ສະພາແຫ່ງຊາດ ຮັບຮອງກົດໝາຍສ້າງໃໝ່ ວ່າດ້ວຍການສຶກສາຊັ້ນສູງ

16:34 | 11/11/2020

ໃນກອງປະຊຸມສະໄໝມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 11 ພະຈິກ 2020, ທີ່ຫໍປະຊຸມສະພາແຫ່ງຊາດ (ຫລັກ6) ໂດຍການເປັນປະທານ ຂອງ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະ ກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍ ການສຶກສາຊັ້ນສູງ (ສ້າງໃໝ່) ທີ່ສະເໜີໂດຍ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມທັງໄດ້ລົງຄະແນນສຽງ ຮັບຮອງເອົາຮ່າງ ກົດໝາຍສະບັບດັ່ງກ່າວ, ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ.

ສະພາແຫ ງຊາດ ຮ ບຮອງກ ດໝາຍສ າງໃໝ ວ າດ ວຍການສ ກສາຊ ນສ ງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ
ສະພາແຫ ງຊາດ ຮ ບຮອງກ ດໝາຍສ າງໃໝ ວ າດ ວຍການສ ກສາຊ ນສ ງ ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ກຳປູເຈຍ - ລາວ
ສະພາແຫ ງຊາດ ຮ ບຮອງກ ດໝາຍສ າງໃໝ ວ າດ ວຍການສ ກສາຊ ນສ ງ
ສະພາແຫ່ງຊາດ ຮັບຮອງກົດໝາຍສ້າງໃໝ່ ວ່າດ້ວຍການສຶກສາຊັ້ນສູງ

ກົດໝາຍສະບັບດັ່ງກ່າວ, ປະກອບມີ 14 ພາກ, 15 ໝວດ, 103 ມາດຕາ, ເຊິ່ງພາຍຫລັງຮ່າງກົດຫມາຍ ສະບັບນີ້ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຄາດວ່າ ຈະມີເຄື່ອງມືທີ່ເໝາະສົມກວ່າເກົ່າໃນການຄຸ້ມຄອງມະຫາພາກ ໃນຂະແຫນງການສຶກສາຊັ້ນສູງ ແລະ ແກ້ໄຂບາງບັນຫາ ທີ່ບໍ່ທັນຄ່ອງຕົວຢູ່ໃນການຄຸ້ມຄອງ ການສຶກສາຊັ້ນສູງ ໃນໄລຍະຜ່ານມາໄດ້.

ໂດຍອີງຕາມຄຳຖາມເຈາະຈີ້ມ ຂອງປະທານກອງປະຊຸມ ບັນດາ ສສຊ ໄດ້ປະກອບຄຳຄິດເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການສຶກສາຊັ້ນສູງ (ສ້າງໃໝ່) ຢ່າງມີຈຸດສຸມ, ກະທັດຮັດ, ກົງໄປກົງມາ ແລະ ໃຫ້ມີຄວາມສອດຄ່ອງ, ເຂົ້າໃຈງ່າຍ ເພື່ອເຮັດໃຫ້ກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ. ສສຊ ຕ່າງກໍ່ໄດ້ສຸມໃສ່ ປະກອບຄຳເຫັນໃສ່ບາງມາດຕາ ເປັນຕົ້ນແມ່ນ ມາດຕາ 4 ນະໂຍ ບາຍຂອງລັດ ກ່ຽວກັບວຽກງານ ການສຶກສາຊັ້ນສູງ, ເຊິ່ງ ສສຊ ກໍ່ໄດ້ສະເໜີ ໃຫ້ລັດຊຸກຍູ້ສົ່ງເສີມ ຜູ້ທີ່ຮຽນເກັ່ງ, ຊົນຊາດຊົນເຜົ່າ ແລະ ຂາດທຶນຮອນ; ມາດຕາ 5 ຫລັກການ ກ່ຽວກັບວຽກງານ ການສຶກສາຊັ້ນສູງ ໂດຍສະເໜີ ໃຫ້ມີການປະສານງານ ການຮ່ວມມື ເພື່ອຈັດການສຶກສາ ການຮຽນ-ການສອນ; ມາດຕາ 9 ການສ້າງແຜນຍຸດທະສາດ ການພັດທະນາ ການສຶກສາຊັ້ນສູງ ແລະ ມາດຕາ 10 ເນື້ອໃນແຜນຍຸດທະສາດ ການພັດທະນາ ການສຶກສາຊັ້ນສູງ; ມາດຕາ 27 ສິດເປັນເຈົ້າຕົນເອງ ຂອງສະຖານ ການສຶກສາຊັ້ນສູງ; ພາກທີ V ຫລັກສູດ ແລະ ການຈັດຕັ້ງການ ຮຽນ-ການສອນ ມາດຕາ 37 ການສ້າງ ແລະ ພັດທະນາຫລັກສູດ, ມາດຕາ 41 ການຮັບນັກສຶກສາ ໂດຍ ສສຊ ສະເໜີຫ້າມປະຕິ ເສດນັກຮຽນເນື່ອງ ຈາກຄວາມພິການ, ມາດຕາ 42 ຮູບແບບການຈັດຕັ້ງ ການຮຽນ-ການສອນ; ມາດ ຕາ 44 ພາສາ ທີ່ນໍາໃຊ້ໃນການ ຮຽນ-ການສອນ; ມາດຕາ 61 ຫລັກການຂອງການປະກັນ ຄຸນນະພາບການສຶກສາຊັ້ນສູງ ແລະ ມາດຕາ 63 ກົນໄກ ການປະກັນ ຄຸນນະພາບການ ສຶກສາຊັ້ນສູງ.

ກົດໝາຍວ່າດ້ວຍການສຶກສາຊັ້ນສູງ (ສ້າງໃໝ່) ນີ້ ຈະເປັນເຄື່ອງມືໃນ ການຄຸ້ມຄອງວຽກງານການ ສຶກສາຊັ້ນສູງ, ການປັບປຸງການຈັດຕັ້ງ ການຮຽນ-ການສອນ ຫລັກສູດການສຶກສາຊັ້ນສູງ ໃຫ້ເປັນລະບົບ, ມີປະສິດທິພາບ ແລະ ປະສິດທິຜົນ, ໄດ້ມາດຕະຖານ ແລະ ອໍານວຍ ຄວາມສະດວກ ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງ, ອົງການຈັດຕັ້ງ, ສັງຄົມ ແລະ ປະຊາຊົນ ສາມາດຮັບຮູ້ເຂົ້າໃຈ ຄວາມສໍາຄັນ ຂອງການສຶກສາ ຊັ້ນສູງ ເພື່ອປະກອບສ່ວນສົ່ງເສີມ ແລະ ລົງທຶນ ເຂົ້າໃນການພັດທະນາ ການສຶກສາຊັ້ນສູງ.

ສະພາແຫ ງຊາດ ຮ ບຮອງກ ດໝາຍສ າງໃໝ ວ າດ ວຍການສ ກສາຊ ນສ ງ ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ກຳປູເຈຍ - ລາວ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນຊາດແຫ່ງລາຊະອານາຈັກ ກຳປູເຈຍ, ສູນກາງສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ, ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງການພົບປະແລກປ່ຽນ “ເພີ່ມພຸນຄູນສ້າງຄວາມມິດຕະພາບ”.

ສະພາແຫ ງຊາດ ຮ ບຮອງກ ດໝາຍສ າງໃໝ ວ າດ ວຍການສ ກສາຊ ນສ ງ ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກ່ວາ 51,22 ລ້ານຄົນ, ໃນນັ້ນ ມີກ່ວາ 1,26 ລ້ານຄົນເສຍຊີວິດ

ໄລ່ມາຮອດປະຈຸບັນ, ອາເມລິກາ ລວມມີ 10,41 ລ້ານຄົນຕິດເຊື້ອພະຍາດໂຄວິດ-19 ໃນນັ້ນມີກ່ວາ 244.000 ຄົນເສຍຊີວິດ.

ສະພາແຫ ງຊາດ ຮ ບຮອງກ ດໝາຍສ າງໃໝ ວ າດ ວຍການສ ກສາຊ ນສ ງ ສະພາແຫ່ງຊາດພິຈາລະນາຮ່າງກົດໝາຍວ່າດ້ວຍຊາວໜຸ່ມລາວ

ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 10 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກ ສະພາແຫ່ງຊາດ (ສສຊ) ໄດ້ພິຈາລະນາ ປະກອບຄຳເຫັນໃສ່ ຮ່າງກົດໝາຍ ວ່າດ້ວຍຊາວໜຸ່ມລາວ (ສະບັບສ້າງໃໝ່) ເຊິ່ງປະກອບມີ 9 ພາກ, 7 ໝວດ, 63 ມາດຕາ, ສະເໜີໂດຍທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.

kpl.gov.la

ເຫດການ
302 Found

Found

The document has moved here.