ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ຢ້ຽມຢາມບັນດາໂຄງການຮ່ວມມື ຫວຽດນາມ - ລາວ

14:31 | 22/09/2026

ຍສໝ - ຕອນເຊົ້າວັນທີ 21/9, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ໄດ້ສຳຫຼວດ, ຢ້ຽມຢາມບາງສິ່ງກໍ່ສ້າງ ແລະ ໂຄງການຮ່ວມມືມິດຕະພາບ ຫວຽດນາມ - ລາວ ຢູ່ນະຄອນຫຼວງວຽງຈັນ, ຄອບຄຸມຕັ້ງແຕ່ການຄຸ້ມຄອງປະຊາກອນ, ຄວາມໝັ້ນຄົງ ໄປຈົນເຖິງວັດທະນະທຳ ແລະ ການສຶກສາ.

ຫວຽດນາມ - ລາວ ສືບຕໍ່ເຮັດໃຫ້ສາຍພົວພັນພິເສດເລິກເຊິ່ງຍິ່ງຂຶ້ນ ຫວຽດນາມ - ລາວ ເຮັດໃຫ້ຄວາມຜູກພັນທາງຍຸດທະສາດເລິກເຊິ່ງຍິ່ງຂຶ້ນ, ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳ

ການຢ້ຽມຢາມຄັ້ງນີ້ ດຳເນີນຕາມຄຳເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານລາວ.

ບັນດາສະຖານທີ່ທີ່ຄະນະໄປຢ້ຽມຢາມ ປະກອບມີ ໂຄງການກໍ່ສ້າງລະບົບຄຸ້ມຄອງປະຊາກອນ ແລະ ບັດປະຈຳຕົວພົນລະເມືອງ, ໂຄງການສູນບັນຊາຄວາມໝັ້ນຄົງ ກະຊວງຕຳຫຼວດລາວ, ສວນມິດຕະພາບ ລາວ - ຫວຽດນາມ ແລະ ສະຖານທີ່ຄາດວ່າຈະກໍ່ສ້າງມະຫາວິທະຍາໄລມິດຕະພາບ ລາວ - ຫວຽດນາມ.

ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ຢ້ຽມຢາມບັນດາໂຄງການຮ່ວມມື ຫວຽດນາມ - ລາວ
ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ຮັບຟັງການແນະນຳກ່ຽວກັບໂຄງການກໍ່ສ້າງລະບົບຄຸ້ມຄອງປະຊາກອນ ແລະ ບັດປະຈຳຕົວພົນລະເມືອງຢູ່ລາວ.

ຊ່ວຍໜູນລາວທັນສະໄໝວຽກງານຄຸ້ມຄອງປະຊາກອນ, ຄວາມໝັ້ນຄົງ

ໂຄງການກໍ່ສ້າງລະບົບຄຸ້ມຄອງປະຊາກອນ ແລະ ບັດປະຈຳຕົວພົນລະເມືອງຢູ່ລາວ ແມ່ນໂຄງການທີ່ກະຊວງຕຳຫຼວດຫວຽດນາມ ຊ່ວຍໜູນກະຊວງຕຳຫຼວດລາວ, ໂດຍພັດທະນາບົນພື້ນຖານດິຈິຕອນ.

ລະບົບໄດ້ປະສົມປະສານບັນດາຂໍ້ມູນພື້ນຖານຂອງປະຊາຊົນ ເຊັ່ນ: ຊື່ - ນາມສະກຸນ, ວັນເດືອນປີເກີດ, ເພດ, ສັນຊາດ, ບ່ອນຢູ່ອາໄສ, ສາຍພົວພັນຄອບຄົວ... ພ້ອມທັງເຊື່ອມຕໍ່ກັບລະບົບຂໍ້ມູນພູມສາດ (GIS).

ການຫັນຂໍ້ມູນປະຊາກອນເປັນດິຈິຕອນຕາມແຕ່ລະພື້ນທີ່ ຊ່ວຍໃຫ້ອົງການທີ່ມີໜ້າທີ່ ຕິດຕາມການປ່ຽນແປງຂອງປະຊາກອນ, ກວດກາ ແລະ ຄົ້ນພົບຂໍ້ມູນຊ້ຳຊ້ອນ, ຜິດປົກກະຕິ, ຜ່ານນັ້ນ ຍົກສູງປະສິດທິຜົນການຄຸ້ມຄອງປະຊາກອນ ແລະ ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບ.

ແຫຼ່ງຂໍ້ມູນນີ້ ຍັງສາມາດນຳໃຊ້ຮັບໃຊ້ວຽກງານວາງແຜນ, ພັດທະນາເສດຖະກິດ - ສັງຄົມ, ໃນນັ້ນ ມີການວາງແຜນໂຮງຮຽນ, ສະຖານພະຍາບານ, ໂຄງລ່າງໄຟຟ້າ, ນ້ຳ, ຄົມມະນາຄົມ; ຈັດສັນງົບປະມານ, ຊັບພະຍາກອນມະນຸດ ແລະ ຊ່ວຍໜູນກຳລັງຕຳຫຼວດ ໃນການປ້ອງກັນ, ຕ້ານອາດຊະຍາກຳ, ຮັກສາຄວາມເປັນລະບຽບ ແລະ ຄວາມປອດໄພຂອງສັງຄົມ.

ລະບົບຖືກອອກແບບດ້ວຍຂໍ້ກຳນົດດ້ານຄວາມປອດໄພສູງ, ມີການແບ່ງສິດເຂົ້າເຖິງ, ບັນທຶກຮ່ອງຮອຍການເຄື່ອນໄຫວ ແລະ ສາມາດເຊື່ອມຕໍ່ກັບບັນດາລະບົບຂໍ້ມູນອື່ນໆ.

ໃນຂົງເຂດບັດປະຈຳຕົວພົນລະເມືອງ, ສອງຝ່າຍສືບຕໍ່ປະສານງານ, ຊ່ວຍໜູນການຮັບເອົາເອກະສານ, ອອກບັດປະຈຳຕົວພົນລະເມືອງໃນຂອບເຂດທົ່ວປະເທດ; ພັດທະນາບັນດາຄຸນປະໂຫຍດ, ໂປຣແກຣມລະບຸຕົວຕົນທາງອິເລັກໂຕຣນິກ, ຖານຂໍ້ມູນປະຊາກອນ ແລະ ບັດປະຈຳຕົວພົນລະເມືອງຕິດຊິບ, ຮັບໃຊ້ການຄຸ້ມຄອງລັດ ແລະ ການປະຕິຮູບບໍລິຫານ.

ໂຄງການປະກອບສ່ວນຊ່ວຍໜູນລາວ ທັນສະໄໝວຽກງານຄຸ້ມຄອງປະຊາກອນ, ຊຸກຍູ້ການຫັນປ່ຽນດິຈິຕອນໃນການຄຸ້ມຄອງລັດ, ພ້ອມທັງສະແດງເຖິງການຮ່ວມມື, ຊ່ວຍໜູນທີ່ເປັນຮູບປະທຳລະຫວ່າງກະຊວງຕຳຫຼວດສອງປະເທດ.

ຄຽງຄູ່ກັບລະບົບຄຸ້ມຄອງປະຊາກອນ ແລະ ບັດປະຈຳຕົວພົນລະເມືອງ, ໂຄງການສູນບັນຊາຄວາມໝັ້ນຄົງ ກະຊວງຕຳຫຼວດລາວ ກໍແມ່ນສິ່ງກໍ່ສ້າງທີ່ກະຊວງຕຳຫຼວດຫວຽດນາມ ຊ່ວຍໜູນ, ແນໃສ່ຕອບສະໜອງຂໍ້ກຳນົດດ້ານສະຖານທີ່ເຮັດວຽກ ແລະ ການບັນຊາຂອງກຳລັງຕຳຫຼວດລາວ.

ສູນດັ່ງກ່າວ ຖືກກໍ່ສ້າງດ້ວຍອາຄານເຮັດວຽກ 8 ຊັ້ນ, ມີເນື້ອທີ່ພື້ນລວມປະມານ 28.000 m², ພ້ອມກັບລະບົບໂຄງລ່າງເຕັກນິກທີ່ຄົບຊຸດ ແລະ ອຸປະກອນທັນສະໄໝ. ສິ່ງກໍ່ສ້າງຖືກອອກແບບໃຫ້ສອດຄ່ອງກັບແຜນຜັງ ແລະ ພູມທັດຂອງພື້ນທີ່, ພ້ອມທັງສືບທອດບັນດາລັກສະນະວັດທະນະທຳດັ້ງເດີມຂອງລາວ.

ພາຍຫຼັງສຳເລັດ ແລະ ເປີດນຳໃຊ້, ສູນບັນຊາຄວາມໝັ້ນຄົງ ຈະຮັບໃຊ້ກິດຈະກຳເຮັດວຽກ, ບໍລິຫານ ແລະ ບັນຊາແບບລວມສູນຂອງກະຊວງຕຳຫຼວດລາວ, ປະກອບສ່ວນຍົກສູງປະສິດທິຜົນການປະຕິບັດໜ້າທີ່ປົກປ້ອງຄວາມໝັ້ນຄົງແຫ່ງຊາດ, ຮັກສາຄວາມເປັນລະບຽບ ແລະ ຄວາມປອດໄພຂອງສັງຄົມ.

ຮັກສາສັນຍາລັກມິດຕະພາບ, ເປີດກວ້າງການຮ່ວມມືດ້ານການສຶກສາ

ຕໍ່ຈາກນັ້ນ, ທ່ານ ຟ້າມຢາຕູກ ແລະ ຄະນະຜູ້ແທນຫວຽດນາມ ໄດ້ວາງດອກໄມ້ຢູ່ໜ້າກຸ່ມອະນຸສາວະລີປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຢູ່ສວນມິດຕະພາບ ລາວ - ຫວຽດນາມ.

ສວນດັ່ງກ່າວ ມີເນື້ອທີ່ຫຼາຍກວ່າ 30.000 m², ຖືກກໍ່ສ້າງເປັນພື້ນທີ່ວັດທະນະທຳ - ນິເວດ ແລະ ພູມທັດທີ່ເຂັ້ມຂຸ້ນດ້ວຍເອກະລັກຂອງສອງປະເທດ.

ນີ້ແມ່ນສະຖານທີ່ຮັບໃຊ້ຄວາມຕ້ອງການຫຼິ້ນ, ພັກຜ່ອນ, ອອກກຳລັງກາຍ ແລະ ກິລາຂອງປະຊາຊົນ, ພ້ອມທັງຈັດບັນດາກິດຈະກຳວັດທະນະທຳ, ກິດຈະກຳຊຸມຊົນ ແລະ ສ້າງສະໜາມຫຼິ້ນໃຫ້ແກ່ເຍົາວະຊົນ.

ສວນດັ່ງກ່າວ ຍັງຖືກກຳນົດໃຫ້ເປັນສະຖານທີ່ສຶກສາປະເພນີ, ຊ່ວຍໃຫ້ລຸ້ນໜຸ່ມຮຽນຮູ້ປະຫວັດສາດແຫ່ງຄວາມຜູກພັນລະຫວ່າງສອງຊາດ, ຜ່ານນັ້ນ ປະກອບສ່ວນຮັກສາ ແລະ ສົ່ງເສີມສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ລາວ - ຫວຽດນາມ.

ຕັ້ງຢູ່ໃນເຂດທີ່ຖືກວາງແຜນໃຫ້ກາຍເປັນສູນກາງຕົວເມືອງແຫ່ງໜຶ່ງຂອງນະຄອນຫຼວງວຽງຈັນ, ສວນມິດຕະພາບ ລາວ - ຫວຽດນາມ ມຸ່ງໄປສູ່ການກາຍເປັນພື້ນທີ່ກິດຈະກຳຊຸມຊົນ, ວັດທະນະທຳ ແລະ ການສຶກສາ, ປະກອບສ່ວນພູນສ້າງມິດຕະພາບລະຫວ່າງປະຊາຊົນສອງປະເທດ.

ຢູ່ສະຖານທີ່ຄາດວ່າຈະກໍ່ສ້າງມະຫາວິທະຍາໄລມິດຕະພາບ ລາວ - ຫວຽດນາມ, ທ່ານ ຟ້າມຢາຕູກ ແລະ ຄະນະຜູ້ແທນຫວຽດນາມ ໄດ້ສຳຫຼວດ, ຮັບຟັງລາຍງານກ່ຽວກັບວຽກງານກະກຽມເລີ່ມຕົ້ນໂຄງການ ໃນເນື້ອທີ່ດິນກວ້າງປະມານ 50 ha, ຕັ້ງຢູ່ຕິດກັບສວນມິດຕະພາບ ລາວ - ຫວຽດນາມ.

ຕາມທິດທາງ, ມະຫາວິທະຍາໄລມິດຕະພາບ ລາວ - ຫວຽດນາມ ຈະດຳເນີນກິດຈະການໃຫ້ສອດຄ່ອງກັບກົດໝາຍລາວ ແລະ ບັນດາສົນທິສັນຍາສາກົນທີ່ກ່ຽວຂ້ອງ.

ຫຼັກສູດຝຶກອົບຮົມຄາດວ່າ ຈະສຸມໃສ່ບັນດາຂົງເຂດທີ່ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງລາວ ເຊັ່ນ: ວິທະຍາສາດທຳມະຊາດ; ວິທະຍາສາດການສຶກສາ ແລະ ການຝຶກຄູ; ທຸລະກິດ ແລະ ການບໍລິຫານ; ເຕັກໂນໂລຊີ - ເຕັກນິກ; ຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ; ຫວຽດນາມສຶກສາ, ລາວສຶກສາ ແລະ ບາງສາຂາວິຊາທີ່ເໝາະສົມອື່ນໆ.

ກະຊວງສຶກສາທິການ ແລະ ກິລາລາວ ພວມປະສານງານກັບກະຊວງສຶກສາ ແລະ ຝຶກອົບຮົມຫວຽດນາມ ສ້າງແຜນສະເໜີສ້າງຕັ້ງມະຫາວິທະຍາໄລ, ໃນນັ້ນ ປະກອບມີບັນດາເນື້ອໃນກ່ຽວກັບພື້ນຖານວັດຖຸ, ຫຼັກສູດຝຶກອົບຮົມ, ຄະນະອາຈານ, ໂຄງສ້າງການຈັດຕັ້ງ, ການບໍລິຫານ ແລະ ແຜນພັດທະນາ; ພ້ອມທັງສ້າງຕັ້ງກຸ່ມປະຕິບັດງານຮ່ວມ ເພື່ອຜັນຂະຫຍາຍບັນດາເນື້ອໃນຮ່ວມມື.

ມະຫາວິທະຍາໄລມິດຕະພາບ ລາວ - ຫວຽດນາມ ຖືກກຳນົດທິດໃຫ້ກາຍເປັນສະຖານທີ່ຝຶກອົບຮົມ, ຄົ້ນຄວ້າ ແລະ ແລກປ່ຽນວັດທະນະທຳ, ປະກອບສ່ວນເປີດກວ້າງການຮ່ວມມືດ້ານອຸດົມສຶກສາ, ຝຶກອົບຮົມຊັບພະຍາກອນມະນຸດ ແລະ ເພີ່ມທະວີການແລກປ່ຽນລະຫວ່າງຫວຽດນາມ ແລະ ລາວ.

ເພີ່ມທະວີການຮ່ວມມື ຫວຽດນາມ - ລາວ: ດຽນບຽນ ຈັດຊຸດບຳລຸງວິຊາສະເພາະ ໃຫ້ແກ່ ພະນັກງານ 14 ທ່ານ ຈາກ ອຸດົມໄຊ ແລະ ຜົ້ງສາລີ ເພີ່ມທະວີການຮ່ວມມື ຫວຽດນາມ - ລາວ: ດຽນບຽນ ຈັດຊຸດບຳລຸງວິຊາສະເພາະ ໃຫ້ແກ່ ພະນັກງານ 14 ທ່ານ ຈາກ ອຸດົມໄຊ ແລະ ຜົ້ງສາລີ
ຍສໝ - ໃນຕອນເຊົ້າວັນທີ 14 ກັນຍາ, ຊຸດບຳລຸງ, ຝຶກອົບຮົມ ແລະ ຄົ້ນຄວ້າຕົວຈິງ ເປັນເວລາ 1 ເດືອນ ສຳລັບ ພະນັກງານ 14 ທ່ານ ທີ່ມາຈາກ 2 ແຂວງ ທາງພາກເໜືອຂອງລາວ ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ທີ່ ດຽນບຽນ. ໂຄງການນີ້ ສືບຕໍ່ຢືນຢັນບົດບາດສຳຄັນ ຂອງວຽກງານການຝຶກອົບຮົມ ໃນການຮັດແຫນ້ນ ສາຍພົວພັນການຮ່ວມມືຮອບດ້ານ ລະຫວ່າງ ບັນດາທ້ອງຖິ່ນຂອງສອງປະເທດ.
ກະຈາຍພາສາຫວຽດ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ ຢູ່ ອັດຕະປື ກະຈາຍພາສາຫວຽດ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ ຢູ່ ອັດຕະປື
ຍສໝ - ໃນໂອກາດການເຄື່ອນໄຫວເຮັດວຽກຢູ່ ແຂວງ ອັດຕະປື (ລາວ) ໃນວັນທີ 17 ກັນຍາ, ຕາງໜ້ານະຄອນ ດານັງ ໄດ້ເຂົ້າຢ້ຽມຢາມ ສູນພາສາຫວຽດນາມ ຢູ່ທ້ອງຖິ່ນ. ນີ້ແມ່ນຂົວຕໍ່ສຳຄັນ ເພື່ອຊ່ວຍປົກປັກຮັກສາວັດທະນະທຳ, ຖ່າຍທອດພາສາ ແລະ ຮັດແໜ້ນສາຍພົວພັນການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງ ສອງປະເທດ.

ຄຳສີ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ