ຊາວຫວຽດນາມຢູ່ເຢຍລະມັນ ສົ່ງເສີມບົດບາດເປັນຂົວເຊື່ອມມິດຕະພາບ ແລະ ຮັກສາພາສາຫວຽດນາມ

19:10 | 05/11/2026

ຍສໝ - ແຕ່ວັນທີ 2-4 ພະຈິກ, ຄະນະປະຕິບັດງານຂອງຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ ໄດ້ພົບປະເຮັດວຽກກັບບັນດາສະມາຄົມຊາວຫວຽດນາມຢູ່ເຢຍລະມັນ, ມອບປຶ້ມພາສາຫວຽດນາມ ແລະ ຮັບຮູ້ບັນດາການປະກອບສ່ວນຂອງຊາວຫວຽດນາມຢູ່ຕ່າງແດນໃນການເຊື່ອມໂຍງຊຸມຊົນ, ຮັກສາເອກະລັກຂອງຊາດ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຫວຽດນາມ - ເຢຍລະມັນ.

ຫວຽດນາມ - ເຢຍລະມັນ ຂະຫຍາຍການຮ່ວມມືໃນບັນດາຂົງເຂດບູລິມະສິດ ບຸນໄຫວ້ພະຈັນ ເຊື່ອມສາຍສຳພັນຊຸມຊົນຊາວຫວຽດນາມຢູ່ເຢຍລະມັນ

ແຕ່ວັນທີ 2-4 ພະຈິກ 2026, ຄະນະປະຕິບັດງານຂອງຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ), ນຳໂດຍທ່ານ ຫງວຽນ ຈຸງ ກຽນ, ປະທານຄະນະກຳມະການ, ໄດ້ເດີນທາງໄປຢ້ຽມຢາມ ແລະ ດຳເນີນວຽກງານຊຸມຊົນຢູ່ສາທາລະນະລັດສະຫະພັນເຢຍລະມັນ.

ໃນຂອບເຂດການຢ້ຽມຢາມ, ຄະນະໄດ້ພົບປະເຮັດວຽກກັບສະຫະພັນສະມາຄົມຊາວຫວຽດນາມຢູ່ສາທາລະນະລັດສະຫະພັນເຢຍລະມັນ, ສະຫະພັນສະມາຄົມແມ່ຍິງຫວຽດນາມຢູ່ສາທາລະນະລັດສະຫະພັນເຢຍລະມັນ ແລະ ສະມາຄົມຊາວເຫງະອານຢູ່ສາທາລະນະລັດສະຫະພັນເຢຍລະມັນ. ຄະນະຍັງໄດ້ມອບຕູ້ປຶ້ມພາສາຫວຽດນາມໃຫ້ແກ່ໂຄງການ Mãi Tò Mò ແລະ ຢ້ຽມຢາມວັດຕື່ເອິນ ຢູ່ນະຄອນຫຼວງແບກແລງ.

ຊາວຫວຽດນາມຢູ່ເຢຍລະມັນ ສົ່ງເສີມບົດບາດເປັນຂົວເຊື່ອມມິດຕະພາບ ແລະ ຮັກສາພາສາຫວຽດນາມ
ຜູ້ຕາງໜ້າຄະນະປະຕິບັດງານມອບຂອງຂວັນທີ່ລະນຶກໃຫ້ແກ່ສະຫະພັນສະມາຄົມຊາວຫວຽດນາມຢູ່ສາທາລະນະລັດສະຫະພັນເຢຍລະມັນ.

ສົ່ງເສີມບົດບາດຂອງບັນດາສະມາຄົມໃນການເຊື່ອມໂຍງຊຸມຊົນ

ໃນການພົບປະເຮັດວຽກກັບສະຫະພັນສະມາຄົມຊາວຫວຽດນາມຢູ່ສາທາລະນະລັດສະຫະພັນເຢຍລະມັນ, ທ່ານ ຫງວຽນ ວັນ ຮຽນ, ປະທານສະຫະພັນສະມາຄົມ ໄດ້ໃຫ້ຂໍ້ມູນກ່ຽວກັບສະພາບການເຄື່ອນໄຫວຂອງອົງການໃນໄລຍະຜ່ານມາ, ໂດຍສະເພາະຄວາມພະຍາຍາມໃນການຮັກສາຂະບວນການເຄື່ອນໄຫວຂອງບັນດາສະມາຄົມ, ເສີມສ້າງຄວາມສາມັກຄີ ແລະ ເຊື່ອມຕໍ່ຊາວຫວຽດນາມຢູ່ເຢຍລະມັນ.

ທ່ານ ຫງວຽນ ວັນ ຮຽນ ໃຫ້ຮູ້ວ່າ ຊຸມຊົນຊາວຫວຽດນາມຢູ່ເຢຍລະມັນໄດ້ເຂົ້າຮ່ວມຢ່າງຫ້າວຫັນໃນບັນດາລາຍການທີ່ມຸ່ງສູ່ບ້ານເກີດເມືອງນອນ ແລະ ປະເທດຊາດສະເໝີມາ, ພ້ອມທັງມີການປະກອບສ່ວນຫຼາຍດ້ານຕໍ່ຊີວິດເສດຖະກິດ, ວັດທະນະທຳ ແລະ ສັງຄົມຢູ່ປະເທດທີ່ຕົນພຳນັກອາໄສ.

ໜຶ່ງໃນຜົນງານທີ່ທ່ານໄດ້ກ່າວເຖິງແມ່ນການພັດທະນາຂອງສູນການຄ້າດົ່ງຊວນ ຢູ່ແບກແລງ. ສູນແຫ່ງນີ້ບໍ່ພຽງແຕ່ເປັນສະຖານທີ່ດຳເນີນທຸລະກິດເທົ່ານັ້ນ ແຕ່ຍັງກາຍເປັນພື້ນທີ່ຈັດກິດຈະກຳວັດທະນະທຳ ແລະ ເຊື່ອມໂຍງຊຸມຊົນຊາວຫວຽດນາມ.

ສິ່ງທີ່ໜ້າສົນໃຈແມ່ນ ນັບແຕ່ເດືອນມັງກອນ 2026, ສະຖານີລົດລາງໄຟຟ້າທີ່ຢູ່ທາງໜ້າປະຕູສູນການຄ້າດົ່ງຊວນ ໄດ້ຮັບການຕັ້ງຊື່ຢ່າງເປັນທາງການວ່າ “Herzbergstr./Dong-Xuan”.

ຕາມຜູ້ຕາງໜ້າສະຫະພັນສະມາຄົມ, ເຫດການນີ້ມີຄວາມໝາຍເປັນພິເສດຕໍ່ຊາວຫວຽດນາມຢູ່ແບກແລງ, ສະແດງເຖິງການຮັບຮູ້ຂອງອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນ ຕໍ່ບັນດາການປະກອບສ່ວນຂອງຊຸມຊົນຊາວຫວຽດນາມໃນຊີວິດເສດຖະກິດ ແລະ ສັງຄົມຢູ່ເຢຍລະມັນ.

ໂດຍຮັບຮູ້ບັນດາຜົນສຳເລັດທີ່ໄດ້ຮັບ, ທ່ານ ຫງວຽນ ຈຸງ ກຽນ, ປະທານຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ ໄດ້ຕີລາຄາສູງຕໍ່ບົດບາດຂອງສະຫະພັນສະມາຄົມໃນການເຕົ້າໂຮມ, ສ້າງຄວາມສາມັກຄີ ແລະ ພັດທະນາຊຸມຊົນຊາວຫວຽດນາມຢູ່ເຢຍລະມັນໃຫ້ນັບມື້ນັບເຂັ້ມແຂງ.

ທ່ານ ຫງວຽນ ຈຸງ ກຽນ ໄດ້ສະເໜີໃຫ້ສະຫະພັນສະມາຄົມສືບຕໍ່ສົ່ງເສີມບົດບາດເປັນແກນກາງໃນການເຊື່ອມຕໍ່ຊາວຫວຽດນາມລຸ້ນຕ່າງໆ, ພ້ອມທັງເອົາໃຈໃສ່ການຝຶກອົບຮົມ ແລະ ບຳລຸງສ້າງກຳລັງສືບທອດ, ສ້າງເງື່ອນໄຂໃຫ້ຊາວໜຸ່ມເຂົ້າຮ່ວມບັນດາກິດຈະກຳຂອງຊຸມຊົນ.

ໂດຍສະເພາະ, ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສຶກສາອົບຮົມຄວາມຮັກຕໍ່ບ້ານເກີດເມືອງນອນ, ຈິດສຳນຶກໃນການຫວນຄືນສູ່ຮາກເຫງົ້າ, ການຮັກສາພາສາຫວຽດນາມ ແລະ ເອກະລັກວັດທະນະທຳຂອງຊາດໃນກຸ່ມຄົນຮຸ່ນໜຸ່ມ.

ປະທານຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ ຍັງໄດ້ຮັບຮູ້ບັນດາຄຳສະເໜີ ແລະ ຂໍ້ສະເໜີແນະຂອງພີ່ນ້ອງຊາວຫວຽດນາມ, ພ້ອມທັງປາຖະໜາໃຫ້ຊຸມຊົນຊາວຫວຽດນາມຢູ່ເຢຍລະມັນສືບຕໍ່ສົ່ງເສີມບົດບາດເປັນຂົວເຊື່ອມ, ປະກອບສ່ວນເສີມຂະຫຍາຍມິດຕະພາບ, ການຮ່ວມມື ແລະ ຄວາມເຂົ້າໃຈລະຫວ່າງປະຊາຊົນຫວຽດນາມ ແລະ ເຢຍລະມັນ.

ໃນໂອກາດນີ້, ຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ ໄດ້ມອບປຶ້ມພາສາຫວຽດນາມໃຫ້ແກ່ສະຫະພັນສະມາຄົມ ເພື່ອສະໜັບສະໜູນກິດຈະກຳການສອນ ແລະ ການຮຽນພາສາແມ່ຢູ່ໃນຊຸມຊົນ.

ນຳພາສາຫວຽດນາມໃຫ້ໃກ້ຊິດກັບຄົນຮຸ່ນໜຸ່ມຫຼາຍຂຶ້ນ

ໃນລາຍການພົບປະເຮັດວຽກກັບສະຫະພັນສະມາຄົມແມ່ຍິງຫວຽດນາມຢູ່ສາທາລະນະລັດສະຫະພັນເຢຍລະມັນ, ທ່ານນາງ ຈິ້ງ ທິ ມຸ່ຍ, ປະທານສະຫະພັນສະມາຄົມ ໄດ້ແບ່ງປັນກ່ຽວກັບບັນດາກິດຈະກຳທີ່ໂດດເດັ່ນຂອງອົງການ, ໃນນັ້ນມີບັນດາລາຍການເຊື່ອມໂຍງຊຸມຊົນ, ມຸ່ງສູ່ບ້ານເກີດເມືອງນອນ ແລະ ເຂົ້າຮ່ວມວຽກງານມະນຸດສະທຳ, ການກຸສົນ ແລະ ການຕອບແທນບຸນຄຸນ.

ຕາມທ່ານນາງ ຈິ້ງ ທິ ມຸ່ຍ, ແມ່ຍິງຫວຽດນາມຢູ່ເຢຍລະມັນໄດ້ເຂົ້າຮ່ວມບັນດາກິດຈະກຳສະມາຄົມຢ່າງຫ້າວຫັນສະເໝີມາ, ປະກອບສ່ວນຮັກສາມູນເຊື້ອແຫ່ງຄວາມສາມັກຄີ ແລະ ບັນດາຄຸນຄ່າອັນດີງາມຂອງວັດທະນະທຳຫວຽດນາມ.

ໂດຍຕີລາຄາສູງຕໍ່ບັນດາກິດຈະກຳຂອງສະຫະພັນສະມາຄົມ, ທ່ານ ຫງວຽນ ຈຸງ ກຽນ ໄດ້ຮັບຮູ້ການຕອບຮັບຢ່າງຫ້າວຫັນຂອງຊຸມຊົນຕໍ່ມະຕິເລກທີ 23-NQ/TW ລົງວັນທີ 2 ສິງຫາ 2026 ຂອງກົມການເມືອງ ວ່າດ້ວຍວຽກງານຊາວຫວຽດນາມຢູ່ຕ່າງປະເທດ.

ຕາມທ່ານ, ການຕອບຮັບດັ່ງກ່າວແມ່ນສັນຍານອັນດີ, ປະກອບສ່ວນສ້າງການປ່ຽນແປງໃນວຽກງານກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ.

ປະທານຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ ປາຖະໜາໃຫ້ສະຫະພັນສະມາຄົມແມ່ຍິງຫວຽດນາມຢູ່ເຢຍລະມັນສືບຕໍ່ຮ່ວມເດີນທາງ ແລະ ຊ່ວຍເຫຼືອແມ່ຍິງ ແລະ ຊຸມຊົນ, ໂດຍສະເພາະເອົາໃຈໃສ່ບັນດາແມ່ຍິງໜຸ່ມທີ່ຫາກໍເດີນທາງໄປເຢຍລະມັນເພື່ອຮຽນໜັງສື, ດຳລົງຊີວິດ ແລະ ເຮັດວຽກ.

ພ້ອມກັນນັ້ນ, ບັນດາກິດຈະກຳການສອນ ແລະ ການຮຽນພາສາຫວຽດນາມຄວນໄດ້ຮັບການຮັກສາ ແລະ ຂະຫຍາຍອອກ, ເພື່ອປະກອບສ່ວນຮັກສາເອກະລັກວັດທະນະທຳຂອງຊາດໃນບັນດາຮຸ່ນຄົນຫວຽດນາມຢູ່ເຢຍລະມັນ.

ໜຶ່ງໃນຈຸດເດັ່ນຂອງການຢ້ຽມຢາມຄັ້ງນີ້ແມ່ນກິດຈະກຳມອບຕູ້ປຶ້ມພາສາຫວຽດນາມໃຫ້ແກ່ໂຄງການ Mãi Tò Mò.

ຕາມແຜນການ, ບັນດາຕູ້ປຶ້ມຈະຖືກຈັດວາງຢູ່ບັນດາສະຖານທີ່ທີ່ມີຊາວຫວຽດນາມໄປມາເປັນຈຳນວນຫຼາຍ, ເຊັ່ນ ຮ້ານອາຫານຫວຽດນາມ, ເພື່ອຊ່ວຍໃຫ້ພີ່ນ້ອງ ແລະ ເດັກນ້ອຍສາມາດເຂົ້າເຖິງປຶ້ມພາສາຫວຽດນາມໄດ້ຢ່າງສະດວກໃນຊີວິດປະຈຳວັນ.

ຮູບແບບນີ້ມຸ່ງສ້າງສະພາບແວດລ້ອມການຮຽນພາສາແມ່ທີ່ໃກ້ຊິດ, ເປັນທຳມະຊາດ ແລະ ສະດວກສະບາຍ, ໂດຍສະເພາະສຳລັບເດັກນ້ອຍທີ່ເກີດ ແລະ ເຕີບໃຫຍ່ຢູ່ເຢຍລະມັນ.

ໃນການສົນທະນາກັບທ່ານນາງ Thuy Le-Scherello, ຫົວໜ້າໂຄງການ Mãi Tò Mò ແລະ ເປັນທູດສົ່ງເສີມພາສາຫວຽດນາມປະຈຳປີ 2024, ທ່ານ ຫງວຽນ ຈຸງ ກຽນ ໄດ້ຕີລາຄາສູງຕໍ່ຄວາມຄິດສ້າງສັນ, ຄວາມທຸ່ມເທ ແລະ ຄວາມພະຍາຍາມຂອງທ່ານນາງໃນການເຜີຍແຜ່ ແລະ ຊຸກຍູ້ການຮຽນພາສາຫວຽດນາມຢູ່ເຢຍລະມັນ.

ທ່ານປາຖະໜາໃຫ້ໂຄງການສືບຕໍ່ພັດທະນາ, ຂະຫຍາຍຂອບເຂດການເຄື່ອນໄຫວ, ກາຍເປັນພື້ນທີ່ກິດຈະກຳທີ່ເປັນປະໂຫຍດ ເພື່ອໃຫ້ເດັກນ້ອຍຊາວຫວຽດນາມຮັກພາສາແມ່ຫຼາຍຂຶ້ນ, ຮັກສາຄວາມຜູກພັນກັບບ້ານເກີດເມືອງນອນ, ຮາກເຫງົ້າ ແລະ ຮັກສາວັດທະນະທຳຂອງຊາດ.

ຊາວຫວຽດນາມຢູ່ເຢຍລະມັນ ສົ່ງເສີມບົດບາດເປັນຂົວເຊື່ອມມິດຕະພາບ ແລະ ຮັກສາພາສາຫວຽດນາມ
ຄະນະປະຕິບັດງານຂອງຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ ໃນການພົບປະເຮັດວຽກກັບສະຫະພັນສະມາຄົມແມ່ຍິງຫວຽດນາມຢູ່ສາທາລະນະລັດສະຫະພັນເຢຍລະມັນ.

ວັດຕື່ເອິນ - ບ່ອນເພິ່ງພາທາງວັດທະນະທຳ ແລະ ຈິດໃຈຂອງຊາວຫວຽດນາມຢູ່ຕ່າງແດນ

ໃນຂອບເຂດການຢ້ຽມຢາມ, ຄະນະປະຕິບັດງານຂອງຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ ໄດ້ໄປຢ້ຽມຢາມວັດຕື່ເອິນ ຢູ່ນະຄອນຫຼວງແບກແລງ.

ຢູ່ທີ່ນີ້, ທ່ານ ຫງວຽນ ຈຸງ ກຽນ, ປະທານຄະນະກຳມະການ ໄດ້ຮັບຮູ້ບັນດາການປະກອບສ່ວນຂອງວັດໃນການຮັກສາກິດຈະກຳທາງພຸດທະສາສະໜາ, ຈັດກິດຈະກຳວັດທະນະທຳ ແລະ ກິດຈະກຳທີ່ມຸ່ງສູ່ຊຸມຊົນ.

ຕາມທ່ານ, ວັດຕື່ເອິນບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການໃນການປະຕິບັດທຳ ແລະ ປະກອບກິດຈະກຳທາງສາສະໜາເທົ່ານັ້ນ ແຕ່ຍັງເປັນບ່ອນເພິ່ງພາທາງຈິດໃຈ, ເປັນສະຖານທີ່ທີ່ຊາວຫວຽດນາມຜູ້ຢູ່ຫ່າງໄກບ້ານເກີດເມືອງນອນສາມາດພົບເຫັນການແບ່ງປັນ ແລະ ຄວາມຜູກພັນ.

ທ່ານ ຫງວຽນ ຈຸງ ກຽນ ຍັງໄດ້ຊົມເຊີຍທິດທາງການພັດທະນາບັນດາກິດຈະກຳສຳລັບຄົນຮຸ່ນໜຸ່ມ, ພ້ອມທັງປາຖະໜາໃຫ້ວັດສືບຕໍ່ສົ່ງເສີມບົດບາດເປັນພື້ນທີ່ຈັດກິດຈະກຳທາງວັດທະນະທຳ ແລະ ຈິດວິນຍານ, ປະກອບສ່ວນເສີມສ້າງຄວາມສາມັກຄີໃນຊຸມຊົນ ແລະ ຮັກສາເອກະລັກຂອງຊາດ.

ຜ່ານບັນດາການພົບປະກັບສະມາຄົມຕ່າງໆ, ກິດຈະກຳມອບປຶ້ມ ແລະ ການຢ້ຽມຢາມສະຖານທີ່ຈັດກິດຈະກຳວັດທະນະທຳ, ການຢ້ຽມຢາມຄັ້ງນີ້ໄດ້ສືບຕໍ່ຮັບຮູ້ບົດບາດຂອງບັນດາອົງການຊາວຫວຽດນາມໃນການເບິ່ງແຍງຊີວິດຂອງຊຸມຊົນ, ຮັກສາພາສາຫວຽດນາມ ແລະ ມູນເຊື້ອຂອງຊາດ, ພ້ອມທັງປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນຫວຽດນາມ ແລະ ສາທາລະນະລັດສະຫະພັນເຢຍລະມັນ.

ຫວຽດນາມ - ເຢຍລະມັນ ເປີດກວ້າງທ່າແຮງການຮ່ວມມືໃນໄລຍະພັດທະນາໃໝ່ ຫວຽດນາມ - ເຢຍລະມັນ ເປີດກວ້າງທ່າແຮງການຮ່ວມມືໃນໄລຍະພັດທະນາໃໝ່
ຍສໝ - ວັນທີ 18/8 ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານ Rolf Mutzenich, ສະມາຊິກສະພາ, ກຳມະການຄະນະກຳມາທິການການຕ່າງປະເທດ ສະພາແຫ່ງຊາດສະຫະພັນເຢຍລະມັນ. ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຫວຽດນາມ - ເຢຍລະມັນ ນັບມື້ນັບເລິກເຊິ່ງ, ໂດຍສຸມໃສ່ການລົງທຶນ, ການສຶກສາ - ຝຶກອົບຮົມ, ວິທະຍາສາດ - ເຕັກໂນໂລຊີ, ການປ່ຽນແປງໃໝ່ສ້າງສັນ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ຫວຽດນາມ ສ້າງເງື່ອນໄຂໃຫ້ວິສາຫະກິດເຢຍລະມັນຂະຫຍາຍການລົງທຶນ ຫວຽດນາມ ສ້າງເງື່ອນໄຂໃຫ້ວິສາຫະກິດເຢຍລະມັນຂະຫຍາຍການລົງທຶນ
ຍສໝ - ຫວຽດນາມພ້ອມອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດເຢຍລະມັນຂະຫຍາຍການລົງທຶນ ແລະ ດຳເນີນທຸລະກິດ, ໂດຍສະເພາະໃນຂົງເຂດໂຄງລ່າງພື້ນຖານ, ທ່າກຳປັ່ນອັດສະລິຍະ, ພະລັງງານທົດແທນ, ທາງລົດໄຟຄວາມໄວສູງ, ວິທະຍາສາດ - ເຕັກໂນໂລຊີ ແລະ ການຝຶກອົບຮົມຊັບພະຍາກອນມະນຸດຄຸນນະພາບສູງ.

ດວງດີ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ