| 50 ຜົນງານຈິດຕະກຳແນະນຳມໍລະດົກວັດທະນະທຳຫວຽດນາມ - ລາວ ຢູ່ວຽງຈັນ ນາຍົກລັດຖະມົນຕີລາວ ສະເຫຼີມໄຊ ກົມມະສິດ ຈະຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 27-28/11 |
ຢູ່ວັດຕາມບ້າວ, ບັນດານັກສຶກສາລາວໄດ້ຮຽນຮູ້ກ່ຽວກັບຄວາມໝາຍຂອງບຸນກະຖິນ, ເຊິ່ງເປັນພິທີກຳສຳຄັນໃນພຸດທະສາສະໜາເຖຣະວາດ, ຈັດຂຶ້ນພາຍຫຼັງສິ້ນສຸດລະດູເຂົ້າພັນສາ. ນີ້ແມ່ນໂອກາດທີ່ພຸດທະສາສະນິກະຊົນຖວາຍຜ້າໄຕຣ ແລະ ເຄື່ອງປັດໄຈທີ່ຈຳເປັນແດ່ພະສົງ, ສະແດງເຖິງຄວາມເຄົາລົບສັກກາລະຕໍ່ຜູ້ປະພຶດທຳ ແລະ ເຊີດຊູຈິດໃຈແຫ່ງການແບ່ງປັນ ແລະ ການເຮັດຄວາມດີໃນຊຸມຊົນ.
![]() |
| ນັກສຶກສາລາວຮຽນຮູ້ ແລະ ສຳຜັດວັດທະນະທຳທາງພຸດທະສາສະໜາຂອງຫວຽດນາມ ຢູ່ວັດຕາມບ້າວ (ນະຄອນດ່ານັງ). |
ໃນຂອບເຂດຂອງລາຍການ, ພະອາຈານ ທິກ ຟາບ ຫຽວ, ກຳມະການຄະນະພຸດທະສາສະໜາສາກົນ ສູນກາງອົງການພຸດທະສາສະໜາຫວຽດນາມ, ກຳມະການຄະນະບໍລິຫານງານສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ, ເຈົ້າອາວາດວັດຕາມບ້າວ ພ້ອມດ້ວຍຄະນະພະສົງ ໄດ້ປະກອບພິທີໃຫ້ໄຕສະຣະນະຄົມ ແລະ ສິນຫ້າ, ພ້ອມທັງແນະນຳໃຫ້ບັນດານັກສຶກສາລາວໄດ້ຮຽນຮູ້ຫຼັກຈັນຍາທຳພື້ນຖານຂອງພຸດທະສາສະໜາ.
ໃນຊຸດປະຈຳຊາດລາວ, ບັນດາຊາວໜຸ່ມສາວໄດ້ຖວາຍທູບທຽນ ແລະ ໄຫວ້ພະດ້ວຍຄວາມເຄົາລົບສັດທາ, ສະແດງຄວາມກະຕັນຍູ ແລະ ອະທິຖານຂໍໃຫ້ມີແຕ່ສິ່ງດີງາມ.
![]() |
| ນັກສຶກສາລາວເຂົ້າຮ່ວມບັນດາພິທີກຳທາງພຸດທະສາສະໜາຕາມປະເພນີ ຢູ່ວັດຕາມບ້າວ. |
ບັນດານັກສຶກສາລາວຍັງໄດ້ເຂົ້າຮ່ວມພິທີປະພົມນ້ຳມົນ ແລະ ພິທີຜູກແຂນອວຍພອນ. ພິທີກຳເຫຼົ່ານີ້ມີຄວາມໝາຍໃນການອວຍພອນໃຫ້ມີຄວາມສະຫງົບສຸກ, ສຸຂະພາບແຂງແຮງ ແລະ ໂຊກດີ, ເຊິ່ງເປັນພິທີກຳທີ່ຄຸ້ນເຄີຍໃນວິຖີຊີວິດທາງວັດທະນະທຳ ແລະ ຄວາມເຊື່ອຖືຂອງປະຊາຊົນລາວ.
ຜ່ານສຽງສູດມົນພາສາປາລີ ແລະ ບັນດາພິທີກຳຕາມປະເພນີ, ຊາວໜຸ່ມລາວໄດ້ມີໂອກາດສຳຜັດບັນຍາກາດການປະກອບສາສະນະກິດທາງພຸດທະສາສະໜາຢູ່ຫວຽດນາມ, ພ້ອມທັງຮູ້ສຶກເຖິງຄວາມໃກ້ຊິດກັບບັນດາຮີດຄອງປະເພນີ ແລະ ຄວາມເຊື່ອຖືທີ່ຍັງໄດ້ຮັບການຮັກສາຢູ່ບ້ານເກີດເມືອງນອນ.
ໃນການໂອ້ລົມກັບບັນດານັກສຶກສາລາວເນື່ອງໃນວັນວັດທະນະທຳຫວຽດນາມ, ພະອາຈານ ທິກ ຟາບ ຫຽວ ໄດ້ເນັ້ນໜັກເຖິງຄວາມໝາຍຂອງການເຊີດຊູ, ອະນຸລັກ ແລະ ສົ່ງເສີມຄຸນຄ່າວັດທະນະທຳຂອງຊາດໃນຊີວິດທັນສະໄໝ.
![]() |
| ນັກສຶກສາລາວປະກອບພິທີກຳຕ່າງໆ ຢູ່ວັດຕາມບ້າວ ດ້ວຍຄວາມເຄົາລົບສັດທາ. |
ພະອາຈານໄດ້ຊົມເຊີຍຈິດໃຈຮັກການຮຽນຮູ້, ຄວາມເຄົາລົບສັດທາ ແລະ ຄວາມສົນໃຈຂອງນັກສຶກສາລາວຕໍ່ບັນດາກິດຈະກຳທາງພຸດທະສາສະໜາຢູ່ວັດຕາມບ້າວ, ໂດຍສະເພາະການຮ່ວມແບ່ງປັນຄວາມຍິນດີກັບຄະນະພະສົງ ແລະ ພຸດທະສາສະນິກະຊົນ ພາຍຫຼັງບຸນກະຖິນຄັ້ງໃຫຍ່.
ຕາມພະອາຈານ ທິກ ຟາບ ຫຽວ ແລ້ວ, ວັດທະນະທຳທາງພຸດທະສາສະໜາໄດ້ປະກອບສ່ວນສ້າງບັນດາຈຸດຄ້າຍຄືກັນໃນວິຖີຊີວິດດ້ານຈິດໃຈຂອງປະຊາຊົນຫວຽດນາມ ແລະ ລາວ ມາແຕ່ດົນນານ. ຄຸນຄ່າຕ່າງໆ ເຊັ່ນ ຄວາມເມດຕາກະລຸນາ, ຈິດໃຈມຸ່ງສູ່ຄວາມດີ, ຄວາມເຄົາລົບ ແລະ ການແບ່ງປັນ ແມ່ນພື້ນຖານທີ່ຊ່ວຍໃຫ້ປະຊາຊົນສອງປະເທດເຂົ້າໃຈ ແລະ ຜູກພັນກັນຫຼາຍຂຶ້ນ.
ຍສໝ - ຕອນຄ່ຳວັນທີ 21 ພະຈິກ, ຢູ່ນະຄອນຫຼວງວຽງຈັນ (ລາວ), ໂຄງການສິລະປະ “ເຊື່ອມສານຊຸມຊົນ, ສານສາຍໃຍມິດຕະພາບຫວຽດນາມ - ລາວ” ໄດ້ນຳສະເໜີບັນດາລາຍການຮ້ອງເພງ, ຟ້ອນ ແລະ ດົນຕີ ກ່ຽວກັບບ້ານເກີດ, ປະເທດຊາດ ແລະ ນ້ຳໃຈສາມັກຄີລະຫວ່າງສອງຊົນຊາດ. ກິດຈະກຳນີ້ໄດ້ສ້າງໂອກາດໃຫ້ຊຸມຊົນຊາວຫວຽດນາມຢູ່ລາວໄດ້ພົບປະ, ຫວນຄືນສູ່ຮາກເຫງົ້າຂອງຕົນ, ພ້ອມທັງແນະນຳວັດທະນະທຳຫວຽດນາມໃຫ້ແກ່ປະຊາຊົນລາວ. |
ຍສໝ - ວັນທີ 22/11, ຢູ່ນະຄອນໂຮ່ຈີມິນ, ຄະນະນຳຂະແໜງກິລາຫວຽດນາມ ແລະ ລາວ ໄດ້ເຫັນດີຮ່ວມກັນກ່ຽວກັບທິດທາງການສ້າງໂຄງການຮ່ວມມືໄລຍະ 2026-2030, ໂດຍສຸມໃສ່ການຝຶກອົບຮົມນັກກິລາ, ຄູຝຶກ ແລະ ກຳມະການຕັດສິນ, ການພັດທະນາກິລາລະດັບສູງ ແລະ ການແລກປ່ຽນປະສົບການດ້ານການຄຸ້ມຄອງ ແລະ ນຳໃຊ້ສະໜາມ ແລະ ສິ່ງກໍ່ສ້າງດ້ານກິລາ. |
ມິງດຶກ


