ເສີມຂະຫຍາຍບົດບາດຂອງສື່ມວນຊົນປະຕິວັດ - ກຳລັງແນວໜ້າໃນການປົກປັກຮັກສາຮາກຖານແນວຄິດຂອງພັກໃນຍຸກສະໄໝໃໝ່

12:06 | 08/05/2026

ຍສໝ - ໃນຍຸກສະໄໝແຫ່ງການບືນຕົວຂຶ້ນ, ພ້ອມກັບການຂະຫຍາຍຕົວຢ່າງແຂງແຮງຂອງສື່ສານດີຈີຕອນ, ສື່ມວນຊົນປະຕິວັດ ຫວຽດນາມ ຈຳເປັນຕ້ອງເສີມຂະຫຍາຍບົດບາດເປັນກຳລັງແນວໜ້າ, ແມ່ນອາວຸດທາງດ້ານແນວຄິດທີ່ແຫຼມຄົມຂອງພັກ ແລະ ລັດ ໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນ ແລະ ຕອບໂຕ້ບັນດາຖ້ອຍທຳນອງທີ່ບິດເບືອນຂອງບັນດາກຳລັງປໍລະປັກ.

ວິສາຫະກິດປ້ອງກັນຊາດ ຕວກກີ ປາດຖະໜາຢາກຂະຫຍາຍການຮ່ວມມືກັບ ຫວຽດນາມ
ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ ອິນເດຍ
ເສີມຂະຫຍາຍບົດບາດຂອງສື່ມວນຊົນປະຕິວັດ - ກຳລັງແນວໜ້າໃນການປົກປັກຮັກສາຮາກຖານແນວຄິດຂອງພັກໃນຍຸກສະໄໝໃໝ່
ບັນດາສະບັບໜັງສືພິມທີ່ ລຸງໂຮ່ ສ້າງຕັ້ງ ແລະ ຈັດຕັ້ງຂຶ້ນ. (ແຫຼ່ງຂໍ້ມູນ: ໜັງສືພິມ ກອງທັບປະຊາຊົນ)

ການປົກປັກຮັກສາຮາກຖານແນວຄິດ ແມ່ນໜ້າທີ່ເປັນຕາຍ, ຕັດສິນຄວາມຄົງຕົວຂອງພັກ ແລະ ລະບອບ. ໃນສະພາບການທີ່ໂລກມີການຜັນແປລັກສະນະຍຸກສະໄໝ, ເຄືອຂ່າຍອິນເຕີເນັດໄດ້ກາຍເປັນ “ຂົງເຂດສັງຄົມໃໝ່” - ເຊິ່ງແມ່ນບ່ອນເກີດການຕໍ່ສູ້ທາງດ້ານແນວຄິດຢ່າງດຸເດືອດລະຫວ່າງບັນດາລະບົບຄຸນຄ່າ, ລະຫວ່າງກະແສຂໍ້ມູນຂ່າວສານທາງການ ແລະ ບັນດາຖ້ອຍທຳນອງບິດເບືອນຂອງບັນດາກຳລັງປໍລະປັກ, ສື່ມວນຊົນປະຕິວັດ ຫວຽດນາມ ບໍ່ພຽງແຕ່ປະຕິບັດໜ້າທີ່ຂໍ້ມູນຂ່າວສານເທົ່ານັ້ນ ແຕ່ຍັງຕ້ອງກາຍເປັນກຳລັງຫຼັກແຫຼ່ງ, ກອງໜ້າບຸກທະລຸໃນສະໜາມຮົບທາງດ້ານແນວຄິດຂອງພັກຢ່າງແທ້ຈິງ.

ການເສີມຂະຫຍາຍບົດບາດຂອງສື່ມວນຊົນໃນຍຸກສະໄໝໃໝ່ ບໍ່ພຽງແຕ່ເພື່ອສະກັດກັ້ນ “ໄວຣັດຂໍ້ມູນ” ທີ່ເປັນພິດເທົ່ານັ້ນ, ແຕ່ຍັງແມ່ນໜ້າທີ່ຍຸດທະສາດເພື່ອເຜີຍແຜ່ຄຸນຄ່າແຫ່ງມະນຸດສະທຳ, ປຸກລະດົມຄວາມມຸ່ງຫວັງພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ ແລະ ມີຄວາມສຸກ.

ສື່ມວນຊົນປະຕິວັດ - ເຄື່ອງມືໂຄສະນາທິດສະດີ ແລະ ອາວຸດທາງດ້ານແນວຄິດທີ່ແຫຼມຄົມຂອງພັກ

ນັບຕັ້ງແຕ່ມື້ທຳອິດແຫ່ງການປະຕິວັດ, ປະທານ ໂຮ່ຈີມິນ, ຜູ້ສ້າງຕັ້ງ ແລະ ເຝິກຝົນຫຼໍ່ຫຼອມພື້ນຖານສື່ມວນຊົນປະຕິວັດຂອງຊາດ ໄດ້ກຳນົດຢ່າງຈະແຈ້ງວ່າ, ສື່ມວນຊົນແມ່ນອາວຸດຕໍ່ສູ້ທີ່ມີໄຊຢ່າງຍິ່ງ: “ສຳລັບພວກເຮົາຜູ້ທີ່ຂຽນໜັງສືພິມ, ປາກກາແມ່ນອາວຸດທີ່ແຫຼມຄົມ, ບົດຂຽນແມ່ນໃບປະກາດປະຕິວັດເພື່ອປຸກລະດົມມວນຊົນສາມັກຄີກັນຕໍ່ສູ້ (…) ເພື່ອເອກະລາດແຫ່ງຊາດ, ຄວາມກ້າວໜ້າຂອງສັງຄົມ ແລະ ສັນຕິພາບຂອງໂລກ” [1]. ໃນຍຸກສະໄໝໃໝ່, ບົດບາດນີ້ຍິ່ງຕ້ອງໄດ້ຮັບການເພີ່ມທະວີດ້ວຍບັນດາຄຸນຄ່າແຫ່ງຍຸກສະໄໝ.

ໃນພິທີສະເຫຼີມສະຫຼອງ 100 ປີ ແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (ເດືອນມິຖຸນາ 2025), ທ່ານເລຂາທິການໃຫຍ່ ໂຕເລິມ (Tô Lâm) ໄດ້ຢືນຢັນວ່າ: “ໃນການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສື່ມວນຊົນແມ່ນຂົວຕໍ່ລະຫວ່າງ ພັກ, ລັດ ກັບ ປະຊາຊົນ, ແມ່ນເວທີປາໄສທີ່ໜ້າເຊື່ອຖືຂອງປະຊາຊົນ, ແມ່ນກຳລັງແຮງ, ແມ່ນແຫຼ່ງບັນດານໃຈໃຫ້ແກ່ທົ່ວປວງຊົນທັງຊາດ ບົນເສັ້ນທາງມຸ່ງໄປສູ່ອະນາຄົດທີ່ຮັ່ງມີເຂັ້ມແຂງ, ສີວິໄລ, ເອກະລາດ, ເສລີພາບ ແລະ ພັດທະນາແບບຍືນຍົງ” [2]. ຄຳຢືນຢັນນີ້ສະແດງໃຫ້ເຫັນວ່າ, ການປົກປັກຮັກສາຮາກຖານແນວຄິດຂອງລັດທິມາກ-ເລນິນ ແລະ ແນວຄິດ ໂຮ່ຈີມິນ ກໍຄືການປົກປັກຮັກສາ “ດວງວິນຍານ”, ປົກປັກຮັກສາຄວາມຖືກຕ້ອງຊອບທຳຂອງພັກ. ຖ້າສື່ມວນຊົນຫ່າງເຫີນຈາກທາດແທ້ການເມືອງ, ປ່ອຍປະສະໜາມຮົບທາງແນວຄິດ, ນັ້ນແມ່ນເວລາທີ່ຮາກຖານຂອງລະບອບຈະຖືກທຳລາຍໄດ້ງ່າຍທີ່ສຸດຕໍ່ກັບບັນດາກະແສແນວຄິດພາຍນອກ ແລະ ລັດທິແກ້.

ສື່ມວນຊົນໄດ້ເສີມຂະຫຍາຍບົດບາດເປັນເຈົ້າການໃນການກຳນົດທິດກະແສຂໍ້ມູນຂ່າວສານທາງການ, ປະກອບສ່ວນສຳຄັນເຂົ້າໃນການເຮັດໃຫ້ແນວຄິດມີສະຖຽນລະພາບ ແລະ ປັບປຸງຄວາມເຊື່ອໝັ້ນຂອງສັງຄົມ. ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາວ່າ: “ໃນສະພາບການທີ່ໂລກມີການຜັນແປຢ່າງວ່ອງໄວ, ສະຫຼັບຊັບຊ້ອນ ແລະ ຫຼາຍມິຕິ, ສື່ມວນຊົນປະຕິວັດຍາມໃດກໍຮັກສາບົດບາດເປັນກຳລັງແນວໜ້າໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ເພີ່ມທະວີຄວາມເປັນເອກະພາບໃນສັງຄົມ, ປົກປັກຮັກສາອະທິປະໄຕແຫ່ງຊາດຢ່າງໝັ້ນຄົງ, ເປັນເຈົ້າການຕໍ່ສູ້ຕອບໂຕ້ບັນດາທັດສະນະທີ່ຜິດພາດ, ປໍລະປັກ, ປົກປັກຮັກສາຮາກຖານແນວຄິດຂອງພັກ. ໃນຖານະເປັນອາວຸດທາງດ້ານແນວຄິດທີ່ແຫຼມຄົມຂອງພັກ, ສື່ມວນຊົນໄດ້ເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບ, ຕັ້ງໜ້າໂຄສະນາແນວທາງ, ນະໂຍບາຍຂອງພັກ ກ່ຽວກັບພາລະກິດການຫັນເປັນດີຈີຕອນ, ການພັດທະນາແບບຍືນຍົງ, ການປົກປັກຮັກສາສິ່ງແວດລ້ອມ, ການຮັກສາເອກະລັກວັດທະນະທຳຂອງຊາດ ແລະ ການເຊື່ອມໂຍງສາກົນຢ່າງຮອບດ້ານ ແລະ ເລິກເຊິ່ງ” [3].

ສື່ມວນຊົນປະຕິວັດ - ກຳລັງແນວໜ້າໃນການກຳນົດທິດຫາງສຽງບົນເຄືອຂ່າຍອິນເຕີເນັດ

ຍຸກສະໄໝໃໝ່ໄດ້ສ້າງການປະຕິວັດທາງດ້ານວິທີການສົ່ງຂໍ້ມູນ, ຫັນເຄືອຂ່າຍອິນເຕີເນັດໃຫ້ກາຍເປັນ “ຂົງເຂດສັງຄົມໃໝ່” ແລະ ກໍແມ່ນສະໜາມຮົບທາງດ້ານແນວຄິດທີ່ແທ້ຈິງ. ປັດຈຸບັນ, ບັນດາກຳລັງປໍລະປັກບໍ່ຢຸດຢັ້ງການມ້າງເພທຳລາຍພັກ, ລັດ ແລະ ລະບອບ ຜ່ານບັນດາແພລັດຟອມດີຈີຕອນ ດ້ວຍເລ່ຫຼ່ຽມທີ່ຊັບຊ້ອນທີ່ສຸດ. ພວກເຂົາໃຊ້ວິທີການ “ຝົນຕົກຮຳດົນໆຍ່ອມຊຶມ”, ປ່ອຍຂໍ້ມູນທີ່ບໍ່ຊັດເຈນທັງຈິງທັງປອມ, ສວຍໃຊ້ບັນຫາທີ່ອ່ອນໄຫວ ເຊັ່ນ: ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ຫຼື ສິດທິມະນຸດ ເພື່ອປຸກປັ່ນຈິດໃຈສົງໄສ, ກໍ່ຄວາມແຕກແຍກພາຍໃນກຸ່ມສາມັກຄີປວງຊົນທັງຊາດ.

ໃນສະພາບການນັ້ນ, ສື່ມວນຊົນມີບົດບາດ “ຖອນພິດ” ຂໍ້ມູນ ແລະ ກຳນົດທິດການຮັບຮູ້ໃຫ້ແກ່ປະຊາຊົນ. ສື່ມວນຊົນບໍ່ສາມາດຊັກຊ້າ ຫຼື ຫຼົບຫຼີກ, ຖ້າບໍ່ດັ່ງນັ້ນ ຊ່ອງຫວ່າງຂອງຂໍ້ມູນຈະຖືກແທນທີ່ທັນທີດ້ວຍຖ້ອຍທຳນອງບິດເບືອນ, ກໍ່ໃຫ້ເກີດຜົນຮ້າຍທີ່ຍາກຈະຄາດເດົາໄດ້ທາງດ້ານການເມືອງ. ທ່ານເລຂາທິການໃຫຍ່ ໂຕເລິມ ເຄີຍໄດ້ຊີ້ແຈ້ງຂໍ້ກຳນົດຕໍ່ສື່ມວນຊົນວ່າ: ຕ້ອງ “ປັບຕົວໃຫ້ວ່ອງໄວ, ເປັນແນວໜ້າໃນການປ່ຽນແປງໃໝ່ທາງດ້ານຈິນຕະນາການຢ່າງແຂງແຮງ, ກຳນົດເຕັກໂນໂລຊີໃຫ້ໄດ້, ບຸກທະລຸໃນວິທີການເຮັດວຽກຂອງສື່ມວນຊົນ ແລະ ການສົ່ງຂໍ້ມູນ. ເພີ່ມທະວີການປະກົດຕົວຂອງສື່ມວນຊົນປະຕິວັດ ບົນບັນດາແພລັດຟອມເຄືອຂ່າຍສັງຄົມ, ຮັກສາສະໜາມຮົບການໂຄສະນາຂໍ້ມູນຂ່າວສານ ຕໍ່ກັບການຂະຫຍາຍຕົວຂອງບັນດາແພລັດຟອມຂ້າມຊາດ” [4].

ສິ່ງນີ້ໝາຍຄວາມວ່າ ສື່ມວນຊົນຕ້ອງເປັນເຈົ້າການປະກົດຕົວໃນທຸກແພລັດຟອມດີຈີຕອນ, ໃຊ້ຄວາມຈິງທີ່ພາວະວິໄສ, ເຫດຜົນທາງວິທະຍາສາດ ແລະ ຫຼັກຖານທີ່ໜັກແໜ້ນ ເພື່ອຫັກລ້າງບັນດາຖ້ອຍທຳນອງຂອງພວກປໍລະປັກ. ເມື່ອສື່ມວນຊົນຮັກສາບົດບາດການກຳນົດທິດໄດ້ໝັ້ນຄົງ, ຫາງສຽງສັງຄົມຈະມີ “ຕາໜ່າງກັ່ນຕອງ” ທີ່ຈຳເປັນ ເພື່ອສ້າງພູມຕ້ານທານດ້ວຍຕົນເອງຕໍ່ກັບ “ໄວຣັດ” ແນວຄິດທີ່ເປັນພິດ, ຮັບປະກັນໃຫ້ກະແສຂໍ້ມູນຫຼັກຍາມໃດກໍແມ່ນຂໍ້ມູນທີ່ຕັ້ງໜ້າ ແລະ ມີລັກສະນະສ້າງສັນ.

ໃນສະພາບການທີ່ເຄືອຂ່າຍສັງຄົມລະເບີດຂຶ້ນ, ບັນດາອົງການສື່ມວນຊົນຫຼັກ ເຊັ່ນ: ໜັງສືພິມເຍີນເຊີນ (Nhân Dân), ວາລະສານກອມມູນິດ (Tạp chí Cộng sản), ສະຖານີໂທລະພາບຫວຽດນາມ (VTV)... ໄດ້ກາຍເປັນ “ສະໝໍເຮືອ” ຂອງຂໍ້ມູນຢ່າງແທ້ຈິງ. ຕົວເລກຕົວຈິງສະແດງໃຫ້ເຫັນວ່າ, ສະເລ່ຍແຕ່ລະປີມີຂ່າວ ແລະ ບົດຂຽນລົງເລິກກ່ຽວກັບການປົກປັກຮັກສາຮາກຖານແນວຄິດຂອງພັກນັບໝື່ນບົດ ທີ່ໄດ້ຮັບການເຜີຍແຜ່ໃນທຸກຮູບແບບສື່ສານ.

ເປັນພິເສດ, ການຕໍ່ສູ້ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ທີ່ພັກເປັນຜູ້ລິເລີ່ມ ໄດ້ຮັບການສະທ້ອນຈາກສື່ມວນຊົນຢ່າງແຂງແຮງ ດ້ວຍຂ່າວ ແລະ ບົດຂຽນກວ່າ 74.340 ບົດ ພຽງແຕ່ໃນໜຶ່ງສະໄໝກອງປະຊຸມໃຫຍ່, ເພີ່ມຂຶ້ນ 5 ເທົ່າ ເມື່ອທຽບກັບໄລຍະກ່ອນໜ້ານັ້ນ [5]. ນີ້ຄືຫຼັກຖານຢັ້ງຢືນວ່າ ສື່ມວ

ສື່ມວນຊົນປະຕິວັດ - “ໂລ້ກຳບັງ” ຮັກສາຄວາມໝັ້ນຄົງທາງດ້ານແນວຄິດ ແລະ ປັບປຸງຄວາມເຊື່ອໝັ້ນຂອງສັງຄົມ

ປະຫວັດສາດຂອງຂະບວນການກອມມູນິດ ແລະ ກຳມະກອນສາກົນໄດ້ພິສູດໃຫ້ເຫັນວ່າ, ການພັງທະລາຍຂອງລະບອບການເມືອງໃດໜຶ່ງ ມັກຈະບໍ່ໄດ້ເລີ່ມຕົ້ນຈາກການພັງທະລາຍທາງດ້ານເສດຖະກິດ ຫຼື ການທະຫານ, ແຕ່ເລີ່ມຕົ້ນຈາກການເຊາະເຈື່ອນຂອງຄວາມເຊື່ອໝັ້ນທາງດ້ານແນວຄິດ ແລະ ຄວາມວຸ່ນວາຍໃນການຮັບຮູ້ຂອງສັງຄົມ. ດັ່ງນັ້ນ, ການປົກປັກຮັກສາຮາກຖານແນວຄິດ ໃນຕົວຈິງແລ້ວແມ່ນການຕໍ່ສູ້ເພື່ອປົກປັກຮັກສາຄວາມເຊື່ອໝັ້ນຂອງປະຊາຊົນ.

ສື່ມວນຊົນປະຕິວັດ, ດ້ວຍບົດບາດເປັນຂົວຕໍ່ລະຫວ່າງ ພັກ ກັບ ປະຊາຊົນ, ແມ່ນເຄື່ອງມືທີ່ສຳຄັນທີ່ສຸດເພື່ອສ້າງຄວາມເປັນເອກະພາບໃນສັງຄົມຕໍ່ກັບບັນດາແນວທາງ, ນະໂຍບາຍໃຫຍ່ ແລະ ບັນດາການຕົກລົງທີ່ສຳຄັນຂອງ ພັກ ແລະ ລັດ. ດ້ວຍການກຳແໜ້ນຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ວ່າ ການຕຳນິກໍ່ສ້າງຕ້ອງຖືກຕ້ອງ... ຕ້ອງມີຈິດໃຈສ້າງສັນ, ສື່ມວນຊົນໃນປັດຈຸບັນ, ໂດຍຜ່ານການເຜີຍແຜ່ບັນດາຄຸນຄ່າທີ່ດີງາມ, ບັນດາແບບຢ່າງທີ່ດີເດັ່ນໃນທຸກຂົງເຂດຂອງຊີວິດສັງຄົມ ແລະ ໂດຍສະເພາະແມ່ນຄວາມເປີດເຜີຍ, ໂປ່ງໃສ ໃນການຕໍ່ສູ້ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ໄດ້ປະກອບສ່ວນປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ກັບຄວາມບໍລິສຸດຜຸດຜ່ອງ ແລະ ສະມັດຖະພາບໃນການກຳອຳນາດຂອງພັກ. ເມື່ອ “ຈິດໃຈປະຊາຊົນ” ແລະ “ເຈດຈຳນົງຂອງພັກ” ຫຼອມລວມເຂົ້າກັນ, ຄວາມເຊື່ອໝັ້ນຂອງສັງຄົມຈະກາຍເປັນ “ໂລ້ກຳບັງອ່ອນ” ທີ່ໝັ້ນຄົງທີ່ສຸດ, ບໍ່ມີກຳລັງປະຕິກິລິຍາໃດໆສາມາດມ້າງເພທຳລາຍໄດ້.

ການເສີມຂະຫຍາຍບົດບາດຂອງສື່ມວນຊົນເພື່ອເພີ່ມພູນຄູນສ້າງຄວາມເຊື່ອໝັ້ນນີ້ ແມ່ນຄວາມຈຳເປັນພາວະວິໄສ ແນໃສ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ - ສັງຄົມ ຢ່າງຍືນຍົງ ເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ບັນດາໄລຍະແຫ່ງການພັດທະນາທີ່ສູງກວ່າໃນຍຸກສະໄໝໃໝ່.

ຂະບວນການຫັນເປັນດີຈີຕອນຂອງສື່ມວນຊົນ ໄດ້ເລີ່ມສ້າງຄວາມສາມາດໃນການແຂ່ງຂັນໃໝ່, ຊ່ວຍໃຫ້ສື່ມວນຊົນເປັນເຈົ້າສະໜາມຮົບທາງດ້ານແນວຄິດໃນຍຸກສະໄໝໃໝ່. ໃນການປະຕິບັດຍຸດທະສາດການຫັນເປັນດີຈີຕອນຂອງສື່ມວນຊົນຮອດປີ 2025, ທິດທາງຮອດປີ 2030, ສື່ມວນຊົນເອເລັກໂຕຣນິກຈຳເປັນຕ້ອງພັດທະນາຢ່າງແຂງແຮງບົນຫຼາຍແພລັດຟອມ, ບໍ່ຈຳກັດຢູ່ພຽງແຕ່ເວັບໄຊແບບດັ້ງເດີມ. ຫຼາຍຫ້ອງຂ່າວໄດ້ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຊັ່ນ AI ແລະ Big Data ເພື່ອກວດກາ ແລະ ກວດພົບແນວໂນ້ມຂອງຂໍ້ມູນທີ່ບໍ່ດີ ແລະ ເປັນພິດໄດ້ຢ່າງວ່ອງໄວ.

ສິ່ງນີ້ອະນຸຍາດໃຫ້ສື່ມວນຊົນສາມາດຕອບໂຕ້ເພື່ອສ້າງການກຳນົດທິດໃນເວລາພຽງບໍ່ເທົ່າໃດຊົ່ວໂມງ, ແທນທີ່ຈະແມ່ນຫຼາຍມື້ຄືແຕ່ກ່ອນ. ການຂະຫຍາຍຕົວຂອງຮູບແບບຫ້ອງຂ່າວເອກະພາບ ໄດ້ຊ່ວຍສ້າງປະສິດທິພາບສູງສຸດໃຫ້ແກ່ຊັບພະຍາກອນ, ສ້າງກຳລັງແຮງສັງລວມໃນການເຜີຍແຜ່ແນວທາງ ແລະ ນະໂຍບາຍຂອງພັກ.

ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຈົດຈຳໄວ້ວ່າ: “ສື່ມວນຊົນໄດ້ປັບຕົວຢ່າງວ່ອງໄວ, ກຳນົດເຕັກໂນໂລຊີໄດ້, ກວມເອົາຂົງເຂດການສື່ສານ, ຮັກສາຕຳແໜ່ງເປັນກະແສຂໍ້ມູນຫຼັກ” [6]. ການຫັນພື້ນຖານໂຄງລ່າງເຕັກນິກໃຫ້ທັນສະໄໝ ໄດ້ສ້າງປະຖົມປັດໄຈທີ່ສຳຄັນ ເພື່ອໃຫ້ສື່ມວນຊົນປະຕິບັດການເປັນເຈົ້າຕົນເອງທາງຍຸດທະສາດບົນສະໜາມຮົບແນວຄິດ, ບໍ່ໃຫ້ຕົກຢູ່ໃນສະພາບຕັ້ງຮັບຕໍ່ກັບບັນດາຂັ້ນຕອນການຄິດໄລ່ (Algorithm) ທີ່ກຳນົດທິດຂອງບັນດາແພລັດຟອມພາຍນອກ.

ໃນຍຸກສະໄໝໃໝ່, ການປົກປັກຮັກສາຮາກຖານແນວຄິດຂອງພັກໃນຂົງເຂດສື່ມວນຊົນ ພວມໄດ້ຮັບຜົນກະທົບຈາກຫຼາຍປັດໄຈໃໝ່, ທັງຄວາມສະດວກ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ. ເພື່ອເສີມຂະຫຍາຍບົດບາດ “ໂລ້ກຳບັງ” ແລະ ກຳລັງແນວໜ້າໃນການປົກປັກຮັກສາຮາກຖານແນວຄິດຂອງພັກໃນຍຸກສະໄໝໃໝ່ໃຫ້ໄດ້ສູງສຸດ, ສື່ມວນຊົນປະຕິວັດ ຫວຽດນາມ ຈຳເປັນຕ້ອງ: (1) ເພີ່ມທະວີການນຳພາຢ່າງເດັດຂາດ ແລະ ໂດຍກົງຂອງພັກ ແລະ ຍົກສູງປະສິດທິພາບການຄຸ້ມຄອງຂອງລັດ, ໂດຍເນັ້ນໃສ່ການປັບປຸງກົນໄກຊີ້ນຳ ແລະ ຮູບແບບການຄຸ້ມຄອງສື່ມວນຊົນ; (2) ສຸມໃສ່ສ້າງຖັນແຖວຜູ້ເຮັດວຽກສື່ມວນຊົນທີ່ “ທັງແດງທັງຊ່ຽວ”, ເນັ້ນໃສ່ຖັນແຖວ “ນັກຮົບປາກກາ” ທີ່ທຸ່ນທ່ຽງທາງດ້ານອຸດົມການ ແລະ ເຂັ້ມແຂງທາງດ້ານເຕັກໂນໂລຊີ; (3) ຫັນພື້ນຖານໂຄງລ່າງໃຫ້ທັນສະໄໝ ແລະ ຊຸກຍູ້ການຫັນເປັນດີຈີຕອນຂອງສື່ມວນຊົນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການເຊື່ອມໂຍງສາກົນ; (4) ປ່ຽນແປງໃໝ່ທາງດ້ານເນື້ອໃນ ແລະ ວິທີການເຄື່ອນໄຫວຂອງສື່ມວນຊົນຢ່າງແຂງແຮງ ຕາມທິດທາງ “ມືອາຊີບ, ມະນຸດສະທຳ, ທັນສະໄໝ” [7]; ແລະ (5) ເສີມຂະຫຍາຍບົດບາດຂອງປະຊາຊົນ ແລະ ການປະສານສົມທົບຂອງທົ່ວລະບົບການເມືອງ ໃນການປົກປັກຮັກສາຮາກຖານແນວຄິດ.

ເສັ້ນທາງກ້າວເຂົ້າສູ່ຍຸກສະໄໝໃໝ່ - ຍຸກສະໄໝແຫ່ງການບືນຕົວຂຶ້ນຂອງຊາດ, ໄດ້ວາງໜ້າທີ່ອັນໜັກໜ່ວງ ແຕ່ມີກຽດສະຫງ່າຢ່າງຍິ່ງໃຫ້ແກ່ສື່ມວນຊົນປະຕິວັດ ຫວຽດນາມ. ດ້ວຍການນຳພາຢ່າງເດັດຂາດຂອງພັກ, ການຄຸ້ມຄອງທີ່ມີປະສິດທິຜົນຂອງລັດ ແລະ ຄວາມກະຕືລືລົ້ນຂອງຖັນແຖວຜູ້ເຮັດວຽກສື່ມວນຊົນ, ພ້ອມກັບການຮ່ວມມືຂອງບັນດານັກຄົ້ນຄວ້າຢ່າງຫຼວງຫຼາຍ, ສື່ມວນຊົນປະຕິວັດຈະສາມາດສຳເລັດໜ້າທີ່ປົກປັກຮັກສາຮາກຖານແນວຄິດຂອງພັກເປັນຢ່າງດີ, ທັງສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ, ຊຸກຍູ້ຄວາມມຸ່ງຫວັງພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ ແລະ ມີຄວາມສຸກ.

ເອກະສານອ້າງອີງ:

ໂຮ່ຈີມິນ (Hồ Chí Minh). ຊຸດປຶ້ມຄົບຊຸດ. ເຫຼັ້ມທີ 4. ສຳນັກ​ພິມ​ຈຳໜ່າຍ ການ​ເມືອງ​ແຫ່ງ​ຊາດ ສຶເຖິດ, ຮ່າໂນ້ຍ, 2011.

ໂຕເລິມ (Tô Lâm). (2025, 21/6). ບົດປາໄສຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນພິທີສະເຫຼີມສະຫຼອງ 100 ປີ ແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ. ໜັງສືພິມ ກອງທັບປະຊາຊົນ. https://www.qdnd.vn/chinh-tri/tin-tuc/phat-bieu-cua-tong-bi-thu-to-lam-tai-le-ky-niem-100-nam-ngay-bao-chi-cach-mang-viet-nam-833785

ພັກກອມມູນິດຫວຽດນາມ. (2026). ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV. ເຫຼັ້ມທີ 1. ສຳນັກ​ພິມ​ຈຳໜ່າຍ ການ​ເມືອງ​ແຫ່ງ​ຊາດ ສຶເຖິດ, ຮ່າໂນ້ຍ.

[1] ໂຮ່ຈີມິນ. ຊຸດປຶ້ມຄົບຊຸດ. ເຫຼັ້ມທີ 4. ສຳນັກ​ພິມ​ຈຳໜ່າຍ ການ​ເມືອງ​ແຫ່ງ​ຊາດ ສຶເຖິດ, ຮ່າໂນ້ຍ, 2011, ໜ້າ. 4.

[5] ພັກກອມມູນິດຫວຽດນາມ. (2026). ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV. ເຫຼັ້ມທີ 1. ສຳນັກ​ພິມ​ຈຳໜ່າຍ ການ​ເມືອງ​ແຫ່ງ​ຊາດ ສຶເຖິດ, ຮ່າໂນ້ຍ, ໜ້າ. 372.

[7] ພັກກອມມູນິດຫວຽດນາມ. (2026). ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV. ເຫຼັ້ມທີ 1. ສຳນັກ​ພິມ​ຈຳໜ່າຍ ການ​ເມືອງ​ແຫ່ງ​ຊາດ ສຶເຖິດ, ຮ່າໂນ້ຍ, ໜ້າ. 391.

ຫວຽດ​ນາມ ແລະ ອິນ​ເດຍ ຍົກ​ລະ​ດັບ​ການພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານແບບ​ເພີ່ມ​ທະ​ວີ ຫວຽດ​ນາມ ແລະ ອິນ​ເດຍ ຍົກ​ລະ​ດັບ​ການພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານແບບ​ເພີ່ມ​ທະ​ວີ

ສອງ​ຝ່າຍ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ເຮັດ​ໃຫ້​ສາຍ​ພົວ​ພັນ ຫວຽດ​ນາມ - ອິນ​ເດຍ ເລິກ​ເຊິ່ງກວ່າ​ອີກ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ. ກ​ານ​ນຳ​ສອງ​ທ່ານ​ກໍ​ຕົກ​ລົງ​ເປັນ​ເອ​ກະ​ພາບຍ​ົກ​ລະ​ດັບ​ສາຍ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ອິນ​ເດຍ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ແບບ​ເພີ່ມ​ທະ​ວີ.

ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ເລວີງຖັງ ເຂົ້າຢ້ຽມຂຳນັບການນຳກະຊວງການຕ່າງປະເທດ Romania ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ເລວີງຖັງ ເຂົ້າຢ້ຽມຂຳນັບການນຳກະຊວງການຕ່າງປະເທດ Romania

ຍສໝ - ວັນທີ 5/5, ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Romania ເລວີງຖັງ ໄດ້ເຂົ້າຢ້ຽມຂຳນັບທ່ານນາງລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ Romania Ana Tinca ແລະ ການນຳບາງກົມກອງທີ່ສຳຄັນຂອງກະຊວງການຕ່າງປະເທດ Romania ເຊັ່ນ: ຫົວໜ້າກົມອາຊີ - ປາຊີຟິກ ແລະ ອາເມລິກາລາຕິນ Diana Tase, ...

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ