| 3 ບຸລິມະສິດຊຸກຍູ້ສາຍພົວພັນປະຊາຊົນ ຫວຽດນາມ - ຟີລິບປິນ ນະຄອນ ເກີນເທີ ເພີ່ມພູນຄູນສ້າງໄມຕີຈິດມິດຕະພາບ ຫວຽດນາມ - ຟີລິບປິນ |
ສະມາຄົມມິດຕະພາບຫວຽດນາມ - ຟີລິບປິນ ປະສານສົມທົບກັບສະຖານທູດຟີລິບປິນປະຈຳຫວຽດນາມ ຈັດກອງສົນທະນາໃນປີທີ່ສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ (1976-2026), ພ້ອມທັງເປັນປີທີ່ສາຍພົວພັນສອງຝ່າຍໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດເພີ່ມທະວີ.
ກ່າວຄຳປາໄສເປີດກອງສົນທະນາ, ທ່ານ ຟຸ່ງດຶກຕ໊ຽນ, ປະທານສະມາຄົມມິດຕະພາບຫວຽດນາມ - ຟີລິບປິນ ເຫັນວ່າ ໃນພາບລວມຂອງສາຍພົວພັນຮ່ວມມືທີ່ຫຼາກຫຼາຍລະຫວ່າງຫວຽດນາມ ແລະ ຟີລິບປິນ, ການສຶກສາ ແລະ ການຝຶກອົບຮົມ ຍາມໃດກໍມີບົດບາດເປັນເສົາຄ້ຳທີ່ຍືນຍົງ, ສ້າງຂົວເຊື່ອມຕໍ່ພູມປັນຍາ ແລະ ຄວາມຮູ້ສຶກລະຫວ່າງປະຊາຊົນສອງປະເທດ.
![]() |
| ກອງສົນທະນາ “ປະສິດທິຜົນການຮ່ວມມືດ້ານການສຶກສາຫວຽດນາມ - ຟີລິບປິນ: ຂີດໝາຍ 50 ປີ ແລະ ທິດທາງໃນອະນາຄົດ” ຈັດຂຶ້ນໃນວັນທີ 1/10/2026 ທີ່ ຮ່າໂນ້ຍ. |
ຕາມທ່ານ, ກະແສຄວາມຮູ້ລະຫວ່າງຫວຽດນາມ ແລະ ຟີລິບປິນ ນັບມື້ນັບພັດທະນາໄປໃນທິດສອງສົ້ນ. ໃນຫຼາຍປີຜ່ານມາ, ຟີລິບປິນແມ່ນຈຸດໝາຍຂອງນັກຮຽນ, ນັກສຶກສາຫວຽດນາມໃນບັນດາຂົງເຂດຝຶກອົບຮົມພາສາອັງກິດ, ການບໍລິຫານ ແລະ ທັກສະວິຊາຊີບ, ໃນຂະນະທີ່ມີນັກສຶກສາຟີລິບປິນນັບມື້ນັບຫຼາຍຂຶ້ນ ເຂົ້າຮຽນຢູ່ບັນດາສະຖາບັນການສຶກສາຂອງຫວຽດນາມ.
ໃນສະພາບການຫັນປ່ຽນດິຈິຕອນ ແລະ ໂລກາພິວັດ, ປະທານສະມາຄົມມິດຕະພາບຫວຽດນາມ - ຟີລິບປິນ ເຫັນວ່າ ຄວາມຕ້ອງການພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ ໄດ້ວາງອອກຄວາມຈຳເປັນໃນການຂະຫຍາຍການຮ່ວມມືດ້ານການສຶກສາໃຫ້ກວ້າງຂວາງກວ່າເກົ່າ. ສອງປະເທດຕ້ອງເພີ່ມທະວີການຮ່ວມມືໃນບັນດາລະດັບການສຶກສາ, ໃນການຄົ້ນຄວ້າ ແລະ ຝຶກອົບຮົມທັກສະວິຊາຊີບ; ພ້ອມທັງເອົາໃຈໃສ່ການຮັບຮອງທຽບເທົ່າ, ການໂອນໜ່ວຍກິດ ແລະ ການຮັບຮອງເຊິ່ງກັນແລະກັນກ່ຽວກັບໃບຢັ້ງຢືນທັກສະວິຊາຊີບ.
ທ່ານ Francisco Noel R. Fernandez III, ເອກອັກຄະລັດຖະທູດຟີລິບປິນປະຈຳຫວຽດນາມ ໃຫ້ຮູ້ວ່າ ຈຳນວນນັກສຶກສາ ແລະ ນັກຄົ້ນຄວ້າລະດັບສູງຂອງຟີລິບປິນທີ່ມາສຶກສາຢູ່ຫວຽດນາມ ພວມເພີ່ມຂຶ້ນ, ໃນຂະນະທີ່ຊາວໜຸ່ມຫວຽດນາມຍັງສືບຕໍ່ເລືອກຟີລິບປິນເພື່ອຮຽນພາສາອັງກິດ ແລະ ຮຽນບັນດາຫຼັກສູດມະຫາວິທະຍາໄລ.
ຕາມທ່ານເອກອັກຄະລັດຖະທູດ, ຂະບວນການຮ່ຳຮຽນ, ດຳລົງຊີວິດຢູ່ປະເທດເພື່ອນ ຊ່ວຍໃຫ້ຊາວໜຸ່ມເຂົ້າໃຈເລິກເຊິ່ງກວ່າເກົ່າກ່ຽວກັບວັດທະນະທຳ, ເອກະລັກ ແລະ ຊຸມຊົນຂອງກັນແລະກັນ. ທ່ານເນັ້ນໜັກວ່າ ປະຊາຊົນແມ່ນ “ສາຍເລືອດ” ຂອງສາຍພົວພັນສອງຝ່າຍ, ພ້ອມທັງແມ່ນເຈົ້າການຂອງການແລກປ່ຽນປະຊາຊົນ. ດັ່ງນັ້ນ, ສອງປະເທດຕ້ອງສືບຕໍ່ສ້າງໂອກາດເພີ່ມຕື່ມ ເພື່ອປັບປຸງບັນດາຜົນສຳເລັດທີ່ໄດ້ພູນສ້າງໃນ 50 ປີຜ່ານມາ, ນຳບັນດາຂໍ້ຕົກລົງລະດັບສູງເຂົ້າສູ່ຕົວຈິງ, ຮັບໃຊ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະຊາຊົນສອງປະເທດ.
ຜູ້ຮຽນກາຍເປັນຂົວເຊື່ອມຕໍ່
![]() |
| ທ່ານນາງ ເຈິ່ນທິມິງເຮືອງ, ຮອງຄະນະການຕ່າງປະເທດປະຊາຊົນ - ອົງການຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ, ນຳສະເໜີບົດປະກອບຄຳເຫັນທີ່ກອງສົນທະນາ. |
ບັນດາຄຳເຫັນທີ່ກອງສົນທະນາ ສຸມໃສ່ການຂະຫຍາຍໂອກາດຮ່ຳຮຽນ, ແລກປ່ຽນ ແລະ ຝຶກງານ; ເພີ່ມທະວີການເຊື່ອມໂຍງລະຫວ່າງສະຖາບັນຝຶກອົບຮົມກັບສະພາບແວດລ້ອມວິຊາຊີບຕົວຈິງ; ພ້ອມທັງສົ່ງເສີມບົດບາດຂອງອະດີດນັກສຶກສາຕ່າງປະເທດ ແລະ ບັນດາເຄືອຂ່າຍຮ່ວມມືໄລຍະຍາວລະຫວ່າງຫວຽດນາມ ແລະ ຟີລິບປິນ.
ນຳສະເໜີບົດປະກອບຄຳເຫັນ “ການສຶກສາຊຸກຍູ້ສາຍພົວພັນຫວຽດນາມ - ຟີລິບປິນ”, ທ່ານນາງ ເຈິ່ນທິມິງເຮືອງ, ຮອງຄະນະການຕ່າງປະເທດປະຊາຊົນ - ອົງການຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ, ໄດ້ແບ່ງປັນເລື່ອງລາວຈາກປະສົບການຮ່ຳຮຽນຂອງຕົນເອງ.
ປີ 2007, ໃນການສຳພາດຄັດເລືອກເຂົ້າຮຽນຫຼັກສູດປະລິນຍາໂທສາຂາການບໍລິຫານການພັດທະນາ ທີ່ສະຖາບັນບໍລິຫານອາຊີ (AIM), ທ່ານນາງຮູ້ສຶກແປກໃຈເມື່ອສາດສະດາຈານໃຊ້ເວລາຫຼາຍໃນການສົນທະນາກ່ຽວກັບປະທານ ໂຮ່ຈິມິນ, ນາຍພົນ ຫວໍຫງວຽນຢາບ, ໄຊຊະນະ ດ້ຽນບຽນຝູ ແລະ ປະຫວັດສາດການຕໍ່ສູ້ຍາດເອກະລາດຂອງຫວຽດນາມ.
ຕາມທ່ານນາງ ເຮືອງ, ບັນດາຊົ່ວໂມງຮຽນ, ການສົນທະນາກຸ່ມ, ການສຳຫຼວດພາກສະໜາມ ແລະ ບັນດາກິດຈະກຳແລກປ່ຽນວັດທະນະທຳທີ່ AIM ຊ່ວຍໃຫ້ຜູ້ຮຽນເຂົ້າໃຈຕື່ມກ່ຽວກັບປະຫວັດສາດ, ສັງຄົມ ກໍຄືວິທີທີ່ແຕ່ລະປະເທດແກ້ໄຂບັນດາບັນຫາການພັດທະນາ.
ເກືອບສອງທົດສະວັດຕໍ່ມາ, ເພື່ອນຮ່ວມຮຽນສາກົນຫຼາຍຄົນຂອງທ່ານນາງ ຍັງຄົງຮັກສາການຕິດຕໍ່, ແລກປ່ຽນຂໍ້ມູນວິຊາສະເພາະ ແລະ ອັບເດດສະພາບການຂອງແຕ່ລະປະເທດ. ຈາກປະສົບການນັ້ນ, ທ່ານນາງເຫັນວ່າ ຫຼັກສູດໜຶ່ງອາດຈະມີໄລຍະພຽງບໍ່ເທົ່າໃດເດືອນ, ແຕ່ມິດຕະພາບ, ຄວາມໄວ້ວາງໃຈ ແລະ ເຄືອຂ່າຍທີ່ສ້າງຂຶ້ນໃນຂະບວນການຮ່ຳຮຽນ ສາມາດຮັກສາໄດ້ເປັນເວລາຫຼາຍປີ.
ທ່ານນາງສະເໜີໃຫ້ຂະຫຍາຍການແລກປ່ຽນນັກສຶກສາ, ອາຈານ, ນັກວິຊາການ ແລະ ພະນັກງານໜຸ່ມ; ເພີ່ມບັນດາໂຄງການຝຶກງານ, ອາສາສະໝັກ, ແລກປ່ຽນຊາວໜຸ່ມ; ພ້ອມທັງຊຸກຍູ້ການເຊື່ອມຕໍ່ລະຫວ່າງມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ບັນດາອົງການສັງຄົມ.
ບັນດາຂົງເຂດທີ່ສາມາດໃຫ້ບູລິມະສິດໃນການຮ່ວມມື ລວມມີ ການບໍລິຫານລັດ, ການຫັນປ່ຽນດິຈິຕອນ, ນະວັດຕະກຳ, ການພັດທະນາຊຸມຊົນ, ຄວາມສະເໝີພາບຍິງ - ຊາຍ ແລະ ການຮັບມືກັບການປ່ຽນແປງດິນຟ້າອາກາດ.
ທ່ານນາງ ເຈິ່ນທິມິງເຮືອງ ຍັງສະເໜີໃຫ້ສົ່ງເສີມບົດບາດຂອງອະດີດນັກສຶກສາຕ່າງປະເທດ. ຕາມທ່ານນາງ, ຜູ້ທີ່ເຄີຍຮ່ຳຮຽນຢູ່ຫວຽດນາມ ຫຼື ຟີລິບປິນ ມີປະສົບການໂດຍກົງກ່ຽວກັບສັງຄົມ, ວັດທະນະທຳຂອງປະເທດເພື່ອນ ແລະ ສາມາດສືບຕໍ່ສ້າງການເຊື່ອມຕໍ່ໃນບັນດາຂົງເຂດວິຊາການ, ການຄົ້ນຄວ້າ, ການລົງທຶນ ແລະ ການແລກປ່ຽນປະຊາຊົນ. ທ່ານນາງເອີ້ນພວກເຂົາວ່າ ບັນດາ “ທູດປະຊາຊົນ” ທີ່ຖືກສ້າງຂຶ້ນຜ່ານການສຶກສາ.
ທ່ານນາງ Francis Geren Sta. Ana ເຄີຍມາຫວຽດນາມຕາມໂຄງການທຶນການສຶກສາໜຶ່ງ. ພາຍຫຼັງຂະບວນການຮ່ຳຮຽນ ແລະ ຝຶກງານ, ທ່ານນາງໄດ້ເລືອກເຮັດວຽກໃນຂົງເຂດການສຶກສາສາກົນ. ປັດຈຸບັນ Francis ຮັບຜິດຊອບສາຍພົວພັນສາກົນ, ການຮັບນັກສຶກສາ ແລະ ຄູ່ຮ່ວມທົ່ວໂລກ, ພ້ອມທັງເປັນອາຈານຢູ່ຄະນະສາກົນ - ມະຫາວິທະຍາໄລ ໄທຫງວຽນ.
![]() |
| ທ່ານນາງ ປທ. Francis Geren Sta. Ana, ພະນັກງານສາຍພົວພັນສາກົນ, ການຮັບນັກສຶກສາ ແລະ ຄູ່ຮ່ວມທົ່ວໂລກ; ອາຈານຄະນະສາກົນ - ມະຫາວິທະຍາໄລ ໄທຫງວຽນ. |
ຕາມທ່ານນາງ Francis ແລ້ວ, ທຶນການສຶກສາຕ້ອງຕິດພັນກັບບັນດາໂອກາດທີ່ຊ່ວຍໃຫ້ນັກສຶກສາໄດ້ສຳຜັດໂດຍກົງກັບສະພາບແວດລ້ອມວິຊາຊີບ ແລະ ສັງຄົມຢູ່ປະເທດທີ່ຕົນມາຮຽນ. ທີ່ຄະນະສາກົນ, ນັກສຶກສາຟີລິບປິນໄດ້ເຂົ້າຮ່ວມຝຶກງານ, ສຳຜັດວຽກງານ, ກອງສຳມະນາວິຊາການ, ການແລກປ່ຽນວັດທະນະທຳ ແລະ ບັນດາກິດຈະກຳຮ່ວມກັບຄູ່ຮ່ວມຫວຽດນາມ.
ຜ່ານບັນດາກິດຈະກຳເຫຼົ່ານີ້, ຜູ້ຮຽນມີເງື່ອນໄຂຝຶກຝົນຄວາມສາມາດໃນການປັບຕົວ, ການສື່ສານ, ການເຮັດວຽກເປັນກຸ່ມ ແລະ ການເຮັດວຽກໃນສະພາບແວດລ້ອມຫຼາຍວັດທະນະທຳ.
ປະສົບການຈາກການເຄີຍເປັນນັກສຶກສາສາກົນ ຍັງສົ່ງຜົນໂດຍກົງຕໍ່ວຽກງານປັດຈຸບັນຂອງ Francis. ທ່ານນາງເຂົ້າຮ່ວມຊອກຫາຄູ່ຮ່ວມ, ສ້າງແຜນການຮັບນັກສຶກສາ, ແນະນຳທຶນການສຶກສາ, ປະສານງານການແລກປ່ຽນວິຊາການ ແລະ ໜູນຊ່ວຍນັກສຶກສາສາກົນຕະຫຼອດຂະບວນການຮ່ຳຮຽນ.
ປອ. ມາຍແອັງຄວາ, ຫົວໜ້າຄະນະວິທະຍາສາດ, ເຕັກໂນໂລຊີ ແລະ ການຕ່າງປະເທດ - ມະຫາວິທະຍາໄລ ໄທຫງວຽນ, ໃຫ້ຮູ້ວ່າ ນັບແຕ່ປີ 2007, ມະຫາວິທະຍາໄລໄດ້ສ້າງສາຍພົວພັນກັບມະຫາວິທະຍາໄລ, ວິທະຍາໄລຂອງຟີລິບປິນຫຼາຍກວ່າ 60 ແຫ່ງ ແລະ ຜັນຂະຫຍາຍປະມານ 20 ຫຼັກສູດເຊື່ອມໂຍງຝຶກອົບຮົມຂ້າມຊາດ.
ນັກສຶກສາ, ຜູ້ຮຽນຫວຽດນາມເກືອບ 2.000 ຄົນ ໄດ້ຮຽນຈົບບັນດາຫຼັກສູດປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກໃນຂອບການຮ່ວມມື; ອາຈານ, ນັກສຶກສາຫວຽດນາມຫຼາຍຮ້ອຍເທື່ອຄົນ ໄດ້ໄປຟີລິບປິນເພື່ອຮ່ຳຮຽນ, ຍົກສູງວິຊາສະເພາະ ແລະ ຄວາມສາມາດດ້ານພາສາອັງກິດ.
ຕາມຂໍ້ມູນທີ່ກອງສົນທະນາ, ນັບແຕ່ປີ 2011 ມາຮອດປັດຈຸບັນ, ນັກສຶກສາຟີລິບປິນເກືອບ 300 ຄົນ ໄດ້ຮັບທຶນການສຶກສາຈາກມະຫາວິທະຍາໄລ ໄທຫງວຽນ. ວັນທີ 1/10, ຄະນະຂອງມະຫາວິທະຍາໄລມີນັກສຶກສາຟີລິບປິນຫຼາຍກວ່າ 12 ຄົນ ເຂົ້າຮ່ວມເຫດການ.
ນຳການຝຶກອົບຮົມເຂົ້າໃກ້ກັບຕົວຈິງຫຼາຍຂຶ້ນ
![]() |
| ກຸ່ມນັກສຶກສາຟີລິບປິນທີ່ກຳລັງຮ່ຳຮຽນຢູ່ມະຫາວິທະຍາໄລ ໄທຫງວຽນ ເຂົ້າຮ່ວມກອງສົນທະນາ. |
ສຈ. Evelyn O. Katigbak, ຜູ້ອຳນວຍການໂຮງຮຽນການທູດ Carlos P. Romulo ສັງກັດສະຖາບັນການບໍລິການຕ່າງປະເທດຟີລິບປິນ (FSI), ສຸມໃສ່ວິເຄາະຊ່ອງຫວ່າງລະຫວ່າງຄວາມຮູ້ທີ່ໄດ້ຮັບໃນໂຮງຮຽນ ແລະ ຂໍ້ຮຽກຮ້ອງຂອງວຽກງານຕົວຈິງ.
ນັບແຕ່ປີ 2024, FSI ຈັດກອງປະຊຸມບັນດາສະຖາບັນອຸດົມສຶກສາກ່ຽວກັບສາຍພົວພັນ ແລະ ການຄົ້ນຄວ້າສາກົນ (CHEIIRS), ເຕົ້າໂຮມບັນດາໂຮງຮຽນທີ່ຝຶກອົບຮົມດ້ານພົວພັນສາກົນ ພ້ອມກັບນັກການທູດ ແລະ ຜູ້ປະຕິບັດງານຕົວຈິງ. ກອງປະຊຸມສ້າງພື້ນທີ່ແບ່ງປັນປະສົບການສິດສອນ, ພ້ອມທັງຊ່ວຍໃຫ້ສອງກຸ່ມແລກປ່ຽນໂດຍກົງກ່ຽວກັບຂໍ້ຮຽກຮ້ອງຂອງວິຊາຊີບ.
ໃນກອງປະຊຸມປີ 2024 ແລະ 2025, ກິດຈະກຳຈຳລອງການປະຕິບັດສຳລັບນັກສຶກສາ ໄດ້ຮັບການເນັ້ນໜັກເປັນພິເສດ. ຕາມ ສຈ. Katigbak, ເປັນການຍາກຫຼາຍທີ່ຈະກະກຽມໃຫ້ນັກສຶກສາກ້າວເຂົ້າສູ່ສະພາບແວດລ້ອມວິຊາຊີບ ຖ້າຜູ້ຮຽນບໍ່ມີໂອກາດຈັດການກັບບັນດາສະຖານະການທີ່ໃກ້ຄຽງກັບວຽກງານຕົວຈິງ ນັບແຕ່ຍັງຮຽນຢູ່ໃນໂຮງຮຽນ.
FSI ຍັງຈັດບັນດາການພົບປະລະຫວ່າງບັນດາສະຖາບັນການທູດ ASEAN ເພື່ອແລກປ່ຽນປະສົບການດ້ານການຝຶກອົບຮົມ, ການຄົ້ນຄວ້າ ແລະ ບັນດາບັນຫາເກີດໃໝ່. ຄັ້ງທຳອິດຈັດຂຶ້ນໃນປີ 2024. ຮອດເດືອນ 9/2026, ໂຄງການໄດ້ຮັບການຮັບຮອງເປັນເຫດການຂ້າງຄຽງໃນປີທີ່ຟີລິບປິນຮັບບົດບາດປະທານ ASEAN; ຜູ້ແທນສະຖາບັນການທູດຫວຽດນາມ ເຂົ້າຮ່ວມໃນຄັ້ງນີ້.
ຕາມ ສຈ. Katigbak, ຜົນສຳເລັດສຳຄັນປະການໜຶ່ງ ແມ່ນການຮັກສາໄດ້ສະພາບແວດລ້ອມແລກປ່ຽນຢ່າງເປັນປະຈຳລະຫວ່າງວົງການນັກວິຊາການ ແລະ ຜູ້ປະຕິບັດງານຕົວຈິງ. ບັນດາການສົນທະນາເຊັ່ນນີ້ ຊ່ວຍໃຫ້ບັນດາສະຖາບັນຝຶກອົບຮົມ ປັບຫຼັກສູດໃຫ້ໃກ້ຄຽງກັບຂໍ້ຮຽກຮ້ອງຂອງວິຊາຊີບຫຼາຍຂຶ້ນ.
ທີ່ກອງສົນທະນາ, ປອ. ມາຍແອັງຄວາ ສະເໜີໃຫ້ສ້າງໂຄງການທຶນການສຶກສາ ແລະ ເຄືອຂ່າຍພັດທະນາຊັບພະຍາກອນມະນຸດໜຸ່ມຫວຽດນາມ - ຟີລິບປິນ.
ຕາມຂໍ້ສະເໜີ, ໂຄງການຈະລວມມີທຶນການສຶກສາ, ການຝຶກອົບຮົມ, ການແລກປ່ຽນຜູ້ຮຽນ, ການຄົ້ນຄວ້າ, ການຝຶກງານ, ການເຊື່ອມຕໍ່ມະຫາວິທະຍາໄລ - ວິສາຫະກິດ ແລະ ເຄືອຂ່າຍອະດີດນັກສຶກສາ, ໂດຍມີການເຂົ້າຮ່ວມຂອງບັນດາມະຫາວິທະຍາໄລ, ອົງການຕາງໜ້າການທູດ, ສະມາຄົມມິດຕະພາບຫວຽດນາມ - ຟີລິບປິນ ແລະ ບັນດາຄູ່ຮ່ວມທີ່ກ່ຽວຂ້ອງ.
![]() |
| ບັນດາຜູ້ແທນຖ່າຍຮູບທີ່ລະນຶກທີ່ກອງສົນທະນາ. |
ມະຫາວິທະຍາໄລ ໄທຫງວຽນ ຍັງກຳນົດບັນດາຂົງເຂດບູລິມະສິດ ລວມມີ ກະສິກຳ, ຊີວະນາໆພັນ, ວິທະຍາສາດສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ, ເຕັກໂນໂລຊີສາລະສົນເທດ ແລະ ການພັດທະນາແບບຍືນຍົງ; ພ້ອມທັງສະເໜີເພີ່ມທະວີການແລກປ່ຽນອາຈານ, ນັກສຶກສາ, ຂະຫຍາຍທຶນການສຶກສາໃຫ້ນັກສຶກສາຟີລິບປິນ ແລະ ພັດທະນາການຮ່ວມມືດ້ານວິຊາການບົນແພລັດຟອມດິຈິຕອນ.
ສະຫຼຸບກອງສົນທະນາພາຍຫຼັງ 4 ຫົວຂໍ້ສະເພາະ ແລະ 12 ຄຳເຫັນແລກປ່ຽນ, ທ່ານ ຟຸ່ງດຶກຕ໊ຽນ, ປະທານສະມາຄົມມິດຕະພາບຫວຽດນາມ - ຟີລິບປິນ ສະເໜີໃຫ້ສອງປະເທດສືບຕໍ່ຂະຫຍາຍການແລກປ່ຽນນັກຮຽນ, ນັກສຶກສາ, ຜູ້ຮຽນປະລິນຍາໂທ ແລະ ນັກຄົ້ນຄວ້າປະລິນຍາເອກ; ກວດຄືນບັນດາກົນໄກ, ນະໂຍບາຍໜູນຊ່ວຍ ແລະ ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາມະຫາວິທະຍາໄລກັບອົງການຕາງໜ້າການທູດ.
ທ່ານຍັງສະເໜີໃຫ້ປັບປຸງບັນດາຈຸດປະສານງານລະຫວ່າງສະມາຄົມມິດຕະພາບຫວຽດນາມ - ຟີລິບປິນ ແລະ ສະມາຄົມມິດຕະພາບຟີລິບປິນ - ຫວຽດນາມ, ຜ່ານນັ້ນສ້າງເງື່ອນໄຂເພີ່ມຕື່ມໃຫ້ບັນດາກິດຈະກຳການສຶກສາ, ການແລກປ່ຽນ ແລະ ການເຊື່ອມຕໍ່ຊັບພະຍາກອນມະນຸດລະຫວ່າງສອງປະເທດ ໄດ້ຮັບການຜັນຂະຫຍາຍຢ່າງແທດຈິງຫຼາຍຂຶ້ນ.
ຍສໝ- ຢູ່ທີ່ນີ້, 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງເພີ່ມທະວີບັນດາການພົບປະຂັ້ນສູງ ແລະ ທຸກຂັ້ນ, ກໍ່ຄືເສີມຂະຫຍາຍປະສິດທິຜົນບັນດາກົນໄກ 2 ຝ່າຍທີ່ມີຢູ່ແລ້ວ. |
ຍສໝ - ຂະຫຍາຍການເຊື່ອມຕໍ່ນັບຕັ້ງແຕ່ບັນດາຕົວເມືອງໃຫຍ່ ໄປຮອດຊຸມຊົນທ້ອງຖິ່ນ ແລະ ເຂດຫ່າງໄກສອກຫຼີກ; ເສີມຂະຫຍາຍບັນດາຊ່ອງທາງການທູດປະຊາຊົນ ເພື່ອເຊື່ອມຕໍ່ສະມາຄົມວິສາຫະກິດ, ຜູ້ເລີ່ມຕົ້ນທຸລະກິດ (Start-up) ແລະ ທ້ອງຖິ່ນ, ສະໜັບສະໜູນການຮ່ວມມືພາຍໃນຂົງເຂດກະສິກຳເຕັກໂນໂລຊີສູງ, ເສດຖະກິດດິຈິຕອນ; ສ້າງຕັ້ງບັນດາເຄືອຂ່າຍໃຫ້ແກ່ຜູ້ນຳໜຸ່ມ, ນັກວິຊາການໜຸ່ມ ແລະ ນັກທຸລະກິດຂອງສອງປະເທດ, ຊຸກຍູ້ບັນດາຂໍ້ລິເລີ່ມກ່ຽວກັບການສຶກສາ, ຄວາມສາມາດດ້ານດິຈິຕອນ ແລະ ການຂະຫຍາຍຕົວຢ່າງຍືນຍົງ. ນັ້ນແມ່ນ 3 ບຸລິມະສິດ ແນໃສ່ຊຸກຍູ້ສາຍພົວພັນປະຊາຊົນ ຫວຽດນາມ - ຟີລິບປິນ ເຊິ່ງທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສະເໜີຢູ່ທີ່ແຜນງານ ພົບປະມິດຕະພາບສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຟີລິບປິນ ໃນວັນທີ 10 ກໍລະກົດ ຢູ່ທີ່ຮາໂນ້ຍ. |
ຄຳສີ




