ຍສໝ - ວັນທີ 7 ພະຈິກ, ທີ່ຊຽງໃໝ່ (ປະເທດໄທ), ຜູ້ຕາງໜ້າບັນດາທ້ອງຖິ່ນຂອງຫວຽດນາມ ໄດ້ແບ່ງປັນຜົນສຳເລັດດ້ານການຮ່ວມມື ແລະ ສະເໜີບັນດາໂຄງການເຊື່ອມໂຍງໃໝ່ ໃນກອງປະຊຸມຮ່ວມຄັ້ງທີ XV ລະຫວ່າງສະມາຄົມມິດຕະພາບຫວຽດນາມ - ໄທ ແລະ ສະມາຄົມມິດຕະພາບໄທ - ຫວຽດນາມ, ໂດຍສຸມໃສ່ຂົງເຂດການສຶກສາ, ການຝຶກອົບຮົມ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ.
ຍສໝ - ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສົ່ງຈົດໝາຍຊົມເຊີຍເຖິງທ່ານນາງ ສູນທອນ ໄຊຍະຈັກ, ເລຂາຄະນະບໍລິຫານງານສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ, ໃນໂອກາດທີ່ທ່ານນາງໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງປະທານສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ, ພ້ອມທັງສະແດງຄວາມປາຖະໜາໃຫ້ສອງຝ່າຍສືບຕໍ່ປະສານສົມທົບຈັດກິດຈະກຳມິດຕະພາບຕ່າງໆ ເພື່ອມຸ່ງສູ່ປີ 2027.
ຍສໝ - ຫວ່າງໂຄ່ງນີ້, ການປຶກສາຫາລືການເມືອງ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ອີຕາລີ ຄັ້ງທີ 7 ໄດ້ດຳເນີນໄປຢ່າງສໍາເລັດຜົນ ຢູ່ Rome. ເຫດການ ບໍ່ພຽງແຕ່ສ້າງຂີດໝາຍການທົບທວນທີ່ສຳຄັນ ໃນສາຍພົວພັນສອງຝ່າຍ ເທົ່ານັ້ນ, ແຕ່ຍັງເປີດອອກຫຼາຍທິດທາງການຮ່ວມມືໃໝ່ ກ່ຽວກັບເສດຖະກິດ, ພະລັງງານສີຂຽວ, ປ້ອງກັນຊາດ ແລະ ວັດທະນະທຳ - ການສຶກສາ.
ຍສໝ - ໃນຕອນບ່າຍວັນທີ 2 ວັນທີ 11, ຢູ່ ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບ ທ່ານ ອາຈິດ ໂດວັລ, ທີ່ປຶກສາຄວາມສະຫງົບແຫ່ງຊາດ ອິນເດຍ ໃນໂອກາດມາຢ້ຽມຢາມ ຫວຽດນາມ.
ຍສໝ - ໃນງານມະຫະກຳຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ ປີ 2026, ຜູ້ຕາງໜ້າຊາວໜຸ່ມລາວໄດ້ສະເໜີໃຫ້ສຶກສາການສ້າງຕັ້ງກອງທຶນອາສາສະໝັກຮ່ວມກັນ ເພື່ອລະດົມແຫຼ່ງຊັບພະຍາກອນມາຊ່ວຍເຫຼືອຊຸມຊົນ, ພັດທະນາອາຊີບການຫາລ້ຽງຊີບ ແລະ ສ້າງເຂດຊາຍແດນໃຫ້ມີສັນຕິພາບ, ມິດຕະພາບ ແລະ ການພັດທະນາຢ່າງຍືນຍົງ.
ຍສໝ - ວັນທີ 8 ພະຈິກ, ທີ່ແຂວງກວາງຫງາຍ, ຜູ້ແທນເກືອບ 100 ທ່ານ ໄດ້ເຂົ້າຮ່ວມງານມະຫະກຳຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ ປີ 2026, ຮ່ວມກັນແລກປ່ຽນປະສົບການ ແລະ ຂໍ້ລິເລີ່ມການຮ່ວມມືໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ, ການຫັນປ່ຽນດິຈິຕອນ, ການເລີ່ມຕົ້ນທຸລະກິດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ວຽກງານອາສາສະໝັກເພື່ອຊຸມຊົນ.
ຍສໝ - ແນ່ໃສ່ແກ້ໄຂຄວາມຫຍຸ້ງຍາກ ໃນຂະບວນການຫັນເປັນສີຂຽວ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ດານັງ, ທະນາຄານ ນາມອາ ແລະ ອົງການ WUSC ຫາເກີດໄດ້ຕົກລົງຈັດຕັ້ງປະຕິບັດ ຮູບແບບການຮ່ວມມືຍຸດທະສາດ. ການເຊື່ອມໂຍງນີ້ ຮັບບົດບາດເປັນຂົວຕໍ່ ໄຂແຫຼ່ງການເງິນສາກົນ, ພ້ອມດຽວກັນນັ້ນ ກໍ່ປະກອບຄວາມສາມາດໃນການປະຕິບັດ ການພັດທະນາຢ່າງຍືນຍົງ ໃຫ້ແກ່ສັງຄົມວິສາຫະກິດທ້ອງຖິ່ນ.
ຍສໝ - ການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການຂອງສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ ພ້ອມດ້ວຍພັນລະຍາ ແຕ່ວັນທີ 8-11 ພະຈິກ 2026 ຄາດວ່າຈະສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຫວຽດນາມ - ຍີ່ປຸ່ນ, ໂດຍສະເພາະໃນບັນດາຂົງເຂດວິທະຍາສາດ - ເຕັກໂນໂລຊີ, ຄວາມໝັ້ນຄົງທາງເສດຖະກິດ, ການພັດທະນາຊັບພະຍາກອນມະນຸດ ແລະ ການແລກປ່ຽນລະຫວ່າງປະຊາຊົນ.
ຍສໝ - ວັນທີ 5 ພະຈິກ, ທີ່ນະຄອນບູຊານ (ສ.ເກົາຫຼີ), ບັນດາວິສາຫະກິດສິນໃນນ້ຳຫວຽດນາມ ແລະ ສ.ເກົາຫຼີ ໄດ້ພົບປະ, ຊອກຫາໂອກາດຮ່ວມມືດ້ານແຫຼ່ງວັດຖຸດິບ, ເຕັກໂນໂລຊີປຸງແຕ່ງຂັ້ນເລິກ, ການຈຳໜ່າຍ ແລະ ການຂະຫຍາຍຕະຫຼາດສົ່ງອອກ.
ຍສໝ - ວັນທີ 5 ພະຈິກ ຢູ່ວຽງຈັນ, ສະຫາຍ ຫງວຽນ ຊວນ ຖັ໊ງ, ປະທານສະພາທິດສະດີສູນກາງ ໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ວິໄລ ຫຼ້າຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ. ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນດ້ານທິດສະດີ, ແບ່ງປັນປະສົບການການພັດທະນາ ແລະ ຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງພັກ.
ຍສໝ - ຕອນບ່າຍວັນທີ 5 ພະຈິກ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ພ້ອມດ້ວຍພັນລະຍາ ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ. ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືດ້ານນິຕິບັນຍັດ, ການຫັນປ່ຽນດິຈິຕອນ, ການສ້າງສະພາແຫ່ງຊາດເອເລັກໂຕຣນິກ ແລະ ການປະສານສົມທົບຈັດບັນດາກິດຈະກຳລະນຶກໃນປີ 2027.
ຍສໝ - ງານມະຫະກຳວັດທະນະທຳອາຫານສາກົນ 2026 ຈະຈັດຂຶ້ນໃນວັນທີ 21-22 ພະຈິກ ທີ່ຮ່າໂນ້ຍ ພາຍໃຕ້ຫົວຂໍ້ “ຈຸດຕັດທາງວັດທະນະທຳ” (Beyond Flavors), ບໍ່ພຽງແຕ່ແນະນຳເອກະລັກດ້ານອາຫານຂອງບັນດາປະເທດເທົ່ານັ້ນ ແຕ່ຍັງເຜີຍແຜ່ຈິດໃຈແຫ່ງຄວາມເມດຕາ, ເຊື່ອມຕໍ່ມິດຕະພາບກັບເພື່ອນມິດສາກົນ ຜ່ານບັນດາກິດຈະກຳຊ່ວຍເຫຼືອຊຸມຊົນ.
ຍສໝ - ແຕ່ວັນທີ 2-4 ພະຈິກ, ຄະນະປະຕິບັດງານຂອງຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ ໄດ້ພົບປະເຮັດວຽກກັບບັນດາສະມາຄົມຊາວຫວຽດນາມຢູ່ເຢຍລະມັນ, ມອບປຶ້ມພາສາຫວຽດນາມ ແລະ ຮັບຮູ້ບັນດາການປະກອບສ່ວນຂອງຊາວຫວຽດນາມຢູ່ຕ່າງແດນໃນການເຊື່ອມໂຍງຊຸມຊົນ, ຮັກສາເອກະລັກຂອງຊາດ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຫວຽດນາມ - ເຢຍລະມັນ.
ຍສໝ - ໃນເວທີປາໄສ IRIFF 2026, ທ່ານ ຫວູ ຫາຍ ກວນ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ສະເໜີໃຫ້ບັນດາຄູ່ຮ່ວມມືສາກົນຮ່ວມກັນກຳນົດບຸລິມະສິດການຄົ້ນຄວ້າ, ປະກອບສ່ວນທຶນຮອນ, ແບ່ງປັນໂຄງລ່າງພື້ນຖານ ແລະ ຄວາມຊ່ຽວຊານ, ມຸ່ງສູ່ບັນດາໂຄງການຄົ້ນຄວ້າຮ່ວມທີ່ສາມາດນຳໄປປະຍຸກໃຊ້ໃນພາກປະຕິບັດໄດ້.
ຍສໝ - ວັນທີ 5 ພະຈິກ ທີ່ດີລີ, ທ່ານ ຟ້າມ ບິ່ງ ດ່າມ, ເອກອັກຄະລັດຖະທູດຫວຽດນາມປະຈຳ ຕິມໍແລັດສະເຕ ແລະ ທ່ານນາງ Dulce de Jesus Soares, ລັດຖະມົນຕີກະຊວງສຶກສາທິການ ຕິມໍແລັດສະເຕ ໄດ້ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການຈັດຕັ້ງຫ້ອງຮຽນທາງໄກ, ໂດຍນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ປະສົບການດ້ານການສຶກສາໃນເຂດຊາຍແດນຂອງຫວຽດນາມ ເພື່ອຂະຫຍາຍໂອກາດການຮຽນຮູ້ໃຫ້ແກ່ເດັກນ້ອຍ.
ຍສໝ - ໃນໄລຍະປີ 2021-2025, ແຂວງຝູເຖາະໄດ້ມອບທຶນການສຶກສາເຕັມຈຳນວນຫຼາຍກວ່າ 800 ທຶນໃຫ້ແກ່ນັກສຶກສາລາວ, ພ້ອມທັງຊ່ວຍເຫຼືອກໍ່ສ້າງໂຄງລ່າງພື້ນຖານຫຼາຍແຫ່ງຢູ່ລາວ. ແຂວງຍັງສືບຕໍ່ໃຫ້ບູລິມະສິດແກ່ການຮ່ວມມືດ້ານການສຶກສາ, ການຝຶກອົບຮົມ, ເສດຖະກິດ ແລະ ການແລກປ່ຽນລະຫວ່າງປະຊາຊົນກັບບັນດາທ້ອງຖິ່ນຂອງລາວ.
ຍສໝ - ວັນທີ 3 ພະຈິກ ຢູ່ຮ່າໂນ້ຍ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ໄດ້ສະເໜີໃຫ້ອົງການແນວໂຮມຂອງສອງປະເທດເພີ່ມທະວີການແລກປ່ຽນປະສົບການໃນວຽກງານຂົນຂວາຍປະຊາຊົນ, ສ້າງຄວາມສາມັກຄີອັນເປັນປຶກແຜ່ນຂອງທົ່ວປວງຊົນໃນຊາດ ແລະ ປະສານສົມທົບກັນຈັດບັນດາກິດຈະກຳໃນປີແຫ່ງຄວາມສາມັກຄີມິດຕະພາບລາວ - ຫວຽດນາມ 2027.
ຍສໝ - ວັນທີ 30/10, ໃນງານມະຫາກຳເລີ່ມຕົ້ນທຸລະກິດ ແລະ ນະວັດຕະກຳແຂວງກ່າເມົາ ປີ 2026, ການນຳແຂວງໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການສົ່ງເສີມທ່າແຮງຂອງທ້ອງຖິ່ນ, ນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ການຫັນປ່ຽນດິຈິຕອນ ເພື່ອສ້າງຄຸນຄ່າໃໝ່, ຊຸກຍູ້ການພັດທະນາເສດຖະກິດຢ່າງຍືນຍົງ.
ຍສໝ - ແຕ່ວັນທີ 16-18/11, ສັບປະດາສາທາລະນະສຸກຫວຽດນາມ - ຊູແອດ 2026 ຈະຈັດຂຶ້ນຢູ່ຮ່າໂນ້ຍ, ບັກນິງ ແລະ ນະຄອນໂຮ່ຈີມິນ, ເພື່ອເປັນຂີດໝາຍຄົບຮອບ 50 ປີ ແຫ່ງການຮ່ວມມືດ້ານສາທາລະນະສຸກລະຫວ່າງສອງປະເທດ, ພ້ອມທັງຊຸກຍູ້ການຮ່ວມມືດ້ານການຄົ້ນຄວ້າ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນໃນການດູແລສຸຂະພາບ.
ຍສໝ - ສະຖານທູດຫວຽດນາມປະຈຳລາວ ຮ່ວມກັບກະຊວງປ້ອງກັນຄວາມສະຫງົບລາວ ຈັດກອງປະຊຸມເຜີຍແຜ່ກົດໝາຍກ່ຽວກັບການຄຸ້ມຄອງ ແລະ ເກັບຄືນອາວຸດ, ວັດຖຸລະເບີດ, ແນໃສ່ຍົກສູງຄວາມຮັບຮູ້, ຈິດສຳນຶກໃນການປະຕິບັດກົດໝາຍ ແລະ ຂົນຂວາຍຊຸມຊົນຊາວຫວຽດນາມຢູ່ລາວ ໃຫ້ສະໝັກໃຈມອບອາວຸດ.