| ຫວຽດນາມ - ລາວ ເພີ່ມທະວີການປະສານງານດ້ານປ້ອງກັນຊາດ, ມຸ່ງສູ່ຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ, ມຸ່ງສູ່ເປົ້າໝາຍມູນຄ່າການຄ້າ 10 ຕື້ໂດລາສະຫະລັດ |
ພິທີດັ່ງກ່າວຈັດຂຶ້ນພາຍຫຼັງການເຈລະຈາລະຫວ່າງນາຍົກລັດຖະມົນຕີທັງສອງທ່ານ, ໂດຍກະຊວງສຶກສາ ແລະ ຝຶກອົບຮົມຫວຽດນາມ ປະສານງານກັບກະຊວງສຶກສາທິການ ແລະ ກິລາລາວ ເປັນຜູ້ຈັດຕັ້ງ. ກ່ອນໜ້ານັ້ນ, ການນຳຂອງສອງກະຊວງໄດ້ແລກປ່ຽນສັນຍາລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານລາວ ກ່ຽວກັບໂຄງການດັ່ງກ່າວ ໂດຍມີຫົວໜ້າລັດຖະບານທັງສອງທ່ານເປັນສັກຂີພິຍານ.
ສອງຝ່າຍຕີລາຄາວ່າ ມະຫາວິທະຍາໄລມິດຕະພາບລາວ - ຫວຽດນາມ ແມ່ນໂຄງການທີ່ມີຄວາມໝາຍເປັນສັນຍະລັກ, ປະກອບສ່ວນເຊື່ອມໂຍງອົງຄວາມຮູ້, ພ້ອມທັງຮັກສາ ແລະ ສົ່ງເສີມສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດຈາກຮຸ່ນສູ່ຮຸ່ນ.
ກ່າວຄຳເຫັນໃນພິທີ, ທ່ານ ຮວ່າງ ມິງ ເຊີນ ລັດຖະມົນຕີກະຊວງສຶກສາ ແລະ ຝຶກອົບຮົມຫວຽດນາມ ໃຫ້ຮູ້ວ່າ ການກໍ່ສ້າງມະຫາວິທະຍາໄລມິດຕະພາບລາວ - ຫວຽດນາມ ຢູ່ລາວ ແມ່ນມາຈາກແນວທາງທີ່ການນຳຂັ້ນສູງຂອງສອງປະເທດໄດ້ເຫັນດີກັນໃນກອງປະຊຸມຄັ້ງທີ 48 ຂອງຄະນະກຳມາທິການຮ່ວມລັດຖະບານຫວຽດນາມ - ລາວ.
![]() |
| ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີລາວ ເຂົ້າຮ່ວມພິທີເລີ່ມຕົ້ນໂຄງການກໍ່ສ້າງມະຫາວິທະຍາໄລມິດຕະພາບລາວ - ຫວຽດນາມ. (ພາບ: ເຍິດ ບັກ/chinhphu.vn) |
ຕາມທ່ານ ຮວ່າງ ມິງ ເຊີນ ແລ້ວ, ໂຄງການນີ້ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນເພື່ອຫັນເນື້ອໃນຂອງ “ຄວາມຜູກພັນທາງຍຸດທະສາດ” ໃນສາຍພົວພັນສອງຝ່າຍໃຫ້ເປັນຮູບປະທຳ, ໂດຍສະເພາະໃນຂົງເຂດການສຶກສາ ແລະ ຝຶກອົບຮົມ ໃນໄລຍະພັດທະນາໃໝ່.
ລັດຖະບານລາວໄດ້ຈັດສັນທີ່ດິນເນື້ອທີ່ 50 ເຮັກຕາ ຢູ່ນະຄອນຫຼວງວຽງຈັນ ເພື່ອດຳເນີນການກໍ່ສ້າງມະຫາວິທະຍາໄລ. ພິທີເລີ່ມຕົ້ນໂຄງການໄດ້ໝາຍເຖິງບາດກ້າວທຳອິດໃນຂະບວນການສ້າງຕັ້ງສະຖາບັນການສຶກສາລະດັບອຸດົມສຶກສາທີ່ທັນສະໄໝ ແລະ ມີຄຸນນະພາບສູງຢູ່ລາວ.
ທ່ານ ຮວ່າງ ມິງ ເຊີນ ຢືນຢັນວ່າ ກະຊວງສຶກສາ ແລະ ຝຶກອົບຮົມຫວຽດນາມ ຈະປະສານງານຢ່າງໃກ້ຊິດກັບກະຊວງສຶກສາທິການ ແລະ ກິລາລາວ, ລະດົມ ແລະ ສຸມໃສ່ບັນດາແຫຼ່ງກຳລັງທີ່ຈຳເປັນ ເພື່ອຮັບປະກັນຄວາມຄືບໜ້າ ແລະ ຄຸນນະພາບໃນການປະຕິບັດໂຄງການ.
ໂດຍສະແດງຄວາມຂອບໃຈຕໍ່ຄວາມເອົາໃຈໃສ່ ແລະ ການຊີ້ນຳຂອງການນຳພັກ, ລັດ ແລະ ລັດຖະບານສອງປະເທດ ພ້ອມທັງການຊ່ວຍເຫຼືອຂອງບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ, ທ່ານລັດຖະມົນຕີເຊື່ອໝັ້ນວ່າ ໂຄງການຈະສຳເລັດໃນໄວໆ ນີ້, ກາຍເປັນສະຖານທີ່ສຶກສາຮ່ຳຮຽນຂອງນັກຮຽນ ແລະ ນັກສຶກສາຫວຽດນາມ ແລະ ລາວ ຫຼາຍຮຸ່ນຄົນ, ຜູ້ທີ່ມີຄວາມປາຖະໜາຮ່ວມກັນໃນການສ້າງສາປະເທດຊາດ ແລະ ສືບທອດມູນເຊື້ອມິດຕະພາບພິເສດລະຫວ່າງສອງຊາດ.
ສຳລັບຝ່າຍລາວ, ທ່ານ ທອງສາລິດ ມັງໜໍ່ເມກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຢືນຢັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດລາວ - ຫວຽດນາມ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ເສີມສ້າງ ແລະ ພັດທະນາຈາກສອງພັກ ແລະ ສອງລັດ.
ໃນພາບລວມຂອງສາຍພົວພັນສອງຝ່າຍ, ການຮ່ວມມືດ້ານການສຶກສາ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ ມີບົດບາດເປັນເສົາຄ້ຳ ແລະ ມີຄວາມໝາຍທາງຍຸດທະສາດຕໍ່ການພັດທະນາຂອງທັງສອງປະເທດ.
ຕາມທ່ານ ທອງສາລິດ ມັງໜໍ່ເມກ ແລ້ວ, ໂຄງການກໍ່ສ້າງມະຫາວິທະຍາໄລມິດຕະພາບລາວ - ຫວຽດນາມ ແມ່ນການສະແດງອອກຢ່າງມີຊີວິດຊີວາເຖິງຄວາມສາມັກຄີພິເສດ ແລະ ສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.
ເພື່ອກະກຽມຜັນຂະຫຍາຍໂຄງການ, ໃນໄລຍະຜ່ານມາ ບັນດາອົງການຄຸ້ມຄອງການສຶກສາຂອງຫວຽດນາມ ແລະ ລາວ ໄດ້ປະສານງານດຳເນີນກິດຈະກຳສຳຫຼວດ, ຄົ້ນຄວ້າ ແລະ ສ້າງໂຄງການ, ພ້ອມທັງແລກປ່ຽນ ແລະ ປັບປຸງເນື້ອໃນສັນຍາໃຫ້ສົມບູນເພື່ອສະເໜີຕໍ່ລັດຖະບານສອງປະເທດ.
ທ່ານຮອງນາຍົກລັດຖະມົນຕີລາວເນັ້ນໜັກວ່າ ການສ້າງຕັ້ງມະຫາວິທະຍາໄລບໍ່ພຽງແຕ່ມຸ່ງໝາຍສ້າງສະຖາບັນຝຶກອົບຮົມລະດັບອຸດົມສຶກສາທີ່ມີຄຸນນະພາບສູງເທົ່ານັ້ນ, ແຕ່ຍັງມຸ່ງສູ່ການສ້າງຂົວເຊື່ອມການຮ່ວມມືໄລຍະຍາວລະຫວ່າງບັນດາສະຖາບັນການສຶກສາຂອງຫວຽດນາມ ແລະ ລາວ.
ຕາມແຜນຜັງ, ມະຫາວິທະຍາໄລຈະຖືກກໍ່ສ້າງຢູ່ໃນທີ່ຕັ້ງອັນໂດດເດັ່ນພາຍໃນເຂດພັດທະນາຕົວເມືອງຂອງນະຄອນຫຼວງວຽງຈັນ, ຕັ້ງຢູ່ຕິດກັບສວນສາທາລະນະມິດຕະພາບລາວ - ຫວຽດນາມ.
ຄາດວ່າ ສະຖາບັນການສຶກສາທີ່ທັນສະໄໝແຫ່ງນີ້ຈະມີຂະໜາດຮອງຮັບໃນໄລຍະຕົ້ນປະມານ 4.000 ຄົນ, ລວມມີນັກຮຽນມັດທະຍົມຕອນປາຍ 500 ຄົນ ແລະ ນັກສຶກສາລະດັບປະລິນຍາຕີ ແລະ ຫຼັງປະລິນຍາຕີ 3.500 ຄົນ.
ຫຼັກສູດການສຶກສາຈະໃຫ້ບູລິມະສິດແກ່ບັນດາສາຂາວິຊາຊີບທີ່ລາວມີຄວາມຕ້ອງການພັດທະນາ ແລະ ຫວຽດນາມມີຈຸດແຂງ, ຜ່ານນັ້ນຕອບສະໜອງຄວາມຕ້ອງການສ້າງຊັບພະຍາກອນມະນຸດເພື່ອຮັບໃຊ້ເປົ້າໝາຍການພັດທະນາແບບຍືນຍົງຂອງລາວ.
ນອກຈາກກິດຈະກຳການສຶກສາແລ້ວ, ມະຫາວິທະຍາໄລຍັງຖືກກຳນົດທິດທາງໃຫ້ກາຍເປັນຈຸດປະສານງານສຳຄັນໃນການຊຸກຍູ້ການຮ່ວມມືດ້ານການສຶກສາ, ການແລກປ່ຽນວັດທະນະທຳ ແລະ ການເຊື່ອມໂຍງປະຊາຊົນສອງປະເທດ, ປະກອບສ່ວນສືບທອດບັນດາຄຸນຄ່າຂອງສາຍພົວພັນພິເສດລາວ - ຫວຽດນາມ ໃຫ້ແກ່ຄົນຮຸ່ນຕໍ່ໄປ.
ຕາງໜ້າລັດຖະບານລາວ, ທ່ານ ທອງສາລິດ ມັງໜໍ່ເມກ ຮຽນສະແດງຄວາມຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ເອົາໃຈໃສ່ ແລະ ຊ່ວຍເຫຼືອໂຄງການທີ່ມີຄວາມໝາຍທາງປະຫວັດສາດແຫ່ງນີ້.
ທ່ານຢືນຢັນວ່າ ຝ່າຍລາວຈະສືບຕໍ່ປະສານງານຢ່າງໃກ້ຊິດກັບຫວຽດນາມ, ສ້າງບັນດາເງື່ອນໄຂທີ່ເອື້ອອຳນວຍ ເພື່ອໃຫ້ໂຄງການໄດ້ຮັບການຜັນຂະຫຍາຍຕາມກຳນົດເວລາ ແລະ ຕອບສະໜອງບັນດາຂໍ້ກຳນົດດ້ານຄຸນນະພາບ.
ໃນໂອກາດນີ້, ທ່ານ ຮວ່າງ ມິງ ເຊີນ ແລະ ທ່ານ ທອງສາລິດ ມັງໜໍ່ເມກ ຕ່າງກໍສະແດງຄວາມປາຖະໜາໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດຫວຽດນາມ - ລາວ ສືບຕໍ່ໄດ້ຮັບການຮັກສາ ແລະ ພັດທະນາໃຫ້ຂຽວສົດງົດງາມຕະຫຼອດການ ແລະ ໝັ້ນຄົງຍືນຍົງຕະຫຼອດໄປ.
ຍສໝ - ວັນທີ 8/10, ທີ່ນະຄອນຫຼວງວຽງຈັນ (ລາວ), ກຸ່ມບໍລິສັດ T&T Group ແລະ ບໍລິສັດລົງທຶນ ແລະ ການຄ້າ Vinacom ໄດ້ແລກປ່ຽນຂໍ້ຕົກລົງຮ່ວມມືພັດທະນາໂຄງການໄຟຟ້າພະລັງງານລົມ Savan 2 ທີ່ມີກຳລັງຜະລິດ 495 MW ແລະ ມູນຄ່າການລົງທຶນລວມປະມານ 768 ລ້ານໂດລາສະຫະລັດ. ໂຄງການຄາດວ່າຈະເລີ່ມດຳເນີນການຜະລິດໄຟຟ້າເພື່ອການຄ້າໃນທ້າຍປີ 2028, ເພີ່ມແຫຼ່ງໄຟຟ້າພະລັງງານທົດແທນເພື່ອສະໜອງໃຫ້ຫວຽດນາມ ແລະ ຊຸກຍູ້ການຮ່ວມມືດ້ານພະລັງງານລະຫວ່າງສອງປະເທດ. |
ຍສໝ - ຕອນບ່າຍວັນທີ 8/10, ໃນຂອບເຂດການຢ້ຽມຢາມລາວຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບການນຳແນວລາວສ້າງຊາດ ແລະ ສະມາຄົມມິດຕະພາບລາວ - ຫວຽດນາມ, ໂດຍເນັ້ນໜັກບົດບາດຂອງບັນດາອົງການມິດຕະພາບໃນການເພີ່ມທະວີການແລກປ່ຽນປະຊາຊົນ, ສຶກສາອົບຮົມມູນເຊື້ອ ແລະ ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ. |
ມິງດຶກ
