ຫວຽດ​ນາມ ມຸ່ງ​ໄປ​ສຸ່​ການ​ລົງ​ນາມ​ໃນ​ສັນ​ຍາ RCEP ໃນ​ທ້າຍ​ປີ 2020

16:30 | 28/08/2020

ຍ​ສ​ໝ - ກ່າວຄຳເຫັນໄຂກອງປະຊຸມ, ທ່ານເຈິ່ນຕ໊ວນແອງ ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງບັນດານັກເຈລະຈາສັນຍາ RCEP ທີ່ບັນລຸໄດ້ນັບແຕ່ຕົ້ນປີມາຮອດປັດຈຸບັນ; ພ້ອມທັງເນັ້ນໜັກວ່າ ໂລກລະບາດໂຄວິດ - 19 ບໍ່ພຽງແຕ່ກໍ່ໃຫ້ເກີດວິກິດການດ້ານສາທາລະນະສຸກເທົ່ານັ້ນ ຫາກຍັງກໍ່ໃຫ້ເກີດວິກິດການດ້ານເສດຖະກິດ - ສັງຄົມ ອີກດ້ວຍ, ສະນັ້ນ ເພື່ອສາມາດຍູ້ໄວລະດັບຟື້ນຟູເສດຖະກິດນັ້ນ ບໍ່ແມ່ນເລື່ອງງ່າຍດາຍ ຖ້າຫາກວ່າພວກເຮົາບໍ່ມີບັນດາການກະທຳທີ່ຂ້ຽວຂາດນັບແຕ່ນີ້ເປັນຕົ້ນໄປ.

ຫວຽດ ນາມ ມ ງ ໄປ ສ ການ ລ ງ ນາມ ໃນ ສ ນ ຍາ rcep ໃນ ທ າຍ ປ 2020 ສາດ​ສະ​ດາ​ຈານ​ຍີ່​ປຸ່ນ​ຍົກ​ອອກ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ວິ​ວ​ັດ​ແຫ່ງ​ກາ​ນ​ເຈ​ລະ​ຈາ RCEP
ຫວຽດ ນາມ ມ ງ ໄປ ສ ການ ລ ງ ນາມ ໃນ ສ ນ ຍາ rcep ໃນ ທ າຍ ປ 2020 ອ​າ​ຊຽນມຸ່ງ​ໄປ​ສູ່​ເປົ້າ​ໝາຍ​​ລົງ​ນາມ RCEP ໃນ​ປີ 2020
ຫວຽດ ນາມ ມ ງ ໄປ ສ ການ ລ ງ ນາມ ໃນ ສ ນ ຍາ rcep ໃນ ທ າຍ ປ 2020
ກອງປະຊຸມລັດຖະມົນຕີກະຊວງເສດຖະກິດ RCEP ຄັ້ງທີ 8 ຖືກຈັດຂຶ້ນຢູ່ຮ່າໂນ້ຍ (ພາບ: VOV)

ວັນທີ 27 ສິງຫາ, ກອງປະຊຸມລັດຖະມົນຕີກະຊວງເສດຖະກິດ RCEP ຄັ້ງທີ 8 ໄດ້​ດຳ​ເນີນຢູ່ຮ່າໂນ້ຍ ພາຍໃຕ້ການເປັນປະທານຂອງທ່ານເຈິ່ນຕ໊ວນແອງ ລັດຖະມົນຕີກະຊວງອຸດສາຫະກຳແລະ ການຄ້າ ຫວຽດນາມ, ເພື່ອແນໃສ່ປຶກສາຫາລື ແລະ ຊຸກຍູ້ການເຈລະຈາ RCEP, ມຸ່ງໄປເຖິງການລົງນາມໃນສັນຍາ RCEP ໃນທ້າຍປີ 2020 ຕາມການຊີ້ນຳຂອງບັນດາການນຳ RCEP.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເຈິ່ນຕ໊ວນແອງ ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງບັນດານັກເຈລະຈາສັນຍາ RCEP ທີ່ບັນລຸໄດ້ນັບແຕ່ຕົ້ນປີມາຮອດປັດຈຸບັນ; ພ້ອມທັງເນັ້ນໜັກວ່າ ໂລກລະບາດໂຄວິດ - 19 ບໍ່ພຽງແຕ່ກໍ່ໃຫ້ເກີດວິກິດການດ້ານສາທາລະນະສຸກເທົ່ານັ້ນ ຫາກຍັງກໍ່ໃຫ້ເກີດວິກິດການດ້ານເສດຖະກິດ - ສັງຄົມ ອີກດ້ວຍ, ສະນັ້ນ ເພື່ອສາມາດຍູ້ໄວລະດັບຟື້ນຟູເສດຖະກິດນັ້ນ ບໍ່ແມ່ນເລື່ອງງ່າຍດາຍ ຖ້າຫາກວ່າພວກເຮົາບໍ່ມີບັນດາການກະທຳທີ່ຂ້ຽວຂາດນັບແຕ່ນີ້ເປັນຕົ້ນໄປ.

ບັນດາລັດຖະມົນຕີກໍ່ຮັບຮູ້ບັນ​ດາຜົນກະທົບທາງ​ລົບຈາກໂລກລະບາດໂຄວິດ - 19 ທີ່ໄດ້ກໍ່ໃຫ້ເກີດສິ່ງທ້າທາຍຫຼາຍຢ່າງຕໍ່ການເຄື່ອນໄຫວດ້ານການຄ້າ ແລະ ການລົງທຶນໃນພາກພື້ນ. ບັນດາສະມາຊິກເຂົ້າຮ່ວມສັນຍາ RCEP ຍັງຄົງຮັບປະກັນຕໍ່ເລື່ອງເປີດປະຕູຕະຫຼາດ, ພິເສດແມ່ນສຳລັບບັນດາປະເພດສິນຄ້າ ແລະ ການບໍລິການທີ່ຈຳເປັນ, ກໍຄືສືບຕໍ່ເພີ່ມທະວີການຮ່ວມມື ເພື່ອແນໃສ່ຮັບມືກັບໂລກລະບາດໂຄວິດ - 19 ໄດ້ຢ່າງມີປະສິດທິຜົນ. ບັນດາລັດຖະມົນຕີກໍຢັ້ງຢືນເຖິງຄວາມມານະພະຍາຍາມ ແລະ ຄວາມຄືບໜ້າຂອງການເຈລະຈາສັນຍາ RCEP ຈົນຮອດຈຸດເວລານີ້ ເພື່ອສາມາດລົງນາມໃນກອງປະຊຸມຂັ້ນສູງ RCEP ຄັ້ງທີ 14 ເຊິ່ງຈະດຳເນີນໃນເດືອນ ພະຈິກ ຈະມາເຖິງ.

ຫວຽດ ນາມ ມ ງ ໄປ ສ ການ ລ ງ ນາມ ໃນ ສ ນ ຍາ rcep ໃນ ທ າຍ ປ 2020 ສາດ​ສະ​ດາ​ຈານ​ຍີ່​ປຸ່ນ​ຍົກ​ອອກ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ວິ​ວ​ັດ​ແຫ່ງ​ກາ​ນ​ເຈ​ລະ​ຈາ RCEP

ຍ​ສ​ໝ - ທ່ານ ສາດ​ສະ​ດາ​ຈານ Ryo Ikebe ໄດ້​້​ເນັ້ນ​ໜັ້ກ​ວ່າ ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຂອງ ອາ​ຊຽນ, ຫວຽດ​ນາມ ໄດ້​ມີ FTA ດ້ວຍ​ບັນ​ດາ​ປະ​ເທດ​ເຂົ້າຮ່ວມ RCEP ທັງ​ໝົດ.

ຫວຽດ ນາມ ມ ງ ໄປ ສ ການ ລ ງ ນາມ ໃນ ສ ນ ຍາ rcep ໃນ ທ າຍ ປ 2020 ອ​າ​ຊຽນມຸ່ງ​ໄປ​ສູ່​ເປົ້າ​ໝາຍ​​ລົງ​ນາມ RCEP ໃນ​ປີ 2020

ຍ​ສ​ໝ - ເມື່ອ​ທຽບ​ໃສ່​ກັບ​ບັນ​ດາຫຼັກ​ການ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ WTO, RCEP ໄດ້​ສົມ​ທົບ​ຢ່າງ​ສົມ​ດຸນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ WTO+ ເພື່ອຫຼຸດ​ລົງ​ບັນ​ດາ​ຮົ້ວ​ກີດ​ຂວາງ​ທາງ​ການ​ຄ້າ​ຢູ່​ເຂດ​ຊາຍ​ແດນ ແລະ ບັນ​ດາ​ມາດ​ຕາ​ເພີ່ມ​ເຕີມ​ຂອງ WTO ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ດ້ານ​ນິ​ຕິ​ກຳ​ລະ​ຫວ່າງ ຊາຍ​ແດນ.

ຫວຽດ ນາມ ມ ງ ໄປ ສ ການ ລ ງ ນາມ ໃນ ສ ນ ຍາ rcep ໃນ ທ າຍ ປ 2020 ຄະນະກຳມະການເຈລະຈາ RCEP ໄດ້ຕີລາຄາສູງບົດບາດຂອງຫວຽດນາມໃນການນຳພາອາຊຽນ

ຍສໝ - ທ່ານ Pambagyo ກ່າວວ່າ ໃນຄວາມຈິງລັດຖະບານ ແລະ ຊຸມຊົນຫຼາຍປະເທດ ໄດ້ສະແດງຄວາມສົງໄສກ່ຽວກັບລະບົບການຄ້າຫຼາຍຝ່າຍ, ສະນັ້ນການເຊັນສັນຍາດັ່ງກ່າວຈະ "ຢັ້ງຢືນຄວາມຕັດສິນໃຈ" ໃນການເຊື່ອມໂຍງເສດຖະກິດພາກພື້ນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.