| APEC 2027: ຫວຽດນາມຜັນຂະຫຍາຍ 3 ລະດັບການປະສານສົມທົບໃນວຽກງານຈັດຕັ້ງ ບາດກ້າວສຳຄັນນຳພາວິສາຫະກິດຫວຽດນາມກ້າວເຂົ້າສູ່ລະບົບຕ່ອງໂສ້ການສະໜອງການບິນໂລກທີ່ VAF 2026 |
ໂດຍຕອບຮັບຄຳເຊີນຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ພັນລະຍາ, ທ່ານ Jose Raul Mulino, ປະທານາທິບໍດີສາທາລະນະລັດປານາມາ ແລະ ພັນລະຍາ ຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 5-8/10.
ນີ້ແມ່ນການຢ້ຽມຢາມຫວຽດນາມຄັ້ງທຳອິດຂອງປະມຸກລັດປານາມາໃນຮອບ 14 ປີຜ່ານມາ, ສ້າງຂີດໝາຍສຳຄັນໃນສາຍພົວພັນສອງປະເທດ ແລະ ປະກອບສ່ວນວາງພື້ນຖານໃຫ້ແກ່ການຊຸກຍູ້ການຮ່ວມມືໃນໄລຍະໃໝ່.
ຫວຽດນາມ ແລະ ປານາມາ ສ້າງຕັ້ງສາຍພົວພັນການທູດໃນປີ 1975. ເຖິງວ່າຢູ່ຫ່າງໄກກັນທາງພູມສາດ, ແຕ່ສອງປະເທດຕ່າງກໍມີຄວາມປາຖະໜາຮ່ວມກັນກ່ຽວກັບສັນຕິພາບ, ເອກະລາດ ແລະ ການພັດທະນາແບບຍືນຍົງ. ຜ່ານໄລຍະກວ່າເຄິ່ງສະຕະວັດ, ສາຍພົວພັນຫວຽດນາມ - ປານາມາ ໄດ້ຮັບການຮັກສາບົນພື້ນຖານມິດຕະພາບ, ເຄົາລົບເຊິ່ງກັນແລະກັນ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.
![]() |
| ທ່ານ Jose Raul Mulino, ປະທານາທິບໍດີສາທາລະນະລັດປານາມາ. |
ສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ ໄດ້ຮັບການປັບປຸງເປັນກ້າວໆ ຜ່ານບັນດາການຢ້ຽມຢາມ, ບັນດາສັນຍາຮ່ວມມື ແລະ ການປະສານສົມທົບຢູ່ຫຼາຍເວທີສາກົນ.
ສອງຝ່າຍແລກປ່ຽນຄະນະຜູ້ແທນເປັນປະຈຳ, ຮັກສາບັນດາກົນໄກຮ່ວມມື ແລະ ປະສານສົມທົບຢູ່ບັນດາເວທີຫຼາຍຝ່າຍ. ສາຍພົວພັນການເມືອງ - ການທູດ ລະຫວ່າງຫວຽດນາມ ແລະ ປານາມາ ໄດ້ຮັບການຮັກສາຢ່າງໝັ້ນຄົງ ແລະ ໄວ້ວາງໃຈໄດ້.
ບັນດາກົນໄກ ເຊັ່ນ ການປຶກສາຫາລືທາງການເມືອງລະຫວ່າງກະຊວງການຕ່າງປະເທດສອງປະເທດ ແລະ ຄະນະກຳມະການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ສືບຕໍ່ສົ່ງເສີມບົດບາດ. ການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ການປະສານສົມທົບຢູ່ບັນດາອົງການສາກົນ, ໂດຍສະເພາະ ສະຫະປະຊາຊາດ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ສະໜັບສະໜູນເຊິ່ງກັນແລະກັນ.
ຫວຽດນາມມີທີ່ຕັ້ງຍຸດທະສາດຢູ່ອາຊີຕາເວັນອອກສ່ຽງໃຕ້, ມີສາຍພົວພັນເສດຖະກິດທີ່ເປີດກວ້າງໃນ ASEAN ແລະ ພາກພື້ນອາຊີ - ປາຊີຟິກ. ໃນຂະນະດຽວກັນ, ປານາມາຕັ້ງຢູ່ອາເມລິກາກາງ, ມີບົດບາດເປັນຂົວເຊື່ອມລະຫວ່າງອາເມລິກາເໜືອ ແລະ ອາເມລິກາໃຕ້, ພ້ອມທັງມີທີ່ຕັ້ງສຳຄັນໃນເຄືອຂ່າຍການເດີນເຮືອ, ໂລຈິສຕິກ ແລະ ການຄ້າສາກົນ.
ຈາກບັນດາທ່າແຮງນີ້, ຫວຽດນາມສາມາດກາຍເປັນປະຕູໃຫ້ປານາມາເພີ່ມທະວີການເຂົ້າເຖິງ ASEAN ແລະ ຕະຫຼາດອາຊີ, ໃນຂະນະທີ່ປານາມາສາມາດໜູນຊ່ວຍຫວຽດນາມຂະຫຍາຍການເຊື່ອມຕໍ່ກັບອາເມລິກາກາງ ແລະ ພາກພື້ນລາຕິນອາເມລິກາ.
ດັ່ງນັ້ນ, ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ຈຶ່ງຖືກກຳນົດເປັນເສົາຄ້ຳສຳຄັນໃນສາຍພົວພັນສອງຝ່າຍ. ສອງຝ່າຍໄດ້ໜູນຊ່ວຍບັນດາວິສາຫະກິດສຶກສາຕະຫຼາດ ແລະ ຊອກຫາໂອກາດຮ່ວມມືໃນບັນດາຂົງເຂດ ເຊັ່ນ ໂລຈິສຕິກ, ທ່າເຮືອ, ຜະລິດຕະພັນກະສິກຳເຂດຮ້ອນ, ສິນໃນນ້ຳ, ແຜ່ນແພ - ຕັດຫຍິບ ແລະ ພະລັງງານທົດແທນ.
ຍອດມູນຄ່າການຄ້າສອງສົ້ນ ເພີ່ມຈາກ 251,3 ລ້ານ USD ໃນປີ 2014 ຂຶ້ນເປັນ 474 ລ້ານ USD ໃນປີ 2025, ເພີ່ມຂຶ້ນ 19% ທຽບກັບປີ 2024. ໂຄງປະກອບສິນຄ້າສົ່ງອອກ - ນຳເຂົ້າຂອງສອງປະເທດມີລັກສະນະໜູນເສີມເຊິ່ງກັນແລະກັນ.
ນອກຈາກການຄ້າ, ຫວຽດນາມ ແລະ ປານາມາ ຍັງມີທ່າແຮງອີກຫຼາຍໃນການຂະຫຍາຍການຮ່ວມມືໃນບັນດາຂົງເຂດກະສິກຳ, ໂທລະຄົມ, ໂຄງລ່າງ, ການຂົນສົ່ງທາງທະເລ, ການບິນ, ໂລຈິສຕິກທ່າເຮືອ, ທະນາຄານ, ການສຶກສາ - ການຝຶກອົບຮົມ ແລະ ພະລັງງານສີຂຽວ.
ສອງປະເທດຍັງສາມາດນຳໃຊ້ທ່າແຮງຂອງຄອງປານາມາ ເພື່ອເພີ່ມການເຊື່ອມຕໍ່ສິນຄ້າກັບບັນດາຕະຫຼາດໃນລາຕິນອາເມລິກາ ແລະ ອາຊີ - ປາຊີຟິກ, ພ້ອມທັງປະກອບສ່ວນປັບປຸງຕ່ອງໂສ້ສະໜອງສາກົນ.
ປານາມາໃຫ້ຄວາມສຳຄັນຕໍ່ການເພີ່ມທະວີສາຍພົວພັນມິດຕະພາບດັ້ງເດີມ ແລະ ການຮ່ວມມືຫຼາຍດ້ານກັບຫວຽດນາມ, ຜັນຂະຫຍາຍບັນດາກົນໄກທີ່ມີຢູ່ຢ່າງມີປະສິດທິຜົນ, ພ້ອມທັງປາຖະໜາວ່າ ຜ່ານຫວຽດນາມ ຈະຊຸກຍູ້ສາຍພົວພັນກັບ ASEAN ແລະ ພາກພື້ນອາຊີ - ປາຊີຟິກ.
ສຳລັບຝ່າຍຫວຽດນາມ, ປານາມາຖືກກຳນົດເປັນປະເທດເພື່ອນມິດດັ້ງເດີມ ແລະ ຄູ່ຮ່ວມທີ່ມີທ່າແຮງໃນພາກພື້ນ. ຫວຽດນາມພ້ອມຂະຫຍາຍການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ຄວາມສາມາດໜູນເສີມເຊິ່ງກັນແລະກັນ, ພ້ອມທັງຜ່ານປານາມາ ເພີ່ມທະວີສາຍພົວພັນກັບອາເມລິກາກາງ ແລະ ຂະຫຍາຍພື້ນທີ່ການຮ່ວມມືກັບພາກພື້ນລາຕິນອາເມລິກາ.
ບົນພື້ນຖານສາຍພົວພັນທີ່ໄດ້ຮັບການບົ່ມເພາະມາກວ່າເຄິ່ງສະຕະວັດ, ການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານ Jose Raul Mulino, ປະທານາທິບໍດີປານາມາ ແລະ ພັນລະຍາ ເປີດໂອກາດໃຫ້ສອງປະເທດຊຸກຍູ້ສາຍພົວພັນໄປຕາມທິດທາງທີ່ແທດຈິງ ແລະ ມີປະສິດທິຜົນຍິ່ງຂຶ້ນ.
ການຢ້ຽມຢາມຄັ້ງນີ້ ຍັງເປັນບາດກ້າວຜັນຂະຫຍາຍຢ່າງເປັນຮູບປະທຳແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ກ່ຽວກັບການເພີ່ມທະວີສາຍພົວພັນລະຫວ່າງຫວຽດນາມກັບບັນດາປະເທດລາຕິນອາເມລິກາ, ພ້ອມທັງສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ຫວຽດນາມ ແລະ ປານາມາ ນຳໃຊ້ບັນດາທ່າແຮງການຮ່ວມມືທີ່ຍັງເປີດກວ້າງໃນໄລຍະຕໍ່ໄປ.
ຍສໝ - ໂດຍໄດ້ຮັບການມອບສິດຈາກ ລັດຖະບານສອງຝ່າຍ, ຮອງລັດຖະມົນຕີການຕ່າງປະເທດ ໂຕ ແອັງ ຢູ໋ງ ແລະ ເອກອັກຄະລັດຖະທູດປານາມາ ປະຈໍາຫວຽດນາມ, ທ່ານ Servio S. Samudio B ໄດ້ມີການລົງນາມສັນຍາ ຢ່າງເປັນທາງການ ລະຫວ່າງ ລັດຖະບານ ຫວຽດນາມ ແລະ ລັດຖະບານ ປານາມາ ກ່ຽວກັບການຍົກເວັ້ນວີຊ່າສໍາລັບຜູ້ທີ່ຖືຫນັງສືຜ່ານແດນແບບທຳມະດາ. |
ຍສໝ - ວັນທີ 1/10 ທີ່ ຮ່າໂນ້ຍ, ກອງສົນທະນາ “ປະສິດທິຜົນການຮ່ວມມືດ້ານການສຶກສາຫວຽດນາມ - ຟີລິບປິນ: ຂີດໝາຍ 50 ປີ ແລະ ທິດທາງໃນອະນາຄົດ” ໄດ້ຮັບຮູ້ບັນດາຜົນສຳເລັດດີເດັ່ນໃນການແລກປ່ຽນ, ການຝຶກອົບຮົມຊັບພະຍາກອນມະນຸດລະຫວ່າງສອງປະເທດ, ພ້ອມທັງສະເໜີຂະຫຍາຍທຶນການສຶກສາ, ການຝຶກງານ, ການເຊື່ອມໂຍງຫຼັກສູດຝຶກອົບຮົມ ແລະ ສ້າງເຄືອຂ່າຍພັດທະນາຊັບພະຍາກອນມະນຸດໜຸ່ມຫວຽດນາມ - ຟີລິບປິນ. |
ມິງດຶກ
