕອນບ່າຍວັນທີ 8 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດຕັ້ງງານແຂ່ງຂັນ Pickleball ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ (1945 – 2025) ແລະ ວັນຊາດ (2 ກັນຍາ 1945 – 2 ກັນຍາ 2025).
ຍສໝ - ວັນທີ 6 ສິງຫາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມຂ່າວ ເພື່ອຂໍ້ມູນກ່ຽວກັບບາງການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ (2 ກັນຍາ 1945-2 ກັນຍາ 2025).
ຍສໝ - ຕອນບ່າຍວັນທີ 17 ກໍລະກົດ, ທີ່ການປະຊຸມຂ່າວປະຈຳຂອງກະຊວງການຕ່າງປະເທດ, ທ່ານນາງ ໂຄສົກກະ ຊວງການຕ່າງປະເທດ ຟ້່າມທູຮັ່ງ ແຈ້ງວ່າ: ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ວັນທີ 2 ກັນຍາ ແມ່ນໂອກາດເພື່ອໃຫ້ຫວຽດນາມ ແລະ ບັນດາເພື່ອນມິດສາກົນເຊີດຊູບັນດາຄຸນຄ່າແບບຍືນຍົງຂອງເອກະລາດ ແລະ ເສລີພາບ.
ຍສໝ - ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສົ່ງຄຳເຊີນກະຊວງປ້ອງກັນປະເທດຂອງ 8 ປະເທດຄື: ລັດເຊຍ, ຈີນ, ລາວ, ກຳປູເຈຍ, ກູບາ, ເບລາຣຸດ, ກາຊັກສະຖານ, ອາເຊີໄບຈັນ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ, ພ້ອມກັນນັ້ນ ໄດ້ເຊີນ 5 ປະເທດຄື: ລັດເຊຍ, ຈີນ, ລາວ, ກຳປູເຈຍ, ເບລາຣຸດ ສົ່ງກໍາລັງເພື່ອເຂົ້າຮ່ວມໃນການເດີນສວນສະໜາມຢູ່ພິທີສະເຫຼີມສະຫຼອງ.
ຍສໝ - ວັນທີ 2 ກໍລະກົດ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ການາດາ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມພົບປະສະເຫຼີມສະຫຼອງ 158 ປີແຫ່ງວັນຊາດການາດາ (1 ກໍລະກົດ 1867 – 1 ກໍລະກົດ 2025). ເຫດການນີ້ແມ່ນໂອກາດເພື່ອຫວນຄືນເສັ້ນທາງການພັດທະນາການພົວພັນຫວຽດນາມ - ການາດາ ໃນຫຼາຍຂົງເຂດ, ພ້ອມທັງປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ແລະ ເຮັດໃຫ້ການພົວພັນມິດຕະພາບລະຫວ່າງ 2 ປະເທດເລິກເຊິ່ງກ່ວາອີກ.
ຍສໝ - ລາຍການສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢູ່ວິທະຍາໄລການແພດ ຮ່າຕິ້ງ ໄດ້ປະກອບສ່ວນຮັດມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ-ລາວ ໂດຍທ່ານພົນຕີ ເລວັນເຮິນ, ຮອງປະທານສະມາຄົມນຳໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ອວຍພອນສະຖານທູດ ລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 – 2 ທັນວາ 2024), ແຂວງ ຫາຍຟ່ອງ ແລະ ເຊີນລາ ໄດ້ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ສະໜິດຕິດພັນຄວາກຮັກແພງອັນແໜ້ນແຟ້ນລະຫວ່າງປະຊາຊົນສອງຊາດ ຫວຽດນາມ - ລາວ.