ຫວຽດນາມ - ລາວ ຂະຫຍາຍການຮ່ວມມືວຽກງານໂຄສະນາສຶກສາໃນໄລຍະໃໝ່

09:28 | 30/09/2026

ຍສໝ - ວັນທີ 29/9 ທີ່ ຮ່າໂນ້ຍ, ທ່ານ ຟານຊວນຖຸຍ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ເຈລະຈາກັບທ່ານ ສະຄອນ ພົມມະລາດ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ແລກປ່ຽນກ່ຽວກັບທິດທາງການຮ່ວມມືໄລຍະ 2027-2031, ໃນນັ້ນ ສຸມໃສ່ການຫັນປ່ຽນດິຈິຕອນ, ວຽກງານຂ່າວສານຕ່າງປະເທດ, ໜັງສືພິມ - ສິ່ງພິມ ແລະ ການຝຶກອົບຮົມພະນັກງານ.

ນັກສຶກສາຫວຽດນາມ - ລາວ ຮ່ວມສຳຜັດວັດທະນະທຳໃນງານວັນນະຄະດີ “ດອກບົວ” ຜະລິດຕະພັນພິເສດຂອງຫວຽດນາມ ຮ່ວມຊຸມນຸມໃນງານອາທິດຜະລິດຕະພັນ ຫວຽດນາມ - ລາວ

ທີ່ການເຈລະຈາ, ສອງຝ່າຍໄດ້ຮ່ວມກັນທົບທວນຄືນຜົນການປະສານສົມທົບໃນໄລຍະ 2022-2026 ແລະ ແລກປ່ຽນກ່ຽວກັບບັນດາເນື້ອໃນທີ່ຈຳເປັນຕ້ອງສືບຕໍ່ຊຸກຍູ້ໃນໄລຍະຕໍ່ໜ້າ.

ທ່ານ ຟານຊວນຖຸຍ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ ສະເໜີໃຫ້ສອງຄະນະເລັ່ງປັບປຸງຮ່າງຂໍ້ຕົກລົງຮ່ວມມືໄລຍະ 2027-2031 ໃຫ້ສຳເລັດ, ລາຍງານຂັ້ນທີ່ມີສິດອຳນາດ ແລະ ກະກຽມບັນດາເງື່ອນໄຂທີ່ຈຳເປັນ ເພື່ອຄາດວ່າຈະລົງນາມໃນປີ 2027 ເນື່ອງໃນໂອກາດບັນດາເຫດການສຳຄັນໃນສາຍພົວພັນລະຫວ່າງສອງປະເທດ.

ຫວຽດນາມ - ລາວ ຂະຫຍາຍການຮ່ວມມືວຽກງານໂຄສະນາສຶກສາໃນໄລຍະໃໝ່
ສະຫາຍ ຟານຊວນຖຸຍ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ ແລະ ສະຫາຍ ສະຄອນ ພົມມະລາດ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ.

ຕາມທິດທາງທີ່ໄດ້ແລກປ່ຽນຢູ່ການເຈລະຈາ, ສອງຝ່າຍຈະສືບຕໍ່ເພີ່ມທະວີການແບ່ງປັນບົດຮຽນກ່ຽວກັບວຽກງານການເມືອງ, ແນວຄິດ, ຄຸນສົມບັດ; ຄົ້ນຄວ້າທິດສະດີ, ສະຫຼຸບພາກປະຕິບັດ; ກຳແໜ້ນ, ກຳນົດທິດຫາງສຽງສັງຄົມ ແລະ ປົກປ້ອງພື້ນຖານແນວຄິດຂອງພັກ. ບັນດາເນື້ອໃນໃໝ່ທີ່ເຊື່ອມກັບການຫັນປ່ຽນດິຈິຕອນ, ການນຳໃຊ້ວິທະຍາສາດ - ເຕັກໂນໂລຊີ ໃນວຽກງານໂຄສະນາສຶກສາ ກໍຖືກກຳນົດເປັນຂົງເຂດທີ່ຈຳເປັນຕ້ອງໃຫ້ຄວາມສົນໃຈຫຼາຍຂຶ້ນໃນໄລຍະຕໍ່ໄປ.

ການຮ່ວມມືດ້ານໜັງສືພິມ - ສິ່ງພິມ ແລະ ຂ່າວສານຕ່າງປະເທດ ສືບຕໍ່ເປັນໜຶ່ງໃນບັນດາຈຸດສຸມ. ສອງຝ່າຍຄາດວ່າຈະເພີ່ມທະວີການໂຄສະນາຢູ່ບັນດາແພລັດຟອມສື່ສານໃໝ່, ປະສານສົມທົບສ້າງບັນດາຜະລິດຕະພັນສື່ສານຮ່ວມກັນ ຕາມທິດຫຼາຍສື່, ຫຼາຍພາສາ; ແບ່ງປັນເອກະສານ, ຂໍ້ມູນດິຈິຕອນ ແລະ ປ່ຽນແປງໃໝ່ວິທີການສື່ສານ ເພື່ອໃຫ້ເໝາະສົມ ແລະ ເຂົ້າເຖິງຄົນຮຸ່ນໜຸ່ມໄດ້ງ່າຍຂຶ້ນ.

ທ່ານ ສະຄອນ ພົມມະລາດ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໃຫ້ຮູ້ວ່າ ບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງຄະນະໃນໄລຍະຜ່ານມາ ສືບຕໍ່ໄດ້ຮັບການຜັນຂະຫຍາຍ ຜ່ານການປະສານສົມທົບຈັດສຳມະນາເນື່ອງໃນບັນດາວັນບຸນສຳຄັນ; ສ້າງເອກະສານໂຄສະນາກ່ຽວກັບຜົນງານຂອງສອງພັກ, ສອງລັດ ແລະ ມູນເຊື້ອຄວາມສາມັກຄີລະຫວ່າງສອງປະເທດ; ຈັດການແລກປ່ຽນ, ຝຶກອົບຮົມວິຊາສະເພາະປະຈຳປີໃຫ້ແກ່ພະນັກງານຂອງສອງຝ່າຍ.

ຕາມທ່ານ ຟານຊວນຖຸຍ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ການຮ່ວມມືໃນຂົງເຂດໂຄສະນາສຶກສາລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ ກໍສືບຕໍ່ໄດ້ຮັບການຮັກສາ ແລະ ຂະຫຍາຍ, ໂດຍສະເພາະ ຢູ່ເຂດຊາຍແດນ. ປັດຈຸບັນ, 9 ທ້ອງຖິ່ນຂອງຫວຽດນາມທີ່ມີຊາຍແດນຮ່ວມກັບລາວ ລ້ວນແຕ່ໄດ້ລົງນາມຂໍ້ຕົກລົງຮ່ວມມືໃນຂົງເຂດໂຄສະນາສຶກສາແລ້ວ.

ການຝຶກອົບຮົມ, ບຳລຸງສ້າງພະນັກງານໂຄສະນາອົບຮົມລາວ ສືບຕໍ່ເປັນເນື້ອໃນທີ່ສອງຝ່າຍໃຫ້ຄວາມສຳຄັນ. ບົນພື້ນຖານຂໍ້ຕົກລົງລະຫວ່າງສອງພັກ, ສອງລັດຖະບານ ແລະ ລະຫວ່າງສອງຄະນະ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ຈັດຫ້ອງບຳລຸງສ້າງວິຊາສະເພາະວຽກງານໂຄສະນາອົບຮົມ ໃຫ້ແກ່ພະນັກງານພັກປະຊາຊົນປະຕິວັດລາວ ໜຶ່ງຫ້ອງຕໍ່ປີ.

ແຕ່ປີ 2023 ຫາປີ 2026, ມີພະນັກງານລາວ 70 ເທື່ອຄົນ ເຂົ້າຮ່ວມບັນດາຫ້ອງບຳລຸງສ້າງ, ໃນນັ້ນ ມີພະນັກງານຂັ້ນສູນກາງ 36 ເທື່ອຄົນ ແລະ ພະນັກງານຂັ້ນທ້ອງຖິ່ນ 34 ເທື່ອຄົນ. ເນື້ອໃນຂອງຫຼັກສູດໄດ້ຮັບການປັບປຸງປະຈຳປີ, ສຸມໃສ່ທິດສະດີການເມືອງ, ວຽກງານໂຄສະນາອົບຮົມ ແລະ ວິຊາສະເພາະດ້ານໂຄສະນາອົບຮົມ.

ໃນໄລຍະຕໍ່ໜ້າ, ສອງຝ່າຍເຫັນດີສືບຕໍ່ຮັກສາ ແລະ ຍົກສູງຄຸນນະພາບບັນດາຫ້ອງບຳລຸງສ້າງສຳລັບພະນັກງານໂຄສະນາອົບຮົມລາວ; ສຳຫຼວດຄວາມຕ້ອງການ, ປັບປຸງຫົວຂໍ້ວິຊາ, ເຊື່ອມໂຍງທິດສະດີກັບການຄົ້ນຄວ້າພາກປະຕິບັດ, ພ້ອມທັງຄົ້ນຄວ້າຂະຫຍາຍກິດຈະກຳແລກປ່ຽນພະນັກງານໜຸ່ມ, ພະນັກງານວິຊາສະເພາະ ໃຫ້ເໝາະສົມກັບເງື່ອນໄຂຂອງແຕ່ລະຝ່າຍ.

ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ຢ້ຽມຢາມບັນດາໂຄງການຮ່ວມມື ຫວຽດນາມ - ລາວ ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ຢ້ຽມຢາມບັນດາໂຄງການຮ່ວມມື ຫວຽດນາມ - ລາວ
ຍສໝ - ຕອນເຊົ້າວັນທີ 21/9, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ໄດ້ສຳຫຼວດ, ຢ້ຽມຢາມບາງສິ່ງກໍ່ສ້າງ ແລະ ໂຄງການຮ່ວມມືມິດຕະພາບ ຫວຽດນາມ - ລາວ ຢູ່ນະຄອນຫຼວງວຽງຈັນ, ຄອບຄຸມຕັ້ງແຕ່ການຄຸ້ມຄອງປະຊາກອນ, ຄວາມໝັ້ນຄົງ ໄປຈົນເຖິງວັດທະນະທຳ ແລະ ການສຶກສາ.
ຫວຽດນາມ - ລາວ ເຮັດໃຫ້ການຮ່ວມມືດ້ານແຮງງານ ແລະ ການຈ້າງງານເລິກເຊິ່ງຍິ່ງຂຶ້ນ ຫວຽດນາມ - ລາວ ເຮັດໃຫ້ການຮ່ວມມືດ້ານແຮງງານ ແລະ ການຈ້າງງານເລິກເຊິ່ງຍິ່ງຂຶ້ນ
ຍສໝ - ວັນທີ 23/9 ຢູ່ຮ່າໂນ້ຍ, ກະຊວງພາຍໃນຫວຽດນາມ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ໄດ້ແລກປ່ຽນປະສົບການດ້ານການຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດ, ຄວາມປອດໄພແຮງງານ, ການປະຕິຮູບຂັ້ນຕອນບໍລິຫານ ແລະ ການຫັນຂໍ້ມູນເປັນດິຈິຕອນ, ມຸ່ງໄປສູ່ການນຳການຮ່ວມມືໃນຂົງເຂດແຮງງານ - ການຈ້າງງານ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ