ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ອອກຖະແຫຼງການວ່າດ້ວຍການຮັກສາສັນຕິພາບ ແລະ ສະຖຽນລະພາບໃນອາຊີຕາເວັນອອກສ່ຽງໃຕ້

14:37 | 11/08/2020

ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງ ອາຊຽນ (ວັນທີ 8 ສິງຫາ 1967 – 8 ສິງຫາ 2020), ໃນວັນທີ 9 ສິງຫາ 2020, ຕາມການສະເໜີຂອງປະເທດຫວຽດນາມ - ໃນຖານະທີ່ເປັນປະທານອາຊຽນ ແລະ ປະເທດອິນໂດເນເຊຍ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ອອກຖະແຫຼງການຮ່ວມ ກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບໃນອາຊີຕາເວັນອອກສ່ຽງໃຕ້.

ບ ນດາລ ດຖະມ ນຕ ຕ າງປະເທດອາຊຽນ ໄດ ອອກຖະແຫ ງການວ າດ ວຍການຮ ກສາສ ນຕ ພາບ ແລະ ສະຖຽນລະພາບໃນອາຊ ຕາເວ ນອອກສ ຽງໃຕ ລັດຖະມົນຕີກະຊວງການຕ່າງປະເທດລາວ: "ອາຊຽນ ແມ່ນອົງການຈັດຕັ້ງພາກພື້ນທີ່ປະສົບຜົນສຳເລັດດ້ວຍຜົນງານທີ່ໂດດເດ່ັນຫຼາຍຢ່າງ"
ບ ນດາລ ດຖະມ ນຕ ຕ າງປະເທດອາຊຽນ ໄດ ອອກຖະແຫ ງການວ າດ ວຍການຮ ກສາສ ນຕ ພາບ ແລະ ສະຖຽນລະພາບໃນອາຊ ຕາເວ ນອອກສ ຽງໃຕ ເອກອັກຄະລັດຖະທູດບັນດາປະເທດອາຊຽນ ປະຈຳລັດເຊຍ ໄດ້ຕີລາຄາສູງບົດບາດຂອງຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງ ອາຊຽນ (ວັນທີ 8 ສິງຫາ 1967 – 8 ສິງຫາ 2020), ວັນທີ 8 ສິງຫາ, ຕາມຂໍ້ສະເໜີຂອງຫວຽດນາມ, ໃນຖານະຕຳແໜ່ງເປັນປະທານອາຊຽນປີ 2020 ແລະ ອິນໂດເນເຊຍ, ບັນດາລັດຖະມົນຕີກະຊວງການຕ່າງປະເທດອາຊຽນ ໄດ້ອອກຖະແຫຼງການຮ່ວມກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ບ ນດາລ ດຖະມ ນຕ ຕ າງປະເທດອາຊຽນ ໄດ ອອກຖະແຫ ງການວ າດ ວຍການຮ ກສາສ ນຕ ພາບ ແລະ ສະຖຽນລະພາບໃນອາຊ ຕາເວ ນອອກສ ຽງໃຕ
ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ອອກຖະແຫຼງການວ່າດ້ວຍການຮັກສາສັນຕິພາບ ແລະ ສະຖຽນລະພາບໃນອາຊີຕາເວັນອອກສ່ຽງໃຕ້. (ພາບປະກອບ: baoquocte)

ເນັ້ນໜັກເຖິງຄຳໝັ້ນສັນຍາໃນການຮັກສາອາຊີຕາເວັນອອກສ່ຽງໃຕ້ ກາຍເປັນພາກພື້ນແຫ່ງມີຄວາມສັນຕິພາບ, ຄວາມໝັ້ນຄົງ, ຄວາມເປັນກາງ ແລະ ຄວາມສະຖຽນລະພາບ, ພ້ອມທັງເສີມຂະຫຍາຍບັນດາຄຸນຄ່າຫັນການສັນຕິພາບໃນພາກພື້ນ ເຊິ່ງສອດຄ່ອງກັບກົດໝາຍສາກົນ. ຢັ້ງຢືນອີກເທື່ອໜຶ່ງວ່າ ອາຊຽນຕ້ອງຮັກສາຄວາມສາມັກຄີ, ຄວາມສະໜິດຕິດພັນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນການຊຸກຍູ້ເປົ້າໝາຍ, ຫຼັກການ ແລະ ຜົນປະໂຫຍດລວມທີ່ໄດ້ ກຳນົດໄວ້ໃນກົດບັດອາຊຽນ.

ຢັ້ງຢືນຕື່ມອີກຄວາມສຳຄັນຂອງການຮັກສາເປົ້າໝາຍ ແລະ ຫຼັກການໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC), ພ້ອມທັງໃນຖະແຫຼງການວ່າດ້ວຍພາກພື້ນແຫ່ງສັນຕິພາບ, ເສລີພາບ ແລະ ຄວາມເປັນກາງ, ແລະ ຖະແຫຼງການກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ກ່ຽວກັບຫຼັກການຂອງການພົວພັນມີປະໂຫຍດເຊິ່ງກັນ ແລະ ກັນ. ຮຽກຮ້ອງໃຫ້ທຸກປະເທດຈົ່ງຈຳກັດ, ບໍ່ປະຕິບັດບັນດາກິດຈະກຳທີ່ສ້າງຄວາມສັບສົນ ຫລື ເພີ່ມທະວີຄວາມຂັດແຍ້ງ ແລະ ສົ່ງຜົນກະທົບຕໍ່ສັນຕິພາບ ແລະ ສະຖຽນລະພາບ, ບໍ່ໃຫ້ນຳໃຊ້ ຫຼືຂູ່ເຂັນນຳໃຊ້ກຳລັງຂອງກອງທັບ, ແລະ ແກ້ໄຂຄວາມແຕກຕ່າງ ແລະ ການຂັດແຍ້ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.

ຮຽກຮ້ອງໃຫ້ສືບຕໍ່ສ້າງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາປະເທດໂດຍຜ່ານການສົນທະນາກັນຢ່າງຕໍ່ເນື່ອງ, ການຮ່ວມມືທີ່ມີປະໂຫຍດເຊິ່ງກັນ ແລະ ກັນ, ແລະ ມາດຕະການສ້າງຄວາມເຊື່ອໝັ້ນແທດກັບຕົວຈິງ ເພື່ອສ້າງສະພາບແວດລ້ອມທີ່ສະຫງົບສຸກ, ມີຜົນດີຕໍ່ການເຕີບໂຕແບບຍືນຍົງ. ອອກຄຳໝັ້ນສັນຍາ ໃນການເສີມສ້າງບົດບາດໃຈກາງຂອງອາຊຽນ ແລະ ຊຸກຍູ້ບັນດາຄູ່ຮ່ວມອາຊຽນໃຫ້ມີສ່ວນຮ່ວມໃນການກໍ່ສ້າງຜ່ານກົນໄກທີ່ນຳໂດຍອາຊຽນ, ເຊັ່ນ: ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS), ແລະ ເວທີພາກພື້ນອາຊຽນ (ARF) ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນເປີດກວ້າງ (ADMM +), ປະກອບສ່ວນຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ພ້ອມທັງກໍ່ສ້າງໂຄງປະກອບພາກພື້ນທີ່ເປີດເຜີຍ, ໂປ່ງໃສ, ແລະ ອີງໃສ່ກົດລະບຽບ.

ຢັ້ງຢືນຄຳໝັ້ນສັນຍາສະໜັບສະໜູນລັດທິຫຼາຍຝ່າຍ ໂດຍອີງໃສ່ຫຼັກການຂອງກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ, ພ້ອມກັນທີ່ສະແດງໃຫ້ເຫັນແນວທາງຫຼາຍຝ່າຍ ໃນການຕອບໂຕ້ກັບສິ່ງທ້າທາຍທີ່ກຳລັງເກີດຂື້ນ ແລະ ເຂົ້າຮ່ວມຢ່າງຫ້າວຫັນໃນການສ້າງໂຄງປະກອບຫຼາຍຝ່າຍທີ່ມີປະສິດຕິຜົນ, ອີງຕາມກົດລະບຽບທີ່ມີຄວາມສາມາດໃນການແກ້ໄຂບັນຫາທີ່ຫຍຸ້ງຍາກທົ່ວໂລກ ແລະ ພາກພື້ນ.

ບ ນດາລ ດຖະມ ນຕ ຕ າງປະເທດອາຊຽນ ໄດ ອອກຖະແຫ ງການວ າດ ວຍການຮ ກສາສ ນຕ ພາບ ແລະ ສະຖຽນລະພາບໃນອາຊ ຕາເວ ນອອກສ ຽງໃຕ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ອາຊຽນ ແມ່ນກຳລັງຫຼັກແຫຼ່ງ ໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ

ຍສໝ - ໃນວັນທີ 8 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ອອກຖະແຫຼງການ ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

ບ ນດາລ ດຖະມ ນຕ ຕ າງປະເທດອາຊຽນ ໄດ ອອກຖະແຫ ງການວ າດ ວຍການຮ ກສາສ ນຕ ພາບ ແລະ ສະຖຽນລະພາບໃນອາຊ ຕາເວ ນອອກສ ຽງໃຕ ອົງການ AMRO ຄາດຄະເນວ່າ, ເສດຖະກິດຫວຽດນາມຈະເຕີບໂຕທາງບວກໃນປີ 2020

ຍສໝ - ເມື່ອບໍ່ດົນມານີ້, ຫວຽດນາມ ໄດ້ຄາດວ່າຈະຢູ່ໃນກຸ່ມ 5 ປະເທດມີພື້ນຖານເສດຖະກິດ ຈະປະສົບກັບຄວາມເຕີບໂຕ, ຄຽງຄູ່ກັບບັນດາປະເທດ, ເຊັ່ນ: ຈີນ, ບຣູໄນ, ລາວ, ແລະ ມຽນມາ.

ບ ນດາລ ດຖະມ ນຕ ຕ າງປະເທດອາຊຽນ ໄດ ອອກຖະແຫ ງການວ າດ ວຍການຮ ກສາສ ນຕ ພາບ ແລະ ສະຖຽນລະພາບໃນອາຊ ຕາເວ ນອອກສ ຽງໃຕ ອາຊຽນ ຈັດຕັ້ງພິທີສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ

ຍສໝ - ວັນທີ 8 ສິງຫາ, ຄະນະເລຂາອາຊຽນ ປະຈຳອິນໂດເນເຊຍ ໄດ້ຈັດພິທີສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ ຂຶ້ນທາງອອນລາຍ (08 ສິງຫາ 1967 – 08 ສິງຫາ 2020).

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.