ຍສໝ - ຢູ່ທີ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 17 ໃນວັນທີ 22/7 ຢູ່ທີ່ ມາໂນລາ (ຟີລິບປິນ), ທ່ານ ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ສະເໜີເອົາຈິດໃຈ "ຮ່ວມກັນສ້າງສັນ" ເປັນທິດທາງ, ສຸມໃສ່ 5 ຂົງເຂດ ແຕ່ການເຊື່ອມໂຍງພື້ນຖານໂຄງລ່າງ, ຫ່ວງໂສ້ການສະໜອງ ຈົນເຖິງການຫັນເປັນດິຈິທັອນ, ການຄຸ້ມຄອງແຫຼ່ງນ້ຳ ແລະ ຄວາມໝັ້ນຄົງທາງໄຊເບີ.
ຍສໝ - ຫວ່າງເບື້ອງຕົ້ນນີ້, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ ໄດ້ຕ້ອນຮັບຄະນະຜູ້ແທນ ພັກປະຊາທິປະໄຕ ເສລີ ຍີ່ປຸ່ນ (LDP) ໂດຍທ່ານ Hagiuda Koichi ຜູ້ຮັກສາການເລຂາທິການໃຫຍ່ ເປັນຫົວໜ້າຄະນະ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ຫວຽດນາມ ຕັ້ງແຕ່ວັນທີ 20-23 ກໍລະກົດ ປີ 2026.
ຍສໝ - ວັນທີ 18 ກໍລະກົດ, ສູນຊຸກຍູ້ການຮ່ວມມືທາງດ້ານວັດທະນະທຳ ແລະ ການສຶກສາ ຫວຽດນາມ - ຍີ່ປຸ່ນ (VJCE) ໄດ້ເປີດໂຕຫ້ອງການຜູ້ຕາງໜ້າຢູ່ທີ່ຮາໂນ້ຍ ຢ່າງເປັນທາງການ, ເຊິ່ງເປັນການເປີດສາກໄລຍະໃໝ່ ພາຍໃນການເຄື່ອນໄຫວເຊື່ອມຕໍ່ທາງດ້ານການສຶກສາ, ວັດທະນະທຳ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.
ຍສໝ - ທ່ານ Koizumi Shinjiro, ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ໄດ້ເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານພົນເອກ ຟານວັນຢາງ ແມ່ນຂີດໝາຍການຢ້ຽມຢາມ ຍີ່ປຸ່ນ ຄັ້ງທຳອິດ ຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ພາຍຫຼັງໄລຍະເວລາ 5 ປີ.
ຍສໝ - ພາຍໃນແຜນງານຊຸກຍູ້ການລົງທຶນຢູ່ ຍີ່ປຸ່ນ, ວັນທີ 26 ມິຖຸນາ, ທ່ານ ເຈິ່ນຈີກວາງ ປະທານຄະນະກຳມະການປະຊາຊົນແຂວງ ວິງລອງ ໄດ້ສະເໜີໃຫ້ ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ສືບຕໍ່ຊ່ວຍເຫຼືອໃນການເຊື່ອມຕໍ່ວິສາຫະກິດ, ຂະຫຍາຍຕະຫຼາດສົ່ງອອກ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານ ຄຽງຄູ່ກັບການຮ່ວມເດີນທາງກັບທ້ອງຖິ່ນ ແນໃສ່ຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມື ຍີ່ປຸ່ນ ພາຍໃນຫຼາຍຂົງເຂດ.
ຍສໝ - ພາຍໃນຂອບເຂດການເດີນທາງໄປເຄື່ອນໄຫວວຽກງານຊຸກຍູ້ການລົງທຶນຢູ່ ຍີ່ປຸ່ນ, ຄະນະຜູ້ແທນແຂວງ ວິງລອງ ໂດຍແມ່ນທ່ານ ເຈິ່ນຈີກວາງ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ເປັນຫົວໜ້າຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ບໍລິສັດ Esuhai ຈຳກັດ ແນໃສ່ຊຸກຍູ້ການຮ່ວມມືພາຍໃນຂົງເຂດແຮງງານ.
ຍສໝ - ຕາມນັກຂ່າວ TTXVN ປະຈຳ ຍີ່ປຸ່ນ, ວັນທີ 22 ມິຖຸນາ, ຢູ່ທີ່ໂຕກຽວ, ໂຮງໝໍສູນກາງກອງທັບ 108 ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມື ຮ່ວມກັບ ຄະນະແພດສາດ ຂອງມະຫາວິທະຍາໄລ Toho.
ຍສໝ - ວັນທີ 15 ມິຖຸນາ, ຢູ່ທີ່ Rome, ທ່ານນາຍົກລັດຖະມົນຕີ ອີຕາລີ Giorgia Meloni ໄດ້ດຳເນີນວາລະເຈລະຈາຮ່ວມກັບ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Sanae Takaichi, ໂດຍໄດ້ຢືນຢັນເຖິງຄວາມມຸ່ງໝັ້ນທີ່ຈະຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດພາຍໃດຫຼາກຫຼາຍຂົງເຂດ, ເນື່ອງພາຍໃດໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ອີຕາລີ - ຍີ່ປຸ່ນ ຄົບຮອບ 160 ປີ (1866-2026).
ຍສໝ - ພາຍໃດບັນດາວາລະການເຮັດວຽກຮ່ວມກັບການນຳສະພາແຫ່ງຊາດ, ລັດຖະບານ ແລະ ບັນດາອົງການຈັດຕັ້ງຂອງ ຍີ່ປຸ່ນ ນັບຕັ້ງແຕ່ວັນທີ 8-10 ມິຖຸນາ ຢູ່ທີ່ Tokyo (ຍີ່ປຸ່ນ), ທ່ານຮອງນາຍົກລັດຖະມົນຕີ ເລຕ໋ຽນເຈົາ ໄດ້ສະເໜີໃຫ້ຝ່າຍ ຍີ່ປຸ່ນ ສືບຕໍ່ເຮັດໃຫ້ຂັ້ນຕອນການເດີນທາງເຂົ້າເມືອງມີຄວາມງ່າຍດາຍຂຶ້ນ, ມຸ່ງໜ້າສູ່ການຍົກເວັ້ນວີຊາໃຫ້ແກ່ພົນລະເມືອງ ຫວຽດນາມ, ໃນຂະນະດຽວກັນ ກໍຊຸກຍູ້ການຮ່ວມມືພາຍໃດຂົງເຂດໃໝ່ໆ ເປັນຕົ້ນແມ່ນ ປັນຍາປະດິດ (AI), ເຄິ່ງຊັກນຳໄຟຟ້າ, ການຫັນປ່ຽນເປັນດິຈິຕອນ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ຍສໝ - ໃນໝໍ່ໆມານີ້, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ Fukuoka, ປະເທດຍີ່ປຸ່ນ ໄດ້ຮ່ວມມືກັບບັນດາສະມາຄົມ ຈັດຕັ້ງແຜນງານ “ມ່ວນຊື່ນຮຽນພາສາຫວຽດ, ຈົດຈຳບຸນຄຸນປະທານ ໂຮ່ຈີມິນ”. ເຫດການດັ່ງກ່າວ ແມ່ນກິດຈະກຳທີ່ມີຄວາມໝາຍອັນເລິກເຊິ່ງ, ປະກອບສ່ວນເຂົ້າໃນການເຊື່ອມຕໍ່ຄົມມະນາຄົມຊາວຫວຽດນາມ ແລະ ຂະຫຍາຍຄຸນຄ່າວັດທະນະທຳຂອງຊາດ ໄປສູ່ຄົນລຸ້ນໜຸ່ມ ຢູ່ພາຍໃນເຂດ Kyushu-Okinawa ແລະ ເຂດພາກກາງ-ພາກໃຕ້ ຂອງປະເທດຍີ່ປຸ່ນ.
ຍສໝ - ໂຮງຮຽນພາສາຫວຽດ Cay Tre ມີຄວາມມຸ່ງມາດປາດຖະໜາ ບໍ່ພຽງແຕ່ຊ່ວຍໃຫ້ພວກນ້ອງໆໄດ້ຮຽນພາສາຫວຽດເທົ່ານັ້ນ ແຕ່ຍັງເພີ່ມພູນຄູນສ້າງຄວາມຮັກຕໍ່ກັບຮາກເຫງົ້າລາຄີ, ປົກປັກຮັກສາເອກະລັກວັດທະນະທຳຂອງຫວຽດນາມ ໄວ້ໃຫ້ໝັ້ນຄົງ.
ຍສໝ - ໃນຕອນເຊົ້າວັນທີ 3 ພຶດສະພາ, ທ່ານນາງ Takaichi Sanae ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດບົດຢ້ຽມຢາມຢ່າງເປັນທາງການ ຢູ່ ຫວຽດນາມ ແຕ່ວັນທີ 1 ຫາ 3 ພຶດສະພາ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ເລມິງຮືງ.
ຍສໝ - ຕາມນັກຂ່າວ TTXVN ປະຈຳ ໂຕກຽວ, ໃນວັນທີ 2 ພຶດສະພາ, ສື່ມວນຊົນ ຍີ່ປຸ່ນ ໄດ້ພ້ອມກັນລາຍງານຂ່າວຢ່າງຄຶກຄື້ນ ກ່ຽວກັບບົດຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae, ໂດຍໄດ້ຍົກໃຫ້ເຫັນບັນດາກິດຈະກຳທີ່ສຳຄັນຂອງທ່ານນາງ Takaichi ຢູ່ ຫວຽດນາມ, ລວມມີ: ການເຂົ້າຢ້ຽມຂຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ; ການເຈລະຈາກັບທ່ານນາຍົກລັດຖະມົນຕີ ເລມິງຮືງ ແລະ ການກ່າວປາໄສຢູ່ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ກ່ຽວກັບຍຸດທະສາດ ອິນໂດ-ປາຊີຟິກ ທີ່ເສລີ ແລະ ເປີດກວ້າງ (FOIP).
ຍສໝ - ຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ເລມິງຮືງ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ໄດ້ມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແຕ່ວັນທີ 1 – 3 ພຶດສະພາ 2026. ໃນຕອນເຊົ້າວັນທີ 2 ພຶດສະພາ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ເລມິງຮືງ ແລະ ທ່ານນາງນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສອງປະເທດ ໄດ້ດຳເນີນການເຈລະຈາຢູ່ສຳນັກງານລັດຖະບານ.
ຍສໝ - ໃນຂອບເຂດກອງປະຊຸມກວດກາຄືນ ສົນທິສັນຍາວັດຖຸບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ຄັ້ງທີ 11 (NPT RevCon 11) ເຊິ່ງດຳເນີນແຕ່ວັນທີ 27 ເມສາ - 25 ພຶດສະພາ, ຢູ່ສຳນັກງານຄະນະຜູ້ແທນຖາວອນ ຫວຽດນາມ ປະຈຳ ອົງການສະຫະປະຊາຊາດ ທີ່ ນິວຢອກ (ສະຫະລັດ ອາເມລິກາ), ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ແທນຖາວອນ ຫວຽດນາມ ປະຈຳ ອົງການສະຫະປະຊາຊາດ, ປະທານທີ່ໄດ້ຮັບການແຕ່ງຕັ້ງຂອງກອງປະຊຸມ ໄດ້ໃຫ້ການຕ້ອນຮັບທ່ານ ຊີອີ ຄາຊຸໂອະ (Shii Kazuo), ປະທານພັກກອມມູນິດ ຍີ່ປຸ່ນ, ເພື່ອແລກປ່ຽນກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງກອງປະຊຸມ ແລະ ບັນດາມາດຕະການເພີ່ມທະວີການຮ່ວມມືປົດປ່ອຍອາວຸດ.
ຍສໝ - ວັນທີ 18 ເມສາ 2026, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ Fukuoka, ປະເທດຍີ່ປຸ່ນ ໄດ້ປະສານງານກັບ ຕາໜ່າງການສິດສອນພາສາຫວຽດນາມ ແລະ ການຮັກສາວັດທະນະທຳ ຫວຽດນາມ ທົ່ວໂລກ, ບັນດາສະມາຄົມຊາວຫວຽດນາມ ຢູ່ Kyushu, Okinawa ແລະ ພາກກາງ - ພາກໃຕ້ ຂອງຍີ່ປຸ່ນ ຈັດກອງປະຊຸມສຳມະນາ "ພາສາຫວຽດນາມ ໃນໃຈຂອງ Kyushu, ຍີ່ປຸ່ນ" ຢ່າງສຳເລັດຜົນ.
ຍສໝ - ງານບຸນວັດທະນະທໍາຫວຽດນາມຢູ່ຍີ່ປຸ່ນປີ 2026 - ການທົບທວນຄືນໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ຄັ້ງທີ 9 ຄາດວ່າຈະຈັດຂຶ້ນໃນວັນທີ 19 ເມສາ ທີ່ສວນສາທາລະນະ Ikuno, ເມືອງ Osaka. ງານບຸນນີ້ບໍ່ພຽງແຕ່ເປັນໂອກາດໃຫ້ຊຸມຊົນຫວຽດນາມໄດ້ເຊື່ອມຕໍ່ກັບຮາກເຫງົ້າຂອງເຂົາເຈົ້າເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການເຜີຍແຜ່ວັດທະນະທໍາຫວຽດນາມ ແລະ ເພີ່ມທະວີການພົວພັນແລກປ່ຽນມິດຕະພາບລະຫວ່າງຫວຽດນາມ ແລະ ຍີ່ປຸ່ນອີກດ້ວຍ.
ຍສໝ - ຕອນເຊົ້າວັນທີ 6 ມີນາ, ທີ່ຫໍພິພິທະພັນສິລະປະຫວຽດນາມ (66 ຖະໜົນຫງວຽນທາຍຫອກ, ຮ່າໂນ້ຍ), ງານວາງສະແດງດອກໄມ້ຍີ່ປຸ່ນດ້ວຍຫົວຂໍ້ "ລົມຕາເວັນອອກ" ໄດ້ເປີດຂຶ້ນ, ດຶງດູດຜູ້ຮັກສິລະປະເປັນຈຳນວນຫຼວງຫຼາຍມາຢ້ຽມຊົມ ແລະ ສຳຜັດກັບມັນ.
ຍສໝ - ຕອນເຊົ້າວັນທີ 3 ມີນາ, ທີ່ Osaka, ປະເທດຍີ່ປຸ່ນ, ໂຮງໝໍ ຮຸ່ງເວືອງ ແລະ ກຸ່ມບໍລິສັດການແພດ Seishokai ໄດ້ຈັດພິທີລົງນາມຢ່າງຈິງຈັງສຳລັບຂໍ້ຕົກລົງຮ່ວມມືເພື່ອແນໃສ່ຊຸກຍູ້ການຝຶກອົບຮົມ ແລະ ປັບປຸງຄຸນນະພາບການກວດ ແລະ ປິ່ນປົວພະຍາດ.
ຍສໝ - ຕອນຄ່ຳວັນທີ 3 ມີນາ, ທີ່ຮ່າໂນ້ຍ, ສະຖານທູດຍີ່ປຸ່ນ ປະຈຳຫວຽດນາມ ໄດ້ຈັດງານສະເຫຼີມສະຫຼອງຢ່າງອົບອຸ່ນ ແລະ ສະຫງ່າງາມ ເພື່ອລະນຶກເຖິງວັນຄ້າຍວັນເກີດ 66 ປີ ຂອງກະສັດ Naruhito (1960-2026).