ວຽກງານຕ່າງປະເທດຫວຽດນາມ ຫັນຈາກການກຳນົດທິດ ໄປສູ່ການກະທຳທີ່ເປັນຮູບປະທຳ

13:50 | 18/09/2026

ຍສໝ - ທີ່ກອງປະຊຸມຂ່າວປະຈຳງວດ ໃນຕອນບ່າຍວັນທີ 17/9, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ເຫັນວ່າ ບັນດາກິດຈະກຳການຕ່າງປະເທດຂັ້ນສູງໃນໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງການປ່ຽນໃໝ່ທັງດ້ານແນວຄິດ, ວິທີເຂົ້າຫາ ແລະ ຮູບແບບການຜັນຂະຫຍາຍ, ໃນນັ້ນ ບັນດາຄຳໝັ້ນສັນຍາ ແລະ ຂໍ້ຕົກລົງ ນັບມື້ນັບຖືກຮຽກຮ້ອງໃຫ້ຫັນເປັນບັນດາໂຄງການ, ແຜນການ ແລະ ໂຄງການສະເພາະ ເພື່ອຮັບໃຊ້ການພັດທະນາປະເທດ.

ການເດີນທາງໄປປະຕິບັດງານຢູ່ອິນເດຍຂອງນາຍົກລັດຖະມົນຕີ ເລມິງຮຶງ: ເປີດກວ້າງພື້ນທີ່ຫຼາຍຝ່າຍ, ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳ ທຸງຊາດຫວຽດນາມຈະຖືກຊັກຂຶ້ນໃນພິທີຕ້ອນຮັບບັນດາຄະນະເຂົ້າຮ່ວມ ASIAD 20

ໃນໄລຍະຜ່ານມານີ້, ຜູ້ນຳຂັ້ນສູງຫວຽດນາມ ໄດ້ດຳເນີນຫຼາຍກິດຈະກຳການຕ່າງປະເທດທີ່ສຳຄັນ, ລວມມີ ການຢ້ຽມຢາມຣັດເຊຍ, ຝຣັ່ງ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາວະກາດ ຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ; ການເດີນທາງໄປປະຕິບັດງານຂອງທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ BRICS ຢູ່ອິນເດຍ; ການເດີນທາງໄປປະຕິບັດງານຢູ່ ສ.ເກົາຫຼີ, ມົງໂກນ ຂອງທ່ານ ເຈິ່ນແທງເໝີນ, ປະທານສະພາແຫ່ງຊາດ ແລະ ການເດີນທາງໄປປະຕິບັດງານຢູ່ສິງກະໂປ ຂອງທ່ານ ເຈິ່ນເກິ໋ມຕູ໊, ກຳມະການປະຈຳຄະນະເລຂາທິການ.

ວຽກງານຕ່າງປະເທດຫວຽດນາມ ຫັນຈາກການກຳນົດທິດ ໄປສູ່ການກະທຳທີ່ເປັນຮູບປະທຳ
Người phát ngôn Bộ Ngoại giao Phạm Thu Hằng nhấn mạnh đối ngoại và hợp tác quốc tế cần tạo thêm nguồn lực, động lực cho phát triển đất nước.

ທີ່ກອງປະຊຸມຂ່າວປະຈຳງວດຂອງກະຊວງການຕ່າງປະເທດ ໃນຕອນບ່າຍວັນທີ 17/9, ຕອບຄຳຖາມກ່ຽວກັບບັນດາການປ່ຽນແປງໃນແນວຄິດ ແລະ ວິທີເຂົ້າຫາດ້ານການຕ່າງປະເທດຂອງຫວຽດນາມໃນປັດຈຸບັນ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ການນຳພັກ, ລັດ ໄດ້ດຳເນີນຫຼາຍກິດຈະກຳການຕ່າງປະເທດຂັ້ນສູງ ແນໃສ່ປະຕິບັດແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ.

ຕາມທ່ານນາງ ຟ້າມທູຮັ່ງ, ບັນດາກິດຈະກຳເຫຼົ່ານີ້ ມີຄວາມໝາຍສຳຄັນທັງໃນດ້ານສອງຝ່າຍ ແລະ ຫຼາຍຝ່າຍ. ຫວຽດນາມ ຍັງໄດ້ຕ້ອນຮັບຫຼາຍຄະນະຜູ້ນຳຂັ້ນສູງຂອງບັນດາປະເທດມາຢ້ຽມຢາມ, ຜ່ານນັ້ນ ສືບຕໍ່ຫັນແນວທາງການຕ່າງປະເທດທີ່ເປີດກວ້າງ, ເອກະລາດ, ເປັນເຈົ້າການ, ກຸ້ມຕົນເອງ, ສັນຕິພາບ, ມິດຕະພາບ, ຫຼາກຫຼາຍສາຍພົວພັນ, ຫຼາຍຝ່າຍ; ເປັນມິດ, ຄູ່ຮ່ວມທີ່ໄວ້ວາງໃຈໄດ້ ແລະ ສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ໃຫ້ເປັນຮູບປະທຳ.

ທ່ານນາງ ໂຄສົກກະຊວງການຕ່າງປະເທດ ເຫັນວ່າ ຈຸດທີ່ສະແດງອອກຢ່າງຈະແຈ້ງເຖິງການປ່ຽນໃໝ່ດ້ານແນວຄິດ ແມ່ນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ກຳນົດ ແລະ ຍົກລະດັບບົດບາດນຳໜ້າ, ໜ້າທີ່ສຳຄັນຍິ່ງ, ເປັນປະຈຳ ຂອງວຽກງານຕ່າງປະເທດ, ຜ່ານນັ້ນ ຮັບໃຊ້ຢ່າງມີປະສິດທິຜົນ, ເປັນຮູບປະທຳ ຕໍ່ບັນດາເປົ້າໝາຍພັດທະນາ ແລະ ປົກປ້ອງປິຕຸພູມ.

ຕາມທ່ານນາງ ຟ້າມທູຮັ່ງ, ວຽກງານຕ່າງປະເທດ ແລະ ການຮ່ວມມືສາກົນ ຈຳເປັນຕ້ອງສ້າງແຫຼ່ງກຳລັງ ແລະ ພະລັງງານ ໃຫ້ແກ່ການພັດທະນາປະເທດ ແລະ ປະກອບສ່ວນສ້າງສັນກຳລັງແຫ່ງຊາດ. ເນື້ອໃນຂອງຄວາມເປັນເອກະລາດດ້ານຍຸດທະສາດ ກໍຕ້ອງຖືກສະແດງອອກໃນແຕ່ລະການຢ້ຽມຢາມ, ແຕ່ລະຂໍ້ຕົກລົງ, ພ້ອມກັນນັ້ນ ບັນດາຄຳໝັ້ນສັນຍາ ຈຳເປັນຕ້ອງຖືກຫັນເປັນບັນດາຜົນງານສະເພາະ, ມີປະສິດທິຜົນ ແລະ ເປັນຮູບປະທຳ.

ເມື່ອຫວນຄືນເບິ່ງບັນດາກິດຈະກຳການຕ່າງປະເທດໃນໄລຍະຜ່ານມາ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ເຫັນວ່າ ການປ່ຽນໃໝ່ໄດ້ສະແດງອອກທັງໃນແນວທາງ ແລະ ການກະທຳຕົວຈິງ. ພາຍຫຼັງແຕ່ລະກິດຈະກຳການຕ່າງປະເທດຂັ້ນສູງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຫວຽດນາມ ຈຳເປັນຕ້ອງຫັນບັນດາຂໍ້ຕົກລົງຂັ້ນສູງໃຫ້ເປັນບັນດາໂຄງການ, ແຜນການ ແລະ ໂຄງການສະເພາະ ທີ່ສອດຄ່ອງກັບຂົງເຂດ, ຂະແໜງການ ແລະ ທ້ອງຖິ່ນຂອງຕົນ.

ຊ່ຽວຊານອິນເດຍ: BRICS ເປີດພື້ນທີ່ຍຸດທະສາດເພີ່ມຕື່ມໃຫ້ຫວຽດນາມ ຊ່ຽວຊານອິນເດຍ: BRICS ເປີດພື້ນທີ່ຍຸດທະສາດເພີ່ມຕື່ມໃຫ້ຫວຽດນາມ
ຍສໝ - ຕາມທ່ານ S.D. Pradhan, ອະດີດຮອງທີ່ປຶກສາຄວາມໝັ້ນຄົງແຫ່ງຊາດອິນເດຍ, ຖານະປະເທດຄູ່ຮ່ວມ BRICS ສ້າງເງື່ອນໄຂເພີ່ມຕື່ມໃຫ້ຫວຽດນາມຫຼາກຫຼາຍສາຍພົວພັນ, ຂະຫຍາຍຕະຫຼາດ, ດຶງດູດເຕັກໂນໂລຊີ, ການລົງທຶນ ແລະ ເພີ່ມທະວີຄວາມເປັນເອກະລາດດ້ານຍຸດທະສາດ, ໃນຂະນະທີ່ຍັງຄົງຮັກສາ ASEAN ໄວ້ໃນຖານະພື້ນຖານ ແລະ ປັບປຸງສາຍພົວພັນກັບບັນດາຄູ່ຮ່ວມອື່ນ.
ເພີ່ມທະວີການຮ່ວມມື ຫວຽດນາມ - ລາວ: ດຽນບຽນ ຈັດຊຸດບຳລຸງວິຊາສະເພາະ ໃຫ້ແກ່ ພະນັກງານ 14 ທ່ານ ຈາກ ອຸດົມໄຊ ແລະ ຜົ້ງສາລີ ເພີ່ມທະວີການຮ່ວມມື ຫວຽດນາມ - ລາວ: ດຽນບຽນ ຈັດຊຸດບຳລຸງວິຊາສະເພາະ ໃຫ້ແກ່ ພະນັກງານ 14 ທ່ານ ຈາກ ອຸດົມໄຊ ແລະ ຜົ້ງສາລີ
ຍສໝ - ໃນຕອນເຊົ້າວັນທີ 14 ກັນຍາ, ຊຸດບຳລຸງ, ຝຶກອົບຮົມ ແລະ ຄົ້ນຄວ້າຕົວຈິງ ເປັນເວລາ 1 ເດືອນ ສຳລັບ ພະນັກງານ 14 ທ່ານ ທີ່ມາຈາກ 2 ແຂວງ ທາງພາກເໜືອຂອງລາວ ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ທີ່ ດຽນບຽນ. ໂຄງການນີ້ ສືບຕໍ່ຢືນຢັນບົດບາດສຳຄັນ ຂອງວຽກງານການຝຶກອົບຮົມ ໃນການຮັດແຫນ້ນ ສາຍພົວພັນການຮ່ວມມືຮອບດ້ານ ລະຫວ່າງ ບັນດາທ້ອງຖິ່ນຂອງສອງປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ