| ຫວຽດນາມ - ລາວ ເພີ່ມທະວີການປະສານສົມທົບວຽກງານແນວຄິດໃນພື້ນທີ່ດິຈິຕອນ ຜະລິດຕະພັນຫວຽດນາມ - ລາວ ຫຼາຍກວ່າ 100 ລາຍການ ມາລວມຕົວກັນທີ່ ຮ່າໂນ້ຍ |
ໂຄງການຈັດໂດຍກົມຄຸ້ມຄອງ ແລະ ພັດທະນາຕະຫຼາດພາຍໃນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ປະສານສົມທົບກັບກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າລາວ.
ທີ່ສັບປະດາດັ່ງກ່າວ, ເຂດສິນຄ້າລາວໄດ້ແນະນຳຜະລິດຕະພັນທີ່ເປັນເອກະລັກຫຼາຍລາຍການ ເຊັ່ນ ເຂົ້າໜຽວ ຢອດຊຳ (Yodsam), ຈຳປາຫອມ (Champahom); ຊີ້ນຄວາຍ ລາວຟູດ (Laofood), ຊີ້ນງົວ ດີໃຈ (Deejai); ຊາຕົ້ນເກົ່າ ລ້ານຊ້າງ (Lanxiang), ຊຽງຂວາງ, ສົມນຶກ (Somnuek); ເບຍລາວ, ນ້ຳມັນຫອມລະເຫີຍ, ຜ້າພັນຄໍ ແລະ ເນັກໄທ. ເຫຼົ່ານີ້ແມ່ນບັນດາຜະລິດຕະພັນທີ່ຖືກຄັດເລືອກເພື່ອເຂົ້າເຖິງຜູ້ບໍລິໂພກ ຮ່າໂນ້ຍ ກໍຄືນັກທ່ອງທ່ຽວທີ່ມາຢ້ຽມຊົມ ແລະ ຊື້ສິນຄ້າ.
ພື້ນທີ່ສິນຄ້າຫວຽດນາມກໍໄດ້ເຕົ້າໂຮມຫຼາຍຜະລິດຕະພັນດີເດັ່ນຈາກບັນດາພາກ, ເຂດ ລວມມີ ຈ໋າເຂົ້າໜຽວອ່ອນ ຫວຽດເຮືອງ, ເຂົ້າໜົມຈ໋າ ຮ່າໂນ້ຍ, ໝາກໄມ້ແຊ່ອີ່ມ ຮົ່ງລາມ, ຕຸກກະຕາແປ້ງ ຕໍ່ແຮ ຂອງນາຍຊ່າງ ດັ້ງວັນເຮົ້າ, ນ້ຳປາ ຫຼ້ວນຫງຽບ, ເຂົ້າໜົມກູເດີ ເລເຟືອງ, ເກືອກຸ້ງ ກິມຢາງ, ໄສ້ກອກ ຕຸ່ງເຢືອງ, ຖັ່ງເຊົ່າ ຊູໂກວາ (Sukova), ບັນດາຜະລິດຕະພັນຈາກໝາກພ້າວຂອງ ເລືອງກ໊ວຍ ແລະ ເຄື່ອງສຳອາງວີແກນຂອງສະຫະກອນ ຮ່າໂນ້ຍແຊງ.
![]() |
| ບັນດາຜະລິດຕະພັນທີ່ເປັນເອກະລັກຂອງລາວ ໄດ້ຖືກຈັດວາງສະແດງ, ແນະນຳທີ່ສັບປະດາຜະລິດຕະພັນຫວຽດນາມ - ລາວ. |
ກ່າວຄຳປາໄສເປີດງານ, ທ່ານ ຫງວຽນຫວຽດເຊີນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຢືນຢັນວ່າ ຫວຽດນາມ ແລະ ລາວ ມີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ການນຳ ແລະ ປະຊາຊົນສອງປະເທດຫຼາຍລຸ້ນຄົນໄດ້ສືບຕໍ່ພູນສ້າງ. ບົນພື້ນຖານນັ້ນ, ການຮ່ວມມືດ້ານເສດຖະກິດ, ການຄ້າ ນັບມື້ນັບໄດ້ຮັບການເອົາໃຈໃສ່ຊຸກຍູ້, ໃນນັ້ນ ກະຊວງອຸດສາຫະກຳ ແລະ ການຄ້າຂອງສອງປະເທດ ຮັກສາການແລກປ່ຽນ, ປະສານສົມທົບໃນຫຼາຍຂົງເຂດຢ່າງເປັນປະຈຳ.
ຫວ່າງມໍ່ໆມານີ້, ໃນການເຮັດວຽກກັບຄະນະປະຕິບັດງານກະຊວງອຸດສາຫະກຳ ແລະ ການຄ້າລາວ ນຳໂດຍທ່ານ ພູທະວັນ ນັນທະວົງ, ຮອງລັດຖະມົນຕີ, ສອງຝ່າຍໄດ້ແລກປ່ຽນປະສົບການກ່ຽວກັບການຈັດຕັ້ງກົງຈັກ, ການກວດກາ, ການກວດສອບ, ການຄຸ້ມຄອງ ແລະ ພັດທະນາຕະຫຼາດພາຍໃນປະເທດ. ຕາມທ່ານ ຫງວຽນຫວຽດເຊີນ, ເຫຼົ່ານີ້ແມ່ນບັນດາເນື້ອໃນຮ່ວມມືທີ່ແທດຈິງ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ການປະສານສົມທົບລະຫວ່າງບັນດາອົງການຂອງສອງປະເທດ.
ທ່ານຮອງລັດຖະມົນຕີ ເນັ້ນໜັກວ່າ ສັບປະດາຜະລິດຕະພັນຫວຽດນາມ - ລາວ ທີ່ ຮ່າໂນ້ຍ ແມ່ນກິດຈະກຳທີ່ເປັນຮູບປະທຳ ເພື່ອສືບຕໍ່ຈິດໃຈແຫ່ງການຮ່ວມມືດັ່ງກ່າວ. ດ້ວຍຫົວຂໍ້ “ດອກຈຳປາງາມ”, ໂຄງການແນະນຳບັນດາຜະລິດຕະພັນດີເດັ່ນ, ເປັນເອກະລັກຂອງຫວຽດນາມ ແລະ ລາວ, ສ້າງເງື່ອນໄຂໃຫ້ຜູ້ບໍລິໂພກນະຄອນຫຼວງ ແລະ ຜູ້ມາຢ້ຽມຊົມ ໄດ້ຊອກຮູ້, ສຳຜັດ ແລະ ເລືອກຊື້ຜະລິດຕະພັນຂອງສອງປະເທດໂດຍກົງ.
ນອກຈາກກິດຈະກຳໂຄສະນາສິນຄ້າແລ້ວ, ສັບປະດາຍັງສ້າງພື້ນທີ່ໃຫ້ວິສາຫະກິດ, ສະຫະກອນ ແລະ ບັນດາພື້ນຖານການຜະລິດຂອງຫວຽດນາມ, ລາວ ໄດ້ພົບປະ, ຊອກຮູ້ຕະຫຼາດ, ເຊື່ອມຕໍ່ຄູ່ຮ່ວມ ແລະ ຂະຫຍາຍໂອກາດຮ່ວມມືທາງທຸລະກິດ.
ທ່ານ ຫງວຽນຫວຽດເຊີນ ຄາດຫວັງວ່າ ບັນດາສາຍເຊື່ອມຕໍ່ທີ່ສ້າງຂຶ້ນໃນເຫດການນີ້ ຈະສືບຕໍ່ໄດ້ຮັບການຮັກສາພາຍຫຼັງໂຄງການສິ້ນສຸດລົງ, ປະກອບສ່ວນນຳຜະລິດຕະພັນຂອງສອງປະເທດເຂົ້າໃກ້ຜູ້ບໍລິໂພກຫຼາຍຂຶ້ນ, ພ້ອມທັງຂະຫຍາຍບັນດາຊ່ອງທາງຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະ ລາວ.
ຕາມທ່ານຮອງລັດຖະມົນຕີ, ແຕ່ລະຜະລິດຕະພັນທີ່ນຳມາແນະນຳຢູ່ສັບປະດາ ບໍ່ພຽງແຕ່ມີຄຸນຄ່າທາງການຄ້າ ແຕ່ຍັງນຳພາເລື່ອງລາວກ່ຽວກັບຜືນແຜ່ນດິນ, ຜູ້ຄົນ ແລະ ວັດທະນະທຳຂອງແຕ່ລະປະເທດ. ດັ່ງນັ້ນ, ການນຳຜະລິດຕະພັນເຂົ້າໃກ້ຜູ້ບໍລິໂພກ ກໍປະກອບສ່ວນຊ່ວຍໃຫ້ປະຊາຊົນສອງປະເທດເຂົ້າໃຈກັນຫຼາຍຂຶ້ນ.
ທ່ານນາງ ຄຳເຜົາ ເອີນທະວັນ, ເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ສັບປະດາຜະລິດຕະພັນຫວຽດນາມ - ລາວ ຈັດຂຶ້ນໃນສະພາບທີ່ສອງປະເທດພວມຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳລະດັບສູງ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.
ຕາມທ່ານນາງເອກອັກຄະລັດຖະທູດ, ການນຳຜະລິດຕະພັນເຂົ້າໃກ້ຜູ້ບໍລິໂພກ, ພ້ອມທັງສ້າງໂອກາດໃຫ້ວິສາຫະກິດສອງປະເທດພົບປະ ແລະ ເຊື່ອມຕໍ່ກັນໂດຍກົງ, ຈະປະກອບສ່ວນຫັນບັນດາຂໍ້ຕົກລົງຮ່ວມມືໃຫ້ເປັນຮູບປະທຳໃນຕະຫຼາດ. ຜ່ານນັ້ນ, ສັບປະດາບໍ່ພຽງແຕ່ເປັນບ່ອນແນະນຳສິນຄ້າ ແຕ່ຍັງເປີດເພີ່ມບັນດາຊ່ອງທາງເຊື່ອມຕໍ່ການຄ້າລະຫວ່າງວິສາຫະກິດຫວຽດນາມ ແລະ ລາວ.
ທ່ານ ເຈິ່ນຫຶວລິງ, ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາຕະຫຼາດພາຍໃນປະເທດ ໃຫ້ຮູ້ວ່າ ນີ້ແມ່ນຄັ້ງທຳອິດທີ່ບັນດາຜະລິດຕະພັນພິເສດ, ເປັນເອກະລັກຂອງຫວຽດນາມ ແລະ ລາວ ໄດ້ຖືກນຳມາແນະນຳຮ່ວມກັນໃນພື້ນທີ່ດຽວ ຢູ່ເສັ້ນທາງໃຈກາງນະຄອນຫຼວງ.
ການປະກົດຕົວຂອງຜະລິດຕະພັນສອງປະເທດ ທັງເພີ່ມທາງເລືອກໃຫ້ແກ່ຜູ້ບໍລິໂພກ, ທັງສ້າງຈຸດເຊື່ອມຕໍ່ໂດຍກົງລະຫວ່າງວິສາຫະກິດ, ຜະລິດຕະພັນ ແລະ ຕະຫຼາດ.
ໂດຍສະເພາະ, ສຳລັບບັນດາວິສາຫະກິດລາວ, ສັບປະດາແມ່ນໂອກາດເຂົ້າເຖິງຜູ້ບໍລິໂພກຫວຽດນາມ, ຊອກຮູ້ຄວາມຕ້ອງການຂອງຕະຫຼາດ ແລະ ເຊື່ອມຕໍ່ກັບບັນດາຄູ່ຮ່ວມພາຍໃນປະເທດ, ຜ່ານນັ້ນຂະຫຍາຍຄວາມສາມາດໃນການນຳຜະລິດຕະພັນເຂົ້າສູ່ຕະຫຼາດຫວຽດນາມ.
ຍສໝ - ຜະລິດຕະພັນອັນເປັນເອກະລັກຈາກຫຼາຍເຂດພາກຂອງຫວຽດນາມ ຈະຖືກນຳມາແນະນຳ, ວາງສະແດງ ແລະຈຳໜ່າຍໂດຍກົງໃນງານອາທິດຜະລິດຕະພັນ ຫວຽດນາມ - ລາວ ທີ່ຈັດຂຶ້ນຢູ່ຮ່າໂນ້ຍ ແຕ່ວັນທີ 1-4/10. |
ຍສໝ - ວັນທີ 29/9 ທີ່ ຮ່າໂນ້ຍ, ທ່ານ ຟານຊວນຖຸຍ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ເຈລະຈາກັບທ່ານ ສະຄອນ ພົມມະລາດ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ແລກປ່ຽນກ່ຽວກັບທິດທາງການຮ່ວມມືໄລຍະ 2027-2031, ໃນນັ້ນ ສຸມໃສ່ການຫັນປ່ຽນດິຈິຕອນ, ວຽກງານຂ່າວສານຕ່າງປະເທດ, ໜັງສືພິມ - ສິ່ງພິມ ແລະ ການຝຶກອົບຮົມພະນັກງານ. |
ມິງດຶກ
