ຫວຽດນາມ - ລາວ ເຮັດໃຫ້ຄວາມຜູກພັນທາງຍຸດທະສາດເລິກເຊິ່ງຍິ່ງຂຶ້ນ, ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳ

14:22 | 22/09/2026

ຍສໝ - ວັນທີ 21/9, ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ໄດ້ດຳເນີນການເຈລະຈາກັບທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີຜູ້ປະຈຳລາວ, ເຫັນດີສືບຕໍ່ເຮັດໃຫ້ເນື້ອໃນ “ຄວາມຜູກພັນທາງຍຸດທະສາດ” ເລິກເຊິ່ງຍິ່ງຂຶ້ນ, ສ້າງການບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາໂຄງການ, ວິສາຫະກິດຂອງສອງປະເທດ.

ກະຈາຍພາສາຫວຽດ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ ຢູ່ ອັດຕະປື ຫວຽດນາມ - ລາວ ສືບຕໍ່ເຮັດໃຫ້ສາຍພົວພັນພິເສດເລິກເຊິ່ງຍິ່ງຂຶ້ນ

ຕາມຄຳເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ແຫ່ງ ສປປ ລາວ, ທ່ານ ຟ້າມຢາຕູກ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ໄດ້ນຳພາຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ໃນວັນທີ 21/9.

ທີ່ການເຈລະຈາ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບບັນດາຈຸດໃຫຍ່ກ່ຽວກັບສະພາບການ ແລະ ທິດທາງພັດທະນາຂອງແຕ່ລະປະເທດ, ໂດຍສະເພາະ ບັນດາໜ້າທີ່ທີ່ວາງອອກພາຍຫຼັງກອງປະຊຸມໃຫຍ່ພັກຂອງແຕ່ລະປະເທດ.

ທ່ານ ຟ້າມຢາຕູກ ເນັ້ນໜັກວ່າ ການປັບປຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ ແມ່ນໜ້າທີ່ຍຸດທະສາດ, ໄລຍະຍາວ, ປະກອບສ່ວນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພື້ນທີ່ພັດທະນາໃຫ້ແກ່ແຕ່ລະປະເທດ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕ້ອນຮັບ ແລະ ຕີລາຄາສູງການທີ່ທ່ານ ຟ້າມຢາຕູກ ມາຢ້ຽມຢາມລາວເປັນຄັ້ງທຳອິດໃນຕຳແໜ່ງໃໝ່; ໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ, ທັນການ, ດ້ວຍນ້ຳໃຈອັນຈິງໃຈ ແລະ ຈິດໃຈອັນສູງສົ່ງຂອງຫວຽດນາມ ແລະ ຢືນຢັນວ່າ ລາວຍາມໃດກໍໃຫ້ຄວາມສຳຄັນ, ຈັດວາງບຸລິມະສິດສູງສຸດໃຫ້ແກ່ສາຍພົວພັນພິເສດກັບຫວຽດນາມ.

ສອງຝ່າຍຕີລາຄາວ່າ ສາຍພົວພັນ ຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງຕັ້ງໜ້າ, ຮອບດ້ານ, ດ້ວຍລະດັບຄວາມໄວ້ວາງໃຈທາງການເມືອງສູງ, ການຮ່ວມມືປ້ອງກັນຊາດ - ຄວາມໝັ້ນຄົງ ນັບມື້ນັບແໜ້ນແຟ້ນ ແລະ ການຮ່ວມມືດ້ານເສດຖະກິດ, ການລົງທຶນ ມີຫຼາຍການປ່ຽນແປງ.

ຫວຽດນາມ - ລາວ ເຮັດໃຫ້ຄວາມຜູກພັນທາງຍຸດທະສາດເລິກເຊິ່ງຍິ່ງຂຶ້ນ, ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳ
ສອງຝ່າຍເຫັນດີສືບຕໍ່ເຮັດໃຫ້ເນື້ອໃນ “ຄວາມຜູກພັນທາງຍຸດທະສາດ” ເລິກເຊິ່ງຍິ່ງຂຶ້ນ, ສຸມໃສ່ຫັນບັນດາຂໍ້ຕົກລົງລະຫວ່າງສອງພັກ, ສອງປະເທດ ໃຫ້ເປັນຮູບປະທຳ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນ.

ໃນ 7 ເດືອນຕົ້ນປີ 2026, ຫວຽດນາມມີ 20 ໂຄງການລົງທຶນຢູ່ລາວ ດ້ວຍຍອດທຶນຈົດທະບຽນຫຼາຍກວ່າ 638 ລ້ານ USD, ເພີ່ມຂຶ້ນ 4,2 ເທົ່າ ທຽບໃສ່ໄລຍະດຽວກັນຂອງປີ 2025.

ສອງຝ່າຍຢືນຢັນວ່າ ຈະສືບຕໍ່ປະສານງານຢ່າງແໜ້ນແຟ້ນ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ບັນດາໂຄງການຈຸດສຸມ; ພ້ອມທັງເພີ່ມທະວີການຮ່ວມມືດ້ານການສຶກສາ - ຝຶກອົບຮົມ, ວັດທະນະທຳ, ການແລກປ່ຽນປະຊາຊົນ, ລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ປະສານງານຢູ່ບັນດາເວທີພາກພື້ນ, ສາກົນ.

ຮອງນາຍົກລັດຖະມົນຕີຜູ້ປະຈຳສອງທ່ານ ເຫັນດີສືບຕໍ່ເຮັດໃຫ້ເນື້ອໃນ “ຄວາມຜູກພັນທາງຍຸດທະສາດ” ເລິກເຊິ່ງຍິ່ງຂຶ້ນ, ສຸມໃສ່ຫັນບັນດາຂໍ້ຕົກລົງລະຫວ່າງສອງພັກ, ສອງປະເທດ ໃຫ້ເປັນຮູບປະທຳ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນ; ເພີ່ມທະວີການຮ່ວມມືປ້ອງກັນຊາດ - ຄວາມໝັ້ນຄົງ; ສ້າງການບຸກທະລຸໃນດ້ານເສດຖະກິດ, ການຄ້າ, ການລົງທຶນ; ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ກິລາ, ການທ່ອງທ່ຽວ, ການສຶກສາ, ທ້ອງຖິ່ນ ແລະ ການແລກປ່ຽນປະຊາຊົນ.

ສອງຝ່າຍຍັງເຫັນດີເລັ່ງລັດບັນດາໂຄງການຈຸດສຸມ, ຍົກສູງປະສິດທິຜົນການນຳໃຊ້ທຶນຊ່ວຍເຫຼືອ; ເພີ່ມທະວີການປະສານງານຢູ່ ASEAN, ສະຫະປະຊາຊາດ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ.

ຫວຽດນາມ ແລະ ລາວ ຈະປະສານງານກະກຽມບັນດາກິດຈະກຳລະນຶກ 65 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ລາວ (1962-2027) ແລະ 50 ປີ ແຫ່ງວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (1977-2027), ສືບຕໍ່ຢືນຢັນຄວາມຕັດສິນໃຈພູນສ້າງສາຍພົວພັນພິເສດລະຫວ່າງສອງພັກ, ສອງປະເທດ ໃຫ້ນັບມື້ນັບເລິກເຊິ່ງ, ມີປະສິດທິຜົນ ແລະ ຍືນຍົງ.

ແກ້ໄຂຂໍ້ຕິດຂັດໃຫ້ແກ່ວິສາຫະກິດສອງປະເທດ

ທັນທີພາຍຫຼັງການເຈລະຈາ, ທ່ານ ຟ້າມຢາຕູກ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ພົບປະກັບບາງວິສາຫະກິດຫວຽດນາມ, ລາວ ທີ່ພວມລົງທຶນ, ດຳເນີນທຸລະກິດຢູ່ສອງປະເທດ.

ບັນດາວິສາຫະກິດຫວຽດນາມ ສະເໜີໃຫ້ລັດຖະບານ ແລະ ອົງການທີ່ມີໜ້າທີ່ຂອງລາວ ສືບຕໍ່ແກ້ໄຂຂໍ້ຕິດຂັດ, ເລັ່ງລັດຂັ້ນຕອນດ້ານກົດໝາຍ, ທີ່ດິນ, ການຊົດເຊີຍ - ເວນຄືນພື້ນທີ່ ແລະ ການອະນຸມັດໂຄງການ; ປັບປຸງນະໂຍບາຍພາສີ, ສິດພິເສດ ແລະ ກົນໄກການລົງທຶນ; ປະຕິຮູບຂັ້ນຕອນບໍລິຫານ, ພາສີ, ແຮງງານ, ສ້າງສະພາບແວດລ້ອມການລົງທຶນ, ທຸລະກິດທີ່ໂປ່ງໃສ ແລະ ສະເໝີພາບ.

ບັນດາວິສາຫະກິດຫວຽດນາມ ຍັງສະເໜີໃຫ້ລາວໃຫ້ຄວາມສົນໃຈພັດທະນາໂຄງລ່າງຄົມມະນາຄົມ, ດ່ານຊາຍແດນ, logistics, ພະລັງງານ ແລະ ເພີ່ມທະວີການເຊື່ອມໂຍງກັບຫວຽດນາມ, ສ້າງເງື່ອນໄຂເລັ່ງລັດຄວາມຄືບໜ້າ, ເປີດກວ້າງຂອບຂະໜາດ ແລະ ຍົກສູງປະສິດທິຜົນບັນດາໂຄງການຮ່ວມມືລົງທຶນ.

ໃນຂະນະດຽວກັນ, ບັນດາວິສາຫະກິດລາວ ໄດ້ຍົກບາງຂໍ້ຕິດຂັດໃນເວລາຜັນຂະຫຍາຍບັນດາໂຄງການຮ່ວມມືກັບຫວຽດນາມ, ໃນນັ້ນ ມີບັນຫາທີ່ກ່ຽວຂ້ອງກັບສັນຍາຊື້-ຂາຍໄຟຟ້າ (PPA) ແລະ ການຂຸດຄົ້ນນຳໃຊ້ທ່າເຮືອ ຫວູງອາງ.

ຜູ້ຕາງໜ້າວິສາຫະກິດຮ່ວມທຶນທ່າເຮືອສາກົນ ລາວ - ຫວຽດນາມ ສະເໜີໃຫ້ພິຈາລະນາກົນໄກທີ່ເໝາະສົມ ເພື່ອໃຫ້ວິສາຫະກິດສາມາດສືບຕໍ່ສະໜອງບໍລິການສາງ, ຂົນຖ່າຍສິນຄ້າ ແລະ ໂຄງລ່າງທ່າເຮືອ, ຮັບປະກັນປະສິດທິຜົນການນຳໃຊ້, ສ້າງຄວາມສະດວກໃຫ້ກິດຈະກຳ logistics ແລະ ການນຳເຂົ້າ - ສົ່ງອອກຂອງລາວ.

ທ່ານ ຟ້າມຢາຕູກ ສະເໜີໃຫ້ລັດຖະບານລາວ ແລະ ບັນດາກະຊວງ, ຂະແໜງການ ໃຫ້ຄວາມສົນໃຈ, ຊີ້ນຳບັນດາອົງການທີ່ມີໜ້າທີ່ຄົ້ນຄວ້າ, ໂດຍໄວ ມີມາດຕະການແກ້ໄຂຜົນປະໂຫຍດຂອງບັນດາຝ່າຍຢ່າງກົມກຽວ ບົນຈິດໃຈສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ຜ່ານນັ້ນ ຊຸກຍູ້ການຮ່ວມມືລົງທຶນ, ການຄ້າລະຫວ່າງສອງປະເທດໃຫ້ນັບມື້ນັບມີປະສິດທິຜົນ, ເປັນຮູບປະທຳ.

ທ່ານຍັງຢືນຢັນວ່າ ຫວຽດນາມໃຫ້ຄຳໝັ້ນວ່າຈະສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາວິສາຫະກິດລາວ ລົງທຶນ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ຫວຽດນາມ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບຮູ້ ແລະ ຮັບເອົາບັນດາຄຳເຫັນ, ຂໍ້ສະເໜີຂອງວິສາຫະກິດສອງປະເທດ, ພ້ອມທັງຢືນຢັນວ່າ ລັດຖະບານລາວຈະສືບຕໍ່ທົບທວນ, ດັດແກ້, ເພີ່ມເຕີມບັນດາລະບຽບການທີ່ຍັງບໍ່ເໝາະສົມ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາໂຄງການລົງທຶນ ແລະ ການປະຕິບັດບັນດານະໂຍບາຍ, ຂໍ້ຕົກລົງທີ່ສອງປະເທດໄດ້ເຫັນດີນຳກັນ.

ທ່ານ ສະເຫຼີມໄຊ ກົມມະສິດ ສະເໜີໃຫ້ວິສາຫະກິດສອງປະເທດ ສືບຕໍ່ເພີ່ມທະວີການຮ່ວມມື, ຮ່ວມກັນລົງທຶນ, ຮ່ວມກັນພັດທະນາ, ນຳມາເຊິ່ງຜົນປະໂຫຍດທີ່ເປັນຮູບປະທຳໃຫ້ແກ່ສອງຝ່າຍ ແລະ ປະກອບສ່ວນປັບປຸງສາຍພົວພັນສາມັກຄີພິເສດ ຫວຽດນາມ - ລາວ.

ຈາກຫ້ອງຮຽນພາສາລາວ ສູ່ຂົວເຊື່ອມມິດຕະພາບ ຫວຽດນາມ - ລາວ ຈາກຫ້ອງຮຽນພາສາລາວ ສູ່ຂົວເຊື່ອມມິດຕະພາບ ຫວຽດນາມ - ລາວ
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນຊາດຫວຽດນາມ, ທ່ານ ຫງວຽນມິງເຕິມ, ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຄາດຫວັງວ່າ ບັນດາພະນັກງານທີ່ພວມຮຽນພາສາລາວຢູ່ມະຫາວິທະຍາໄລແຫ່ງຊາດລາວ ຈະບໍ່ພຽງແຕ່ຍົກສູງຄວາມສາມາດດ້ານພາສາເທົ່ານັ້ນ, ຫາກຍັງກາຍເປັນ “ທູດວັດທະນະທຳ”, ປະກອບສ່ວນທະນຸຖະໜອມສາຍພົວພັນພິເສດລະຫວ່າງສອງປະເທດ.
ເພີ່ມທະວີການຮ່ວມມື ຫວຽດນາມ - ລາວ: ດຽນບຽນ ຈັດຊຸດບຳລຸງວິຊາສະເພາະ ໃຫ້ແກ່ ພະນັກງານ 14 ທ່ານ ຈາກ ອຸດົມໄຊ ແລະ ຜົ້ງສາລີ ເພີ່ມທະວີການຮ່ວມມື ຫວຽດນາມ - ລາວ: ດຽນບຽນ ຈັດຊຸດບຳລຸງວິຊາສະເພາະ ໃຫ້ແກ່ ພະນັກງານ 14 ທ່ານ ຈາກ ອຸດົມໄຊ ແລະ ຜົ້ງສາລີ
ຍສໝ - ໃນຕອນເຊົ້າວັນທີ 14 ກັນຍາ, ຊຸດບຳລຸງ, ຝຶກອົບຮົມ ແລະ ຄົ້ນຄວ້າຕົວຈິງ ເປັນເວລາ 1 ເດືອນ ສຳລັບ ພະນັກງານ 14 ທ່ານ ທີ່ມາຈາກ 2 ແຂວງ ທາງພາກເໜືອຂອງລາວ ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ທີ່ ດຽນບຽນ. ໂຄງການນີ້ ສືບຕໍ່ຢືນຢັນບົດບາດສຳຄັນ ຂອງວຽກງານການຝຶກອົບຮົມ ໃນການຮັດແຫນ້ນ ສາຍພົວພັນການຮ່ວມມືຮອບດ້ານ ລະຫວ່າງ ບັນດາທ້ອງຖິ່ນຂອງສອງປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ