| ສະເຫຼີມສະຫຼອງວັນຊາດ ຢູ່ ໂຕກຽວ: ຫວຽດນາມ ແລະ ຍີ່ປຸ່ນ ຮັດແໜ້ນສາຍພົວພັນ, ພ້ອມກັນສ້າງສາອະນາຄົດ ຫວຽດນາມ - ຍີ່ປຸ່ນ ເປີດກວ້າງການຮ່ວມມືດ້ານການຝຶກອົບຮົມ ແລະ ເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ |
ງານບຸນຈັດໂດຍສະໂມສອນ VIMOSA, ສະຫະກອນ JV Group ປະສານສົມທົບກັບສະມາຄົມຊາວຫວຽດນາມຢູ່ Ibaraki, ໂດຍມີສູນສົ່ງເສີມວັດທະນະທຳ - ການສຶກສາ ຫວຽດນາມ - ຍີ່ປຸ່ນ (VJCE) ຮ່ວມດຳເນີນງານ, ພ້ອມກັບການປະສານງານ, ຊ່ວຍໜູນຈາກສະຖານທູດຫວຽດນາມປະຈຳຍີ່ປຸ່ນ, ອຳນາດການປົກຄອງແຂວງ Ibaraki, ນະຄອນ Joso ແລະ ບັນດາອົງການ, ສະມາຄົມ, ວິສາຫະກິດຂອງສອງປະເທດ.
ນີ້ແມ່ນຄັ້ງທຳອິດທີ່ງານບຸນຫວຽດນາມຂະໜາດໃຫຍ່ ຖືກຈັດຂຶ້ນຢູ່ແຂວງ Ibaraki - ທ້ອງຖິ່ນທີ່ມີຫຼາຍກິດຈະກຳຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດກະສິກຳ, ຊັບພະຍາກອນມະນຸດ, ການຄ້າ, ການລົງທຶນ ແລະ ການແລກປ່ຽນທ້ອງຖິ່ນ.
ຜ່ານບັນດາກິດຈະກຳວັດທະນະທຳ, ສິລະປະ, ອາຫານ ແລະ ການແລກປ່ຽນປະຊາຄົມ, ງານບຸນໄດ້ແນະນຳໃຫ້ປະຊາຊົນຍີ່ປຸ່ນຮູ້ຈັກບັນດາລັກສະນະອັນໂດດເດັ່ນຂອງປະເທດ ແລະ ປະຊາຊົນຫວຽດນາມ. ພ້ອມກັນນັ້ນ, ງານຍັງສ້າງພື້ນທີ່ໃຫ້ປະຊາຄົມຊາວຫວຽດນາມຢູ່ Ibaraki ໄດ້ພົບປະ, ແລກປ່ຽນກັບປະຊາຊົນທ້ອງຖິ່ນ, ອຳນາດການປົກຄອງ, ບັນດາອົງການ ແລະ ວິສາຫະກິດຍີ່ປຸ່ນ.
ກ່າວຄຳປາໄສທີ່ພິທີເປີດ, ທ່ານ ຟ້າມກວາງຮຽວ, ເອກອັກຄະລັດຖະທູດຫວຽດນາມປະຈຳຍີ່ປຸ່ນ ເນັ້ນໜັກເຖິງຄວາມໝາຍຂອງການຈັດງານບຸນຫວຽດນາມຢູ່ Ibaraki ເປັນຄັ້ງທຳອິດ ໃນສະພາບທີ່ສາຍພົວພັນ ຫວຽດນາມ - ຍີ່ປຸ່ນ ສືບຕໍ່ພັດທະນາຢ່າງເລິກເຊິ່ງ ແລະ ກວ້າງຂວາງ.
![]() |
| ທ່ານ ຟ້າມກວາງຮຽວ, ເອກອັກຄະລັດຖະທູດຫວຽດນາມປະຈຳຍີ່ປຸ່ນ ກ່າວຄຳປາໄສທີ່ງານ. |
ຕາມທ່ານເອກອັກຄະລັດຖະທູດ, ສາຍພົວພັນສອງປະເທດ ບໍ່ພຽງແຕ່ຖືກຊຸກຍູ້ໃນລະດັບລັດຖະບານ ແຕ່ຍັງໄດ້ຮັບການພູນສ້າງຜ່ານການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ວິສາຫະກິດ ແລະ ການແລກປ່ຽນປະຊາຊົນ. ບັນດາກິດຈະກຳແລກປ່ຽນວັດທະນະທຳ ເຊັ່ນ ງານບຸນຫວຽດນາມຢູ່ Ibaraki ປະກອບສ່ວນໂຄສະນາພາບລັກຂອງປະເທດ, ປະຊາຊົນຫວຽດນາມ, ພ້ອມທັງເພີ່ມທະວີຄວາມເຂົ້າໃຈ ແລະ ມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ປັດຈຸບັນ, Ibaraki ແມ່ນໜຶ່ງໃນບັນດາທ້ອງຖິ່ນຂອງຍີ່ປຸ່ນ ທີ່ມີສາຍພົວພັນຮ່ວມມືທີ່ໂດດເດັ່ນກັບຫວຽດນາມ. ຄຽງຄູ່ກັບບັນດາຂົງເຂດຊັບພະຍາກອນມະນຸດ, ກະສິກຳ, ການຄ້າ ແລະ ການລົງທຶນ, ກິດຈະກຳແລກປ່ຽນລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ ນັບມື້ນັບຖືກເປີດກວ້າງ.
ປະຊາຄົມຊາວຫວຽດນາມຢູ່ Ibaraki ກໍພັດທະນາຢ່າງໄວວາ. ດ້ວຍຈຳນວນຫຼາຍກວ່າ 21.000 ຄົນ, ປັດຈຸບັນ ຊາວຫວຽດນາມແມ່ນປະຊາຄົມຊາວຕ່າງປະເທດທີ່ມີຈຳນວນຫຼາຍທີ່ສຸດຢູ່ແຂວງ, ພວມດຳລົງຊີວິດ, ສຶກສາ ແລະ ເຮັດວຽກຢູ່ຫຼາຍທ້ອງຖິ່ນ.
ທ່ານ ຫງວຽນຄັກຕຸ່ງ, ຫົວໜ້າຄະນະຈັດງານບຸນຫວຽດນາມຢູ່ Ibaraki 2026 ໃຫ້ຮູ້ວ່າ ງານດັ່ງກ່າວແມ່ນຜົນຈາກຂະບວນການກະກຽມ ແລະ ຄວາມປາຖະໜາທີ່ມີມາດົນນານຂອງປະຊາຄົມຊາວຫວຽດນາມຢູ່ທ້ອງຖິ່ນ.
![]() |
| ບັນດາຜູ້ແທນ ປະຕິບັດພິທີຕັດແຖບຜ້າເປີດງານບຸນ. |
ຕາມທ່ານ, ງານບຸນຖືກຈັດຂຶ້ນດ້ວຍຄວາມປາຖະໜາຢາກສ້າງງານບຸນຮ່ວມແຫ່ງໜຶ່ງ, ບ່ອນທີ່ປະຊາຄົມຊາວຫວຽດນາມ ສາມາດແນະນຳບັນດາຄຸນຄ່າວັດທະນະທຳອັນດີງາມຂອງບ້ານເກີດໃຫ້ແກ່ປະຊາຊົນຍີ່ປຸ່ນ, ພ້ອມທັງເພີ່ມທະວີຄວາມຜູກພັນຂອງຊາວຫວຽດນາມກັບທ້ອງຖິ່ນທີ່ຕົນພວມດຳລົງຊີວິດ.
ທ່ານ ຫງວຽນກົງຈິ່ງ, ຫົວໜ້າຄະນະວັດທະນະທຳ VJCE ເຫັນວ່າ ງານບຸນບໍ່ພຽງແຕ່ເປັນໂອກາດໃຫ້ປະຊາຄົມຊາວຫວຽດນາມເຕົ້າໂຮມກັນ, ຮັກສາເອກະລັກວັດທະນະທຳຂອງຊາດ ແຕ່ຍັງສະແດງເຖິງຈິດໃຈເຊື່ອມໂຍງ, ເປັນເຈົ້າການເຊື່ອມຕໍ່ກັບສັງຄົມຍີ່ປຸ່ນ.
ຈາກພື້ນຖານການແລກປ່ຽນວັດທະນະທຳ, ບັນດາໜ່ວຍງານຈັດງານຄາດຫວັງວ່າ ງານບຸນຈະເປີດກວ້າງການເຊື່ອມໂຍງເພີ່ມຕື່ມ ໃນບັນດາຂົງເຂດວິສາຫະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ກະສິກຳ, ການສຶກສາ ແລະ ຊັບພະຍາກອນມະນຸດ.
ເຖິງວ່າສະພາບອາກາດມີຝົນຕົກ, ແຕ່ງານບຸນຍັງຄົງດຶງດູດຊາວຫວຽດນາມ ແລະ ປະຊາຊົນຍີ່ປຸ່ນຈຳນວນຫຼາຍເຂົ້າຮ່ວມ. ບັນດາກິດຈະກຳວັດທະນະທຳ, ສິລະປະ, ອາຫານ ແລະ ການແລກປ່ຽນປະຊາຄົມ ດຳເນີນໄປຢ່າງຄຶກຄື້ນ, ສ້າງບັນຍາກາດໃກ້ຊິດ, ເປັນມິດລະຫວ່າງປະຊາຊົນສອງປະເທດ.
ການຈັດງານບຸນຫວຽດນາມຢູ່ນະຄອນ Joso ຍັງສະແດງໃຫ້ເຫັນວ່າ ບັນດາກິດຈະກຳແລກປ່ຽນ ຫວຽດນາມ - ຍີ່ປຸ່ນ ນັບມື້ນັບເປີດກວ້າງຈາກບັນດານະຄອນໃຫຍ່ໄປສູ່ທ້ອງຖິ່ນ, ບ່ອນທີ່ປະຊາຄົມຊາວຫວຽດນາມດຳລົງຊີວິດ, ສຶກສາ, ອອກແຮງງານ ແລະ ປະກອບສ່ວນໂດຍກົງຕໍ່ການພັດທະນາເສດຖະກິດ - ສັງຄົມຂອງຍີ່ປຸ່ນ.
ດ້ວຍການຮ່ວມດຳເນີນງານຂອງບັນດາອົງການຕາງໜ້າຫວຽດນາມຢູ່ຍີ່ປຸ່ນ, ອຳນາດການປົກຄອງທ້ອງຖິ່ນ, ບັນດາອົງການ, ວິສາຫະກິດ ແລະ ປະຊາຄົມຂອງສອງປະເທດ, ງານບຸນຫວຽດນາມຢູ່ Ibaraki ຖືກຄາດຫວັງວ່າ ຈະກາຍເປັນກິດຈະກຳປະຈຳປີ, ປະກອບສ່ວນສ້າງຂົວເຊື່ອມເພີ່ມຕື່ມດ້ານວັດທະນະທຳ, ປະຊາຄົມ ແລະ ການຮ່ວມມືລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ.
ຍສໝ - ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Osaka (ຍີ່ປຸ່ນ) ຫາກໍ່ປະສານກັບສູນສົ່ງເສີມການຮ່ວມມືວັດທະນະທຳ, ການສຶກສາ ຫວຽດນາມ - ຍີ່ປຸ່ນ (VJCE) ຈັດກອງເສວະນາ “ຊາວໜຸ່ມຫວຽດນາມຢູ່ຍີ່ປຸ່ນ - ມະຕິເລກທີ 23-NQ/TW, ສົ່ງເສີມບົດບາດຂອງຄົນຮຸ່ນໜຸ່ມ”. |
ຍສໝ - ເນື່ອງໃນໂອກາດຄົບຮອບ 53 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ຍີ່ປຸ່ນ (21/9/1973 - 21/9/2026), ທ່ານ Ito Naoki, ເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ ເນັ້ນໜັກວ່າ ລະດັບຄວາມໄວ້ວາງໃຈສູງລະຫວ່າງລັດຖະບານ ແລະ ປະຊາຊົນສອງປະເທດ ແມ່ນພື້ນຖານສຳຄັນເພື່ອສືບຕໍ່ເປີດກວ້າງການຮ່ວມມື ຈາກການແລກປ່ຽນປະຊາຊົນ, ການສຶກສາ ໄປຈົນເຖິງເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ພະລັງງານ ແລະ ປ້ອງກັນຊາດ. |
ມິງດຶກ

