ແຜນການຈັດຕັ້ງປະຕິບັດສັນຍາການຄ້າລະຫວ່າງ ຫວຽດນາມ ແລະ ກູບາ

17:50 | 05/08/2020

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫາກໍ່ອອກປະກາດໃຊ້ແຜນການ ເພື່ອປະຕິບັດສັນຍາການຄ້າລະຫວ່າງລັດຖະບານສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ລັດຖະບານສາທາລະນະລັດ ກູບາ.

ແຜນການຈ ດຕ ງປະຕ ບ ດສ ນຍາການຄ າລະຫວ າງ ຫວຽດນາມ ແລະ ກ ບາ ຫວຽດນາມ ນຳສົ່ງພົນລະເມືອງຈຳນວນ 276 ຄົນ ຢູ່ ກູບາ ແລະ ເຢຍລະມັນ ກັບຄືນປະເທດຢ່າງປອດໄພ
ແຜນການຈ ດຕ ງປະຕ ບ ດສ ນຍາການຄ າລະຫວ າງ ຫວຽດນາມ ແລະ ກ ບາ ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນການປ້ອງກັນການລະບາດພະຍາດ Covid-19

ຕາມນັ້ນແລ້ວ, ໃນໄລຍະຈະມາເຖິງ, ນອກຈາກບັນດາໜ້າທີ່ເປັນປະຈຳ, ບັນດາກະຊວງ, ຂະແໜງ ການຂັ້ນລັດຖະມົນຕີ, ບັນດາອົງການທີ່ຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນທີ່ຂຶ້ນກັບສູນກາງຕ້ອງການສະຫລຸບ ແລະ ຈັດຕັ້ງການປະຕິບັດວຽກງານຂັ້ນພື້ນຖານ.

ກ່ຽວກັບການໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຂໍ້ຕົກລົງ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນເພີ່ມທະວີການເຜີຍແຜ່ຂໍ້ຕົກລົງດັ່ງກ່າວ ຕໍ່ບັນດາເປົ້າໝາຍທີ່ກ່ຽວຂ້ອງ (ປະຊາຊົນ, ອົງການຄຸ້ມຄອງສູນກາງ ແລະ ທ້ອງຖິ່ນ, ສະມາຄົມວິຊາອາຊີບ, ສະຫະກອນ, ຊຸມຊົນວິສາຫະກິດ) ເຊິ່ງຮັບຮອງເອົາຜ່ານສື່ມວນຊົນ, ເວບໄຊ, ການຝືກອົບຮົມ, ການສຳມະນາຕ່າງໆ ເພື່ອຍົກສູງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບເນື້ອໃນຂອງຄຳໝັ້ນສັນຍາການຄ້າ ແລະ ວຽກງານທີ່ຕ້ອງໄດ້ປະຕິບັດເພື່ອໃຫ້ມີປະສິດທິຜົນ.

ແຜນການຈ ດຕ ງປະຕ ບ ດສ ນຍາການຄ າລະຫວ າງ ຫວຽດນາມ ແລະ ກ ບາ
(ພາບປະກອບ: Alianza News)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີວ່າບັນດາກະຊວງ ແລະ ສາຂາສືບຕໍ່ປະສານສົມທົບກັບກູບາ ເພື່ອພັດທະນາ ແລະ ເຮັດສົມບູນແບບກົດບັນຢັດທີ່ຈຳເປັນ ເພື່ອຈັດຕັ້ງປະຕິບັດຂໍ້ຕົກລົງ (ກິດຈະກຳຂອງຄະນະກຳມະການຮ່ວມ ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ຕົກລົງ ແລະ ຄະນະກຳມະການກົດລະບຽບຕົ້ນກຳເນີດ); ການສ້າງຕັ້ງ ແລະ ການດຳເນີນງານຂອງຄະນະກຳມະການມາດຕະຖານ, ກົດລະບຽບດ້ານເຕັກນິກ ແລະ ການປະເມີນຄວາມສອດຄ່ອງ (ຄະນະກຳມະການ STRACAP); ຄະນະກຳມະການກ່ຽວກັບມາດຕະການສຸຂານາໄມ ແລະ ກັກກັນພະຍາດສັດ-ພືດ (ຄະນະກຳມະການ SPS); ກຳນົດ ແລະ ແຈ້ງຂ່າວໃຫ້ສຳນັກຕົ້ນເງື່ອນຂອງຫວຽດນາມ ທີ່ເຂົ້າຮ່ວມຄະນະກຳມະການວິຊາສະເພາະ, ບັນດາກຸ່ມເຮັດວຽກພາຍໃຕ້ແຕ່ລະໝວດຂອງຂໍ້ຕົກລົງ.

ຄຽງຄູ່ກັບວຽກງານທີ່ກ່າວມາດັ່ງກ່າວ ແມ່ນພາລະກິດຍົກສູງປັບປຸງຄວາມສາມາດໃນການແກ່ງແຍ່ງ ແລະ ສະໜັບສະໜູນວິສາຫະກິດ, ເຊັ່ນ: ສ້າງບັນດາໂຄງການພັດທະນາທ້ອງຕະຫຼາດ ສຳລັບປະເພດສິນຄ້າ ສົ່ງອອກມີທ່າໄດ້ປຽບຂອງຫວຽດນາມເຂົ້າກູບາ; ຝຶກອົບຮົມໃຫ້ແກ່ວິສາຫະກິດກ່ຽວກັບຄຳໝັ້ນສັນຍາສະເພາະທີ່ກ່ຽວຂ້ອງໃນສັນຍາການຄ້າຫວຽດນາມ - ກູບາ.

ສັນຍາການຄ້າລະຫວ່າງ ຫວຽດນາມ ແລະ ກູບາດັ່ງກ່າວມີທັງໝົດ 14 ຂໍ້, ເຊັ່ນ: ຂໍ້ກຳນົດທົ່ວໄປ, ການຄ້າຂາຍສິນຄ້າ, ລະບຽບການກຳເນີດ, ການຄຸ້ມຄອງພາສີ ແລະ ການອຳນວຍຄວາມສະດວກດ້ານການຄ້າ, ວິທີແກ້ໄຂການຄ້າ, ມາດຕະຖານ, ລະບຽບເຕັກນິກ ແລະ ຂັ້ນຕອນການປະເມີນຄວາມສອດຄ່ອງ (STRACAP), ມາດຕະການສຸຂານາໄມ ແລະ ກັກກັນພະຍາດສັດ-ພືດ, ການຄ້າດ້ານການບໍລິການ, ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ, ການທົບທວນ ແລະ ຄຸ້ມຄອງ, ການແກ້ໄຂຂໍ້ຂັດແຍ່ງ...

ແຜນການຈ ດຕ ງປະຕ ບ ດສ ນຍາການຄ າລະຫວ າງ ຫວຽດນາມ ແລະ ກ ບາ ປະຊາຊົນຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈ ເພື່ອຊ່ວຍເຫຼືອ ກູບາ ໃນການຕໍ່ສູ້ກັບພະຍາດ COVID-19

ຍສໝ​ - ເມື່ອບໍ່ດົນມານີ້, ສະມາຄົມມິດຕະພາບຫວຽດນາມ - ກູບາ ແລະ ສະໂມສອນນັກຮຽນເກົ່າ ຫວຽດນາມ ຢູ່ກູບາໄດ້ບໍລິຈາກເງິນໜູນຊ່ວຍປະຊາຊົນກູບາ ແຕ່ວັນທີ 8 - 25 ເມສາ ເພື່ອຕໍ່ສູ້ກັບພະຍາດ COVID-19. ໄລ່ມາຮອດປະຈຸບັນ, ຈຳນວນເງິນດັ່ງກ່າວໄດ້ຮັບແມ່ນ 1 ຕື້ດົ່ງ, ເຂົ້າສານ 10 ໂຕນ ແລະ ...

ແຜນການຈ ດຕ ງປະຕ ບ ດສ ນຍາການຄ າລະຫວ າງ ຫວຽດນາມ ແລະ ກ ບາ ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນການປ້ອງກັນການລະບາດພະຍາດ Covid-19

ຍສໝ - ໃນຕອນບ່າຍຂອງວັນທີ 17 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບ ທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດກູບາປະຈຳ ຫວຽດນາມ.

ແຜນການຈ ດຕ ງປະຕ ບ ດສ ນຍາການຄ າລະຫວ າງ ຫວຽດນາມ ແລະ ກ ບາ ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມືດ້ານເສດຖະກິດສອງຝ່າຍ

ຍສໝ - ໃນລະຫວ່າງວັນທີ 8 – 11 ກໍລະກົດ 2019, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງ ທິ້ ງອກ ທິ້ງ ແລະ ຄະນະຜູ້ແທນຂອງລັດ ຫວຽດນາມ ໄດ້ໄປຢ້ຽມຢາມສາທາລະນະລັດ ກູບາ ຢ່າງເປັນທາງການ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.