ຫວຽດນາມ - ຝຣັ່ງ ສະເໜີປ່ຽນໃໝ່ການຮ່ວມມືລະຫວ່າງທ້ອງຖິ່ນໃຫ້ສອດຄ່ອງກັບຮູບແບບການປົກຄອງໃໝ່

10:19 | 25/11/2026

ຍສໝ - ວັນທີ 23/11, ຢູ່ວຸດທິສະພາຝຣັ່ງ, ທ່ານ ຈິ້ງ ດຶກ ຫາຍ, ເອກອັກຄະລັດຖະທູດຫວຽດນາມປະຈຳຝຣັ່ງ ໄດ້ສະເໜີໃຫ້ປ່ຽນໃໝ່ວິທີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ ໃຫ້ສອດຄ່ອງກັບບັນດາການປ່ຽນແປງໃນການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນຢູ່ຫວຽດນາມ. ກອງປະຊຸມຮ່ວມມືລະຫວ່າງທ້ອງຖິ່ນ ຝຣັ່ງ - ຫວຽດນາມ ຄັ້ງທີ 13 ຄາດວ່າຈະຈັດຂຶ້ນຢູ່ຝຣັ່ງ ໃນປີ 2027.

ເພື່ອໃຫ້ແຫຼ່ງກຳລັງຈາກຝຣັ່ງ ສືບຕໍ່ປະກອບສ່ວນໃຫ້ແກ່ຫວຽດນາມ ຫວຽດນາມ - ຝຣັ່ງ ຂະຫຍາຍການຮ່ວມມືໃນບັນດາຂົງເຂດຈຸດສຸມ

ກອງສຳມະນາກ່ຽວກັບການຮ່ວມມືລະຫວ່າງທ້ອງຖິ່ນຂອງຝຣັ່ງ ແລະ ຫວຽດນາມ ໄດ້ຈັດຂຶ້ນໂດຍມີທ່ານ Olivier Paccaud, ສະມາຊິກວຸດທິສະພາປະຈຳແຂວງ Oise; ທ່ານນາງ Caroline Leclercq, ຮອງເຈົ້າຄອງນະຄອນ Le Havre ຜູ້ຮັບຜິດຊອບດ້ານວັດທະນະທຳ ແລະ ສາຍພົວພັນສາກົນ; ທ່ານນາງ Virginie Rouquette, ຜູ້ອຳນວຍການໃຫຍ່ Cités Unies France (CUF) ເປັນປະທານຮ່ວມ.

ເຂົ້າຮ່ວມກອງສຳມະນາມີຜູ້ຕາງໜ້າກະຊວງເອີຣົບ ແລະ ການຕ່າງປະເທດຝຣັ່ງ (MEAE), ບັນດາອົງການ Cités Unies France, France Volontaires, pS-Eau, ອົງການນ້ຳ Rhin-Meuse, Coop’Eau Conseil, ສະຫະພັນແຮງງານ Fensch Lorraine; ຜູ້ຕາງໜ້າບັນດາທ້ອງຖິ່ນ Île-de-France, Lorraine, Le Havre, Lorient Agglomération, Rennes, Grand Poitiers ແລະ ມະຫາວິທະຍາໄລ Le Havre Normandie.

ຫວຽດນາມ - ຝຣັ່ງ ສະເໜີປ່ຽນໃໝ່ການຮ່ວມມືລະຫວ່າງທ້ອງຖິ່ນໃຫ້ສອດຄ່ອງກັບຮູບແບບການປົກຄອງໃໝ່
ທ່ານ ຈິ້ງ ດຶກ ຫາຍ, ເອກອັກຄະລັດຖະທູດຫວຽດນາມປະຈຳຝຣັ່ງ ກ່າວຄຳເຫັນເປີດກອງສຳມະນາກ່ຽວກັບການຮ່ວມມືລະຫວ່າງທ້ອງຖິ່ນ ຫວຽດນາມ - ຝຣັ່ງ.

ກ່າວຄຳເຫັນໃນພິທີເປີດ, ທ່ານ ຈິ້ງ ດຶກ ຫາຍ, ເອກອັກຄະລັດຖະທູດ ໄດ້ຫວນຄືນຂະບວນການຮ່ວມມືລະຫວ່າງບັນດາທ້ອງຖິ່ນຫວຽດນາມ ແລະ ຝຣັ່ງ ນັບແຕ່ປີ 1989. ທ່ານໄດ້ເນັ້ນໜັກເຖິງບັນດາບາດກ້າວພັດທະນາໃນສາຍພົວພັນສອງຝ່າຍ, ໂດຍສະເພາະພາຍຫຼັງທີ່ສອງປະເທດຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນເດືອນ 10/2024, ເນື່ອງໃນໂອກາດການຢ້ຽມຢາມຝຣັ່ງຢ່າງເປັນທາງການຂອງທ່ານ ໂຕ ເລິມ, ເລຂາໃຫຍ່ພັກ, ປະທານປະເທດ ແຕ່ວັນທີ 6-7/10/2024.

ທ່ານເອກອັກຄະລັດຖະທູດຍັງໄດ້ກ່າວເຖິງບັນດາການຢ້ຽມຢາມ ແລະ ການແລກປ່ຽນຄະນະຜູ້ແທນການນຳຂັ້ນສູງ ຫວຽດນາມ - ຝຣັ່ງ ໃນປີ 2026, ເຊິ່ງປະກອບສ່ວນເສີມສ້າງຄວາມໄວ້ວາງໃຈທາງການເມືອງ ແລະ ສ້າງໂອກາດການຮ່ວມມືເພີ່ມຕື່ມລະຫວ່າງສອງປະເທດ.

ສິ່ງທີ່ໜ້າສົນໃຈແມ່ນ ທ່ານ ຈິ້ງ ດຶກ ຫາຍ ໃຫ້ຮູ້ວ່າ ການຈັດລຽງ ແລະ ຄວບລວມບັນດາຫົວໜ່ວຍບໍລິຫານ ພ້ອມທັງການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນຄືນໃໝ່ຂອງຫວຽດນາມ ນັບແຕ່ເດືອນ 7/2025 ໄດ້ວາງອອກບັນດາຂໍ້ຮຽກຮ້ອງໃໝ່ຕໍ່ກິດຈະກຳການຮ່ວມມືສາກົນໃນລະດັບທ້ອງຖິ່ນ.

ບົນພື້ນຖານດັ່ງກ່າວ, ທ່ານເອກອັກຄະລັດຖະທູດໄດ້ສະເໜີໃຫ້ບັນດາທ້ອງຖິ່ນຂອງຫວຽດນາມ ແລະ ຝຣັ່ງ ປັບປ່ຽນວິທີການ ແລະ ແນວທາງເຂົ້າເຖິງການຮ່ວມມືໃຫ້ສອດຄ່ອງກັບຮູບແບບການຈັດຕັ້ງໃໝ່, ພ້ອມທັງຂຸດຄົ້ນທ່າແຮງ ແລະ ຈຸດແຂງຂອງແຕ່ລະຝ່າຍໃຫ້ມີປະສິດທິຜົນ ແລະ ຕອບສະໜອງຂໍ້ຮຽກຮ້ອງດ້ານການພັດທະນາຂອງຫວຽດນາມໃນໄລຍະຕໍ່ໄປ.

ຕາມແຜນການ, ກອງປະຊຸມຮ່ວມມືລະຫວ່າງທ້ອງຖິ່ນ ຝຣັ່ງ - ຫວຽດນາມ ຄັ້ງທີ 13 ຄາດວ່າຈະຈັດຂຶ້ນຢູ່ທ້ອງຖິ່ນແຫ່ງໜຶ່ງຂອງຝຣັ່ງ ໃນປີ 2027. ນີ້ຈະເປັນໂອກາດໃຫ້ບັນດາທ້ອງຖິ່ນຂອງສອງປະເທດສືບຕໍ່ເຊື່ອມໂຍງ, ແລກປ່ຽນປະສົບການ ແລະ ປະຕິບັດບັນດາຂໍ້ລິເລີ່ມການຮ່ວມມືທີ່ເປັນຮູບປະທຳ.

ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລືອງຕາມກວາງ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຝຣັ່ງ ປະຈຳ ຫວຽດນາມ ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລືອງຕາມກວາງ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຝຣັ່ງ ປະຈຳ ຫວຽດນາມ
ຍສໝ - ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລືອງຕາມກວາງ ໄດ້ຕີລາຄາສູງຕໍ່ກັບບັນດາການປະກອບສ່ວນຂອງທ່ານ Olivier Brochet, ເອກອັກຄະລັດຖະທູດຝຣັ່ງ ພາຍໃນການຊຸກຍູ້ສາຍພົວພັນ ຫວຽດນາມ - ຝຣັ່ງ, ໃນຂະນະດຽວກັນ ກໍໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ຂະຫຍາຍການຮ່ວມມືທາງດ້ານຄວາມໝັ້ນຄົງ, ການບັງຄັບໃຊ້ກົດໝາຍ ແລະ ການສະກັດກັ້ນ, ຕ້ານອາດຊະຍາກຳ.
ຫວຽດນາມ ແລະ ຝຣັ່ງ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ໃນຫຼາຍຂົງເຂດທີ່ມີທ່າແຮງ ຫວຽດນາມ ແລະ ຝຣັ່ງ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ໃນຫຼາຍຂົງເຂດທີ່ມີທ່າແຮງ
ຍສໝ - ໃນຕອນບ່າຍວັນທີ 25 ສິງຫາ, ຢູ່ ຮາໂນ້ຍ, ທ່ານ ພົນເອກ ຟານວັນຢາງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ - ໄດ້ມີການຕ້ອນຮັບ ທ່ານ ອໍລີວີເອ ບຣູເຊ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ຝຣັ່ງ ປະຈຳ ຫວຽດນາມ ເພື່ອແລກປ່ຽນກ່ຽວກັບບັນດາທິດທາງຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ສອງປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ