ນັກສຶກສາຫວຽດນາມຢູ່ ສ.ເກົາຫຼີ ໄດ້ຮັບການຊ່ວຍເຫຼືອເພື່ອຍົກສູງຄວາມສາມາດໃນການຊອກຫາວຽກເຮັດ

17:55 | 13/10/2026

ຍສໝ - ໃນກອງສຳມະນາວິທະຍາສາດ “ການພັດທະນາ ແລະ ການຕັ້ງຖິ່ນຖານຂອງນັກສຶກສາຕ່າງປະເທດຢູ່ເຊອຸນ”, ບັນດາຊ່ຽວຊານ, ສະຖາບັນການສຶກສາ ແລະ ອົງການຊ່ວຍເຫຼືອຂອງນະຄອນເຊອຸນ (ສ.ເກົາຫຼີ) ໄດ້ປຶກສາຫາລືບັນດາວິທີແກ້ໄຂເພື່ອຊ່ວຍໃຫ້ນັກສຶກສາສາກົນ, ໃນນັ້ນມີນັກສຶກສາຫວຽດນາມ, ຍົກສູງລະດັບວິຊາຊີບ, ສະສົມປະສົບການ ແລະ ເປີດກວ້າງໂອກາດການເຮັດວຽກພາຍຫຼັງຮຽນຈົບ.

ການແລກປ່ຽນປະຊາຊົນປະກອບສ່ວນຮັດແໜ້ນສາຍພົວພັນຫວຽດນາມ - ສ.ເກົາຫຼີ ມອບຂອງຂວັນ 700 ຊຸດ ເພື່ອຊ່ວຍເຫຼືອຊຸມຊົນຊາວຫວຽດນາມຢູ່ ສ.ເກົາຫຼີ

ກອງສຳມະນາດັ່ງກ່າວຈັດຂຶ້ນໂດຍມະຫາວິທະຍາໄລ Hansung ປະສານສົມທົບກັບສະຖາບັນຄົ້ນຄວ້າພະຫຸວັດທະນະທຳ ແລະ ການຍ້າຍຖິ່ນຖານ, ໂດຍມີບັນດາສາດສະດາຈານ, ນັກຄົ້ນຄວ້າ, ຜູ້ຕາງໜ້າສູນຊ່ວຍເຫຼືອຊາວຕ່າງປະເທດ ພ້ອມດ້ວຍນັກສຶກສາຫວຽດນາມ ແລະ ນັກສຶກສາສາກົນຫຼາຍຮ້ອຍຄົນເຂົ້າຮ່ວມ.

ໃນການນຳສະເໜີບົດຄົ້ນຄວ້າກ່ຽວກັບທິດທາງພາຍຫຼັງຮຽນຈົບຂອງນັກສຶກສາຫວຽດນາມຢູ່ ສ.ເກົາຫຼີ, ທ່ານນາງ ສາດສະດາຈານ ຮ໊ານ ທິ ເລ້ ທູ, ມະຫາວິທະຍາໄລ Hansung, ໃຫ້ຂໍ້ສັງເກດວ່າ ຄວາມຕ້ອງການຊອກຫາວຽກເຮັດ ແລະ ພັດທະນາອາຊີບຢູ່ ສ.ເກົາຫຼີ ນັບມື້ນັບເພີ່ມຂຶ້ນ, ໃນຂະນະທີ່ລະດັບການແຂ່ງຂັນໃນຕະຫຼາດແຮງງານຍັງສູງ.

ນັກສຶກສາຫວຽດນາມຢູ່ ສ.ເກົາຫຼີ ໄດ້ຮັບການຊ່ວຍເຫຼືອເພື່ອຍົກສູງຄວາມສາມາດໃນການຊອກຫາວຽກເຮັດ
ມະຫາວິທະຍາໄລນະຄອນເຊອຸນ

ຕາມທ່ານນາງ ຮ໊ານ ທິ ເລ້ ທູ ແລ້ວ, ການມີຄວາມຊຳນານດ້ານພາສາເກົາຫຼີແມ່ນປັດໄຈສຳຄັນທີ່ຊ່ວຍໃຫ້ນັກສຶກສາສາມາດສື່ສານ, ສ້າງສາຍພົວພັນກັບອາຈານ ແລະ ໝູ່ເພື່ອນ, ພ້ອມທັງເຂົ້າເຖິງໂອກາດຝຶກງານ ແລະ ຄົ້ນຄວ້າ. ນັກສຶກສາຍັງຕ້ອງເປັນຝ່າຍຫ້າວຫັນນຳໃຊ້ການແນະນຳ, ການສະເໜີແນະ ແລະ ເຄືອຂ່າຍການພົວພັນຂອງອາຈານ ເພື່ອຊອກຫາວຽກເຮັດ.

ທ່ານ ສາດສະດາຈານ Yoo Eun Gil, ສະຖາບັນບັນດິດສຶກສາດ້ານອະສັງຫາລິມະຊັບ, ມະຫາວິທະຍາໄລ Hansung, ໃຫ້ຮູ້ວ່າ ບັນດາວິສາຫະກິດ ສ.ເກົາຫຼີ ກຳລັງມີຄວາມຕ້ອງການຮັບສະໝັກບຸກຄະລາກອນທີ່ມີຄຸນນະພາບສູງ ເພື່ອຮັບໃຊ້ການລົງທຶນ ແລະ ການຂະຫຍາຍຕະຫຼາດຕ່າງປະເທດ.

ຕາມທ່ານ Yoo Eun Gil ແລ້ວ, ນັກສຶກສາຫວຽດນາມມີຂໍ້ໄດ້ປຽບໃນການກາຍເປັນຂົວເຊື່ອມຕໍ່ດ້ານບຸກຄະລາກອນ ຍ້ອນມີຄວາມເຂົ້າໃຈຕະຫຼາດພາຍໃນປະເທດ ແລະ ຄວາມສາມາດໃນການປັບຕົວເຂົ້າກັບວັດທະນະທຳວິສາຫະກິດຂອງ ສ.ເກົາຫຼີ. ສະຖາບັນກຳລັງວາງທິດທາງປະສານສົມທົບກັບບັນດາສະມາຄົມ ແລະ ວິສາຫະກິດດ້ານການກໍ່ສ້າງ ແລະ ອະສັງຫາລິມະຊັບ ເພື່ອພັດທະນາຫຼັກສູດການຝຶກອົບຮົມ ແລະ ການຝຶກງານທີ່ເໝາະສົມ.

ທ່ານໄດ້ແນະນຳໃຫ້ນັກສຶກສາຍົກສູງຄວາມສາມາດດ້ານພາສາຕ່າງປະເທດ, ພ້ອມທັງເສີມສ້າງຄວາມຮູ້ດ້ານການກໍ່ສ້າງ, ການບໍລິຫານຊັບສິນ ແລະ ການພັດທະນາໂຄງການ ເພື່ອເພີ່ມໂອກາດເຂົ້າເຮັດວຽກໃນບັນດາວິສາຫະກິດຂ້າມຊາດ.

ໃນຊ່ວງປຶກສາຫາລື, ນັກສຶກສາຫວຽດນາມໄດ້ຕັ້ງຄຳຖາມຫຼາຍຂໍ້ກ່ຽວກັບການຮັບສະໝັກງານ, ການປ່ຽນປະເພດວີຊາເພື່ອເຮັດວຽກ ແລະ ການສະສົມປະສົບການ. ທ່ານນາງ ຫງວຽນ ຫງອກ ກິມ ເງິນ, ນັກສຶກສາປະລິນຍາໂທ ຄະນະອະສັງຫາລິມະຊັບ ມະຫາວິທະຍາໄລ Hansung, ໄດ້ສົນໃຈວິທີການສ້າງປະສົບການດ້ານວິຊາຊີບ ໃນຂະນະທີ່ຜູ້ຮັບສະໝັກງານຫຼາຍແຫ່ງໃຫ້ບູລິມະສິດແກ່ຜູ້ສະໝັກທີ່ເຄີຍເຮັດວຽກມາກ່ອນ.

ຜູ້ຕາງໜ້າສູນ Seoul Global ໄດ້ແນະນຳໃຫ້ນັກສຶກສາເຂົ້າຮ່ວມການຝຶກງານ, ໂຄງການເລີ່ມຕົ້ນທຸລະກິດ, ກິດຈະກຳຊ່ວຍເຫຼືອດ້ານພະຫຸວັດທະນະທຳ ຫຼື ໂຄງການເຊື່ອມຕໍ່ວິສາຫະກິດຂອງມະຫາວິທະຍາໄລ, ແທນທີ່ຈະຖືວ່າມີພຽງການເຮັດວຽກຢ່າງເປັນທາງການເທົ່ານັ້ນທີ່ນັບເປັນປະສົບການ.

ບັນດາຜູ້ບັນຍາຍໄດ້ເນັ້ນໜັກວ່າ ການຊ່ວຍເຫຼືອນັກສຶກສາຕ່າງປະເທດຕ້ອງມີການປະສານສົມທົບລະຫວ່າງອຳນາດການປົກຄອງ, ມະຫາວິທະຍາໄລ ແລະ ວິສາຫະກິດ. ນອກຈາກນັ້ນ, ນັກສຶກສາຫວຽດນາມຕ້ອງກະກຽມຕົນເອງຢ່າງຫ້າວຫັນທັງດ້ານພາສາຕ່າງປະເທດ, ຄວາມຮູ້ວິຊາຊີບ ແລະ ປະສົບການຕົວຈິງ ເພື່ອຍົກສູງຄວາມສາມາດໃນການປັບຕົວເຂົ້າກັບສັງຄົມ, ຊອກຫາວຽກເຮັດພາຍຫຼັງຮຽນຈົບ ແລະ ສົ່ງເສີມບົດບາດເປັນຂົວເຊື່ອມຕໍ່ວິສາຫະກິດຂອງສອງປະເທດ.

ປະທານສະພາແຫ່ງຊາດ ເຈິ່ນແທງເໝິ້ນ ແລະ ພັນລະຍາ ຢ້ຽມຢາມ ສ.ເກົາຫຼີ ແລະ ມົງໂກລີ ຢ່າງເປັນທາງການ ປະທານສະພາແຫ່ງຊາດ ເຈິ່ນແທງເໝິ້ນ ແລະ ພັນລະຍາ ຢ້ຽມຢາມ ສ.ເກົາຫຼີ ແລະ ມົງໂກລີ ຢ່າງເປັນທາງການ
ຍສໝ - ໂດຍຕອບຮັບຄຳເຊີນຂອງທ່ານ Cho Jeong Sik, ປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະ ພັນລະຍາ, ທ່ານ Sandag Byambatsogt, ປະທານສະພາແຫ່ງຊາດມົງໂກລີ ແລະ ພັນລະຍາ, ທ່ານ ເຈິ່ນແທງເໝິ້ນ, ປະທານສະພາແຫ່ງຊາດ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະຢ້ຽມຢາມ ສ.ເກົາຫຼີ ແລະ ມົງໂກລີ ຢ່າງເປັນທາງການ ແຕ່ວັນທີ 6-11/9/2026.
ການແລກປ່ຽນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ 2026: ສະເຫຼີມສະຫຼອງ 34 ປີ ສາຍພົວພັນການທູດ ຢູ່ ຝູກວັກ ການແລກປ່ຽນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ 2026: ສະເຫຼີມສະຫຼອງ 34 ປີ ສາຍພົວພັນການທູດ ຢູ່ ຝູກວັກ
ຍສໝ - ໃນຕອນຄ່ຳວັນທີ 3 ຕຸລາ, ເຫດການ “ວັນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ປີ 2026” ໄດ້ດຳເນີນໄປຢ່າງເປັນທາງການ ຢູ່ ເຂດພິເສດ ຝູກວັກ. ນີ້ແມ່ນກິດຈະກຳຈຸດສຸມ ໂດຍແຂວງ ອານຢາງ ປະສົມປະສານກັບ ສະຖານທູດ ເກົາຫຼີ ປະຈຳ ຫວຽດນາມ ຈັດຕັ້ງຂຶ້ນ ແນ່ໃສ່ສ້າງຂີດໝາຍແຫ່ງຄວາມຜູກພັນມິດຕະພາບສອງຝ່າຍ ຄົບຮອບ 34 ປີ (1992 - 2026).

ດວງດີ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ