ກຳປູເຈຍ ມີແຜນຈະເປີດດ່ານຊາຍແດນສາກົນຕື່ມອີກ ກັບຫວຽດນາມ

13:52 | 09/09/2020

ຍສໝ - ປະເທດກຳປູເຈຍ ຈະດຳເນີນກອງປະຊຸມລະດັບກະຊວງ ເພື່ອປຶກສາຫາລືກ່ຽວກັບການເປີດຕື່ມອີກ ປະຕູດ່ານຊາຍແດນສາກົນກັບຫວຽດນາມ ເພື່ອແກ້ໄຂການສັນຈອນຂົນສົ່ງບັນທຸກສິນຄ້າ ເນື່ອງຈາກຄວາມແອອັດແຮງຂອງຄູ່ປະຕູຊາຍແດນ Bavet - ໂມກບ່າຍ.

ກຳປ ເຈຍ ມ ແຜນຈະເປ ດດ ານຊາຍແດນສາກ ນຕ ມອ ກ ກ ບຫວຽດນາມ ປະທານສະພາແຫ່ງຊາດກຳປູເຈຍຈະເຂົ້າຮ່ວມກອງປະຊຸມໃຫຍ່ AIPA-41 ທີ່ປະເທດຫວຽດນາມ
ກຳປ ເຈຍ ມ ແຜນຈະເປ ດດ ານຊາຍແດນສາກ ນຕ ມອ ກ ກ ບຫວຽດນາມ ແຜນທີ່ຊາຍແດນກຳປູເຈຍ-ຫວຽດນາມ ຈະສົ່ງໃຫ້ສະຫະປະຊາຊາດເກັບຮັກສາໄວ້

ຕາມແຫລ່ງຂ່າວຈາກກະຊວງຄົມມະນາຄົມ ແລະ ໂຍທາທິການປະເທດກຳປູເຈຍ ທີ່ໄດ້ເປີດເຜີຍໃນວັນທີ 8 ກັນຍານີ້ ໃຫ້ຮູ້ວ່າ ກຳປູເຈຍ ກຳລັງສົ່ງເສີມບັນດາລະບຽບການຕ່າງໆ ເພື່ອເປີດປະຕູຊາຍແດນສາກົນເພີ່ມເຕີມກັບຫວຽດນາມ ເພື່ອສົ່ງເສີມບັນດາເຄື່ອນໄຫວການຂົນສົ່ງລົດບັນທຸກ ໄດ້ຂ້າມຊາຍແດນລະຫວ່າງສອງປະເທດ.

ກ່າວຄຳເຫັນຕໍ່ສື່ມວນຊົນຢູ່ນອກກອງປະຊຸມຄູ່ຮ່ວມມືພາກລັດ - ເອກະຊົນລະຫວ່າງກຳປູເຈຍ - ຍີ່ປຸ່ນຄັ້ງທີ 20, ທ່ານ Nou Savath - ລັດຖະມົນຕີກະຊວງຄົມມະນາຄົມ ກຳປູເຈຍ ໃຫ້ຮູ້ວ່າ, ກະຊວງຄົມມະນາຄົມກຳປູເຈຍ ຈະເປັນປະທານກອງປະຊຸມລະດັບກະຊວງ ກ່ຽວກັບການເປີດຕື່ມອີກ ປະຕູດ່ານຊາຍແດນສາກົນກັບຫວຽດນາມ ເພື່ອແກ້ໄຂບັນຫາສັນຈອນຂົນສົ່ງບັນທຸກສິນຄ້າ ເນື່ອງຈາກຄວາມແອອັດແຮງຂອງຄູ່ປະຕູຊາຍແດນ Bavet - ໂມກບ່າຍ.

ກຳປ ເຈຍ ມ ແຜນຈະເປ ດດ ານຊາຍແດນສາກ ນຕ ມອ ກ ກ ບຫວຽດນາມ
ລົດບັນທຸກ ໄດ້ຂ້າມຊາຍແດນ Bavet - ໂມກບ່າຍ. (ພາບ: TTXVN)

ທ່ານ Nou Savath ກ່າວຕື່ມວ່າ: ກຳປູເຈຍຍັງ ກຳລັງສຶກສາເປີດປະຕູຊາຍແດນໃໝ່, ອາດຈະເປັນດ່ານຊາຍແດນ Prey Vor (ກຳປູເຈຍ) ກັບດ່ານຊາຍແດນ ບິງຮຽບ (ປະເທດຫວຽດນາມ) ເພື່ອຫຼຸດຜ່ອນລະບຽບການຂອງທຸກກຳລັງກົມພາສີ ແລະ ບັນດາອົງການອື່ນໆ ເພື່ອຫຼຸດຜ່ອນສະພາບການແອອັດໃນປະຈຸບັນຢູ່ໃນເມືອງ Bavet."

ທ່ານທ່ານ Nou Savath - ລັດຖະມົນຕີກະຊວງຄົມມະນາຄົມ ກຳປູເຈຍ ໃຫ້ຮູ້ວ່າ: ກ່ອນໜ້າ ນີ້, ປະລິມານການຈໍລະຈອນຂອງພາຫະນະຂົນສົ່ງບັນທຸກສິນຄ້າ ທີ່ຜ່ານດ່ານຊາຍແດນ Bavet - ໂມກບ່າຍ ແມ່ນປະມານ 250-300 ຄັນຕໍ່ມື້, ແຕ່ຍ້ອນການຄວບຄຸມ, ການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ COVID-19 ເຮັດໃຫ້ຈຳນວນພາຫະນະທີ່ຜ່ານດ່ານຊາຍແດນ ມີພຽງແຕ່ປະມານ 70 ຄັນຕໍ່ມື້ເທົ່ານັ້ນ.

ທ່ານ Nou Savath ກ່າວຕື່ມວ່າ ທ່ານຈະສະເໜີໃຫ້ລັດຖະບານກຳປູເຈຍ ກະກຽມເປີດລະບຽງຫຼາຍກວ່າເກົ່າສຳລັບລົດບັນທຸກສິນຄ້າ ເພື່ອຫຼຸດຜ່ອນການຈະລາຈອນຖືກອຸດຕັນ. "ພວກເຮົາຍັງຕ້ອງການກະກຽມເສັ້ນທາງທີ່ແຕກຕ່າງກັນ ສຳລັບພາຫະນະຂົນສົ່ງສິນຄ້າ, ແລະ ຫວັງວ່າໄດ້ຈະເປີດສັ້ນທາງຫຼວງຫຼາຍເສັ້ນ ສຳລັບລົດໂດຍສານ ແລະ ລົດຂະໜາດນ້ອຍ."

ຕາມຕົວເລກສະຖິຕິຂອງສະຖານທູດຫວຽດນາມ ປະຈຳນະຄອນຫຼວງ Phnom Penh - ກຳປູເຈຍ, ວົງເງິນການຄ້າສອງຝ່າຍຫວຽດນາມ - ກຳປູເຈຍໃນ 5 ເດືອນຕົ້ນປີ 2020 ຖືກຫຼຸດລົງປະມານ 8,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຍັງຫຼົງເຫຼືອເປັນ 2,17 ຕື້ໂດລາສະຫະລັດ.

ກຳປ ເຈຍ ມ ແຜນຈະເປ ດດ ານຊາຍແດນສາກ ນຕ ມອ ກ ກ ບຫວຽດນາມ ຫວຽດນາມ - ຈີນ ສະເຫຼີມສະຫຼອງ 20 ປີ​ແຫ່ງ​ການ​ຮ່ວມມື​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ-ຈີນ

ຍສໝ - ວັນທີ 23 ສິງຫາ, ຢູ່ນະຄອນມອງກາຍ, ແຂວງກວາງນິງ, ທ່ານ ຟ້າມບິ່ງບິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານ ຫວາງອີ້ ລັດຖະມົນຕີການຕ່າງປະເທດຈີນ ຈະປະທານຮ່ວມ “ການເຄື່ອນໄຫວສະເຫຼີມສະຫຼອງ 20 ປີແຫ່ງວັນເຊັນສົນທິສັນຍາຊາຍແດນ ແລະ 10 ປີແຫ່ງການຜັນຂະຫຍາຍ 3 ເອກະສານນິຕິກຳກ່ຽວກັບຊາຍແດນດິນຕໍ່ແຜ່ນ ຫວຽດນາມ-ຈີນ”.

ກຳປ ເຈຍ ມ ແຜນຈະເປ ດດ ານຊາຍແດນສາກ ນຕ ມອ ກ ກ ບຫວຽດນາມ ຮ່າໂນ້ຍ ຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນ ກຳປູເຈຍ

ຍສໝ - ວັນທີ 12 ສິງຫາ, ທ່ານ ເວືອງດີ່ງເຫວ້, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ, ຫົວໜ້າ ຄະນະຜູ້ແທນສະພາແຫ່ງຊາດນະຄອນຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບ ທ່ານ Chay Navuth ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ກຳປູເຈຍ ປະຈຳ ຫວຽດນາມ.

ກຳປ ເຈຍ ມ ແຜນຈະເປ ດດ ານຊາຍແດນສາກ ນຕ ມອ ກ ກ ບຫວຽດນາມ ກອງປະຊຸມສຳມະນາ 50 ປີແຫ່ງວັນສ້າງຕັ້ງຄະນະກຳມະການກູບາດ້ວຍຄວາມສາມັກຄີກັບຫວຽດນາມ, ລາວ ແລະ ກຳປູເຈຍ

ຍສໝ - , ການພົວພັນລະຫວ່າງ ປະຊາຊົນກູບາ ກັບ ປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ ເພື່ອເປົ້າໝາຍຂອງການປະຕິວັດອັນສະຫງ່າລາສີ, ຕໍ່ສູ້ຕ້ານກັບຈັກກະພັດ, ເພື່ອຄວາມສະຫງົບສຸກ, ເອກະລາດແຫ່ງຊາດ, ຜືນແຜ່ນດິນອັນຄົບຖ້ວນ ແລະຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.