| ເລີ່ມຕົ້ນໂຄງການກໍ່ສ້າງມະຫາວິທະຍາໄລມິດຕະພາບລາວ - ຫວຽດນາມ ທີ່ວຽງຈັນ ຫວຽດນາມ - ລາວ ແລກປ່ຽນເອກະສານການຮ່ວມມື 11 ສະບັບໃນຫຼາຍຂົງເຂດ |
ພິທີດັ່ງກ່າວຈັດຂຶ້ນພາຍຫຼັງການເຈລະຈາລະຫວ່າງນາຍົກລັດຖະມົນຕີທັງສອງທ່ານ. ກ່ອນໜ້ານັ້ນ, ການນຳສອງປະເທດໄດ້ເປັນສັກຂີພິຍານໃນພິທີແລກປ່ຽນບົດບັນທຶກການມອບ - ຮັບລະບົບຄຸ້ມຄອງປະຊາກອນ ແລະ ບັດປະຈຳຕົວພົນລະເມືອງຢູ່ລາວ.
ໂຄງການນີ້ແມ່ນຂອງຂວັນທີ່ມີຄວາມໝາຍພິເສດ, ສະແດງເຖິງສາຍພົວພັນອັນແໜ້ນແຟ້ນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຫວຽດນາມ - ລາວ. ແນວທາງການຜັນຂະຫຍາຍໂຄງການໄດ້ຮັບການເຫັນດີຮ່ວມກັນຈາກທ່ານ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ໃນເດືອນ 7/2024.
![]() |
| ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີລາວ ແລະ ບັນດາຜູ້ແທນ ເຂົ້າຮ່ວມພິທີມອບ - ຮັບລະບົບຄຸ້ມຄອງປະຊາກອນ ແລະ ບັດປະຈຳຕົວພົນລະເມືອງຢູ່ລາວ. (ພາບ: ເຍິດ ບັກ/chinhphu.vn) |
ລະບົບດັ່ງກ່າວຖືກສ້າງຂຶ້ນບົນພື້ນຖານເຕັກໂນໂລຊີທີ່ກ້າວໜ້າ ແລະ ທັນສະໄໝ, ມີຄວາມເປັນເອກະພາບ ແລະ ຄວາມປອດໄພສູງ, ພ້ອມທັງຮັບປະກັນການປະຢັດ. ບັນດາໜ້າທີ່ການຄຸ້ມຄອງຂໍ້ມູນປະຊາກອນ, ບັດປະຈຳຕົວພົນລະເມືອງ ແລະ ການຜະລິດບັດ ໄດ້ຖືກເຊື່ອມລວມເຂົ້າໃນລະບົບດຽວກັນ, ໂດຍມີຂັ້ນຕອນການປະຕິບັດວຽກທີ່ມຸ່ງຮັບປະກັນໃຫ້ຂໍ້ມູນ “ຖືກຕ້ອງ, ຄົບຖ້ວນ, ສະອາດ ແລະ ທັນສະໄໝຢູ່ສະເໝີ”.
ນອກຈາກຮັບໃຊ້ວຽກງານຄຸ້ມຄອງປະຊາກອນແລ້ວ, ໂຄງການຍັງມຸ່ງໄປສູ່ການສ້າງຖານຂໍ້ມູນຕົ້ນສະບັບ, ເປັນພື້ນຖານໃຫ້ລາວພັດທະນາການຫັນເປັນດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນໃນອະນາຄົດ.
ຜ່ານລະບົບນີ້, ບັນດາອົງການທີ່ມີໜ້າທີ່ສາມາດນຳໃຊ້ຂໍ້ມູນ, ຕົວເລກສະຖິຕິ, ບົດລາຍງານ ແລະ ຜົນການວິເຄາະສັງລວມກ່ຽວກັບປະຊາກອນ, ສະພາບການຢູ່ອາໄສ ແລະ ການປ່ຽນແປງຂອງປະຊາກອນ ບົນພື້ນຖານແຜນທີ່ດິຈິຕອນ, ເພື່ອຮັບໃຊ້ວຽກງານຄຸ້ມຄອງ, ຊີ້ນຳ ແລະ ບໍລິຫານງານຢ່າງຕໍ່ເນື່ອງຈາກສູນກາງເຖິງທ້ອງຖິ່ນ.
ດ້ວຍການຊ່ວຍເຫຼືອຈາກທີມງານຊ່ຽວຊານຫວຽດນາມ, ມາຮອດປັດຈຸບັນ ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ອອກບັດປະຈຳຕົວເອເລັກໂຕຣນິກໃຫ້ພົນລະເມືອງອາຍຸ 15 ປີຂຶ້ນໄປ ຫຼາຍກວ່າ 400.000 ບັດ, ພ້ອມທັງນຳແອັບພລິເຄຊັນຢັ້ງຢືນຕົວຕົນທາງເອເລັກໂຕຣນິກ LAeID ເຂົ້າສູ່ການນຳໃຊ້.
ໃນໄລຍະຕໍ່ໄປ, ກະຊວງປ້ອງກັນຄວາມສະຫງົບລາວ ຄາດວ່າຈະຈັດຕັ້ງບັ້ນຂະບວນການເລັ່ງລັດການອອກບັດປະຈຳຕົວພົນລະເມືອງ ແລະ ການຢັ້ງຢືນຕົວຕົນທາງເອເລັກໂຕຣນິກ ໃນຂອບເຂດທົ່ວປະເທດ.
ເພື່ອປະຕິບັດແຜນການດັ່ງກ່າວ, ກຳລັງຕຳຫຼວດລາວຈະໄດ້ຮັບການຝຶກອົບຮົມວິຊາສະເພາະໃນທົ່ວປະເທດ, ເລັ່ງລັດການປັບປຸງຂໍ້ມູນເຂົ້າສູ່ລະບົບ, ພ້ອມທັງເພີ່ມເຕີມອຸປະກອນ ແລະ ເຄື່ອງມືສະໜັບສະໜູນໃຫ້ແກ່ບັນດາໜ່ວຍງານຕຳຫຼວດຂັ້ນແຂວງ, ເມືອງ ແລະ ບ້ານ ເພື່ອເພີ່ມຄວາມໄວໃນການອອກບັດປະຈຳຕົວ ແລະ ການຢັ້ງຢືນຕົວຕົນທາງເອເລັກໂຕຣນິກໃຫ້ປະຊາຊົນ.
ກະຊວງປ້ອງກັນຄວາມສະຫງົບລາວ ຍັງມຸ່ງໄປສູ່ຄວາມສາມາດໃນການເຊື່ອມຕໍ່ລະບົບຢັ້ງຢືນຕົວຕົນທາງເອເລັກໂຕຣນິກ LAeID ກັບແພລດຟອມ VNeID ຂອງຫວຽດນາມ ເມື່ອມີເງື່ອນໄຂທີ່ຈຳເປັນຄົບຖ້ວນ, ຜ່ານນັ້ນສ້າງຄວາມສະດວກຫຼາຍຂຶ້ນໃຫ້ແກ່ການເດີນທາງຂອງປະຊາຊົນສອງປະເທດ.
ຍສໝ - ຕອນບ່າຍວັນທີ 8/10, ໃນຂອບເຂດການຢ້ຽມຢາມລາວຢ່າງເປັນທາງການຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ, ພົນເອກ ຟານ ວັນ ຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ ໄດ້ພົບປະກັບພົນເອກ ຄຳລຽງ ອຸທະໄກສອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ສອງຝ່າຍເຫັນດີສືບຕໍ່ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືດ້ານປ້ອງກັນຊາດຢ່າງມີປະສິດທິຜົນ, ເພີ່ມທະວີການປະສານງານຢູ່ບັນດາເວທີຫຼາຍຝ່າຍ ແລະ ຊຸກຍູ້ການຮ່ວມມືດ້ານການຝຶກອົບຮົມ ແລະ ເສນາຮັກ. |
ຍສໝ - ຕອນບ່າຍວັນທີ 8/10, ທີ່ນະຄອນຫຼວງວຽງຈັນ (ລາວ), ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີລາວ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳໃນກອງປະຊຸມສົ່ງເສີມການລົງທຶນຫວຽດນາມ - ລາວ. ການນຳທັງສອງທ່ານໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການເພີ່ມທະວີຄວາມຜູກພັນທາງຍຸດທະສາດໃນຂົງເຂດເສດຖະກິດ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ເລັ່ງລັດບັນດາໂຄງການຮ່ວມມືຈຸດສຸມລະຫວ່າງສອງປະເທດ. |
ດວງດີ
