ສາກົນໄດ້ຕີລາຄາສູງ ບົດບາດເປັນປະທານອາຊຽນ 2020 ຂອງຫວຽດນາມ

09:31 | 13/11/2020

ອາ​ຊຽນ ໄດ້​ຮັບ​ການ​ກຳ​ເນີດແຕ່​ປີ 1967 ແລະ ປາດຖະ​ໜາ ​ຢາກ​ສ້າງ​ສະ​ຫະ​ສະ​ມາ​ຄົມ ​​ທີ່​ເຕົ້າ​ໂຮມ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທັງ​ໝົດ ​ເພື່ອ​ມຸ່ງ​ໄປ​ເຖິງ​ພາກ​ພື້ນ ​ສັນ​ຕິ​ພາບ-ເສ​ລີ-ວັດ​ທະ​ນາ​ຖາ​ວອນ.

ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ຢ່າງສຳເລັດຜົນ
ຫວຽດນາມ ແມ່ນປະເທດສະມາຊິກທີ່ມີຄວາມຮັບຜິດຊອບ

ປະ​ຊາ​ຄົມອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ເມື່ອ​ວັນ​ທີ 31 ທັນ​ວາ 2015, ຄ່ອຍໆ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ ກ່ຽວ​ກັບ​ປະ​ຊາ​ຄົມ ​ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ ທາງ​ດ້ານ​ການ​ເມືອງ, ຮ່ວມ​ສຳ​ພັນ​ດ້ານ​ເສດ​ຖະ​ກິດ ແລະ ແບ່ງ​ປັນ​ຄວາມ​ຮັບ ​ຜິດ​ຊອບ​ທາງ​ສັງ​ຄົມ. ເພື່ອ​ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ ​ສ້າງວິ​ໄສ​ທັດ ອາ​ຊຽນ 2025 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງນັ້ນ, ປະ​ຊາ​ຄົມ ອາ​ຊຽນ ສືບ​ຕໍ່​ມີ​ຄວາມ​ສະ​ໜິດ​ຕິດ​ພັນ, ຢັ້ງ​ຢືນ​ບົດ​ບາດ ​ໃຈ​ກາງ​ໃນ​ບັນ​ດາ​ວິ​ວັດ​ ການ​ເຄື່ອນ​ໄຫວ​ເພື່ອ ​ພາກ​ພື້ນ​ສັນ​ຕິ​ພາບ, ສະ​ຫງົບ, ໝັ້ນ​ຄົງ ແລະ ພັດ​ທະ​ນາ​ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ມີ​ສຽງ​ເວົ້າ​ສຳ​ຄັນ ​ໃນ​ໂຄງ​ປະ​ກອບ​ພາກ​ພື້ນ ​ພວມ​ສ້າງ​ເປັນ​ຮູບ​ປະ​ທຳ ແລະ ໃນຫລາຍ​ບັນ​ຫາ​ສາ​ກົນ​ສຳ​ຄັນ. ໃນ​ຍຸດ​ທະ​ສາດ​ຂອງ ​ບັນ​ດາ​ປະ​ເທດ​ໃຫຍ່, ອາ​ຊຽນ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ ​ເພື່ອ​ເປັນ​ຄູ່​ເຈ​ລະ​ຈາ ແລະ ຮ່ວມ​ມື​ໃນ​ພາກ​ພື້ນ. ໃນ​ຄວາມ​ໝັ້ນ​ຄົງ​ໜັກ​ແໜ້ນ ​ຂອງອາ​ຊຽນ ຄື ​ໃນ​ທຸກວັນ​ນີ້ ມີ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ​ທີ່ບໍ່​ຢຸດຢັ້ງ​ຂອງຫວຽດ​ນາມ, ປະ​ກອບ​ສ່ວນ​ສ້າງ​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ເປັນເອ​ກະ​ພາບຊ່ວຍ​ໃຫ້ ອາ​ຊຽນ ຜ່ານ​ຜ່າ​ບັນ​ດາ​ໄລ​ຍະ​ເວ​ລາ​ປະ​ສົບ​ ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ.

ສາກົນໄດ້ຕີລາຄາສູງ ບົດບາດເປັນປະທານອາຊຽນ 2020 ຂອງຫວຽດນາມ
(ພາບປະກອບ: vietnamplus)

ໃນ​ສະ​ພາບ​ການ​​ທີ່ໂລກ​ສືບ​ຕໍ່​ ເຕັມ​ໄປ​ດ້ວຍ​ບັນ​ດາ​ ບັນ​ຫາ​ສັບ​ສົນທີ່​ຂາດ ​ສະ​ຖຽນ​ລະ​ພາບ, ຄວາມ​ແກ່ງ​ແຍ້ງ​ ລະ​ຫວ່າງ​ບັນ​ດາ​ປະ​ເທດ ​ໃຫຍ່ກໍ່​ເພີ່ມ​ຂຶ້ນ, ດ້ວຍ​ພູມ​ມີ​ສັນ​ຖານ-ຍຸດ​ທະ​ສາດ ​ຢູ່​ໃຈ​ກາງ​ຂອງ​ພາກ​ພື້ນ​ ທີ່​ກ້​ວາງ​ໃຫຍ່​ ທີ່​ເຊື່ອມ​ຕໍ່​ມະ​ຫາ ​ສະ​ໝຸດ​ອິນ​ເດຍ ແລະ ມະ​ຫາ​ສະ​ໝຸດ​ປາຊີ​ຟິກນັ້ນ, ອາ​ຊຽນ ພວມ​ຢື່ນ​ຢູ່​ຕໍ່​ໜ້າ​ ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ໃໝ່. ດ້ວຍ​ຈຳ​ນວນ​ປະ​ຊາ​ກອນ​ກ່​ວາ 642 ລ້ານ​ຄົນ ແລະ ເນື້ອ​ທີ່ກ່​ວາ 1,7 ລ້ານ​ກິ​ໂລ​​ຕາແມັດ​​, ອາ​ຊຽນ​ ແມ່ນ​ຕະຫລາດ​ທີ່​ມີ​ ຄວາມ​ສາ​ມາດ​ບົ່ມ​ຊ້ອນ ​ດ້ວຍ​ພື້ນ​ຖານ​ເສດ​ຖະ​ກິດ ​ຂະ​ຫຍັນ​ຂັນ​ເຄື່ອນ, ແມ່ນ​ຈຸດ​ເດັ່ນ​ຂອງ​ ເສດ​ຖະ​ກິດ​ທົ່ວ​ໂລກ. ບັນ​ດາ​ປະ​ເທດອາ​ຊຽນ ກໍ່​ບື່ນ​ຕົວ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ, ​ຕ້ອນຮັບ​ບັນ​ດາ​ຜົນ​ປະ​ໂຫຍດ ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ 4.0 ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ແຮງ ​ເຂົ້າ​ບັນ​ດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ໃໝ່​ ຄື ພຸມ​ປັນ​ຍາ​ທຽມ, ຫຸ່ນ​ຍົນ​ທີ່​ທັນ​ສະ​ໄໝ… ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ການ​ເພີ່ມ​ທະ​ວີຂອງ ​ລັດ​ທິ​ອາ​ລັກ​ຂາ, ການ​ແກ່ງ​ແຍ້ງ​ດ້ານ​ການ​ຄ້າ​ ຂອງ​ບັນ​ດາ​ປະ​ເທດ​ໃຫຍ່​ ໄດ້​ວາງ​ອອກ​ສິ່ງ​ທ້າ​ທາຍ, ຜົນ​ສະ​ທ້ອນ​ຫຍໍ້​ທໍ້ຫລາຍ​ຢ່າງ ​ເຖິງ​ລະ​ດັບ​ການ ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ການ​ຄ້າ​ສາ​ກົນ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ຄວາມ​ແຕກ​ຕ່າງ​ກັນ​ ໃນ​ການ​ພັດ​ທະ​ນາ​ ເສດ​ຖະ​ກິດ​ລະ​ຫວ່າງ ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ ບັນ​ດາ​ຄວາມ​ຮຽກ​ຮ້ອງ​ ຕ້ອງ​ການ​ເຊື່ອມ​ໂຍງ​ສູງ​ກ່​ວາ, ເລິກ​ເຊິ່ງ​ກ່​ວາ​ໃນ​ໄລ​ຍະ​ໃໝ່ ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ ​ບັນ​ດາ​ປະ​ເທດ​ ຕ້ອງ​ມີ​ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ ​ເສດ​ຖະ​ກິດ​ທີ່​ເໝາະ​ສົມ.

ອາ​ຊຽນ​ໃນ​ປີ 2020 ດ້ວຍ​ຫົວ​ຂໍ້ “ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ໃນ​ການ​ປັບ​ຕົວ”, ຫວຽດ​ນາມ ປາດ​ຖະ​ໜາ​ ຢາກຢັ້ງ​ຢືນ​ຄວາມ​ສາ​ມັກ​ຄີ​ ມີ​ຄວາມ​ໝາຍ​ຕັດ​ສິນ​ຊີ້​ຂາດ​ ຕໍ່​ຄວາມ​ໝັ້​ນ​ຄົງ​ຂອງ ອາ​ຊຽນ. ປະ​ຊາ​ຄົມ ອາ​ຊຽນ ສະ​ໜິດ​ຕິດ​ພັນ ແລະ ພັດ​ທະ​ນາ​ຈຶ່ງ​ສາ​ມາ​ດ​ ປັບ​ຕົວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ​ກັບ​ບັນ​ດາ​ປັດ​ໄຈ​ຜົນ​ກະ​ທົບ ​ຢູ່​ພາຍນອກ ແລະ ກົງ​ກັນ​ຂ້າມ, ເປັນ​ເຈົ້າ​ການ​ປັບ​ຕົວ​ ຈະ​ຊ່ວຍ​ໃຫ້ ອາ​ຊຽນ ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ ຢ່າງ​ແໜ້ນ​ແຟ້ນ, ອີງ​ນັ້ນ​ໄດ້​ເພີ່ມ​ທະ​ວີ​ ກຳ​ລັງ​ແຮງ​ສັງ​ລວມ. ຫົວຂໍ້​ດັ່ງ​ກ່າວ​ໄດ້​ຮັບ ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ສູງ​ ຈາກ​ບັນ​ດາ​ປະ​ເທດສະ​ມາ​ຊິກ ອາ​ຊຽນ ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ສ​ະ​ໜັບ​ສະ​ໜູນ ​ຈາກ​ບັນ​ດາ​ປະ​ເທດ​ ຄູ່​ຮ່ວມ​ມື​ຂອງ​ອາ​ຊຽນ.

ສາກົນໄດ້ຕີລາຄາສູງ ບົດບາດເປັນປະທານອາຊຽນ 2020 ຂອງຫວຽດນາມ
ນາຍົກລັດຖະມົນຕີຫວຽດນາມ - ຫງວຽນຊວນຟຸກ ຮັບໜ້າທີ່ເປັນປະທານອາຊຽນປີ 2020. (ພາບ: vietnamplus)

ເພື່ອ​ຮັບ​ດຳ​ລົງ​ຕຳ​ແໜ່ງ ​ເປັນ​ປະ​ທານ​ອາ​ຊຽນ 2020 ກົງ​ກັບ​ໂອ​ກາດ​ສະ​ເຫລີມ​ ສະຫລອງ 25 ປີ ​ແຫ່ງວັນ​ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ, ຫວຽດ​ນາມ ໄດ້​ສະ​ແດງ​ໃຫ້​ເຫັນ​ກຳ​ລັງ​ ຄວາມ​ສາ​ມາດ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ ພາ​ທາງ​ຂອງ​ຕົນ, ຕອບ​ສະ​ໜອງ​ຄວາມ​ລໍ​ຄອຍ, ຄວາມ​ເຊື່ອ​ໝັ້ນ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ ຄູ່​ຮ່ວມ​ມື. ປະ​ຊາ​ຄົມ ອາ​ຊຽນ ໄດ້​ເຄື່ອນ​ໄຫວ​ຢ່າງ​ທັນ​ການ, ເປັນ​ເຈົ້າ​ການ​ໃນ​ການ​ປັບ​ຕົວ, ສະ​ໜິ​ດ​ຕິດ​ພັນ​ບັນ​ດາ​ປະ​ເທດ​ ຮັບ​ມື​ກັບ​ໂລກ​ລະ​ບ​າດ​ ໂຄວິດ-19 ພ​ວມ​ແຜ່​ລາມ​ໃນ​ທົ່ວ​ໂລກ. ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ​ສຳ​ຄັນ ​ຄື: ກອງ​ປະ​ຊຸ​ມ​ສຸດຍອດ​ພິ​ເສດ ອາ​ຊຽນ ແລະ ອາ​ຊຽນ+3 ກ່ຽວ​ກັບ​ການ​ຮັບ​ມື​ກັບ​ ໂຄວິດ-19; ກອງ​ປະ​ຊຸມ​ສຸດຍອດອາ​ຊຽນ 36 ໃນ​ສະ​ພາບ​ການໂລກ​ລະ​ບາ​ດ​ຂອງ​ ໂຄວິດ-19 ພວມ​ຜັນ​ແປ​ຢ່າ​ງ​ສັບ​ສົນ ບັນ​ລຸ​ຜົນ​ສຳ​ເລັດ​ນັ້ນ, ອີ​ກ​ຄັ້ງ​ໜຶ່ງ ຢັ້ງ​ຢືນ​ບົດ​ບາດ​ປະ​ຈັນ​ບານ, ເປັນ​ເຈົ້າ​ການ ແລະ ເຕັ້ມ​ໄປ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ ​ຂອງ​ປະ​ເທດ​ປະ​ທານ ພັດ​ປ່ຽນ​ອາ​ຊຽນ 2020 ນີ້.

ໂລກ​ລະ​ບາດ​ໂຄວິດ-19 ກໍ່​ແມ່ນ​ສິ່ງ​ທ້າ​ທາຍ​ ເຊິ່ງ ຫວຽດ​ນາມ ຕ້ອງ​ປະ​ເຊີນ​ໜ້າ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ດ້ວຍ​ການ​ປະ​ຕິ​ບັດ ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ພະ​ຍາດ​ຢ່່່າງ​ເດັດ​ຂາດ​ ຄື​ ປະ​ຈຸ​ບັນ, ຫວຽດ​ນາມ ໄດ້​ຄວ​ບ​ຄຸມ​ພະ​ຍາດນີ້ ​ໂດ​ຍ​ພື້ນ​ຖານ. ໄປ​ຄຽງ​ຄູ່​ກັບ​ການ​ປ້ອງ​ກັນ, ຕ້ານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ນັ້ນ, ລັດ​ຖະ​ບານຫວຽດ​ນາມ ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ໃນ​ການ​ຍູ້​ແຮງ​ການ​ພັດ​ທະ​ນາ​ ເສດ​ຖະ​ກິດ-ສັງ​ຄົມ, ຍົກ​ສູງ​ຄວາມ​ສາ​ມາດ​ຮັບ​ມື ແລະ ປັບ​ຕົວ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ດ້ວຍ​ແຜນ​ນະ​ໂຍ​ບາຍນີ້, ຫວຽດ​ນາມ ໄດ້ ແລະ ພວມ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ, ມາດ​ຕະ​ການ​ຢ່າງ​ຄົບ​ຊຸດ​ ເພື່ອ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ພາຍຫຼັງ​ເກີດ​ວິ​ກິດ​ ການ​ໂຄວິດ-19 ຄື: ຮັບ​ປະ​ກັນ​ລະ​ບົບ​ສະ​ໜອງ, ແລກ​ປ່ຽນ​ຄ້າ​ຂາຍ​ສິນ​ຄ້າ, ການ​ບໍ​ລິ​ການ​ພາຍ ​ໃນ​ປະ​ເທດ ກໍ່​ຄື ​ລະ​ຫວ່າງ ຫວຽດ​ນາມ ກັບ​ພາຍນອກ; ສືບ​ຕໍ່​ຍູ້​ແຮງ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ ​ແຫ່ງ​ການ​ລົງ​ທຶນ​ ດຳ​ເນີນ​ທຸ​ລະ​ກິດ, ຫລຸດ​ຜ່ອນ​ລະ​ບຽບ​ການບໍ​ລິ​ຫານ, ຄ່າ​ໃຊ້​ຈ່າຍ​ຂອງວິ​ສາ​ຫະ​ກິດ, ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ການ​ຂົນ​ສົ່ງ; ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ບັນ​ດາ ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ກັບ​ບັນ​ດາ​ຄູ່​ຮ່ວມ​ມື; ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ​ແ​ກ້ໄຂ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ພະ​ຍາດ​ ໂຄວິດ-19 ກໍ່​ໃຫ້​ເກີດ ເພື່ອ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ ບັນ​ດາ​ໂຄງ​ການ​ລົງ​ທຶນ ​ຢູ່ ຫວຽດ​ນາມ, ໃນ​ນັ້ນ​ສ້າງ​ເງື່ອນ​ໄຂ​ ໃຫ້​ນັກ​ຊ່ຽວ​ຊານ, ແຮງ​ງານ​ມີ​ສີ​ມື​ການ​ຊ່າງ ​ເຂົ້າຫວຽດ​ນາມ ເຮັດ​ວຽກ​ແຕ່​ຍັງ​ຄົງ​ຮັບ​ປະ​ກັນ ​ບັນ​ດາ​ລະ​ບຽບ​ການ​ປ້ອງ​ກັນ, ຕ້ານ​ພະ​ຍ​າດ.

ດ້ວຍ​ແນວ​ທາງ​ທີ່​ຖືກ​ຕ້ອງ ແລະ ​ບົດ​ຮຽນ​, ປະ​ສົບ​ການໃນ​ການ​ພົວ​ພັນ ຫລາຍ​ຝ່າຍ​ນັ້ນ, ຫວຽດ​ນາມ ໄດ້​ສະ​ແດງ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ຂອງ​ປະ​ເທດ ​ປະ​ທານ​ອາ​ຊ​ຽນ ເຕັ້ມ​ໄປ​ດ້ວຍ​ຄວາມ​ຮັ​ບ ​ຜິດ​ຊອບ​ໃນ​ການ​ນໍາ​ພາ ອາ​ຊຽນ ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ, ທີ່​ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ ຂອງ​ປະ​ຊາ​ຄົມ​ໂລກ​ ຄື​ດັ່ງ​ແບບ​ຢ່າງ​ກ່ຽວ​ກັບ​ ການ​ປ້ອງ​ກັນ, ຕ້ານ​ໂຄວິດ-19.

ນີ້ກໍ່​ແມ່ນ​ບັນ​ດາ​ປະ​ຖົມ​ປັດ​ໄຈ​ ທີ່​ສະ​ດວກ​ເພື່ອ​ໃຫ້ຫວຽດ​ນາມ ປະ​ຕິ​ບັດ​ບົດ​ບາດ​ ປະ​ທານອາ​ຊຽນ 2020 ໃນ​ປີນີ້​ໃຫ້​ເປັນ​ຢ່າງ​ດີ.

ຈີນຕີລາຄາສູງບົດບາດເປັນປະທານອາຊຽນຂອງຫວຽດນາມ

ຍ​ສ​ໝ - ປີ 2021 ຈະ​ສ້າງ​ຂີດ​ໝາຍ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ຈີນ - ອາ​ຊຽນ. ບັນ​ດາ​ລັດ​ຖະ​ມົນ​ຕີ​ຖື​ເປັນ​ສຳ​ຄັນ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ​ຢ່າງ​ແໜ້ນ​ແຟ້ນ.

ຄວາມມານະພະຍາຍາມຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020

ຍສໝ - ວັນທີ 10 ກັນຍາ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 53 (AMM 53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ເຂົ້າສູ່ມື້ເຮັດວຽກທີ 2 ດ້ວຍບັນດາເນື້ອໃນທີ່ສຳຄັນຫຼາຍຢ່າງ.

ທ່ານເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳອາຊຽນ ໄດ້ຕີລາຄາສູງການນຳພາຂອງຫວຽດນາມ

ຍສໝ - ທ່ານ Ade Padmo Sarwono - ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳອາຊຽນ ໃຫ້ຮູ້ວ່າ, ຫວຽດນາມ - ປະທານອາຊຽນ 2020 ບໍ່ພຽງແຕ່ໄດ້ສົ່ງເສີມຜົນປະໂຫຍດຂອງບັນດາປະເທດສະມາຊິກເທົ່ານັ້ນ, ຫາກຍັງເພີ່ມທະວີ ແລະ ຊຸກຍູ້ບັນດາອຸດົມຄະຕິການຂອງອາຊຽນເພື່ອສ້າງພາກພື້ນທີ່ຈະເລີນຮຸ່ງເຮືອງກວ່າອີກ.

kpl.gov.la

ເຫດການ
302 Found

Found

The document has moved here.