| ກວ໋າງນິງ ຊຸກຍູ້ການຮ່ວມມືດ້ານການລົງທຶນກັບອິນໂດເນເຊຍ ຫວຽດນາມ, ອິນໂດເນເຊຍ ແລະ ຟີລິບປິນ ເພີ່ມທະວີການຮ່ວມມືດ້ານຄາບອນສີຟ້າ |
ໃນບົດຂຽນທີ່ລົງໃນໜັງສືພິມ ໂລກ ແລະ ຫວຽດນາມ ໃນວັນທີ 24/11, ທ່ານ Adam M. Tugio, ເອກອັກຄະລັດຖະທູດອິນໂດເນເຊຍປະຈຳຫວຽດນາມ ໄດ້ແບ່ງປັນທັດສະນະກ່ຽວກັບບົດບາດຂອງວັດທະນະທຳຕໍ່ການພັດທະນາຂອງແຕ່ລະປະເທດ, ພ້ອມທັງສະເໜີບັນດາແນວຄິດເພື່ອຫັນການຮ່ວມມືດ້ານວັດທະນະທຳ ແລະ ການແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ ໃຫ້ເປັນຮູບປະທຳ.
ຕາມທ່ານເອກອັກຄະລັດຖະທູດແລ້ວ, ການທີ່ຫວຽດນາມຈັດວັນວັດທະນະທຳຫວຽດນາມ 24/11 ໃນຂອບເຂດທົ່ວປະເທດເປັນຄັ້ງທຳອິດ ມີຄວາມໝາຍຫຼາຍກວ່າພຽງແຕ່ກິດຈະກຳລະນຶກ. ນີ້ແມ່ນໂອກາດໃຫ້ປະຊາຊົນໄດ້ເຂົ້າຮ່ວມໂດຍກົງໃນບັນດາກິດຈະກຳສິລະປະ, ງານວາງສະແດງ, ການສ້າງສັນ ແລະ ການສຳຜັດມໍລະດົກ, ຜ່ານນັ້ນຢືນຢັນບົດບາດຂອງວັດທະນະທຳຕໍ່ຄວາມສາມັກຄີຂອງຊົນຊາດ, ຄວາມກ້າວໜ້າທາງສັງຄົມ ແລະ ການແລກປ່ຽນສາກົນ.
ຢູ່ຮ່າໂນ້ຍ, ບັນດາຖະໜົນອ້ອມຮອບໜອງຮວ່ານກຽມ ໄດ້ກາຍເປັນພື້ນທີ່ຈັດກິດຈະກຳວັດທະນະທຳ ແລະ ສິລະປະຫຼາຍຢ່າງເພື່ອຮັບໃຊ້ປະຊາຊົນ. ການທີ່ສະພາແຫ່ງຊາດຕັດສິນໃຈຮັບຮອງວັນດັ່ງກ່າວເປັນວັນພັກບຸນກໍໄດ້ສ້າງເງື່ອນໄຂໃຫ້ປະຊາຊົນທົ່ວປະເທດເຂົ້າຮ່ວມບັນດາກິດຈະກຳເຊີດຊູເອກະລັກວັດທະນະທຳຂອງຊົນຊາດ.
![]() |
| ທ່ານ Adam M. Tugio, ເອກອັກຄະລັດຖະທູດອິນໂດເນເຊຍປະຈຳຫວຽດນາມ ແນະນຳເອກະລັກອັນໂດດເດັ່ນຂອງອາຫານອິນໂດເນເຊຍໃຫ້ແກ່ທ່ານນາງ ໂງ ເຟືອງ ລີ, ພັນລະຍາຂອງທ່ານ ໂຕ ເລິມ, ເລຂາໃຫຍ່ພັກ, ປະທານປະເທດ ໃນງານມະຫະກຳວັດທະນະທຳອາຫານສາກົນ ປີ 2026. |
ຫວຽດນາມ ແລະ ອິນໂດເນເຊຍ ຕ່າງກໍໃຫ້ຄວາມສຳຄັນຕໍ່ບົດບາດຂອງວັດທະນະທຳ
ທ່ານເອກອັກຄະລັດຖະທູດ Adam M. Tugio ເຫັນວ່າ ໃນສະພາບການປັດຈຸບັນ, ວັດທະນະທຳນັບມື້ນັບກາຍເປັນແຫຼ່ງຊັບພະຍາກອນທາງຍຸດທະສາດຂອງແຕ່ລະປະເທດ. ນອກຈາກພະລັງທາງເສດຖະກິດ ແລະ ຖານະທາງການເມືອງແລ້ວ, ບັນດາຄຸນຄ່າດັ້ງເດີມ, ວິຖີຊີວິດ ແລະ ເອກະລັກຂອງຊົນຊາດ ກໍປະກອບສ່ວນສ້າງຄວາມດຶງດູດ ແລະ ອິດທິພົນໃນລະດັບສາກົນ.
ການກຳນົດວັນໜຶ່ງໃນລະດັບຊາດເພື່ອເຊີດຊູວັດທະນະທຳ ສະແດງເຖິງການຮັບຮູ້ວ່າ ມໍລະດົກບໍ່ພຽງແຕ່ຕ້ອງໄດ້ເກັບຮັກສາໄວ້ໃນປຶ້ມຕຳລາ ຫຼື ຫໍພິພິທະພັນເທົ່ານັ້ນ, ແຕ່ຍັງຕ້ອງໄດ້ນຳມາປະຕິບັດ, ບຳລຸງຮັກສາ ແລະ ສືບທອດໃນຊີວິດປະຈຳວັນ.
ທ່ານເອກອັກຄະລັດຖະທູດໄດ້ອ້າງເຖິງທັດສະນະຂອງ UNESCO ກ່ຽວກັບການປະກອບສ່ວນຂອງວັດທະນະທຳຕໍ່ 17 ເປົ້າໝາຍການພັດທະນາທີ່ຍືນຍົງ. ຕາມນັ້ນ, ວັດທະນະທຳທັງປະກອບສ່ວນພັດທະນາການທ່ອງທ່ຽວ, ອຸດສາຫະກຳສ້າງສັນ ແລະ ການເຕີບໂຕທາງເສດຖະກິດ, ທັງເສີມສ້າງຄວາມຜູກພັນຂອງຊຸມຊົນ, ສ້າງໂອກາດໃນການສ້າງນະວັດຕະກຳ ແລະ ຊ່ວຍໃຫ້ປະຊາຊົນມີຄວາມໝັ້ນໃຈໃນເອກະລັກຂອງຕົນຫຼາຍຂຶ້ນ.
ຢູ່ອິນໂດເນເຊຍ, ວັນທີ 17/10 ກໍໄດ້ຮັບການເລືອກເປັນວັນເຊີດຊູວັດທະນະທຳ. ເຖິງແມ່ນວ່າບໍ່ແມ່ນວັນພັກບຸນ, ແຕ່ການກຳນົດວັນດັ່ງກ່າວກໍສະແດງເຖິງການໃຫ້ຄວາມສຳຄັນຕໍ່ເອກະລັກຂອງຊົນຊາດ ແລະ ບົດບາດຂອງວັດທະນະທຳໃນຊີວິດສັງຄົມ.
ສິ່ງທີ່ໜ້າສົນໃຈແມ່ນ ຫວຽດນາມ ແລະ ອິນໂດເນເຊຍ ຕ່າງກໍມີກິດຈະກຳເຊີດຊູວັດທະນະທຳໃນລະດັບຊາດໃນປີ 2026, ໃນຂະນະທີ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ສ້າງຕັ້ງຂຶ້ນໃນປີ 2025 ກໍມີແຜນດຳເນີນງານເພື່ອນຳໄປປະຕິບັດແລ້ວ, ໂດຍມີການສຶກສາ ແລະ ວັດທະນະທຳເປັນບັນດາຂົງເຂດບຸລິມະສິດ.
ຕາມທ່ານ Adam M. Tugio ແລ້ວ, ເຖິງແມ່ນວ່າສອງປະເທດມີປະຫວັດສາດ ແລະ ມູນເຊື້ອດັ້ງເດີມທີ່ແຕກຕ່າງກັນ, ແຕ່ທັງສອງຕ່າງກໍຖືວ່າວັດທະນະທຳເປັນແຫຼ່ງພະລັງທີ່ເຊື່ອມສານຄວາມສາມັກຄີຂອງຊົນຊາດ ແລະ ເປັນຂົວເຊື່ອມກັບໂລກ. ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ແມ່ນພື້ນຖານສຳຄັນໃນການສ້າງສາຍພົວພັນສາກົນທີ່ເລິກເຊິ່ງ.
ໃນຂະນະທີ່ການທູດແບບດັ້ງເດີມມັກສຸມໃສ່ສາຍພົວພັນລະຫວ່າງລັດຖະບານ, ການທູດວັດທະນະທຳມີຄວາມສາມາດເຊື່ອມໂຍງກັບປະຊາຊົນໂດຍກົງຜ່ານສິລະປະ, ການສຶກສາ, ມໍລະດົກ, ການທ່ອງທ່ຽວ ແລະ ການແລກປ່ຽນດ້ານການສ້າງສັນ. ບັນດາກິດຈະກຳເຫຼົ່ານີ້ຊ່ວຍສ້າງຄວາມໄວ້ວາງໃຈ, ຄວາມເຄົາລົບເຊິ່ງກັນ ແລະ ກັນ ແລະ ມິດຕະພາບອັນຍາວນານ.
ຫວຽດນາມກຳນົດໃຫ້ການທູດວັດທະນະທຳເປັນໜຶ່ງໃນ 3 ເສົາຄ້ຳຫຼັກຂອງການທູດຮອບດ້ານ, ຄຽງຄູ່ກັບການທູດການເມືອງ ແລະ ການທູດເສດຖະກິດ. ຜ່ານການໂຄສະນາເຜີຍແຜ່ມໍລະດົກ, ການພັດທະນາອຸດສາຫະກຳວັດທະນະທຳ, ການແລກປ່ຽນດ້ານການສ້າງສັນ ແລະ ການຮ່ວມມືສາກົນ, ຫວຽດນາມມຸ່ງສູ່ການຍົກລະດັບຖານະບົດບາດຂອງປະເທດ, ກາຍເປັນສູນກາງທີ່ມີຄວາມເຄື່ອນໄຫວຢ່າງຫ້າວຫັນດ້ານວັດທະນະທຳ ແລະ ນະວັດຕະກຳໃນປີ 2045.
ອິນໂດເນເຊຍກໍໃຫ້ຄວາມສຳຄັນຕໍ່ການແນະນຳບັນດາຄຸນຄ່າດັ້ງເດີມ, ຄວາມຫຼາກຫຼາຍທາງວັດທະນະທຳ ແລະ ເອກະລັກທາງສັງຄົມ ຜ່ານບັນດາໂຄງການການສຶກສາ, ການຮ່ວມມືດ້ານສິລະປະ ແລະ ການແລກປ່ຽນປະຊາຊົນ, ຜ່ານນັ້ນສ້າງພາບລັກຂອງປະເທດທີ່ເປີດກວ້າງ, ຍອມຮັບຄວາມແຕກຕ່າງ ແລະ ເຂົ້າຮ່ວມການເຊື່ອມໂຍງສາກົນຢ່າງຫ້າວຫັນ.
ທ່ານເອກອັກຄະລັດຖະທູດເຫັນວ່າ ສອງປະເທດຕ່າງກໍມີຄຸນຄ່າຮ່ວມກັນ ເຊັ່ນ ຈິດໃຈເພິ່ງພາຕົນເອງ, ຄວາມຫຼາກຫຼາຍ, ຄວາມກົມກຽວທາງສັງຄົມ, ຈິດສຳນຶກຕໍ່ຊຸມຊົນ ແລະ ການເຫັນຄຸນຄ່າຂອງມໍລະດົກ. ໃນສະພາບການທີ່ໂລກກຳລັງປະເຊີນກັບຄວາມບໍ່ແນ່ນອນທາງພູມລັດຖະສາດ ແລະ ຄວາມແຕກແຍກທາງສັງຄົມ, ບັນດາຄຸນຄ່າຮ່ວມເຫຼົ່ານີ້ສາມາດກາຍເປັນພື້ນຖານສຳລັບການສົນທະນາ ແລະ ການຮ່ວມມື.
ສະເໜີການຮ່ວມມືຕັ້ງແຕ່ວັດທະນະທຳ, ການສຶກສາ ຈົນເຖິງອຸດສາຫະກຳສ້າງສັນ
ຕາມທ່ານ Adam M. Tugio ແລ້ວ, ຂອບການຮ່ວມມືຄູ່ຮ່ວມມືຍຸດທະສາດຮອບດ້ານ ໄດ້ສ້າງເງື່ອນໄຂໃຫ້ຫວຽດນາມ ແລະ ອິນໂດເນເຊຍ ສາມາດຫັນບັນດາຄຸນຄ່າວັດທະນະທຳຮ່ວມກັນໃຫ້ກາຍເປັນໂຄງການຮ່ວມມືທີ່ເປັນຮູບປະທຳ, ນຳມາເຊິ່ງຜົນປະໂຫຍດໂດຍກົງໃຫ້ແກ່ປະຊາຊົນ.
ໜຶ່ງໃນບັນດາຂໍ້ສະເໜີທີ່ທ່ານເອກອັກຄະລັດຖະທູດຍົກຂຶ້ນແມ່ນ ການຈັດສັບປະດາວັດທະນະທຳປະຈຳປີ ໂດຍຜັດປ່ຽນກັນຈັດຢູ່ບັນດານະຄອນໃຫຍ່ຂອງຫວຽດນາມ ແລະ ອິນໂດເນເຊຍ. ໂຄງການນີ້ສາມາດແນະນຳດົນຕີ, ອາຫານ, ແຟຊັນ, ຮູບເງົາ ແລະ ສິລະປະດັ້ງເດີມປະເພດຕ່າງໆ, ຊ່ວຍໃຫ້ປະຊາຊົນສອງປະເທດໄດ້ຮຽນຮູ້ເອກະລັກວັດທະນະທຳຂອງກັນ ແລະ ກັນໂດຍກົງ.
ພ້ອມກັນນັ້ນ, ສອງປະເທດສາມາດຂະຫຍາຍໂຄງການທຶນການສຶກສາ ແລະ ໂຄງການແລກປ່ຽນສຳລັບນັກສຶກສາ, ນັກຄົ້ນຄວ້າ, ສິລະປິນ ແລະ ຜູ້ປະກອບກິດຈະກຳໃນຂົງເຂດວັດທະນະທຳ.
ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ ອິນໂດເນເຊຍໄດ້ປະຕິບັດບັນດາໂຄງການຕາມທິດທາງນີ້ແລ້ວ, ໃນນັ້ນມີທຶນການສຶກສາ KNB ສຳລັບບັນດາຫຼັກສູດການສຶກສາທີ່ໄດ້ຮັບປະລິນຍາ ແລະ ທຶນການສຶກສາ Dharma Siswa ສຳລັບບັນດາຫຼັກສູດຮຽນຮູ້ວັດທະນະທຳທີ່ບໍ່ໄດ້ຮັບປະລິນຍາ.
ຕາມທ່ານແລ້ວ, ບັນດາໂຄງການແລກປ່ຽນດ້ານການສຶກສາ ແລະ ວັດທະນະທຳສາມາດປະກອບສ່ວນສ້າງຄົນຮຸ່ນໜຸ່ມທີ່ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບສອງປະເທດ, ເພື່ອສືບຕໍ່ເຮັດໜ້າທີ່ເປັນຂົວເຊື່ອມສາຍພົວພັນມິດຕະພາບ ຫວຽດນາມ - ອິນໂດເນເຊຍ ໃນອະນາຄົດ.
ອີກຂົງເຂດການຮ່ວມມືໜຶ່ງທີ່ທ່ານເອກອັກຄະລັດຖະທູດກ່າວເຖິງແມ່ນເສດຖະກິດສ້າງສັນ. ສອງປະເທດສາມາດພັດທະນາບັນດາໂຄງການຮ່ວມກັນດ້ານຮູບເງົາ, ຮູບເງົາກາຕູນ, ດົນຕີ, ເນື້ອໃນດິຈິຕອນ, ເກມວິດີໂອ ແລະ ການອອກແບບ. ບັນດາກິດຈະກຳເຫຼົ່ານີ້ທັງສ້າງໂອກາດແລກປ່ຽນລະຫວ່າງສິລະປິນ ແລະ ນັກສ້າງສັນ, ທັງເປີດທ່າແຮງການຮ່ວມມືດ້ານເສດຖະກິດ.
ໃນຂົງເຂດການທ່ອງທ່ຽວ, ທ່ານເອກອັກຄະລັດຖະທູດສະເໜີໃຫ້ເຊື່ອມໂຍງຈຸດແຂງຂອງອິນໂດເນເຊຍໃນດ້ານການທ່ອງທ່ຽວຮາລານ (halal) ກັບຄວາມດຶງດູດຂອງຫວຽດນາມໃນຖານະຈຸດໝາຍປາຍທາງທີ່ອຸດົມສົມບູນດ້ວຍເອກະລັກວັດທະນະທຳ ແລະ ມໍລະດົກ. ການປະສົມປະສານນີ້ສາມາດສ້າງຜະລິດຕະພັນທ່ອງທ່ຽວເພີ່ມຕື່ມທີ່ສອດຄ່ອງກັບຄວາມຕ້ອງການຂອງນັກທ່ອງທ່ຽວສອງປະເທດ ແລະ ຕະຫຼາດສາກົນ.
ທ່ານ Adam M. Tugio ຍັງໄດ້ສະເໜີໃຫ້ຈັດ ເວທີປາໄສກ່ຽວກັບການທູດວັດທະນະທຳເປັນປະຈຳ, ໂດຍມີການເຂົ້າຮ່ວມຂອງບັນດາຜູ້ວາງແຜນນະໂຍບາຍ, ນັກວິຊາການ, ສິລະປິນ, ຜູ້ເຮັດວຽກດ້ານສື່ມວນຊົນ ແລະ ຜູ້ນຳວິສາຫະກິດ.
ເວທີປາໄສດັ່ງກ່າວຈະເປັນບ່ອນແລກປ່ຽນປະສົບການ, ແນະນຳຂໍ້ລິເລີ່ມໃໝ່ ແລະ ຄົ້ນຫາວິທີການປະຕິບັດບັນດາໂຄງການຮ່ວມມືດ້ານວັດທະນະທຳ ພາຍໃຕ້ຂອບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ຕາມທ່ານເອກອັກຄະລັດຖະທູດແລ້ວ, ປະສົບການຂອງ ສ.ເກົາຫຼີ ສະແດງໃຫ້ເຫັນວ່າ ວັດທະນະທຳສາມາດປະກອບສ່ວນສຳຄັນໃນການສ້າງຍີ່ຫໍ້ຂອງຊາດ. ສຳລັບຫວຽດນາມ ແລະ ອິນໂດເນເຊຍ, ການຮ່ວມມືດ້ານວັດທະນະທຳບໍ່ພຽງແຕ່ມຸ່ງສູ່ການຮັກສາເອກະລັກເທົ່ານັ້ນ, ແຕ່ຍັງສາມາດປະກອບສ່ວນຕໍ່ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງພາກພື້ນ.
ເນື່ອງໃນໂອກາດວັນວັດທະນະທຳຫວຽດນາມຄັ້ງທຳອິດ, ທ່ານ Adam M. Tugio ໄດ້ສົ່ງຄຳອວຍພອນເຖິງປະຊາຊົນຫວຽດນາມ, ພ້ອມທັງສະແດງຄວາມຄາດຫວັງວ່າ ສອງປະເທດຈະສືບຕໍ່ຫັນບັນດາຄຸນຄ່າຮ່ວມກັນໃຫ້ກາຍເປັນໂຄງການຮ່ວມມືທີ່ເປັນຮູບປະທຳ.
ທ່ານໄດ້ເຊື່ອມໂຍງພາບຂອງປູ່ເຕົ່າໃນຕຳນານໜອງຮວ່ານກຽມ ກັບຂໍ້ຄວາມທີ່ສົ່ງໄປເຖິງຈາກາຕາວ່າ: ສອງຊົນຊາດທີ່ຕ່າງກໍຈັດສັນວັນໜຶ່ງເພື່ອເຊີດຊູວັດທະນະທຳຂອງຕົນ ກໍສາມາດໃຊ້ເວລາອີກຫຼາຍປີເພື່ອບຳລຸງສ້າງບັນດາຄຸນຄ່າທີ່ຍືນຍົງ.
ຕາມທ່ານເອກອັກຄະລັດຖະທູດແລ້ວ, ນັ້ນແມ່ນຈິດໃຈຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນໂດເນເຊຍ ທີ່ໄດ້ສ້າງຕັ້ງຂຶ້ນໃນປີ 2025, ພ້ອມທັງແມ່ນເປົ້າໝາຍທີ່ແຜນດຳເນີນງານໄລຍະ 2026-2030 ຕ້ອງສືບຕໍ່ຫັນໃຫ້ເປັນຮູບປະທຳ.
ຍສໝ - ບົດກ່າວປາໄສນຳພາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ທີ່ເວທີການເຈລະຈາ Shangri-La Dialogue ຄັ້ງທີ 23 ແມ່ນໄດ້ຮັບຄວາມເອົາໃຈໃສ່ ແລະ ການຕີລາຄາສູງ ຈາກບັນດານັກວິຊາການຫຼາກຫຼາຍທ່ານພາຍໃດພາກພື້ນ. |
ຍສໝ - ຕອນຄ່ຳວັນທີ 15 ສິງຫາ, ທີ່ນະຄອນໂຮ່ຈີມິນ, ນັກສຶກສາຫວຽດນາມໄດ້ຮ່ວມບັນເລງເຄື່ອງດົນຕີພື້ນເມືອງ angklung ກັບບັນດາສິລະປິນອິນໂດເນເຊຍ. ການສະແດງຮ່ວມກັນ ແລະ ກິດຈະກຳແລກປ່ຽນວັດທະນະທຳໄດ້ສ້າງໂອກາດໃຫ້ປະຊາຊົນສອງປະເທດຮຽນຮູ້ເອກະລັກຂອງກັນແລະກັນ, ຜ່ານນັ້ນເສີມສ້າງຄວາມເຂົ້າໃຈ ແລະ ຄວາມຜູກພັນລະຫວ່າງປະຊາຊົນຫວຽດນາມ - ອິນໂດເນເຊຍ. |
ມິງດຶກ
