ນຳສົ່ງພົນລະເມືອງຫວຽດນາມ ຈຳນວນກວ່າ 240 ຄົນຈາກສິງກະໂປ ກັບຄືນປະເທດຢ່າງປອດໄພ

19:33 | 10/11/2020

ຍສໝ - ໃນວັນທີ 8 ພະຈິກ 2020, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າ ຫວຽດນາມຢູ່ສິງກະໂປ, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳພົນລະເມືອງຫວຽດນາມ ກວ່າ 240 ຄົນຈາກປະເທດສິງກະໂປ ກັບຄືນປະເທດບ້ານຢ່າງປອດໄພ.

ນຳສ ງພ ນລະເມ ອງຫວຽດນາມ ຈຳນວນກວ າ 240 ຄ ນຈາກສ ງກະໂປ ກ ບຄ ນປະເທດຢ າງປອດໄພ ເປັນມື້ທີ 60 ແລ້ວທີ່ ຫວຽດນາມ ບໍ່ ພົບກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ
ນຳສ ງພ ນລະເມ ອງຫວຽດນາມ ຈຳນວນກວ າ 240 ຄ ນຈາກສ ງກະໂປ ກ ບຄ ນປະເທດຢ າງປອດໄພ ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ຊ່ວຍເຫຼືອປະເທດຊີຣີ ໃນການຕອບໂຕ້ກັບພະຍາດ COVID-19

ສະຖານທູດຫວຽດນາມ ປະຈຳສິງກະໂປ ໄດ້ສົ່ງພະນັກງານທີ່ໄປສະໜາມບິນໂດຍກົງ ເພື່ອຊ່ວຍເຫຼືອພົນລະເມືອງໃນການປະຕິບັດຂັ້ນຕອນທີ່ຈຳເປັນ ກ່ອນຈະອອກເດີນທາງກັບຄືນປະເທດບ້ານ.

ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ນຳສ ງພ ນລະເມ ອງຫວຽດນາມ ຈຳນວນກວ າ 240 ຄ ນຈາກສ ງກະໂປ ກ ບຄ ນປະເທດຢ າງປອດໄພ
ນຳສົ່ງພົນລະເມືອງຫວຽດນາມ ຈຳນວນກວ່າ 240 ຄົນຈາກສິງກະໂປ ກັບຄືນປະເທດຢ່າງປອດໄພ. (ພາບ: baoquocte)

ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ.

ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ໂນຍບາຍ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້. ສະຖານທູດຫວຽດນາມ ປະຈຳປະຈຳປະເທດສິງກະໂປ ໄດ້ສົ່ງພະນັກງານໂດຍກົງປະຕິບັດປະສານງານ ກັບສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ຢູ່ສະໜາມບິນ ເພື່ອແນະນຳພົນລະເມືອງໃນຂັ້ນຕອນລະບຽບການຂຶ້ນບິນ.

ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຖ້ຽວບິນເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.

ນຳສ ງພ ນລະເມ ອງຫວຽດນາມ ຈຳນວນກວ າ 240 ຄ ນຈາກສ ງກະໂປ ກ ບຄ ນປະເທດຢ າງປອດໄພ ນຳສົ່ງພົນລະເມືອງຫວຽດນາມ ເກືອບ 340 ຄົນມາຈາກນໍເວ, ໂມຊຳບິກ, ອາຟຣິກາໃຕ້, ກາຕາ ເພື່ອກັບຄືນປະເທດ

ຍສໝ - ໃນສອງມື້ ວັນທີ 29-30 ຕຸລາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ນໍເວ ໄດ້ປະສານສົມທົບກັບ ສະຖານທູດຫວຽດນາມ ປະຈຳໂມຊຳບິກ, ອາຟຣິກາໃຕ້, ກາຕາ ແລະ ສາຍການບິນ Qatar Airways ເພື່ອນຳສົ່ງພົນລະເມືອງຫວຽດນາມ ເກືອບ 340 ຄົນ ໄດ້ກັບຄືນປະເທດຢ່າງປອດໄພ.

ນຳສ ງພ ນລະເມ ອງຫວຽດນາມ ຈຳນວນກວ າ 240 ຄ ນຈາກສ ງກະໂປ ກ ບຄ ນປະເທດຢ າງປອດໄພ ສປປ.ລາວ ແມ່ນຢູ່ໃນກຸ່ມປະເທດທີ່ມີຄົນຕິດພະຍາດ Covid-19 ດ້ວຍຈຳນວນໜ້ອຍ

ປັດຈຸບັນ ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນ ທີ່ຍັງເປີດຢູ່ທັງໝົດ 42 ສູນ, ມີຜູ້ຖືກຈຳກັດບໍລິເວນຢສູນ 2.920 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ນຳສ ງພ ນລະເມ ອງຫວຽດນາມ ຈຳນວນກວ າ 240 ຄ ນຈາກສ ງກະໂປ ກ ບຄ ນປະເທດຢ າງປອດໄພ ສື່ສານອິນໂດເນເຊຍ: ຫວຽດນາມ ໄດ້ປະສົບຜົນສຳເລັດໃນການຄວບຄຸມພະຍາດ COVID-19

ຍສໝ - ສື່ມວນຊົນອິນໂດເນເຊຍ ໄດ້ກ່າວວ່າ ເພື່ອຄວບຄຸມການລະບາດຂອງພະຍາດ COVID-19 ແລະ ຮັກສາການເຕີບໂຕຂອງເສດຖະກິດ, ຫວຽດນາມກໍ່ມີການເຄັດລັບທີ່ແຕກຕ່າງກັນກັບປະເທດອື່ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.