| ງານບຸນຫວຽດນາມ ຖືກຈັດຂຶ້ນຢູ່ Ibaraki ເປັນຄັ້ງທຳອິດ ຫວຽດນາມ - ຕວກກີ ມຸ່ງໄປສູ່ການຍົກລະດັບສາຍພົວພັນເປັນຄູ່ຮ່ວມຍຸດທະສາດ |
ທ່ານ ຫງວຽນຫງອກບິ່ງ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນດ່ານັງ ເປັນປະທານການຕ້ອນຮັບ ແລະ ເຮັດວຽກກັບຄະນະອົງການ Catalyste+ ນຳໂດຍທ່ານນາງ Nabiha Arain, ຜູ້ອຳນວຍການປະຕິບັດໂຄງການ, ຜູ້ຈັດການປະຈຳພາກພື້ນອາຊີ.
ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບຜົນຂອງໂຄງການຊ່ວຍໜູນຍົກສູງຂີດຄວາມສາມາດໃຫ້ແກ່ບັນດາວິສາຫະກິດຢູ່ດ່ານັງ ໄລຍະ 2024-2026, ພ້ອມທັງປຶກສາຫາລືກ່ຽວກັບທິດທາງຮ່ວມມືໃນໄລຍະຕໍ່ໄປ.
![]() |
| ການນຳສະຫະພັນບັນດາອົງການມິດຕະພາບນະຄອນດານັງ ຕ້ອນຮັບຄະນະອົງການ Catalyste+. |
ຕາມທ່ານ ຫງວຽນຫງອກບິ່ງ, Catalyste+ ໄດ້ປະສານງານກັບສະຫະພັນບັນດາອົງການມິດຕະພາບນະຄອນດ່ານັງ ແລະ ບັນດາໜ່ວຍງານທີ່ກ່ຽວຂ້ອງ ຜັນຂະຫຍາຍໂຄງການຮ່ວມມືຕາມຄຳໝັ້ນສັນຍາ. ມູນຄ່າການເບີກຈ່າຍຕົວຈິງບັນລຸ 3,19 ຕື້ດົ່ງ, ເທົ່າກັບ 122.304 USD, ບັນລຸ 116% ຂອງລະດັບທີ່ໃຫ້ຄຳໝັ້ນ.
ໂຄງການໄດ້ຈັດບັນດາກອງສຳມະນາວິຊາສະເພາະ, ຫຼັກສູດຝຶກອົບຮົມ ແລະ ສົ່ງຊ່ຽວຊານສາກົນລົງຊ່ວຍໜູນໂດຍກົງຢູ່ວິສາຫະກິດ, ໂດຍສຸມໃສ່ບັນດາເນື້ອໃນ ເຊັ່ນ: ການເລີ່ມຕົ້ນທຸລະກິດນະວັດຕະກຳ, ການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ, ສິ່ງແວດລ້ອມ - ສັງຄົມ - ການບໍລິຫານ (ESG), ການບໍລິຫານ ແລະ ການເງິນວິສາຫະກິດ.
ທ່ານ ຫງວຽນຫງອກບິ່ງ ໃຫ້ຮູ້ວ່າ ວັນທີ 14/9/2026, ຄະນະກຳມະການປະຊາຊົນນະຄອນດ່ານັງ ໄດ້ອະນຸມັດຮັບໂຄງການຊ່ວຍໜູນການສ້າງຂີດຄວາມສາມາດໃຫ້ແກ່ບັນດາວິສາຫະກິດ, ອົງການ ແລະ ປະຊາຄົມເລີ່ມຕົ້ນທຸລະກິດຢູ່ໃນນະຄອນ ໄລຍະ 2026-2029 ທີ່ Catalyste+ ໃຫ້ການຊ່ວຍໜູນ.
ບົນພື້ນຖານນັ້ນ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນດ່ານັງ ສະເໜີໃຫ້ Catalyste+ ສືບຕໍ່ປະສານງານຜັນຂະຫຍາຍໂຄງການທີ່ໄດ້ຮັບອະນຸມັດໃຫ້ມີປະສິດທິຜົນ; ພ້ອມທັງໃຫ້ຄວາມສົນໃຈຮ່ວມເດີນທາງກັບນະຄອນໃນບັນດາຂົງເຂດວິທະຍາສາດ - ເຕັກໂນໂລຊີ, ການເລີ່ມຕົ້ນທຸລະກິດນະວັດຕະກຳ, ຕົວເມືອງສະຫຼາດ, ການຫັນປ່ຽນດິຈິຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະ ການພັດທະນາທີ່ຍືນຍົງ.
ທ່ານນາງ Nabiha Arain ຕີລາຄາສູງການປະສານງານຂອງສະຫະພັນບັນດາອົງການມິດຕະພາບນະຄອນດ່ານັງ ພ້ອມດ້ວຍບັນດາອົງການ, ໜ່ວຍງານທີ່ກ່ຽວຂ້ອງ ໃນຂະບວນການຜັນຂະຫຍາຍໂຄງການຂອງ Catalyste+ ຢູ່ທ້ອງຖິ່ນ.
ທ່ານນາງໃຫ້ຮູ້ວ່າ Catalyste+ ໄດ້ຮັບຮູ້ບັນດາຂໍ້ສະເໜີຈາກຝ່າຍດ່ານັງ ແລະ ຈະລາຍງານຕໍ່ກະຊວງການຕ່າງປະເທດການາດາ ເພື່ອຂໍຄຳເຫັນກ່ຽວກັບຄວາມສາມາດເປີດກວ້າງໂຄງການຮ່ວມມື ຕາມທິດທາງສົ່ງເສີມການລົງທຶນ, ການຄ້າ ແລະ ບັນດາຂົງເຂດທີ່ນະຄອນໃຫ້ຄວາມສົນໃຈ.
Catalyste+ ຍັງຈະຄົ້ນຄວ້າ, ຊຸກຍູ້ການເຊື່ອມໂຍງດ່ານັງກັບທ້ອງຖິ່ນໜຶ່ງຂອງການາດາທີ່ມີລັກສະນະຄ້າຍຄືກັນ, ມຸ່ງໄປສູ່ການສ້າງຕັ້ງສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນລະດັບທ້ອງຖິ່ນ.
ຍສໝ - ຕອນເຊົ້າວັນທີ 21/9, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ໄດ້ສຳຫຼວດ, ຢ້ຽມຢາມບາງສິ່ງກໍ່ສ້າງ ແລະ ໂຄງການຮ່ວມມືມິດຕະພາບ ຫວຽດນາມ - ລາວ ຢູ່ນະຄອນຫຼວງວຽງຈັນ, ຄອບຄຸມຕັ້ງແຕ່ການຄຸ້ມຄອງປະຊາກອນ, ຄວາມໝັ້ນຄົງ ໄປຈົນເຖິງວັດທະນະທຳ ແລະ ການສຶກສາ. |
ຍສໝ - ພາຍຫຼັງໜຶ່ງປີແຫ່ງການຜັນຂະຫຍາຍມະຕິເລກທີ 72-NQ/TW ຂອງກົມການເມືອງ, ແນວທາງກວດສຸຂະພາບເປັນປະຈຳ ແລະ ກວດຄັດກອງສຸຂະພາບຟຣີໃຫ້ປະຊາຊົນ ພວມຖືກຫຼາຍທ້ອງຖິ່ນຫັນເປັນຮູບປະທຳຜ່ານບັນດາໄລຍະຂົນຂວາຍຈຸດສຸມ, ຕິດພັນກັບການສ້າງປຶ້ມສຸຂະພາບເອເລັກໂຕຣນິກ ແລະ ຄ່ອຍໆສ້າງຖານຂໍ້ມູນສຸຂະພາບຂອງປະຊາຊົນທົ່ວປະເທດ. |
ມິງດຶກ
