ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຈີນ

00:00 | 28/07/2023

ຍສໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດນາມ ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມ​ຈີນ​ ຈະ​ເພີ່ມ​ທະ​ວີ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ເລິກ​ເຊິ່ງຂຶ້ນຕື່ມ.

ສື່ມວນຊົນຈີນ ຕີລາຄາສູງການຢ້ຽມຢາມຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສື່ມວນຊົນຈີນ ຕີລາຄາສູງການຢ້ຽມຢາມຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຈີນ ເພື່ອເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ (WEF) ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຈີນ ເພື່ອເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ (WEF)

ໃນຕອນ​ບ່າຍ​ວັນ​ທີ 25 ມິຖຸນາ​ນີ້, ໃນການໄປຢ້ຽມຢາມ​ ສາທາລະນະ​ລັດ ​ປະຊາຊົນ ​ຈີນ​ ຢ່າງ​ເປັນ​ທາງ​ການ​ ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 14 ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະໂອ້ລົມກັບພະນັກງານບັນດາອົງການຜູ້ຕາງໜ້າ ແລະ ປະຊາຄົມຊາວຫວຽດນາມ ຢູ່ ຈີນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຈີນ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຈີນ

ກ່າວ​ຄຳ​ເຫັນ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ ​ໄດ້​ຢ້ຳຄືນ​ເຖິງການເດີນທາງ​ໄປ​ຢ້ຽມຢາມ​ ຈີນ ​ຢ່າງ​ເປັນ​ທາງ​ການ​ ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ໃນ​ປີ 2022​, ​ເຊິ່ງ​ຝ່າຍ​ຈີນ ຖື​ວ່າ​ແມ່ນ “ການ​ຢ້ຽມຢາມ​ປະຫວັດສາດ”, ​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ໄດ້ມີ​ການ​ພົບ​ປະ​ກັບ​ທ່ານ ຫຼີຊຽນ, ນາຍົກລັດຖະມົນຕີ ຈີນ, ປຶກສາ​ຫາລື​ຫຼາຍ​ບັນຫາ​ໃຫຍ່​ໃນ​ການ​ຮ່ວມ​ມື​ສອງ​ປະ​ເທດ, ​ໃນ​ນັ້ນ ຈະ​ສະເໜີ​ຝ່າຍ​ຈີນ​ ສ້າງ​ເງື່ອນ​ໄຂທີ່​ສະດວກ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ​ດຳລົງ​ຊີວິດ ​ແລະ ຮ່ຳຮຽນ; ​ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ໂອກາດ​ສຳຄັນ​ເພື່ອ​ໃຫ້ 2 ຝ່າຍ​ຫວນຄືນ​ບັນດາ​ໝາກຜົນ​ການ​ຮ່ວມ​ມື​ທີ່​ບັນລຸ​ໄດ້. ຈາກ​ນັ້ນ, ກໍ່ວາງອອກ​ທິດ​ທາງ ​ແລະ ໜ້າທີ່ ເພື່ອປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື, ລົບ​ລ້າງ​ສິ່ງ​ກີດຂວາງ​ບົນ​ພື້ນຖານ​ຄວາມ​ຈິງ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ປະສິດທິພາບ ​ແລະ ຈິດ​ໃຈ “ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ເພື່ອນມິດທີ່​ດີ, ສະຫາຍ​ທີ່​ດີ, ຄູ່ຮ່ວມງານ​ທີ່​ດີ".

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍແຈ້ງໃຫ້ຊາບກ່ຽວກັບສະພາບການຢູ່ພາຍໃນປະເທດ ແລະ ຫວັງວ່າ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຈີນ ຈະສືບຕໍ່ເປັນຂົວຕໍ່ສໍາຄັນແກ່ການພົວພັນລະຫວ່າງ ຫວຽດນາມ ແລະ ຈີນ ຍາມໃດກໍອວ່າຍໜ້າເມືອຫາບ້ານເກີດເມືອງນອນ ແລະ ປະເທດຊາດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.