ໜູນຊ່ວຍວິສາຫະກິດຫວຽດນາມ 10.000 ເທື່ອ ໃນການເຂົ້າເຖິງການຄ້າເອເລັກໂຕຣນິກຂ້າມຊາຍແດນ

21:31 | 20/10/2026

ຍສໝ - ວັນທີ 19/10, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະສານສົມທົບກັບສະມາຄົມການຄ້າເອເລັກໂຕຣນິກຫວຽດນາມ (VECOM) ແລະ Amazon ຈັດພິທີເປີດຕົວໂຄງການ “ນັກທຸລະກິດໜຸ່ມກ້າວສູ່ຕະຫຼາດສາກົນຜ່ານການຄ້າເອເລັກໂຕຣນິກ” (Hà Nội Global), ແນໃສ່ເຊື່ອມໂຍງແຫຼ່ງຊັບພະຍາກອນ, ຍົກສູງຂີດຄວາມສາມາດ ແລະ ໜູນຊ່ວຍວິສາຫະກິດຫວຽດນາມຂະຫຍາຍຕະຫຼາດສົ່ງອອກຜ່ານລະບົບອອນລາຍ.

ທາດເມືອງລວນ - ສັນຍະລັກແຫ່ງມິດຕະພາບຫວຽດນາມ - ລາວ ຢູ່ເຂດຊາຍແດນ ທະຫານຊາຍແດນຫວຽດນາມ - ລາວ ປະສານສົມທົບລາດຕະເວນ ຮັກສາຄວາມໝັ້ນຄົງຕາມຊາຍແດນ

ກ່າວເປີດພິທີ, ທ່ານນາງ ເລ ຮວ່າງ ແອັງ, ຫົວໜ້າກົມການຄ້າເອເລັກໂຕຣນິກ (ກະຊວງອຸດສາຫະກຳ ແລະ ການຄ້າ) ໄດ້ຢືນຢັນວ່າ ການຄ້າເອເລັກໂຕຣນິກຂ້າມຊາຍແດນມີບົດບາດສຳຄັນໃນການຂະຫຍາຍຕະຫຼາດສົ່ງອອກ. ທ່ານນາງໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການຍົກສູງຂີດຄວາມສາມາດຂອງວິສາຫະກິດໃນຂະບວນການຫັນປ່ຽນເປັນດິຈິຕອນ, ການເຊື່ອມໂຍງເຂົ້າສາກົນ ແລະ ການເພີ່ມທະວີການປະສານສົມທົບລະຫວ່າງອົງການຄຸ້ມຄອງ, ສະມາຄົມ, ແພລດຟອມເຕັກໂນໂລຊີ ແລະ ຊຸມຊົນວິສາຫະກິດ.

ໜູນຊ່ວຍວິສາຫະກິດຫວຽດນາມ 10.000 ເທື່ອ ໃນການເຂົ້າເຖິງການຄ້າເອເລັກໂຕຣນິກຂ້າມຊາຍແດນ
ບັນດາຜູ້ແທນເຂົ້າຮ່ວມພິທີເປີດຕົວໂຄງການ “ນັກທຸລະກິດໜຸ່ມກ້າວສູ່ຕະຫຼາດສາກົນຜ່ານການຄ້າເອເລັກໂຕຣນິກ”.

ພິທີເປີດຕົວມີການເຂົ້າຮ່ວມຂອງບັນດາຜູ້ນຳອົງການຄຸ້ມຄອງລັດ, VECOM, Amazon ແລະ ສະມາຄົມວິສາຫະກິດໜຸ່ມຮ່າໂນ້ຍ, ເປັນຂີດໝາຍການເລີ່ມຕົ້ນບັນດາກິດຈະກຳໜູນຊ່ວຍວິສາຫະກິດເຂົ້າເຖິງຕະຫຼາດທົ່ວໂລກ. ຜ່ານການເຊື່ອມໂຍງແຫຼ່ງຊັບພະຍາກອນ, ການສະໜອງຂໍ້ມູນນະໂຍບາຍ ແລະ ວິທີແກ້ໄຂດ້ານການສົ່ງອອກອອນລາຍ, ໂຄງການ GoGlobal ມຸ່ງໝັ້ນຍົກສູງຂີດຄວາມສາມາດແຂ່ງຂັນ ແລະ ຊຸກຍູ້ການດຳເນີນທຸລະກິດຂ້າມຊາຍແດນຢ່າງຍືນຍົງ.

ໃນການແນະນຳແຜນການປະຕິບັດໂຄງການ GoGlobal ໄລຍະ 2026 - 2030, ປອ. ຫວູ ບ໊າ ຟູ໊, ຫົວໜ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ ໂຄງການໄດ້ວາງເປົ້າໝາຍຮອດປີ 2030 ຈະຝຶກອົບຮົມໃຫ້ວິສາຫະກິດ 10.000 ເທື່ອ, ໃຫ້ຄຳປຶກສາແກ່ວິສາຫະກິດ 1.000 ແຫ່ງ ແລະ ໜູນຊ່ວຍວິສາຫະກິດ 100 ແຫ່ງ ໃຫ້ດຳເນີນທຸລະກິດຢ່າງມີປະສິດທິຜົນໃນບັນດາແພລດຟອມການຄ້າເອເລັກໂຕຣນິກຂ້າມຊາຍແດນ. ທ່ານຍັງໄດ້ເນັ້ນໜັກເຖິງບົດບາດຂອງບັນດາສະມາຄົມໃນການເຊື່ອມໂຍງ, ສັງລວມຄວາມຕ້ອງການ ແລະ ຈັດຕັ້ງປະຕິບັດກິດຈະກຳໜູນຊ່ວຍວິສາຫະກິດ.

ໃນງານດັ່ງກ່າວ, VECOM ແລະ Amazon ໄດ້ແບ່ງປັນປະສົບການ ແລະ ວິທີແກ້ໄຂໃນການພັດທະນາຍີ່ຫໍ້ຫວຽດນາມໃນຕະຫຼາດສາກົນ. ທ່ານ ໂດ໊ ຫືວ ຮຶງ, ຮອງປະທານ VECOM ໄດ້ແລກປ່ຽນກ່ຽວກັບຂະບວນການນຳຍີ່ຫໍ້ຫວຽດນາມອອກສູ່ຕະຫຼາດໃໝ່; ທ່ານ ດວ່ານ ຫວຽດ ຢຸງ, ຮອງປະທານສະມາຄົມວິສາຫະກິດໜຸ່ມຮ່າໂນ້ຍ ໄດ້ແບ່ງປັນຄວາມປາຖະໜາໃນການເຊື່ອມໂຍງເຂົ້າກັບໂລກຂອງບັນດານັກທຸລະກິດໜຸ່ມ. ຜູ້ຕາງໜ້າ Amazon ໄດ້ແນະນຳບັນດາທິດທາງໜູນຊ່ວຍວິສາຫະກິດໃນການເຂົ້າເຖິງຕະຫຼາດ, ສ້າງຍີ່ຫໍ້ ແລະ ພັດທະນາການສົ່ງອອກອອນລາຍ.

ໂຄງການຍັງໄດ້ອັບເດດຍຸດທະສາດພັດທະນາເສດຖະກິດດິຈິຕອນ ຜ່ານການນຳສະເໜີຂອງທ່ານ ຫງວຽນ ຟູ໊ ຕຽນ, ຮອງຫົວໜ້າກົມເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ (ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ). ຮສ.ປອ. ຫງວຽນ ຮົ່ງ ກວັນ, ມະຫາວິທະຍາໄລການຄ້າຕ່າງປະເທດ ໄດ້ວິເຄາະບັນດາຂໍ້ຄວນເອົາໃຈໃສ່ໃນການເຂົ້າເຖິງບັນດາຕະຫຼາດສົ່ງອອກຫຼັກ.

ບັນດາເນື້ອໃນການແລກປ່ຽນໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການກະກຽມຢ່າງຄົບຊຸດໃນດ້ານການຄົ້ນຄວ້າຕະຫຼາດ, ການນຳໃຊ້ເຕັກໂນໂລຊີ, ການຊຳລະເງິນສາກົນ ແລະ ການຈັດຕັ້ງບໍລິຫານງານ, ເພື່ອຊ່ວຍໃຫ້ວິສາຫະກິດຍົກສູງຄວາມສາມາດໃນການປັບຕົວ ແລະ ຄ່ອຍໆຂະຫຍາຍກິດຈະກຳທຸລະກິດໃນຕະຫຼາດທົ່ວໂລກ.

ເພີ່ມພູນຄູນສ້າງສາຍມິດຕະພາບ ຜ່ານແຜນງານການແລກປ່ຽນນາຍທະຫານໜຸ່ມ ຊາຍແດນ ຫວຽດນາມ - ລາວ ເພີ່ມພູນຄູນສ້າງສາຍມິດຕະພາບ ຜ່ານແຜນງານການແລກປ່ຽນນາຍທະຫານໜຸ່ມ ຊາຍແດນ ຫວຽດນາມ - ລາວ
ຍສໝ - ໃນຂອບເຂດແຜນງານ ການແລກປ່ຽນມິດຕະພາບປ້ອງກັນຊາດ ຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3, ຫວ່າງມໍ່ໆມານີ້, ຢູ່ທີ່ຕາແສງ ກິມບ໋າງ, ແຂວງ ເຫງະອານ, ໄດ້ມີບັນດາກິດຈະກຳເປີດສາກ ແຜນງານການແແລກປ່ຽນນາຍທະຫານໜຸ່ມ ຊາຍແດນ ຫວຽດນາມ - ລາວ ປະຈຳປີ 2026.
ປົກປ້ອງອະທິປະໄຕ ຂະຫຍາຍພື້ນທີ່ການພັດທະນາ ປົກປ້ອງອະທິປະໄຕ ຂະຫຍາຍພື້ນທີ່ການພັດທະນາ
ຍສໝ - ເນື່ອງໃນໂອກາດກອງປະຊຸມການທູດ ຄັ້ງທີ 33 ແລະ ກອງປະຊຸມວຽກງານການຕ່າງປະເທດທົ່ວປະເທດ ຄັ້ງທີ 22, ປະຕູຂໍ້ມູນຂ່າວສານອິເລັກໂຕຣນິກ ຂອງກະຊວງການຕ່າງປະເທດ ໄດ້ເຜີຍແຜ່ບົດສຳພາດຂອງ ທ່ານ ຫງວຽນມິງຫວູ, ກຳມະການຄະນະກາງພັກ, ລັດຖະມົນຕີປະຈຳກະຊວງການຕ່າງປະເທດ ກ່ຽວກັບຜົນງານດ້ານວຽກງານຊາຍແດນ ແລະ ດິນແດນ, ພ້ອມທັງບັນດາບູລິມະສິດ ເພື່ອປົກປ້ອງອະທິປະໄຕຢ່າງໜັກແໜ້ນ, ຊຸກຍູ້ຜົນປະໂຫຍດແຫ່ງຊາດ, ເສີມສ້າງສັນຕິພາບ ແລະ ຂະຫຍາຍພື້ນທີ່ການຮ່ວມມື ແລະ ການພັດທະນາ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ