ຫວຽດນາມກະກຽມໃຫ້ກອງປະຊຸມສຸດຍອດອາຊຽນ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃຫ້​ເປັນ​ຢ່າງ​ດີ

19:17 | 10/11/2020

ຍ​ສ​ໝ - ບັນດາປະເທດພວມສົ່ງເສີມບັນດາລະບຽບການຢູ່ພາຍໃນເພື່ອສາມາດລົງນາມໃນວັນທີ 15 ພະຈິກຈະມາເຖິງ. ກ່ຽວກັບການພົວພັນລະຫວ່າງອາຊຽນ ແລະ ອາເມລິກາ ໃນສະພາບການທີ່ປະເທດອາເມລິກາ ຫາກໍ່ສິ້ນສຸດການເລືອກຕັ້ງປະທານາທິບໍດີ, ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ໃຫ້ຮູ້ວ່າ, ອາຊຽນ ຍາມໃດກໍ່ຊົມເຊີຍເລື່ອງ ອາເມລິກາ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ.

ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 37 ​ເປັນໂອກາດ ເພື່ອໃຫ້ອາຊຽນ ຕີລາຄາ ໂດຍສັງເຂບ ບັນດາໝາກຜົນ ຂອງບັນ ດາຄູ່ຮ່ວມມື ແລະ ວາງອອກ ບັນດາການກຳນົດທິດ ບຸລິມະສິດ ໃຫ້ແກ່ໄ
ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ຢ່າງສຳເລັດຜົນ
ຫວຽດນາມກະກຽມໃຫ້ກອງປະຊຸມສຸດຍອດອາຊຽນ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃຫ້​ເປັນ​ຢ່າງ​ດີ
ການ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 37

ຕອນບ່າຍວັນທີ 09 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ຈັດກອງປະຊຸມຖະແຫຼງຂ່າວສາກົນກ່ຽວກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ຍັງ​ມີ​ຜູ​ູ້​ຕາງ​ໜ້າ​ບັນ​ດາ​ທູ​ຕາ​ນຸ​ທູດ, ບັນ​ດາ​ນັກ​ຂ່າວ​ຂອງ ຫວຽດ​ນາມ ແລະ ສຳ​ນັກ​ຂ່າວ​ສານ​ສາ​ກົນ.

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໊ວກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ, ໃຫ້ຮູ້ວ່າ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈະດຳເນີນໃນລະຫວ່າງວັນທີ 12 – 15 ພະຈິກ, ຕາມຮູບການອອນລາຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສຳ​ຄັນ​ທີ່​ສຸດ ຂອງ ອາ​ຊຽນ ໃນ​ປີ 2020, ໂດຍ​ດຶງ​ດູດ​ໄດ້​ຄວາມ​ສົນ​ໃຈ​ຢ່າງ​ກ້​ວາງ​ຂວາງ​ຈາກ​ຫາງ​ສຽງ​ສາ​ກົນ ທັງ​ຢູ່​ພາຍ​ໃນ ແລະ ນອກ​ພາກ​ພື້ນ. ທ່ານ​ກ່າວ​ວ່າ:

“ກອງປະຊຸມແມ່ນໂອກາດເພື່ອໃຫ້ອາຊຽນ ຕີລາຄາໂດຍສັງເຂບບັນດາໝາກຜົນຂອງການຮ່ວມມືໃນທັງປີ ສຳລັບບັນດາການເຄື່ອນໄຫວພາຍໃນກຸ່ມ ກໍ່ຄືການຮ່ວມມືກັບບັນດາຄູ່ຮ່ວມມື ແລະ ວາງອອກບັນດາການກຳນົດທິດບຸລິມະສິດໃຫ້ແກ່ໄລຍະຕໍ່ໆໄປ. ນີ້ກໍ່ແມ່ນໂອກາດໜຶ່ງດຽວໃນປີເຊິ່ງການນຳອາຊຽນ ຈັດກອງປະຊຸມກັບການນຳບັນດາຄູ່ຮ່ວມມືສຳຄັນຂອງອາຊຽນ ເກືອບທັງໝົດ.”

ຄາດວ່າ, ຈະມີການເຄື່ອນໄຫວຂັ້ນສຸດຍອດ 20 ຄັ້ງໃນຄັ້ງນີ້ຄື: ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37, ກອງປະຊຸມສຸດຍອດອາຊຽນ +1 ກັບຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ, ອິນເດຍ…ນອກ​ຈາກ​ນັ້ນ, ເປັນ​ຄັ້ງ​ທຳ​ອິດ​ຈະ​ດຳ​ເນີນກອງ​ປະ​ຊຸມ​ສຸດນອດ​ການ​ນຳ​ຍິງ ອາ​ຊຽນ​ດ້ວຍ​ຫົວ​ຂໍ້​ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ສະ​ໜິດ​ຕິດ​ພັນ, ຂະ​ຫຍັນ​ຂັນ​ເຂື່ອນ, ຍື​ນ​ຍົງ ແລະ ກວມ​ລວມ​ໃນ​ໄລ​ຍະຫຼັງ​ໂລກ​ລະ​ບາດໂຄວິດ - 19.

ກ່ຽວກັບເອກະສານ, ຄາດວ່າບັນດາການນຳຈະຮັບຮອງເອົາ, ຮັບຮູ້ ແລະ ປະກາດເອກະສານກວ່າ 80 ສະບັບ. ນີ້​ແມ່ນ​ສຳ​ນວນ​ເອ​ກະ​ສານຫຼາຍ​ທີ່​ສຸດ​ແຕ່ກ​ອນ​ມາ​ຮອດ​ປັດ​ຈຸ​ບັນ, ໃນ​ນັ້ນ​ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ແມ່ນ​ຖະ​ແຫຼງ​ການ​ຮ່າ​ໂນ້ຍ​ກ່ຽວ​ກັບ​ວິ​ໄສ​ທັດ ປະ​ຊາ​ຄົມ​ອາ​ຊຽນ​ພາຍຫຼັງ ປີ 2025, ຖະ​ແຫຼງ​ການ​ຮ່າ​ໂນ້ຍ​ກ່ຽວ​ກັບ​ການ​ເພີ່ມ​ວຽກ​ງານ​ທາງ​ສັງ​ຄົມ ມຸ່ງ​ໄປ​ສູ່​ປະ​ຊາ​ຄົມ ອາ​ຊຽນ​ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື...

ເມື່ອເຕື້ອງເຖິງຄວາມເປັນໄປໄດ້ຂອງບັນດາປະເທດລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນຂອບເຂດກອງປະຊຸມຄັ້ງນີ້. ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ໃຫ້ຮູ້ວ່າ, ປະຈຸບັນການເຈລະຈາໄດ້ສຳເລັດແລ້ວ. ບັນດາປະເທດພວມສົ່ງເສີມບັນດາລະບຽບການຢູ່ພາຍໃນເພື່ອສາມາດລົງນາມໃນວັນທີ 15 ພະຈິກຈະມາເຖິງ. ກ່ຽວກັບການພົວພັນລະຫວ່າງອາຊຽນ ແລະ ອາເມລິກາ ໃນສະພາບການທີ່ປະເທດອາເມລິກາ ຫາກໍ່ສິ້ນສຸດການເລືອກຕັ້ງປະທານາທິບໍດີ, ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ໃຫ້ຮູ້ວ່າ, ອາຊຽນ ຍາມໃດກໍ່ຊົມເຊີຍເລື່ອງ ອາເມລິກາ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ.

ຫວຽດນາມ ຈະຊຸກຍູ້ການຮ່ວມມືລະຫວ່າງລັດເຊຍ-ອາຊຽນ

ຍ​ສ​ໝ - ໃນບົດຂຽນ “ບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ໃນການຮ່ວມມືລະຫວ່າງລັດເຊຍ - ອາຊຽນ”, ທ່ານປະລິນຍາເອກ Ekaterina Koldunova ຖືວ່າ, ເມື່ອຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ ໃນປີ 2020 ອາດຈະປະກົດມີບັນດາຂົງເຂດຮ່ວມມືລະຫວ່າງລັດເຊຍ ແລະ ອາຊຽນ.

ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 37 ​ເປັນໂອກາດ ເພື່ອໃຫ້ອາຊຽນ ຕີລາຄາ ໂດຍສັງເຂບ ບັນດາໝາກຜົນ ຂອງບັນ ດາຄູ່ຮ່ວມມື ແລະ ວາງອອກ ບັນດາການກຳນົດທິດ ບຸລິມະສິດ ໃຫ້ແກ່ໄ

ຍສໝ - ໃນວັນທີ 9 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ເກີດຂຶ້ນກອງປະຊຸມຈັດກຽມ ເຈົ້າໜ້າທີ່ອາວຸໂສອາຊຽນ; ກອງປະຊຸມຄັ້ງທີ 5 ຂອງກຸ່ມປະຕິບັດງານລະຫວ່າງຂະແໜງການ ຂອງສະພາປະສານງານອາຊຽນ ກ່ຽວກັບການຮັບມືສຳຫຼັບສະພາວະການສຸກເສີນດ້ານສາທາລະນະສຸກ…

ຊຸກຍູ້ການຫັນປ່ຽນພະລັງງານຢູ່ບັນດາປະເທດ ອາຊຽນ

ຍ​ສ​ໝ - ກອງປະຊຸມສຳມະນາແນໃສ່ແບ່ງປັນບົດຮຽນ ແລະ ບົດບາດຂອງບັນດາອົງການຈັດຕັ້ງພົນລະເຮືອນ ໃນການຊຸກຍູ້ການຫັນປ່ຽນພະລັງງານຢູ່ບັນດາປະເທດ ອາຊຽນ; ອັບເດດທ່າອ່ຽງຫັນປ່ຽນພະລັງງານໃນພາກພື້ນ ແລະ ທົ່ວໂລກ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.