| ຫວຽດນາມ - ລາວ ເພີ່ມທະວີການປະສານງານດ້ານປ້ອງກັນຊາດ, ມຸ່ງສູ່ຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ, ມຸ່ງສູ່ເປົ້າໝາຍມູນຄ່າການຄ້າ 10 ຕື້ໂດລາສະຫະລັດ |
ໃນບັນດາເອກະສານທີ່ໄດ້ແລກປ່ຽນມີ ສັນຍາການຮ່ວມມືລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານລາວ ກ່ຽວກັບໂຄງການເສັ້ນທາງມິດຕະພາບລາວ - ຫວຽດນາມ; ບົດບັນທຶກຄວາມເຂົ້າໃຈລະຫວ່າງສອງລັດຖະບານກ່ຽວກັບໂຄງລ່າງພື້ນຖານການສະໜອງນ້ຳມັນເຊື້ອໄຟ ແລະ ສັນຍາການຮ່ວມມືສອງຝ່າຍໃນຂົງເຂດການເງິນ.
![]() |
| ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີລາວ ແລະ ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ເປັນສັກຂີພິຍານໃນພິທີແລກປ່ຽນບັນດາເອກະສານການຮ່ວມມືລະຫວ່າງຜູ້ແທນບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ. (ພາບ: ເຍິດ ບັກ/chinhphu.vn) |
ສຳລັບຂົງເຂດຄວາມໝັ້ນຄົງ ແລະ ການຄຸ້ມຄອງປະຊາກອນ, ກະຊວງຕຳຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ແລກປ່ຽນບົດບັນທຶກການມອບ - ຮັບລະບົບຄຸ້ມຄອງປະຊາກອນ ແລະ ບັດປະຈຳຕົວພົນລະເມືອງຢູ່ລາວ. ພ້ອມກັນນັ້ນ, ກົມຄວາມໝັ້ນຄົງທາງໄຊເບີ ສັງກັດກະຊວງຕຳຫຼວດຫວຽດນາມ ແລະ ກົມຄວາມໝັ້ນຄົງທາງໄຊເບີ ສັງກັດກະຊວງເຕັກໂນໂລຊີ ແລະ ການສື່ສານລາວ ໄດ້ແລກປ່ຽນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງທາງໄຊເບີ.
ໃນຂົງເຂດການສຶກສາ, ສອງລັດຖະບານໄດ້ແລກປ່ຽນສັນຍາກ່ຽວກັບມະຫາວິທະຍາໄລມິດຕະພາບລາວ - ຫວຽດນາມ. ກະຊວງຍຸຕິທຳຫວຽດນາມ ແລະ ກະຊວງຍຸຕິທຳລາວ ກໍໄດ້ແລກປ່ຽນແຜນງານການຮ່ວມມືປີ 2027.
ກ່ຽວກັບວຽກງານຊົນເຜົ່າ ແລະ ສາສະໜາ, ກະຊວງຊົນເຜົ່າ ແລະ ສາສະໜາຫວຽດນາມ ພ້ອມກັບຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ແລກປ່ຽນຂໍ້ຕົກລົງການຮ່ວມມືໃນຂົງເຂດຊົນເຜົ່າ ແລະ ສາສະໜາ.
ການຮ່ວມມືລະຫວ່າງບັນດາທ້ອງຖິ່ນສືບຕໍ່ໄດ້ຮັບການຫັນເປັນຮູບປະທຳຜ່ານເອກະສານ 3 ສະບັບ. ຄະນະກຳມະການປະຊາຊົນນະຄອນຫາຍຟ່ອງ ໄດ້ແລກປ່ຽນຂໍ້ຕົກລົງມິດຕະພາບ ແລະ ການຮ່ວມມືໄລຍະ 2026 - 2030 ກັບຄະນະປົກຄອງແຂວງວຽງຈັນ ແລະ ຄະນະປົກຄອງແຂວງອຸດົມໄຊຂອງລາວ.
ນອກຈາກນັ້ນ, ຄະນະກຳມະການປະຊາຊົນແຂວງນິງບິ່ງ ແລະ ຄະນະປົກຄອງແຂວງອຸດົມໄຊ ໄດ້ແລກປ່ຽນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືມິດຕະພາບໄລຍະ 2026 - 2030.
ຍສໝ - ຕອນບ່າຍວັນທີ 8/10, ທີ່ຫໍສະພາແຫ່ງຊາດລາວ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຢ້ຽມຄຳນັບ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວ. ສອງຝ່າຍເຫັນດີເພີ່ມທະວີການປະສານງານລະຫວ່າງອົງການນິຕິບັນຍັດຂອງສອງປະເທດ, ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງການຮ່ວມມື, ພ້ອມທັງຍູ້ແຮງການແລກປ່ຽນປະຊາຊົນ, ໂດຍສະເພາະລຸ້ນໜຸ່ມຫວຽດນາມ - ລາວ. |
ຍສໝ - ຕອນບ່າຍວັນທີ 8/10, ໃນຂອບເຂດການຢ້ຽມຢາມລາວຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບການນຳແນວລາວສ້າງຊາດ ແລະ ສະມາຄົມມິດຕະພາບລາວ - ຫວຽດນາມ, ໂດຍເນັ້ນໜັກບົດບາດຂອງບັນດາອົງການມິດຕະພາບໃນການເພີ່ມທະວີການແລກປ່ຽນປະຊາຊົນ, ສຶກສາອົບຮົມມູນເຊື້ອ ແລະ ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ. |
ມິງດຶກ
