ຫວຽດນາມ - ລາວ ເພີ່ມທະວີການປະສານສົມທົບວຽກງານແນວຄິດໃນພື້ນທີ່ດິຈິຕອນ

13:47 | 30/09/2026

ຍສໝ - ຕອນບ່າຍວັນທີ 29/9 ທີ່ ຮ່າໂນ້ຍ, ທ່ານ ຈິ້ງວັນກວຽດ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ຕ້ອນຮັບຄະນະຜູ້ແທນຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ນຳໂດຍທ່ານ ສະຄອນ ພົມມະລາດ, ຮອງຫົວໜ້າຄະນະ, ພ້ອມທັງແລກປ່ຽນກ່ຽວກັບການຮ່ວມມືໃນວຽກງານແນວຄິດ, ໂຄສະນາ, ໜັງສືພິມ, ຂ່າວສານຕ່າງປະເທດ ແລະ ການຮັບມືກັບບັນດາສິ່ງທ້າທາຍໃໝ່ໃນສະພາບແວດລ້ອມດິຈິຕອນ.

ຫວຽດນາມ - ລາວ ຂະຫຍາຍການຮ່ວມມືວຽກງານໂຄສະນາສຶກສາໃນໄລຍະໃໝ່ ຜະລິດຕະພັນພິເສດຂອງຫວຽດນາມ ຮ່ວມຊຸມນຸມໃນງານອາທິດຜະລິດຕະພັນ ຫວຽດນາມ - ລາວ

ທີ່ການຕ້ອນຮັບ, ທ່ານ ສະຄອນ ພົມມະລາດ, ຮອງຫົວໜ້າຄະນະ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ລາວໄດ້ສຸມໃສ່ປັບປຸງ, ບູລະນະໂຄງຮ່າງການຈັດຕັ້ງ, ເພີ່ມທະວີກຳລັງແຮງລວມສູນ ແລະ ຍົກສູງປະສິດທິຜົນການສະເໜີແນະໃຫ້ແກ່ສູນກາງພັກໃນວຽກງານໂຄສະນາ.

ໂດຍແຈ້ງຂໍ້ມູນກ່ຽວກັບການເຮັດວຽກລະຫວ່າງສອງຄະນະທີ່ດຳເນີນໃນຕອນເຊົ້າຂອງມື້ດຽວກັນ, ທ່ານ ສະຄອນ ພົມມະລາດ ໃຫ້ຮູ້ວ່າ ສອງຝ່າຍໄດ້ປະເມີນຜົນການປະສານສົມທົບໄລຍະ 2022-2026 ແລະ ເຫັນດີກ່ຽວກັບບາງໜ້າທີ່ຈຸດສຸມໃນໄລຍະໃໝ່, ໃນນັ້ນ ມີການຊຸກຍູ້ວຽກງານໂຄສະນາຕິດພັນກັບການຫັນປ່ຽນດິຈິຕອນ; ຍົກສູງປະສິດທິຜົນຂ່າວສານມວນຊົນ; ຕໍ່ສູ້, ຕອບໂຕ້ຂໍ້ມູນທີ່ຜິດພາດ ແລະ ສືບຕໍ່ບູລະນະໂຄງຮ່າງການຈັດຕັ້ງ.

ຫວຽດນາມ - ລາວ ເພີ່ມທະວີການປະສານສົມທົບວຽກງານແນວຄິດໃນພື້ນທີ່ດິຈິຕອນ
ສະຫາຍ ຈິ້ງວັນກວຽດ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຕ້ອນຮັບສະຫາຍ ສະຄອນ ພົມມະລາດ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ.

ຝ່າຍລາວຕີລາຄາວ່າ ບັນດາບົດຮຽນຂອງຫວຽດນາມແມ່ນສອດຄ່ອງກັບພາກປະຕິບັດ ແລະ ທິດທາງວຽກງານໂຄສະນາຂອງລາວ, ພ້ອມທັງປາດຖະໜາຢາກສືບຕໍ່ໄດ້ຮັບການແບ່ງປັນ, ແນະນຳຈາກຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ເພື່ອຍົກສູງປະສິດທິຜົນວຽກງານຂ່າວສານ, ໂຄສະນາໃນສະພາບການໃໝ່.

ໃນການແລກປ່ຽນທີ່ການຕ້ອນຮັບ, ທ່ານ ຈິ້ງວັນກວຽດ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ເຫັນວ່າ ຫວຽດນາມ ແລະ ລາວ ປັດຈຸບັນພວມພ້ອມກັນຜັນຂະຫຍາຍວຽກງານແນວຄິດ, ສື່ສານ, ໜັງສືພິມ, ປົກປ້ອງພື້ນຖານແນວຄິດຂອງພັກ ໃນສະພາບການທີ່ມີຫຼາຍສິ່ງທ້າທາຍໃໝ່, ໂດຍສະເພາະ ການພັດທະນາຢ່າງວ່ອງໄວຂອງປັນຍາປະດິດ ແລະ ບັນດາແພລັດຟອມດິຈິຕອນ.

ຕາມທ່ານ ຈິ້ງວັນກວຽດ, ພື້ນທີ່ດິຈິຕອນນັບມື້ນັບສົ່ງຜົນກະທົບໂດຍກົງຕໍ່ແນວຄິດ, ຄວາມຮູ້ສຶກຂອງປະຊາຊົນ. ການສວຍໃຊ້ AI ເພື່ອສ້າງຂ່າວປອມ, ປອມແປງສຽງ, ບິດເບືອນ, ຕໍ່ຕ້ານທຳລາຍພັກ, ລັດ ແລະ ສາຍພົວພັນຫວຽດນາມ - ລາວ ໄດ້ວາງຂໍ້ຮຽກຮ້ອງໃໝ່ຕໍ່ວຽກງານການເມືອງ, ແນວຄິດ, ໂດຍສະເພາະ ໃນສະພາບການທີ່ຊາວໜຸ່ມນຳໃຊ້ເຄືອຂ່າຍສັງຄົມນັບມື້ນັບຫຼາຍຂຶ້ນ.

ຕໍ່ໜ້າບັນດາຮູບແບບການຕໍ່ຕ້ານທຳລາຍແບບໃໝ່ໃນສະພາບແວດລ້ອມດິຈິຕອນ, ທ່ານ ຈິ້ງວັນກວຽດ ເນັ້ນໜັກວ່າ ຈຳເປັນຕ້ອງຜັນຂະຫຍາຍວຽກງານແນວຄິດພ້ອມກັນທັງໃນສະພາບແວດລ້ອມຕົວຈິງ ແລະ ສະພາບແວດລ້ອມດິຈິຕອນ; ຊຸກຍູ້ການຫັນປ່ຽນດິຈິຕອນໃນຂົງເຂດແນວຄິດ, ວັດທະນະທຳ. ທ່ານຍັງໄດ້ແຈ້ງຂໍ້ມູນກ່ຽວກັບມະຕິເລກທີ 25-NQ/TW ຂອງກົມການເມືອງ ກ່ຽວກັບຍຸດທະສາດວຽກງານແນວຄິດຂອງພັກໃນສະພາບການໃໝ່.

ປີ 2027 ແມ່ນປີທີ່ມີຄວາມໝາຍພິເສດ ເມື່ອຫວຽດນາມ ແລະ ລາວ ສະເຫຼີມສະຫຼອງ 65 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 50 ປີແຫ່ງການລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື. ບົນພື້ນຖານນັ້ນ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ສະເໜີໃຫ້ສອງອົງການສືບຕໍ່ເຮັດໃຫ້ສາຍພົວພັນຮ່ວມມືໃນໄລຍະຕໍ່ໄປເລິກເຊິ່ງຍິ່ງຂຶ້ນ.

ສອງຄະນະຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ, ເລັ່ງສຳເລັດ ແລະ ເຫັນດີຮ່ວມກັນຕໍ່ຮ່າງຂໍ້ຕົກລົງຮ່ວມມືໄລຍະ 2027-2031, ລາຍງານຂັ້ນມີອຳນາດພິຈາລະນາອະນຸມັດ ເພື່ອລົງນາມໃນປີ 2027.

ບັນດາເນື້ອໃນຮ່ວມມືຈຸດສຸມ ປະກອບມີ ການເພີ່ມທະວີແລກປ່ຽນບົດຮຽນກ່ຽວກັບວຽກງານການເມືອງ, ແນວຄິດ, ໂຄສະນາ, ການກຳນົດທິດໜັງສືພິມ ແລະ ຂ່າວສານຕ່າງປະເທດ; ເອົາໃຈໃສ່ການສື່ສານດິຈິຕອນ, ການກຳແໜ້ນ ແລະ ກຳນົດທິດຫາງສຽງສັງຄົມ.

ຄຽງຄູ່ກັບນັ້ນ, ສອງຝ່າຍສືບຕໍ່ຮັກສາ, ຍົກສູງຄຸນນະພາບບັນດາຫ້ອງບຳລຸງສ້າງວິຊາສະເພາະສຳລັບພະນັກງານໂຄສະນາອົບຮົມລາວຢູ່ຫວຽດນາມ; ເພີ່ມທະວີການແລກປ່ຽນພະນັກງານ, ໂດຍສະເພາະ ພະນັກງານໜຸ່ມ ແລະ ພະນັກງານວິຊາສະເພາະ; ພ້ອມທັງຊຸກຍູ້ການປະສານສົມທົບໂຄສະນາກ່ຽວກັບສາຍພົວພັນຫວຽດນາມ - ລາວ, ໂດຍສະເພາະ ໃນປີ 2027.

ຜ່ານນັ້ນ, ສອງຝ່າຍມຸ່ງໄປສູ່ການສືບຕໍ່ປັບປຸງສາຍພົວພັນຮ່ວມມືລະຫວ່າງສອງຄະນະ, ປະກອບສ່ວນເຂົ້າໃນການຮັກສາ ແລະ ສົ່ງເສີມສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

ຫວຽດນາມ - ລາວ ເຮັດໃຫ້ການຮ່ວມມືດ້ານແຮງງານ ແລະ ການຈ້າງງານເລິກເຊິ່ງຍິ່ງຂຶ້ນ ຫວຽດນາມ - ລາວ ເຮັດໃຫ້ການຮ່ວມມືດ້ານແຮງງານ ແລະ ການຈ້າງງານເລິກເຊິ່ງຍິ່ງຂຶ້ນ
ຍສໝ - ວັນທີ 23/9 ຢູ່ຮ່າໂນ້ຍ, ກະຊວງພາຍໃນຫວຽດນາມ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ໄດ້ແລກປ່ຽນປະສົບການດ້ານການຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດ, ຄວາມປອດໄພແຮງງານ, ການປະຕິຮູບຂັ້ນຕອນບໍລິຫານ ແລະ ການຫັນຂໍ້ມູນເປັນດິຈິຕອນ, ມຸ່ງໄປສູ່ການນຳການຮ່ວມມືໃນຂົງເຂດແຮງງານ - ການຈ້າງງານ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳ.
ນັກສຶກສາຫວຽດນາມ - ລາວ ຮ່ວມສຳຜັດວັດທະນະທຳໃນງານວັນນະຄະດີ “ດອກບົວ” ນັກສຶກສາຫວຽດນາມ - ລາວ ຮ່ວມສຳຜັດວັດທະນະທຳໃນງານວັນນະຄະດີ “ດອກບົວ”
ຍສໝ - ໃນວັນທີ 27/9/2026, ສະໂມສອນມິດຕະພາບ ຫວຽດນາມ - ລາວ ຂອງມະຫາວິທະຍາໄລຖູເຢົ່າເມີຍ ໄດ້ຈັດງານວັນນະຄະດີລາວ ພາຍໃຕ້ຫົວຂໍ້ “ກິ່ນຫອມຈຳປາ ດອກບົວ” ປີ 2026, ສ້າງພື້ນທີ່ແລກປ່ຽນ ແລະສຳຜັດວັດທະນະທຳໃຫ້ແກ່ຄະນະສະມາຊິກຊາວໜຸ່ມ, ນັກສຶກສາຫວຽດນາມ ແລະນັກສຶກສາລາວທີ່ກຳລັງຮຽນຢູ່ມະຫາວິທະຍາໄລ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ