| ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານລັດຖະສະພາ, ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ ຊຸກຍູ້ການແລກປ່ຽນປະຊາຊົນ, ເສີມສ້າງສາຍພົວພັນພິເສດຫວຽດນາມ - ລາວ |
ໃນການພົບປະນອກວາລະ, ພົນເອກ ຟານ ວັນ ຢາງ, ກຳມະການກົມການເມືອງ ໄດ້ເນັ້ນໜັກວ່າ ການຢ້ຽມຢາມລາວຂອງທ່ານ ເລ ມິງ ຮຶງ ແມ່ນການຢ້ຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງທຳອິດນັບແຕ່ເຂົ້າຮັບຕຳແໜ່ງ, ຜ່ານນັ້ນຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ບູລິມະສິດສູງສຸດແກ່ສາຍພົວພັນກັບລາວ. ພົນເອກ ຟານ ວັນ ຢາງ ສະແດງຄວາມເຊື່ອໝັ້ນວ່າ ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດຈະສືບຕໍ່ພັດທະນາໄປສູ່ຄວາມຜູກພັນທາງຍຸດທະສາດທີ່ນັບມື້ນັບເລິກເຊິ່ງ.
ພົນເອກ ຟານ ວັນ ຢາງ ແລະ ພົນເອກ ຄຳລຽງ ອຸທະໄກສອນ, ກຳມະການກົມການເມືອງ ໄດ້ຮ່ວມກັນຕີລາຄາໃນທາງບວກຕໍ່ບັນດາຜົນສຳເລັດທີ່ຍາດມາໄດ້ໃນຂະບວນການປະສານງານປະຕິບັດແຜນການຮ່ວມມືປີ 2026 ລະຫວ່າງບັນດາອົງການ ແລະ ຫົວໜ່ວຍສັງກັດກະຊວງປ້ອງກັນຊາດຂອງສອງປະເທດ, ໂດຍສະເພາະການຜັນຂະຫຍາຍບັນດາໜ້າທີ່ທີ່ການນຳຂັ້ນສູງຫວຽດນາມ ແລະ ລາວ ມອບໝາຍໃຫ້.
![]() |
| ການພົບປະລະຫວ່າງພົນເອກ ຟານ ວັນ ຢາງ, ລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ ແລະ ພົນເອກ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. |
ກ່ຽວກັບທິດທາງໃນໄລຍະຕໍ່ໄປ, ສອງຝ່າຍເຫັນດີສືບຕໍ່ປະຕິບັດບັນດາເນື້ອໃນການຮ່ວມມືທີ່ໄດ້ເຫັນດີກັນແລ້ວຢ່າງມີປະສິດທິຜົນ, ເພີ່ມທະວີການປະສານງານ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢູ່ບັນດາເວທີຫຼາຍຝ່າຍລະດັບພາກພື້ນ ແລະ ສາກົນ ກໍຄືບັນດາເຫດການທີ່ແຕ່ລະປະເທດຈັດຂຶ້ນ. ພ້ອມກັນນັ້ນ, ກະຊວງປ້ອງກັນຊາດຂອງສອງປະເທດຈະປະສານງານສ້າງ ແລະ ລົງນາມໃນແຜນການຮ່ວມມືປີ 2027, ຊຸກຍູ້ການຮ່ວມມືໃນຂົງເຂດການຝຶກອົບຮົມ ແລະ ເສນາຮັກ.
ສອງຝ່າຍຍັງເຫັນດີປະສານງານສ້າງແຜນການຈັດບັນດາກິດຈະກຳລະນຶກຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຫວຽດນາມ - ລາວ (5/9/1962 - 5/9/2027) ແລະ ຄົບຮອບ 50 ປີ ແຫ່ງການລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ (18/7/1977 - 18/7/2027), ໂດຍຮັບປະກັນໃຫ້ບັນດາກິດຈະກຳມີຄວາມໝາຍອັນແທ້ຈິງ ແລະ ມີອິດທິພົນແຜ່ຂະຫຍາຍຢ່າງກວ້າງຂວາງ.
ໃນໂອກາດນີ້, ພົນເອກ ຟານ ວັນ ຢາງ ສະແດງຄວາມດີໃຈຕໍ່ການຢ້ຽມຢາມຫວຽດນາມຢ່າງເປັນທາງການໃນໄວໆ ນີ້ ຂອງພົນເອກ ຄຳລຽງ ອຸທະໄກສອນ, ເຊິ່ງຄາດວ່າຈະດຳເນີນຂຶ້ນແຕ່ວັນທີ 12 - 15/10. ໃນການຢ້ຽມຢາມຄັ້ງນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລາວຈະເຂົ້າຮ່ວມການພົບປະປະຈຳປີລະຫວ່າງລັດຖະມົນຕີທັງສາມທ່ານ ແລະ ເປັນສັກຂີພິຍານການຝຶກຊ້ອມຮ່ວມດ້ານການປ້ອງກັນພົນລະເຮືອນ ເພື່ອຮັບມືກັບພາຍຸໄຕ້ຝຸ່ນຮຸນແຮງລະຫວ່າງກອງທັບສາມປະເທດ ຫວຽດນາມ - ກຳປູເຈຍ - ລາວ.
ຍສໝ - ການຢ້ຽມຢາມລາວຢ່າງເປັນທາງການຂອງທ່ານ ເລມິງຮຶງ, ນາຍົກລັດຖະມົນຕີຫວຽດນາມ ແຕ່ວັນທີ 8 - 9/10/2026 ຖືກຄາດຫວັງວ່າຈະຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມື, ແກ້ໄຂຂໍ້ຕິດຂັດໃນການຄ້າ, ການລົງທຶນ ແລະ ການເຊື່ອມຕໍ່ໂຄງລ່າງ, ຜ່ານນັ້ນຫັນເນື້ອໃນຂອງ “ການເຊື່ອມໂຍງທາງຍຸດທະສາດ” ໃນສາຍພົວພັນຫວຽດນາມ - ລາວ ໃຫ້ເປັນຮູບປະທຳ. |
ຍສໝ - ຕະຫຼອດເກືອບ 500 ປີທີ່ຕັ້ງຢູ່ຕີນພູຫົວຕາ, ທາດເມືອງລວນ (ແຂວງດ້ຽນບຽນ) ບໍ່ພຽງແຕ່ຮັກສາຮ່ອງຮອຍດ້ານສະຖາປັດຕະຍະກຳ ແລະ ຄວາມເຊື່ອທາງສາສະໜາຂອງຊຸມຊົນຊົນເຜົ່າລາວເທົ່ານັ້ນ, ແຕ່ຍັງຜູກພັນກັບເລື່ອງລາວແຫ່ງການເອື້ອເຟື້ອ, ຊ່ວຍເຫຼືອ ແລະ ແບ່ງປັນລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ. |
ຄຳສີ
