ຍສໝ - ຫຼາຍມື້ຜ່ານມາ, ສະມາຄົມນັກສຶກສາຫວຽດນາມ ຢູ່ ຟຣັງເຟີດ (VSAF) ໄດ້ຈັດຕັ້ງເຫດການ “The Next Move 2026” ແນໃສ່ສະຫຼຸບສັງລວມບັນດາກິດຈະກຳໃນປີຜ່ານມາ ແລະ ເລືອກຕັ້ງຄະນະບໍລິຫານງານສະໄໝໃໝ່. ເຫດການໄດ້ດຳເນີນໄປຢູ່ບໍລິເວນ ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ຟຣັງເຟີດ, ເຢຍລະມັນ.
ຍສໝ - ວັນທີ 28 ມິຖຸນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມພ້ອມກັບການນໍາບັນດາອົງການຂຶ້ນກັບສະຖານທູດ, ຄະນະພັກ ແບະ ບັນດາຫົວໜ່ວຍທີ່ມີໜ້າທີ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບຄະນະນັກສຶກສາຫວຽດນາມ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລແຫ່ງຊາດ ລາວ.
ຍສໝ - ວັນທີ 14 ເມສາ, ຢູ່ມະຫາວິທະຍາໄລການເງິນພາຍໃຕ້ລັດຖະບານສະຫະພັນລັດເຊຍ ໄດ້ເກີດຂຶ້ນລາຍການສິລະປະທີ່ມີຊື່ວ່າ “ຈິດໃຈຫວຽດນາມ ໃນຫົວໃຈລັດເຊຍ: ພື້ນເມືອງອັນເລິກເຊິ່ງ”, ໄດ້ນັກສຶກສາຫວຽດນາມ ແລະ ລັດເຊຍສົມທົບກັນຈັດຕັ້ງ ແລະ ສະແດງ.
ຍສໝ - ນັ້ນແມ່ນສິ່ງທີ່ນັກສຶກສາ ຫວຽດນາມ ຫຼາຍຄົນໄດ້ແບ່ງປັນກັບນັກຂ່າວວາລະສານ ເທີຍດ້າຍ ເມື່ອເຂົາເຈົ້າໄປຮ່ຳຮຽນຢູ່ ລາວ.
ຍສໝ - ຫວ່າງແລ້ວນີ້, ຢູ່ ຮ່າໂນ້ຍ, ກ່າວຄຳປາໄສທີ່ການພົບປະກັບການນຳສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ແລະ ບັນດາລຸ້ນອະດີດນັກສຶກສາ ຫວຽດນາມ ທີ່ຮ່ຳຮຽນຢູ່ ລັດເຊຍ ໂດຍສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ເປັນເຈົ້າພາບ, ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ຫວັງວ່າ ບັນດາລຸ້ນອະດີດນັກສຶກສາ ຫວຽດນາມ ຈະສືບຕໍ່ເປັນຂົວເຊື່ອມຕໍ່ເພື່ອໃຫ້ລຸ້ນໜຸ່ມ ຫວຽດນາມ ມີຄວາມເຂົ້າໃຈ ລັດເຊຍ ໄດ້ແຈ້ງກວ່າອີກ, ປະກອບສ່ວນປົກປັກຮັກສາ ແລະ ພັດທະນາການພົວພັນລະຫວ່າງສອງປະເທດ.
ຍສໝ - ວັນທີ 25 ກໍລະກົດ, ຢູ່ແຂວງ ນິງທ້ວນ, ແຂວງ ບິ່ງທ້ວນ, ຊາວໜຸ່ມ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 120 ຄົນໄດ້ໄປຢ້ຽມຢາມ ແລະ ຊອກຮູ້ວັດທະນະທຳ ຊາວເຜົ່າຈຳ.
ຍສໝ - ວັນທີ 14 ກໍລະກົດ, ຢູ່ນະຄອນຫຼວງ Moscow (ສະຫະພັນ ລັດເຊຍ), ພິທີເປີດຕົວຫນ້າເວບໄຊຂໍ້ມູນຂ່າວສານເອເລັກໂຕນິກ “ໄວຫນຸ່ມຢູ່ ລັດເຊຍ” ໄດ້ດໍາເນີນໂດຍຄະນະສະມາຊິກຊາວໜຸ່ມຢູ່ສະຫະພັນ ລັດເຊຍ ແລະ ສະມາຄົມນັກສຶກສາ ຫວຽດນາມ ປະຈໍາ ລັດເຊຍ ສົມທົບກັນຈັດຕັ້ງເນື່ອງໃນໂອກາດວັນມູນເຊື້ອຊາວໜຸ່ມອາສາສະໝັກ (15 ກໍລະກົດ).
ຍສໝ - ວັນທີ 16 ກໍລະກົດ, ຢູ່ນະຄອນ ກຸ່ຍເຍີນ (ບິ່ງດິ້ງ), ນັກວິທະຍາສາດ ແລະ ນັກຄົ້ນຄວ້າ 34 ຄົນຂອງ 13 ປະເທດ ແລະ ເຂດແຄ້ວນ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໂຮງຮຽນຟິຊິກສາດ ຫວຽດນາມ ຄັ້ງທີ 30 (VSOP30).
ຍສໝ - ໃນລະຫວ່າງວັນທີ 23 – 24 ທັນວາ, ມະຫາວິທະຍາໄລກະສິກຳ ແລະ ປ່າໄມ້ແຂວງ ບັກຢາງ ໄດ້ຈັດຕັ້ງການພົບປະແລກປ່ຽນລະຫວ່າງນັກສຶກສາ, ສຳມະນາກອນແຂວງ ໄຊສົມບູນ (ລາວ) ແລະ ນັກສຶກສາບາງໂຮງຮຽນຢູ່ແຂວງ ບັກຢ່າງ.
ຍສໝ - ຕອນເຊົ້າວັນທີ 3 ທັນວາ, ຢູ່ Dubai, UAE, ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມຂັ້ນສູງ COP 28 ແລະ ການເຄື່ອນໄຫວສອງຝ່າຍຢູ່ UAE, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໋ງ ໄດ້ມີການພົບປະກັບນັກສຶກສາຫວຽດນາມ ທີ່ຫາກໍ່ບັນລຸໄດ້ຜົນງານສູງໃນການແຂ່ງຂັນຢູ່ UAE.
ຍສໝ - ນັກສຶກສາຫວຽດນາມທັງໝົດ 4 ຄົນທີ່ເຂົ້າຮ່ວມງານໂອລິມປິກຄອມຟິວເຕີສາກົນປີ 2023 ໄດ້ຮັບຫຼຽນໄຊ, ໃນນັ້ນມີ 1 ຫຼຽນຄຳ ແລະ 2 ຫຼຽນເງິນ.
ຍສໝ - ຄະນະນັກສຶກສາຫວຽດນາມ ຍາດໄດ້ 1 ຫຼຽນເງິນ, 5 ຫຼຽນທອງ ແລະ 1 ລາງວັນຊົມເຊີຍ ໃນງານໂອລິມປິກດາລາສາດ ແລະ ຟິຊິກດາລາສາດສາກົນ.
ຍສໝ - ວັນທີ 10 ກໍລະກົດ, ພິທີປະກາດ ແລະ ມອບລາງວັນກອງທຶນສົ່ງເສີມການສຶກສາຂອງສະມາຄົມຊາວຫວຽດນາມ ຢູ່ນະຄອນ Kitakhyushu (ຍີ່ປຸ່ນ) ໄດ້ຈັດຂື້ນດ້ວຍບັນຍາກາດສະຫງ່າຜ່າເຜີຍທີ່ກົງສູນໃຫຍ່ຫວຽດນາມ ຢູ່ແຂວງ Fukuoka.
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ ມົດສະກູ, ປະເທດ ລັດເຊຍ, ນັກສຶກສາ ຫວຽດນາມ ຂຶ້ນກັບກຸ່ມ “ອ້ອມແຂນ ຫວຽດນາມ - ລັດເຊຍ” ໄດ້ຈັດຕັ້ງ “ວັນບຸນອ່ານຫນັງສື” ເພື່ອເຜີຍແຜ່ບັນດາຄຸນຄ່າການອ່ານ ແລະ ນໍາມາເຊິ່ງບັນດາການເຄື່ອນໄຫວນອກຫຼັກສູດທີ່ມີປະໂຫຍດ ແລະ ຫນ້າສົນໃຈ, ເພື່ອດຶງດູດ ແລະ ເຕົ້າໂຮມບັນດານັກສຶກສາຕ່າງປະເທດ ຫວຽດນາມ ທີ່ພວມຮ່ຳຮຽນ ແລະ ດຳເນີນການຄົ້ນຄ້ວາຢູ່ ມົດສະກູ.
ຍສໝ - ງານແຂ່ງຂັນບານເຕະນັກຮຽນ, ນັກສຶກສາຫວຽດນາມ ຢູ່ອັງກິດ (SVUK CUP 2022) ໄດ້ດຳເນີນຢູ່ມະຫາວິທະຍາໄລ Birmingham (ລາຊະອານາຈັກອັງກິດ). ເຫດການດັ່ງກ່າວໂດຍການສົມທົບກັນຈັດຕັ້ງລະຫວ່າງສະມາຄົມນັກສຶກສາຫວຽດນາມ ຢູ່ອັງກິດ (SVUK) ແລະ ສະມາຄົມນັກສຶກສາ ຫວຽດນາມ ມະຫາວິທະຍາໄລ Aston..
ຍສໝ - ຫວ່າງແລ້ວນີ້, ກອງປະຊຸມສ້າງຕັ້ງສະຫະພັນສະມາຄົມຊາວໜຸ່ມນັກສຶກສາຫວຽດນາມຢູ່ເອີຣົບ ໄດ້ຈັດຂຶ້ນໃນຮູບແບບທາງອອນໄລ ແລະ ໂດຍກົງ ດ້ວຍການສະໜັບສະໜູນຂອງຄະນະກຳມະການແຫ່ງລັດ ສຳລັບຊາວຫວຽດນາມຢູ່ຕ່າງປະເທດ ແລະ ຫ້ອງການຜູ້ຕາງໜ້າ ຊາວຫວຽດນາມຢູ່ເອີຣົບ, ທີ່ສະຖານທູດຫວຽດນາມ ປະຈຳບຣຸກແຊນ (ແບນຊິກ).
ຍສໝ - ວັນທີ 4 ກັນຍາ, ຢູ່ສະໜາມກິລາ Haacht (ແຂວງ Vlaams-Brabant, ລາຊະອານາຈັກແບນຊິກ) ໄດ້ດຳເນີນການແຂ່ງຂັນບານເຕະ SIVIBI-LEUVEN Open Cup 2021 - ການແຂ່ງຂັນປະຈຳປີ ຈັດຕັ້ງໂດຍສະມາຄົມນັກສຶກສາຫວຽດນາມ ປະຈຳ ແບນຊິກ (SIVIBI).
ວັນທີ 29 ສິງຫາ, ຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດຫວຽດນາມ ໄດ້ເປັນປະທານຈັດຕັ້ງລາຍການໂອ້ລົມສົນທະນາ “ຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ຕ່າງປະເທດທີ່ຄ້າຍພັກແລ້ງຫວຽດນາມ” ຜ່ານລະບົບທາງໄກ.
ການແຂ່ງຂັນບານເຕະລະດູຮ້ອນ “NNB - Coupe de Lille 2021” ໄດ້ດໍາເນີນໃນທ້າຍອາທິດຜ່ານມາຢູ່ນະຄອນ Lille, ພາກເໜືອປະເທດຝຣັ່ງ.
ຍສໝ - ຫວ່າງມໍ່ໆນີ້, ສະຖານກົງສຸນຝຣັ່ງ ປະຈຳນະຄອນໂຮ່ຈີມິນ ໄດ້ເປີດງານວາງສະແດງພາບຖ່າຍ "ເລືອກປະເທດຝຣັ່ງ 2021 - Choose France 2021" ເພື່ອເຊີດຊູໃຫ້ແກ່ນັກສຶກສາຫວຽດນາມຢູ່ປະເທດນີ້.